ຊ່ວງເຮືອທ່າວັດຈັນ ປີນີ້ ມີເຮືອແຈ້ງເຂົ້າຮ່ວມຊີງໄຊແລ້ວເຖິງ 40 ລຳ

0
2484

ການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈະເປີດສາກຂຶ້ນໃນວັນທີ 10 ຕຸລານີ້ ຊຶ່ງມີການຊິງໄຊພຽງແຕ່ 3 ລາຍການ ແຕ່ປີນີ້ບໍ່ມີເຮືອສູດ ຂະນະທີ່ປັດຈຸບັນມີບັນດາພາກສ່ວນແຈ້ງເຈດຈຳນົງເຂົ້າຮ່ວມແຂ່ງຂັນເຖິງ 40 ລຳແລ້ວ, ໃນນີ້ເຮືອກິລາ ມີ 20 ລຳ ແລະ ເຮືອປະເພນີຍິງ-ຊາຍ ມີ 20 ລຳ.

ພາບປະກອບ

ພິທີຖະແຫຼງຂ່າວຜ່ານສື່ມວນຊົນ ກ່ຽວກັບການກຽມຄວາມພ້ອມຈັດການແຂ່ງຂັນຊ່ວງເຮືອ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງຈັນທະບູລີ, ຮອງປະທານຈັດງານ, ຄະນະຮັບຜິດຊອບຈັດສະຖານທີ່ງານດັ່ງກ່າວ ໃຫ້ຮູ້ວ່າ:

ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສືບທອດກັນມາແຕ່ບູຮານນະການໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ ແນໃສ່ສົ່ງເສີມການໂຄສະນາ, ວາງສະແດງ ແລະ ຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ໄດ້ມາທ່ຽວງານບຸນໄດ້ຊື້, ຂາຍ, ແລກປ່ຽນຜະລິດຕະພັນພາຍໃນ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ລາວທ່ຽວລາວ ໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ.

ສະນັ້ນ, ປີນີ້ ເມືອງຈັນທະບູລີ ໃນນາມເປັນເຈົ້າການ ຈັດງານດັ່ງກ່າວ ຈະໄດ້ຈັດສັນສະຖານທີ່ໃຫ້ແທດເໝາະ ແລະ ອຳນວຍຄວາມສະດວກໃຫ້ແກ່ຊາວຄ້າຂາຍຢ່າງທົ່ວເຖິງ ຄາດວ່າຈະມີບັນດາຫົວໜ່ວຍທຸລະກິດທີ່ເກັບຝາກປີ້ລົດໃຫຍ່, ລົດຈັກ, ລົດຖີບ, ບັນດາຫ້າງຮ້ານທີ່ມາວາງສະແດງສິນຄ້າ, ຂາຍສິນຄ້າ ແລະ ຂາຍເຂົ້າຫຼາມປີ້ງໄກ່ຫຼາຍກວ່າ 600 ຫົວໜ່ວຍ.

ສຳລັບສະຖານທີ່ຈັດຂາຍສິນຄ້າ ແມ່ນກຳນົດຂອບເຂດສວນເຈົ້າອານຸວົງ, ເສັ້ນທາງເຈົ້າຟ້າງຸ່ມ ທັງສອງຟາກ ນັບແຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປ່າສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງວິທະຍາໄລເຕັກນິກປາກປ່າສັກ ໂດຍຈະຈົ່ງທາງເຂົ້າ-ອອກ ໃຫ້ມວນຊົນ ແລະ ລົດການນຳເຂົ້າມາໄດ້ຢ່າງສະດວກ ສ່ວນຈຸດປ່ອຍເຮືອແມ່ນກຳນົດເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ໄປຫາ ຜາມໄຊ ໜ້າວັດຈັນ ເມືອງຈັນທະບູລີ. ແນວໃດກໍຕາມ, ຫາກວ່າພົບເຫັນກໍລະນີ ບັນດາຫົວໜ່ວຍທຸລະກິດມີການລະເມີດ ໂດຍສະເພາະຈຸດເກັບປີ້ຝາກລົດ ເກັບຄ່າບໍລິການເກີນລາຄາ ເປັນຕົ້ນ ລາຄາທີ່ກຳນົດໄວ້ ລົດຖີບ ລາຄາ 5.000 ກີບ, ລົດຈັກ 10.000 ກີບ ແລະ ລົດໃຫຍ່ 20.000 ກີບ ແມ່ນຈະປະຕິບັດກົດລະບຽບຢ່າງເຂັ້ມງວດ.

ຂະນະທີ່ ທ່ານ ບຸນເຖິງ ສຸວັນນະສີ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ທັງເປັນຮອງປະທານຈັດງານ ຄະນະຮັບຜິດຊອບຈັດການແຂ່ງຂັນ ເມື່ອອາທິດຜ່ານມາ ພວກເຮົາໄດ້ມີການລົງຕິດຕາມ ແລະ ກວດກາແລວນໍ້າທີ່ຈະຈັດການແຂ່ງຂັນ ກໍສາມາດປະເມີນລວງເລິກຂອງນໍ້າຢູ່ປະມານ 3-4 ແມັດ ຊຶ່ງໃນວັນທີ 3 ຕຸລານີ້ ທີ່ຫ້ອງວ່າການປົກຄອງເມືອງຈັນທະບູລີ ຈະມີການຈັບສະຫຼາກແບ່ງສາຍຢ່າງເປັນທາງການ ສ່ວນມື້ແຂ່ງຂັນແມ່ນກຳນົດວັນທີ 10 ຕຸລາ 2022 ຈະແຂ່ງຂັນເຮືອນກິລາ ປີນີ້ມີຈຳນວນ 20 ລຳເຂົ້າຮ່ວມ ແລະ ວັນທີ 11 ຕຸລາ 2022 ຈະແຂ່ງຂັນເຮືອປະເພນີ ມີຈຳນວນ 20 ລຳ, ຍິງ 7 ລຳເຂົ້າຮ່ວມ.

ແນວໃດກໍຕາມ, ພວກເຮົາຈະເນັ້ນຈັດໃຫ້ເປັນລັກສະນະປະເພນີ ສະນັ້ນ ປີນີ້ຈະບໍ່ມີເຮືອສູດບັນຈຸແຂ່ງຂັນ. ສ່ວນປະເພດຂັນລາງວັນ ແລະ ເງິນສົດ ປະເພດເຮືອກິລາ 12 ສີພາຍ ລາງວັນທີ 1 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 10.000.000 ກີບ, ລາງວັນທີ 2 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ: 8.000.000 ກີບ, ລາງວັນທີ 3 ຂັນໂລ 1 ໜ່ວຍ ມູນຄ່າ 1.850.000 ກີບ ພ້ອມເງິນສົດ 6.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີເງິນສົດ 4.000.000 ກີບ; ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here