ສປປ ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ຢູ່ກອງປະຊຸມສຸດຍອດ ສະຫະປະຊາຊາດ

0
1295

ສປປ ລາວ ເເບ່ງປັນຄວາມຮູ້ດ້ານການສຶກສາ ຢູ່ກອງປະຊຸມສຸດຍອດ ສະຫະປະຊາຊາດ ເພື່ອເລັ່ງແກ້ໄຂວິກິດການດ້ານການຮຽນ.

ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກເພື່ອມາປຶກສາຫາລືການແກ້ໄຂວິກິດການດ້ານການຮຽນທີ່ເກີດຈາກການລະບາດຂອງ ໂຄວິດ-19.

ວັນທີ 21 ກັນຍາ 2022 ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ພ້ອມດ້ວຍ ອົງການຢູນິເຊັບ ປະຈໍາ ສປປ ລາວ, ໄດ້ສໍາເລັດ ການເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍການຫັນປ່ຽນການສຶກສາ ທີ່ນະຄອນນິວຢອກ ສະຫະລັດອາເມລິກາ.ກອງປະຊຸມດັ່ງກ່າວ ໄດ້ຮັບການຊີ້ນຳໂດຍ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເເລະ ເປັນສ່ວນໜຶ່ງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 77 ເຊີ່ງໄດ້ຈັດຂຶ້ນເປັນເວລາ 3 ວັນ ແຕ່ວັນທີ 17 ຫາ 19 ກັນຍາ 2022.

ກອງປະຊຸມນີ້ຍັງໄດ້ເຕົ້າໂຮມເອົາບັນດາຜູ້ນຳດ້ານການສຶກສາຈາກທົ່ວໂລກ ໂດຍມີຈຸດປະສົງເພື່ອຊອກຫາວິທີການແກ້ໄຂວິກິດການດ້ານການຮຽນໃນທົ່ວໂລກທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ການສົນທະນາໄດ້ສຸມໃສ່ຫ້າຫົວຂໍ້ສໍາຄັນ ເຊີ່ງປະກອບມີ ໂຮງຮຽນ, ຫຼັກສູດ ແລະ ການຮຽນຮູ້ , ຄູອາຈານ, ການຫັນປ່ຽນຮູບແບບ ການຮຽນເເບບດິຈິຕອນ ແລະ ການສະໜັບສະໜູນດ້ານການເງິນສຳລັບການສຶກສາ.ກ່ອນໜ້າກອງປະຊຸມໃຫຍ່ ໃນວັນທີ 19 ກັນຍາ 2022, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ກໍ່ໄດ້ເຂົ້າຮ່ວມງານ “ການຫັນປ່ຽນການສຶກສາເລີ່ມຕົ້ນໂດຍການວາງຮາກຖານຕັ້ງແຕ່ໄວເຍົາ” ໃນ ວັນທີ 17 ກັນຍາ, ສປປ ລາວ ເປັນປະເທດດຽວໃນພາກພື້ນທີ່ເປັນເຈົ້າພາບຮ່ວມຈັດງານດັ່ງກ່າວ ພ້ອມດ້ວຍ ປະເທດ ອຸສເບກິສຖານ ເເລະ ກາບອນ, ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການຢູນິເຊັບ, ອົງການຢູເນສໂກ, ທະນາຄານໂລກ, ມູນນິທິ LEGO, ມູນນິທິ Hilton, ວິທະຍາໄລຄູ ຂອງ ມະຫາວິທະຍາໄລ Columbia ແລະ ECDAN.

