ຄະນະຜູ້ແທນລາວສືບຕໍ່ ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ສະໄໝ ທີ 77

0
870

ທ່ານ ຮອງນາຍົກລັດຖະມົນຕີ ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມການສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ສະໄໝ ທີ 77

ໃນວັນທີ 23 ກັນຍາ 2022 ທີ່ ນະຄອນນິວຢອກ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລະດັບສູງ ເຊັ່ນ: ກອງປະຊຸມລະດັບລັດຖະມົນຕີຂອງ ກຸ່ມປະເທດ 77 ແລະ ສປ. ຈີນ (G77 and China Ministerial Meeting) ເພື່ອປຶກສາຫາລືກ່ຽວກັບ ການກຳນົດແນວທາງ ແລະ ຍຸດທະສາດ ໃນການຍາດແຍ່ງການຊ່ວຍເຫຼືອ ແລະ ປົກປ້ອງຜົນປະ ໂຫຍດລວມຂອງປະເທດກຳລັງພັດທະນາ ໃນຂອບອົງການ ສປຊ, ການແກ້ໄຂວິກິດການທີ່ພວມສົ່ງຜົນກະທົບຕໍ່ໂລກ ເຊັ່ນ: ດ້ານສະບຽງອາຫານ, ພະລັງງານ, ການເງິນ ແລະ ການປ່ຽນແປງດິນຟ້າອາກາດ ເຊິ່ງກະທົບຕໍ່ການຈັດຕັ້ງປະຕິບັດ ເປົ້າໝາຍານພັດທະນາແບບຍືນຍົງ (ປພຍ).

ໃນໂອກາດນີ້, ສປປ ລາວ ໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ເພີ່ມທະວີຄວາມພະຍາຍາມຮ່ວມກັນ ໃນການແກ້ໄຂບັນດາສິ່ງທ້າທາຍດັ່ງກ່າວ ແລະ ການສົ່ງເສີມການຮ່ວມມືເພື່ອການພັດທະນາເພື່ອສາມາດ ບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ຍັງໄດ້ພົບປະກັບ ຫົວຫນ້າຄະນະຜູ້ແທນຂອງປະເທດເພື່ອນມິດ ຄື: ທ່ານ ຟາມ ບິ່ງ ມິງ (Pham Binh Minh), ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແລະ ວັນຄົບຮອບ 45 ປີ ຂອງການເຂົ້າເປັນສະມາຊິກ ອົງການ ສປຊ ຂອງ ສສ.ຫວຽດນາມ; ທ່ານ ອັບດຸນລາ ຊາຮິດ (Abdulla Shahid), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ມານດິບ ແລະ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ມານດິບ; ທ່ານ ບລູໂນ ໂຣດຼິເກສ ພາລິວລາ (Bruno Rodrigues Parrila), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ; ທ່ານ ຈາວ ໂກເມສ ຄຣາວິນໂຮ (João Gomes Cravinho), ລັດຖະມົນຕີການຮ່ວມມືເພື່ອການພັດທະນາ ແຫ່ງ ສາທາລະນະລັດ ປອກຕຸຍການ; ທ່ານ ເດນນີສ ໂຣນາວໂດ ມົນຄາດາ ໂຄລິນເດຼສ (Denis Ronaldo Moncada Colindres), ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ນີກາລາກົວ ແລະ ທ່ານ ຄາໂລສ ຣາເຟລ ຟາເຮຍ ໂທກໂທຊາ (Carlos Rafel Faria Tortosa), ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ເວເນຊູເອລາ.

ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະກັບ ທ່ານ ນາງ ຣາບາບ ຟາຕິມາ (Rabab Fatima), ຮອງເລຂາທິການໃຫ່ຍ ສປຊ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບວຽກງານຂອງ ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກໍາລັງພັດທະນາ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບ ການຈັດຕັ້ງປະຕິບັດແຜນດຳເນີນງານ ວຽນນາ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (Vienna Programme of Action) ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ການສ້າງແຜນປະຕິບັດງານສະບັບໃໝ່ ໃຫ້ມີຈຸດສຸມ,​ ທັງຕອບສະໜອງຄວາມຕ້ອງການດ້ານການພັດທະນາຕົວຈິງ ຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ; ການເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດແຜນປະຕິບັດງານໂດຮາ ສຳລັບປະເທດດ້ອຍພັດທະນາ (DoHA Programm of Action) ເພື່ອໃຫ້ສາມາດບັນລຸບັນດາບຸລິມະສິດ ທີ່ໄດ້ຖືກກຳນົດໄວ້ຢູ່ໃນແຜນດຳເນີນງານດັ່ງກ່າວ.

ແຫຼ່ງຂ່າວ ແລະ ຮູບພາບ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here