ກິດຈະກໍາ​ຈະຈັດຂຶ້ນໃນງານບຸນອອກພັນສາ​ ແລະ​ ຊ່ວງເຮືອປະເພນີ​ ປະຈໍາປີ 2022​ ທີ່ນະຄອນປາກເຊ

0
1163

ທ່ານ ບົວລີເພັດສົງຄາມ​ ຄະນະປະຈໍາພັກແຂວງ ເຈົ້ານະຄອນປາກເຊ​ ຕາງໜ້າຄະນະຮັບຜິດຊອບຈັດກິດຈະກໍາໃນງານ​ ໄດ້ຖະແຫຼງການຜ່ານສື່ມວນຊົນແຂວງ ໃນວັນທີ​ 27​ ກັນຍາ​ 2022​ ນີ້ວ່າ: ງານບຸນ “ ປະວໍລະນາ​ – ອອກພັນສາແລະ ຊ່ວງເຮືອປະເພນີປະຈໍາປີ​ 2022​ ທີ່ນະຄອນປາກເຊ ຈະໄດ້ຈັດເຕັມຮູບແບບ ດັ່ງທີ່ເຄີຍປະຕິບັດຜ່ານມາ​ກ່ອນຕອນບໍ່ທັນເກີດການລະບາດຂອງພະຍາດ COVID-19.

ເພື່ອສືບສານວັດທະນະທໍາ,​ ຮີດຄອງປະເພນີທີ່ມີມາແຕ່ບູຮານນາການ. ພິເສດ, ປີນີ້ ເພື່ອເປັນການສົ່ງເສີມ ແລະ​ ດຶງດູດການທ່ອງທ່ຽວ​ ຕິດພັນກັບການອະນຸລັກຮັກສາຮີດຄອງປະເພນີ ແລະ ການສົ່ງເສີມ ດ້ານການຄ້າ, ການບໍລິການ.​

ແຕ່ວັນທີ 5 -​ 11​ ຕຸລາ​ 2022 ກົງກັບ ມື້ອອກໃໝ່​ 10 ຄໍ່າ ຫາ​ ແຮມ​ 1 ຄໍ່າ​ ເດືອນ 11 ພສ 2565, ຄະນະພັກ​ – ອົງການປົກຄອງແຂວງຈໍາປາສັກ ໄດ້ຕົກລົງໃຫ້ຈັດກິດຈະກໍາຕ່າງໆ​ ຄື:

ວັນທີ 8​ ຕຸລາ,​ ຈັັດການແຂ່ງຂັນກ໊ອຟ ຊິງຂັນຮອງນາຍົກລັດຖະມົນຕີ​ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.​

ວັນທີ 8​ -​ 11​ ຕຸລາ​ ຈະຈັດງານວາງສະແດງ ແລະ​ ຈໍາໜ່າຍ​ສິນຄ້າ​ ໜຶ່ງເມືອງ​ ໜຶ່ງຜະລິດພັນ​ ຈາກ 4 ປະເທດ ຄື: ກໍາປູເຈຍ,​ ລາວ, ໄທ​ ແລະ​ ຫວຽດນາມ​ ທີ່ສູນກາງຄ້າແຟຣັນຊິບມໍ (ຫຼັກ 2);

ວັນທີ 8 10 ຕຸລາ,​ ຕອນເຊົ້າ​ ຈະມີພິທີໃສ່ບາດຖວາຍທານ,​ ຂະບວນແຫ່ເຮືອໄຟ, ແຫ່ຜາສາດດອກເຜີ້ງ, ແຫ່ທຽນໄຊ​ ຈາກວັດຕ່າງໆ​ ເຊິ່ງມີທັງໝົດ 6 ຂະບວນໃຫຍ່, 46 ຂະບວນແຫ່(ກ້ອນກໍາລັງ) ຈາກວັດຕ່າງໆ ແລະ​ ບ້ານ 42 ບ້ານ ພາຍໃນນະຄອນປາກເຊ, ລວມທັງກ້ອນກໍາລັງຂອງສະຖາບັນການສຶກສາ ແລະ ໂຮງຮຽນ 9 ແຫ່ງ; ຂະບວນແຫ່ຂອງກຸ່ມທະນາຄານ ແລະ​ ບໍລິສັດ 19 ຂະບວນ; ຂະບວນພຣະສົງ 108 ອົງ ແລະ​ ເຖົ້າແກ່ມົນໂທ ທັງໝົດ 3.693 ຄົນ​ ເຊິ່ງຖືວ່າຈັດຍິ່ງໃຫຍ່ກວ່າທຸກປີທີ່ເຄີຍຈັດມາ​ ແລະ​ ມີການແຂ່ງຂັນຕີກອງເສັງ ຕື່ມອີກ.​