“ການປົກປ້ອງ ເເລະ ຜັນຂະຫຍາຍການລົງທຶນໃນການສືກສາເດັກ ກ່ອນໄວຮຽນ ເເມ່ນເປັນບັນຫາຮີບດ່ວນ ຍິ່ງກວ່າທີ່ເຄີຍມີມາກ່ອນ ໃນໄລຍະການເເຜ່ລະບາດຂອງພະຍາດ ໂຄວິດ-19 ເເລະ ເມຶ່ອພວກເຮົາພິຈາລະນາເຖີງຜົນກະທົບຂອງພະຍາດດັ່ງກ່າວຕໍ່ການພັດທະນາຂອງເດັກ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ,” ກ່າວໂດຍ ພະນະທ່ານ ຮອງສາດສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ. ທ່ານຍັງໄດ້ກ່າວອີກວ່າ: “ລັດຖະບານເເຫ່ງ ສປປ ລາວ ໃຫ້ຄວາມສຳຄັນເປັນຢ່າງຢິ່ງຕໍ່ການປົກປ້ອງຮັກສາສິດທິຕໍ່ການເຂົ້່າເຖີງການສຶກສາສຳລັບທຸກຄົນ ແລະ ຢືນຢັນຄືນໃໝ່ເຖີງຄຳໝັ້ນສັນຍາຂອງລັດຖະບານໃນການສະໜັບ ສະໜູນການຟື້ນຟູການສຶກສາໃນປະເທດ.”ໃນກອງປະຊຸມສຸດຍອດນີ້, ສປປ ລາວ ຍັງໄດ້ນຳສະເໜີ ການຖະແຫຼງການແຫ່ງຊາດວ່າດ້ວຍການ ປ່ຽນແປງ ການສຶກສາ ເຊັ່ນດຽວກັນ ເຊີ່ງໄດ້ຮັບການພັດທະນາຂຶ້ນໂດຍຜ່ານຂະບວນການປຶກສາຫາລືຢ່າງສົມບູນແບບ, ລວມເຖິງ ບັນດາກະຊວງ ແລະ ຄູ່ຮ່ວມພັດທະນາຕ່າງໆ ຈົນເຖີງ ຄູອາຈານ ແລະ ນັກຮຽນ.

ພາຍຫຼັງກອງປະຊຸມສຸດຍອດນີ້ ຈະໄດ້ມີການຕິດຕາມການປະຕິບັດຄຳໝັ້ນສັນຍາແຫ່ງຊາດຂອງບັນດາປະເທດຕ່າງໆ, ລວມເຖີງ ສປປ ລາວ, ຢ່າງໃກ້ຊິດ.“ມີພຽງເເຕ່ 1 ໃນ 3 ຂອງຈຳນວນເດັກນ້ອຍໃນທົ່ວໂລກທີ່ສາມາດອ່ານປະໂຫຍກ ເເລະ ເຂົ້າໃຈນິທານເເບບພື້ນຖານໄດ້. ໃນປະຈຸບັນ, ພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ລະບົບການສຶກສາໃນທົ່ວໂລກເຮັດໃຫ້ເກີດມີວິກິດການດ້ານການຮຽນ ແລະ ໄດ້ສົ່ງຜົນຕໍ່ການຮຽນຮູ້ຂອງເດັກນ້ອຍຫຼາຍກວ່າ 90 ສ່ວນຮ້ອຍ ຂອງໂລກ. ແນວໃດກໍ່ຕາມ, ການລະບາດຂອງພະຍາດ ໂຄວິດ-19 ຍັງເປັນໂອກາດສຳລັບພວກເຮົາທີ່ຈະປ່ຽນແປງຮູບແບບ ການສຶກສາ ເເລະ ວິທີການສອນໄປໃນຮູບເເບບໃໝ່, ພ້ອມດ້ວຍເສີມສ້າງຄຸນນະພາບຂອງການສຶກສາສໍາລັບທຸກຄົນ,” ກ່າວໂດຍ ທ່ານນາງ ດຣ. ເພຍ ເຣເບລໂລ ບີຣໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ.

ນອກຈາກນັ້ນ, ຄະນະຜູ້ແທນຈາກ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ເຂົ້າຮ່ວມເວທີສົນທະນາພາຍໃຕ້ຫົວຂໍ້ ການຫັນປ່ຽນການສຶກສາໄປໃນຮູບເເບບດີຈີຕອນຢ່າງສົມບູນເເບບ ເເລະ ສະເໝີພາບ, ພ້ອມຍັງໄດ້ຍົກຕົວຢ່າງໃຫ້ເຫັນເຖິງຜົນສຳເລັດຂອງ ຖານຂໍ້ມູນການຮຽນການສອນເເບບດີຈີຕອນ “ຄັງປັນຍາລາວ” ຂອງ ສປປ ລາວ.

ພ້ອມດຽວກັນນັ້ນ, ຄະນະຜູ້ແທນຈາກ ສປປ ລາວ ກໍຍັງໄດ້ພົບກັບບັນດາຜູ້ແທນຈາກປະເທດອື່ນໆ, ພາກເອກະຊົນ ແລະ ສະຖາບັນການສຶກສາອື່ນໆ ເພື່ອ ແລກປ່ຽນບົດຮຽນໃນການປັບປຸງຄຸນນະພາບການສຶກສາໃນ ສປປ ລາວ ເຊັ່ນດຽວກັນ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here