ສປປ ລາວ ມີພະນັກງານລັດຖະກອນທັງໝົດ 176.151 ຄົນ ໃນປີ 2021

0
1592

ທ່ານ ທອງຈັນ ມະນີໄຊ, ລັດຖະມົນຕີກະຊວງພາຍໃນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປະຈໍາປີ 2022 ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ວ່າ: ມາຮອດປີ 2021 ຜ່ານມານີ້, ສປປ ລາວ ມີພະນັກງານລັດຖະກອນທັງໝົດ 176.151 ຄົນ, ຍິງ 83.102 ຄົນ, ທຽບໃສ່ປີ 2020 ຫຼຸດລົງ 2.670 ຄົນ, ໃນນີ້ ຫຼາຍກວ່າໝູ່ແມ່ນລັດຖະກອນຄູ ມີ 74.041 ຄົນ, ຍິງ 40.081 ຄົນ, ກວມເອົາ 42% ຂອງຈໍານວນພະນັກງານລັດຖະກອນທັງໝົດໃນທົ່ວປະເທດ.

ຈໍານວນພະນັກງານລັດຖະກອນທັງໝົດ ແມ່ນເທົ່າກັບ 2,4% ຂອງປະຊາກອນທີ່ມີໃນທົ່ວປະເທດ ແລະ ຖ້າທຽບໃສ່ບັນດາປະເທດສະມາຊິກອາຊຽນ ລາວເຮົາຢູ່ອັນດັບທີ 4 ທີ່ມີພະນັກງານລັດຖະກອນຫຼາຍທີ່ສຸດ, ທ່ານໃຫ້ຮູ້ຕື່ມວ່າ: ປະເທດໃນອາຊຽນທີ່ມີພະນັກງານລັດຖະກອນຫຼາຍກວ່າລາວ ແມ່ນມີເສດຖະກິດເຂັ້ມແຂງ ໂດຍສະເພາະບຼູໄນ ແລະ ສິງກະໂປ, ແຕ່ສໍາລັບລາວເຮົາ ຖືເປັນສິ່ງທ້າທາຍຫລາຍໃນການຄຸ້ມຄອງພະນັກງານລັດຖະກອນ ແລະ ມີຄວາມຈໍາເປັນຕ້ອງຫລຸດຈໍານວນລົງ, ແລ້ວຫັນໄປນໍາໃຊ້ລະບົບຄຸ້ມຄອງທີ່ທັນສະໄໝ, ບັນຈຸພະນັກງານລັດຖະກອນໃໝ່ໂດຍເນັ້ນໃສ່ຄຸນນະພາບ, ແກ້ໄຂບັນຫາຄົນເຫຼືອບໍ່ພໍ ຍົກຕົວຢ່າງ: ຮຽນຈົບປ່າໄມ້ແຕ່ໄປເຮັດວຽກຄົມມະນາຄົມ ແລະ ອື່ນໆ ເຮັດໃຫ້ກໍາວຽກວິຊາສະເພາະບໍ່ໄດ້ ແລະ ສົ່ງຜົນຕໍ່ຄຸນນະພາບຂອງວຽກງານ. ສ່ວນເຫຼືອບໍ່ພໍຂອງລັດຖະກອນຄູ ແມ່ນຄູສອນຢູ່ໃນຕົວເມືອງເຫຼືອ ແຕ່ຄູສອນຢູ່ຊົນນະບົດບໍ່ພຽງພໍ.​

