ລັດຖະບານອົສຕຣາລີ ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19

0
655

ລັດຖະບານອົສຕຣາລີ ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19 ເມື່ອວັນທີ 28 ກັນຍາ ຜ່ານມາ ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົສຕຣາລີ ປະຈຳ ສປປ ລາວ ແລະ ອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມສຶກສາທີ່ ນະຄອນຫຼວງວຽງຈັນ ທີ່ໄດ້ກຳນົດນຳໃຊ້ເປັນຈຸດສັກວັກຊິນ ກັນພະຍາດໂຄວິດ-19 ສຳລັບເດັກນ້ອຍໂດຍນຳໃຊ້ວັກຊິນສະເພາະເດັກເປັນຄັ້ງທໍາອິດ ຊຶ່ງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອປະເທດ ອົສຕຣາລີ.

ການປະກອບຊ່ວຍເຫຼືອໃນຄັ້ງນີ້ ປະກອບມີວັກຊິນ ໄຟເຊີ ເພື່ອສ້າງພູມຄຸ້ມກັນພະຍາດ ໂຄວິດ-19 ສຳລັບເດັກ ໄດ້ທັງໝົດຈຳນວນເກືອບ 500.000 ໂດສ ຊຶ່ງມີບຸລິມະສິດໃນການສັກໃຫ້ແກ່ກຸ່ມເດັກນ້ອຍອາຍຸ 5-11 ປີ ຢູ່ ສປປ ລາວ.

ວັກຊິນຈຳນວນດັ່ງກ່າວແມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫຼັງຈາກການຊ່ວຍເຫຼືອວັກຊິນ ໄຟເຊີ ແລະ ແອັສຕຣາ-ເຊນິກາ ຈຳນວນຫຼາຍກວ່າໜຶ່ງລ້ານໂດສ ໂດຍລັດຖະບານອົສຕຣາລີ ໃນຕົ້ນປີທີ່ຜ່ານມາ. ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈມາຍັງລັດຖະບານອົສຕຣາລີ ສຳລັບການປະກອບສ່ວນອັນລໍ້າຄ່ານີ້ ຕໍ່ຂະບວນການສັກວັກຊິນກັນພະຍາດ ໂຄວິດ-19 ໃນ ສປປ ລາວ. ກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນຂອງບັນດາວັກຊິນກັນພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປັດຈຸບັນ ຊຶ່ງໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ.ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ:

ລັດຖະບານແຫ່ງ ສປປ ລາວ ກໍໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ປຸກລະດົມຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍ, ໂດຍສະເພາະເດັກນັກຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະເມືອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ. ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ກໍໄດ້ກ່າວວ່າ: ສາຍພົວພັນຮ່ວມມື ລະຫວ່າງ ອົສຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19.

ອົສຕຣາລີ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19. ໃນປີນີ້, ອົສຕຣາລີ ແລະ ສປປ ລາວ ກໍໄດ້ສະເຫຼີມສະຫຼອງຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົສຕຣາລີ ແລະ ໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ການພັດທະນາຂອງ ສປປ ລາວ.

ໃນລະຫວ່າງປີ 2020 ຫາ 2023, ອົສຕຣາລີ ໄດ້ລະດົມທຶນຊ່ວຍເຫຼືອກວ່າ 22 ລ້ານໂດລາອົສຕຣາລີ ເພື່ອສະໜັບສະໜູນລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ເເລະ ການສະໜອງການເຂົ້າເຖິງວັກຊິນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະຊາຊົນລາວ. ນອກຈາກນັ້ນ, ອົສຕຣາລີຍັງໃຫ້ການຊ່ວຍເຫຼືອດ້ານເຕັກນິກເພື່ອສະໜັບສະໜູນການຈັດສົ່ງວັກຊິນໂດຍຜ່ານອົງການອຸຍນີເຊັບ, ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ (NGO), ພ້ອມຍັງໄດ້ໃຫ້ຄຳແນະນຳດ້ານສຸຂະພາບຈາກຜູ້ຊ່ຽວຊານຈາກສະຖາບັນຕ່າງໆຂອງປະເທດອົສຕຣາລີ ເພື່ອເສີມສ້າງຄວາມເຂັ້ມແຂງຂອງຂະບວນການສັກວັກຊິນຂອງ ສປປ ລາວ.

(ຂ່າວ-ພາບ: ອຸຍນີເຊັບ) Visit the COVID-19 Information Center for vaccine resources.Get Vaccine Info

LEAVE A REPLY

Please enter your comment!
Please enter your name here