ວັນທີ 11​ ຕຸລາ​ 2022, ກົງກັບແຮມ 1 ຄໍ່າເດືອນ 11​ລາວ, ເລີ່ມແຕ່ເວລາ 7:30 ໂມງ​ -​ 16:00 ໂມງ ພິທີແຂ່ງຂັນເຮືອຊ່ວງທຸກປະເພດ.​

ສຳລັບການແຂ່ງຂັນເຮືອຊ່ວງນັ້ນ,​ ເຈົ້ານະຄອນປາກເຊ ໃຫ້ຮູ້ວ່າ: ຈະມີການແຂ່ງຂັນໃນ 4 ປະເພດ​ ຄື: ປະເພດ 55 ສີພາຍ, 33 ສີພາຍ ແລະ 24 ສີພາຍ (ຊາຍ​ – ຍິງ) ແລະ 12 ສີພາຍ(ເຮືອກິລາ),​ ປີນີ້ ຈະຈັດເປັນ 2 ສາຍ ຄື: ສາຍເຮືອປະເພນີ​ ແລະ ສາຍກິລາ(ເຮືອສູດ); ປະຈຸບັນມີ​ ຄະນະເຮືອຊ່ວງຈາກບ້ານຕ່າງໆອ້ອມຂ້າງແຂວງ ສະເໜີເຂົ້າຮ່ວມແລ້ວ 35 ລໍາ.​ ໃນນັ້ນ​ ປະເພດ 55 ສີພາຍ(ຊາຍ)​ ມີ 3 ລໍາ,​ ປະເພດ 33 ສີພາຍ(ຊາຍ)​ ມີ 14 ລໍາ, ເຮືອຍີງ 3 ລໍາ, ປະເພດ​ 24 ສີພາຍ(ຊາຍ)​ 6 ລໍາ ແລະ 12 ສີພາຍ 9 ລໍາ;

ນອກນັ້ນ, ຍັງເຊື້ອໄດ້ເຊີນຄະນະເຮືອຊ່ວງ ຈາກແຂວງສາລະວັນ ແລະ ແຂວງເຊກອງ ແລະ ເຮືອຊ່ວງມິດຕະພາບ ຈາກຈັງຫວັດອຸບົນຣາຊະທານີ​ຣາຊະອານາຈັກໄທ ແລະຈາກແຂວງພຣະວີເຮຍ,​ ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ​ ຕື່ມອີກ,​ ປັດຈຸບັນ​ ຍັງລໍການຕອບຮັບຢູ່.​

ທ່ານ ບົວລີ​ ເພັດສົງຄາມ ເຈົ້ານະຄອນປາກເຊ ກ່າວຢືນຢັນຕອນທ້າຍອີກວ່າ: ມາຮອດປະຈຸບັນນີ້ການຫ້າງຫາກະກຽມ ວຽກງານດ້ານຕ່າງໆ ສ່ວນໃຫຍ່ແມ່ນມີຄວາມພ້ອມແລ້ວ ໃນນາມຕ່າງໜ້າໃຫ້ຄະນະຮັບຜິດຊອບໃນການຈັດງານ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ,​ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ນັກທຸລະກິດ ທີ່ດໍາລົງຊີວິດ ແລະເຄື່ອນໄຫວຢູ່ນະຄອນປາກເຊກໍຄືແຂວງຈໍາປາສັກ ຈົ່ງພ້ອມກັນຮ່ວມຈິດຮ່ວມໃຈ ເປັນເຈົ້າພາບ​ທີ່ດີ​ ຮ່ວມກັນ, ເຮັດໃຫ້ການຈັດງານສໍາເລັດຕາມແຜນການ, ມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ. ພ້ອມນັ້ນ, ກໍຂໍເຊື້ອເຊີນພີ່ນ້ອງຊາວລາວ, ຊາວຕ່າງປະເທດ, ເພື່ອນມິດ, ພີ່ນ້ອງບ້ານໃກ້ເຮືອນຄຽງ, ບັນດາທ່ານນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມງານຊົມ,​ ຮ່ວມເຊຍ ແລະທ່ອງທ່ຽວ ທີ່ນະຄອນປາກເຊ ຂອງພວກເຮົາດ້ວຍ.

ແຫຼ່ງຂ່າວ ແລະ ຮູບພາບ: ໜັງສືພິມຈຳປາໃໝ່ 𝐂𝐡𝐚𝐦𝐩𝐚𝐦𝐚𝐢 𝐍𝐞𝐰𝐬𝐩𝐚𝐩𝐞𝐫

LEAVE A REPLY

Please enter your comment!
Please enter your name here