ເຮືອຣີສອດ ປາກນໍ້າຄານ ຄອງແຊ້ມ ທີ່ທ່າວັດຈັນ ປີ 2022

0
12679

ເຮືອລີສອດປາກນໍ້າຄານ ຄອງແຊ້ມເຈົ້າທ່າໃນບຸນຊ່ວງເຮືອ ທີ່ທ່າວັດຈັນ ປີ 2022

ເຮືອຣີສອດປາກນໍ້າຄານ ໄດ້ຄອງແຊ້ມເຈົ້າທ່າ ໃນງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2022, ໃນວັນທີ 11 ຕຸລາ 2022 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທັງເປັນຮອງຫົວໜ້າຄະນະຊີ້ນໍາ ການຈັດງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນຊ່ວງເຮືອ ປະຈໍາປີ 2022, ມີຄະນະນັກກິລາເຮືອແຕ່ລະພາກສ່ວນ ມວນຊົນຊາງນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມ ຮ່ວມເຊຍຢ່າງຫຼວງຫຼາຍ ໂດຍມີເຮືອເຂົ້າຮ່ວມທັງໝົດ 33 ລໍາ ໃນນັ້ນ ເຮືອປະເພນີຊາຍ (55 ສີພາຍ) ມີ 7 ລໍາ, ເຮືອປະເພນີຍິງ (55 ສີພາຍ) ມີ 5 ລໍາ ແລະ ເຮືອກິລາ (12 ສີພາຍ) ມີ 21 ລໍາ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ກຸ່ມບໍລິສັດດາວເຮືອງ, ຮ້ານອາຫານຟູຈິວະລະ, ບໍລິສັດ ເບຍລາວ, ທະນາຄານພັດທະນາລາວ, ທະນາຄານຮ່ວມພັດທະນາລາວ, ສະພາການຄ້າ ແລະ ອຸດສາຫະກຳການຄ້ານະຄອນຫຼວງວຽງຈັນ, ທະນາຄານສົ່ງເສີມກະສິກຳ ແລະ ບໍລິສັດອື່ນໆທີ່ໃຫ້ການອຸປະຖຳເຂົ້າໃນງານບຸນນີ້.

ການແຂ່ງຂັນຊ່ວງເຮືອປະເພນີ ປະເພດ 55 ສີພາຍ ຊາຍ ມີເຮືອ 7 ລໍາ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ກ ມີນະຄອນຫຼວງ ອຸດສາຫະກຳເຫລັກ (ຊຽງຄວນ) ບ້ານຫາດສວນ ຣີສອດປາກນໍ້າຄານ (ບໍລິສັດແສງເພັດ ເກັບກູ້ລະເບີດ) ແຊັມເກົ່າ ແລະ ເມືອງໄຊທານີ (ບ້ານຫາດກ້ຽງ) ກຸ່ມ ຂ ທິດາສາຍແວວ (ທະນາຄານພັດທະນາລາວ) ທິດາສ້ອຍຟ້າ (ບ້ານຫາຍໂສກ ເມືອງສີສັດຕະນາກ) ແລະ ສີຖານໃຕ້ (ພອນພຣະແກ້ວ), ຜ່ານການແຂ່ງຂັນຜົນປາກົດວ່າ: ຊະນະເລີດ ໄດ້ແກ່ເຮືອຣີສອດປາກນໍ້າຄານ ໄດ້ຮັບຂັນໜູນວຽນ, ອັນດັບ 2 ເຮືອນະຄອນຫລວງອຸດສາຫະກໍາ, ອັນດັບ 3 ເຮືອທິດາສາຍແວວ ແລະ ອັນດັບ 4 ເຮືອພອນພະແກ້ວ.

ສ່ວນປະເພດເຮືອ 55 ສີພາຍ ຍິງ, ມີເຮືອ 5 ລໍາ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ກ ມີ ບ້ານຫາດສ້ຽວ (ທິດາສາຍແວວ) ບ້ານຫາດສວນ (ແຂວງວຽງຈັນ) ແລະ ເມືອງໄຊທານີ ກຸ່ມ ຂ ບໍສັດ ດວງຕາ ຫີນ-ຊາຍ (ຊຽງຄວນ) ແລະ ບ້ານທ່າພະ ຜ່ານການແຂ່ງຂັນ, ຊະນະເລີດ ໄດ້ແກ່ເຮືອບໍລິສັດດວງຕາ ຫີນ-ຊາຍ, ອັນດັບ 2 ເຮືອທິດາສາຍແວວ (ບ້ານຫາດສ້ຽວ), ອັນດັບ 3 ເຮືອ 3K ຂຸດຄົ້ນບໍ່ແຮ່ (ບ້ານທ່າພະ) ແລະ ອັນດັບ 4 ເຮືອເມືອງໄຊທານີ. ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ຄື:

ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລ ມູນຄ່າ 19,7 ລ້ານກີບ, ພ້ອມເງິນລາງວັນ 20 ລ້ານກີບ; ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15,25 ລ້ານກີບ, ພ້ອມເງິນລາງວັນ 15 ລ້ານກີບ; ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12 ລ້ານກີບ ພ້ອມເງິນລາງວັນ 10 ລ້ານກີບ ແລະ ລາງວັນທີ 4 ໄດ້ຮັບເງິນລາງວັນ 6 ລ້ານກີບ. ສໍາລັບແຂ່ງຂັນຊ່ວງເຮືອກີລາ 12 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 21 ລໍາ ແບ່ງອອກເປັນ 4 ກຸ່ມ ຜ່ານການແຂ່ງຂັນ ໃນວັນທີ 10 ຕຸລາ 2022 ຊະນະເລີດ ໄດ້ແກ່ເຮືອບໍລິສັດອະພິມາ (ເມືອງວັງວຽງ) ໄດ້ຮັບຂັນໂລ+ເງິນລາງວັນ 10 ລ້ານກີບ, ອັນດັບ 2 ເຮືອສູນຄົ້ນຄວ້າສາຍພັນເຂົ້າ-ບໍລິສັດເດດນະຄອນຂົນສົ່ງ ໄດ້ຮັບຂັນໂລ+ເງິນລາງວັນ 8 ລ້ານກີບ, ອັນດັບ 3 ເຮືອໂຕໂນພາລວຍ ໄດ້ຮັບຂັນໂລ+ເງິນລາງວັນ 6 ລ້ານກີບ ແລະ ອັນດັບ 4 ບ້ານທ່າເດື່ອ ໄດ້ຮັບເງິນລາງວັນຊົມເຊີຍ 4 ລ້ານກີບ.

ຂ່າວ-ພາບ: ສຸກສະຫວັດ

LEAVE A REPLY

Please enter your comment!
Please enter your name here