ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໃຫ້ສໍາພາດຕໍ່ສຳນັກຂ່າວ

0
2657

(ສພຊ) ໃນວັນທີ 10 ຕຸລາ 2022 ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ໃຫ້ສໍາພາດຕໍ່ສຳນັກຂ່າວ ITAR TASS ຂອງສະຫະພັນຣັດເຊຍ ວ່າ: ລາວ-ຣັດເຊຍ ໄດ້ມີມູນເຊື້ອພົວພັນ ແລະ ຮ່ວມມືມາແຕ່ດົນນານ, ຣັດເຊຍ ເປັນເພື່ອນເກົ່າແກ່ຜູ້ສະໜິດສະໜົມ ແລະ ໄວ້ເນື້ອເຊື່ອໃຈ ຂອງປະຊາຊົນລາວບັນດາເຜົ່າ.

ຍັງຈົດຈໍາບຸນຄຸນຂອງປະຊາຊົນໂຊວຽດໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ໃນເມື່ອກ່ອນໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຢ່າງໃຫຍ່ຫຼວງຮອບດ້ານໃຫ້ແກ່ປະຊາຊົນລາວ ເຊິ່ງເປັນການປະ ກອບສ່ວນສຳຄັນໃນໄຊຊະນະປົດປ່ອຍປະເທດຊາດຢ່າງສົມບູນ ໃນປີ 1975.

ໃນເວລາດຽວກັນນັ້ນ, ສະຫະພາບໂຊວຽດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານການກໍ່ສ້າງຊັບພະຍາກອນມະນຸດດ້ວຍການຮັບເອົານັກສຶກສາລາວຫຼາຍພັນຄົນໄປສຶກສາໃນສາຂາອາຊີບຕ່າງໆ ເຊິ່ງປັດຈຸບັນ ພວມເປັນກໍາລັງແຮງເຂັ້ມແຂງໃນກົງຈັກພັກ-ລັດ ສປປລາວ ເຊິ່ງຫຼາຍທ່ານໄດ້ເປັນການນຳຂັ້ນສູງທີ່ສຳຄັນໃນ ສປປລາວ ປັດຈຸບັນ.

ສະຫະພາບໂຊຫວຽດ ໃນເມື່ອກ່ອນໄດ້ຊ່ວຍເຫຼືອພັດທະນາພື້ນຖານໂຄງລ່າງ ອັນສຳຄັນຫຼາຍຢ່າງ ອັນເປັນການປະກອບສ່ວນເຮັດໃຫ້ເສດຖະກິດ-ສັງຄົມຂອງ ສປປລາວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ: ການກໍ່ສ້າງຂົວທາງ, ໂຮງງານ, ໂຮງໝໍ ແລະ ອື່ນໆ. ມາໃນໄລຍະປັດຈຸບັນ, ສະຫະພັນຣັດເຊຍ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອລາວຢ່າງຮອບດ້ານ: ດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດການລົງທຶນ, ສຶກສາ, ວັດທະນະທຳ ແລະ ອື່ນໆ.

ພາຍຫຼັງໄດ້ສ້າງສາຍພົວພັນກັບອາຊຽນ ໃນປີ 1991 ເປັນຕົ້ນມາ, ການຮ່ວມມືອາຊຽນ-ຣັດເຊຍ ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ແລະ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຂອງອາຊຽນໃນປີ 2018.

ການຮ່ວມມື ລະຫວ່າງ ອາຊຽນ-ຣັດເຊຍ ໄດ້ກວມເອົາຫຼາຍຂະແໜງການ ພາຍໃຕ້ການຮ່ວມມື 3 ເສົ້າຄໍ້າອາຊຽນຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ.

ສຳລັບວຽກງານການສຶກສາ ປັດຈຸບັນ. ມາໄລຍະໃໝ່ນີ້, ມີນັກສຶກສາລາວ ໄປຮຽນຢູ່ຣັດເຊຍ ມີຈໍານວນເພີ່ມຂຶ້ນ ໂດຍໄດ້ຮັບທຶນການສຶກສາຈາກລັດຖະບານຣັດເຊຍ ເຊິ່ງປັດຈຸບັນ ລັດຖະບານຣັດເຊຍໄດ້ໃຫ້ທຶນຈໍານວນ 90 ກວ່າຄົນ ໃນແຕ່ລະປີ. ຈໍານວນນັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ ຢູ່ຣັດເຊຍ ມີເຖິງ 699 ຄົນ ໂດຍຮຽນຫຼາຍວິຊາຊີບ ເປັນຕົ້ນແມ່ນການພົວພັນການຕ່າງປະເທດ, ກົດໝາຍ, ເສດຖະກິດ-ການຄ້າ, ວິສະວະກຳສາດ, ແພດສາດ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນວິຊາສຳຄັນໃນການພັດທະນາສ້າງສາປະເທດ. ສປປລາວ ໃນປັດຈຸບັນ ໃນຖານະທີ່ເປັນອະດີດນັກສຶກສາລາວຄົນໜຶ່ງ ທີ່ຮຽນຈົບຈາກມະຫາວິທະຍາໄລໂລໂມໂນຊົບ, ສະຫະພາບໂຊວຽດ, ໃນເວລາເປັນນັກສຶກສາຢູ່ຣັດເຊຍ ໄດ້ຮຽນຮູ້ເຖິງວັດທະນະທຳ-ຮີດຄອງປະເພນີ, ດົນຕີ ແລະ ອາຫານຣັດເຊຍ ຮຽນຮູ້ໄດ້ນ້ຳໃຈເອື້ອເຟື້ອເພື່ອແຜ່, ຄວາມຈິງໃຈ ແລະ ຮັກໄຄ້, ເສຍສະຫຼະຂອງຄົນຣັດເຊຍ. ໃນເວລາຮ່ຳຮຽນຢູ່ມະຫາວິທະຍາໄລໂຣໂມໂນຊົບ ພາສາຣັດເຊຍ ເປັນພາສາທີ່ຍາກ, ວິຊາທີ່ເລືອກຮຽນກໍຍາກ ເພາະຕ້ອງອ່ານຫຼາຍ, ຄົ້ນຄວ້າຫຼາຍ, ແຕ່ກໍມີບັນດາຄູອາຈານ, ເພື່ອນນັກສຶກສາຮຽນຫ້ອງດຽວກັນຊ່ວຍເຫຼືອ ແລະ ບວກກັບຄວາມຕັ້ງໃຈຂອງຕົນ ຈຶ່ງສາມາດຜ່ານຜ່າໄດ້ຄວາມຫຍຸ້ງຍາກຊົ່ວຄາວດັ່ງກ່າວ.

ແຫຼ່ງຂ່າວ, ຮູບພາບ: ຂ່າວ “ຜູ້ແທນປະຊາຊົນ” Phouthen Pasaxon News

LEAVE A REPLY

Please enter your comment!
Please enter your name here