ທ່ານກ່າວຕື່ມວ່າ: ລັດຖະບານໄດ້ປະກາດບໍ່ໃຫ້ຮັບເອົາພະນັກງານສັນຍາຈ້າງ, ແຕ່ໃນໄລຍະຜ່ານມາ ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ ມີໂຄງການຊ່ວຍເຫລືອລ້າຈາກຕ່າງປະເທດ ຈິ່ງຮັບເອົາພະນັກງານສັນຍາຈ້າງເພື່ອຊ່ວຍວຽກເປັນແຕ່ລະໄລຍະ ເມື່ອວຽກສໍາເລັດກໍແລ້ວໄປ, ແຕ່ຕໍ່ມາ ຄໍາວ່າພະນັກງານອາສາສະໝັກເກີດຂຶ້ນ ເຊີ່ງອາສາສະໝັກນີ້ ໝາຍເຖີງການອາສາເຮັດວຽກໃຫ້ລັດຖະບານໂດຍບໍ່ໄດ້ເງິນເດືອນ ແຕ່ມີອົງການປົກຄອງ ຫຼື ປະຊາຊົນທ້ອງຖິ່ນທີ່ກ່ຽວຂ້ອງຊ່ວຍເບິ່ງແຍງດ້ານການກິນຢູ່, ບາງຄົນເຮັດວຽກດີກວ່າຜູ້ທີ່ເປັນລັດຖະກອນແລ້ວ, ບາງຄົນເຮັດວຽກຫຼາຍປີຈົນອາຍຸເກີນເຂົ້າເປັນລັດຖະກອນ ຫລື ເກີນ 35 ປີກໍມີ.

ຄວາມຈິງແລ້ວ, ບໍ່ມີປະເທດໃດທີ່ສາມາດຮັບເອົານັກສຶກສາທີ່ຮຽນຈົບຈາກສະຖາບັນການສຶກສາຕ່າງໆ ເຂົ້າເປັນພະນັກງານລັດຖະກອນໄດ້ໝົດທຸກຄົນ ແຕ່ເຂົ້າເຈົ້າມີຫລາຍຫົວໜ່ວຍທຸລະກິດທີ່ຮອງຮັບ. ດັ່ງນັ້ນ ເວົ້າສະເພາະການແກ້ໄຂບັນຫາຄູ ແລະ ແພດອາສາສະໝັກຢູ່ລາວ, ກະຊວງພາຍໃນໄດ້ຮ່ວມກັບສອງກະຊວງທີ່ກ່ຽວຂ້ອງແກ້ໄຂຕາມທິດຊີ້ນໍາຂອງລັດຖະບານ ດ້ວຍການແກ້ໄຂພະນັກງານສັນຍາຈ້າງ ຫລື ອາສາສະໝັກເປັນບຸລິມະສິດສໍາຄັນ ແຕ່ຕ້ອງຜ່ານຂະບວນການສອບເສັງຄັດເລືອກຢ່າງລະອຽດ ແລະ ຖືກຕ້ອງຕາມສາຍທີ່ຮຽນມາເພື່ອໃຫ້ໄດ້ມາດຕະຖານທີ່ ຄົບຖ້ວນ.

ຢ່າງໃດກໍຕາມ ໃນຂະບວນການຈັດຕັ້ງປະຕິບັດຕົວຈິງ, ລັດຖະມົນຕີກະຊວງພາຍໃນ ຍອມຮັບວ່າ: ບາງບ່ອນຍັງມີປະກົດການຫຍໍ້ທໍ້ເກີດຂຶ້ນ ແລະ ບໍ່ໄປຕາມຂະບວນການທີ່ກໍານົດ ຍ້ອນຍັງມີບັນຫາເຈ້ຍນ້ອຍເຈ້ຍໃຫຍ່ ຫລື ບັນຫາຄົນເຈົ້າຄົນຂ້ອຍເກີດຂຶ້ນ ເຊີ່ງນີ້ໄດ້ກາຍເປັນບັນຫາສໍາຄັນທີ່ຕ້ອງໄດ້ແກ້ໄຂໃຫ້ໄດ້ຢ່າງເດັດຂາດໃນຕໍ່ໜ້າ.

ແຫຼ່ງຂ່າວ: FM 90

LEAVE A REPLY

Please enter your comment!
Please enter your name here