ການແຂ່ງຂັນຢູໂດ ທົ່ວປະເທດ ຊີງຂັນລັດຖະມົນຕີ ສສກ 2022

0
623

ສະໂມສອນ ຢູໂດ ວຽງຈັນ ສາມາດຍາດມາໄດ້ເຖິງ 6 ຫຼຽນຄຳ, 11 ຫຼຽນເງິນ ແລະ 3 ຫຼຽນທອງ ເປັນອັນດັບໜຶ່ງ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນຢູໂດ ຊີງແຊ໋ມທົ່ວປະເທດ ຄັ້ງທີ 11 ປະຈຳປີ 2022 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄປຄອງ ຂະນະທີ່ຮອງເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນ ຢູໂດ ສະຫວັນນະເຂດ ແລະ ອັນດັບທີ 3 ສະຖາບັນກິລາ-ກາຍະກຳ.

ສະຫະພັນກິລາຢູໂດແຫ່ງຊາດ ຈັດການແຂ່ງຂັນຢູໂດ ຊີງແຊ໋ມທົ່ວປະເທດ ຄັ້ງທີ 11 ປະຈຳປີ 2022 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນລະຫວ່າງວັນທີ 15-16 ຕຸລາ ຜ່ານມາ ທີ່ສູນໂບໂດເຊັນເຕີ (ຂ້າງສະໜາມກິລາເຈົ້າອານຸວົງ), ໃຫ້ກຽດເຂົ້າຮ່ວມມອບລາງວັນຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ແລະ ທ່ານ ເຂັມຊາດ ພິລາພັນເດຊ ປະທານສະຫະພັນຢູໂດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຜູ້ອຳນວຍການສະຖາບັນກິລາ-ກາຍະກຳ, ຕາງໜ້າສະຖານທູດຍີ່ປຸ່ນ, ບັນດາຜູ້ໃຫ້ການສະໜັບສະໜູນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ແຕ່ລະສະໂມສອນພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນ.
ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອເປັນການສ້າງໂອກາດໃຫ້ນັກກິລາຮຸ່ນສືບທອດມີຄວາມສາມາດກ້າສະແດງອອກໃນເວທີການແຂ່ງຂັນ ແນໃສ່ສ້າງນັກກິລາກຽມເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ທ້າຍປີນີ້ ພ້ອມທັງເປັນການຄັດເລືອກນັກກິລາດີເດັ່ນກຽມຕາງໜ້າທີມຊາດລາວ ຮ່ວມງານກິລາຊີເກມ ຄັ້ງທີ 31 ທີ່ປະເທດກຳປູເຈຍ ປີ 2023 ແລະ ການແຂ່ງຂັນກິລາເອຊຽນເກມ ທີ່ຫາງໂຈວ ສປ ຈີນ ໃນປີ 2023 ອີກດ້ວຍ.

ລາຍການນີ້ ມີນັກກິລາຢູໂດເຂົ້າຮ່ວມ 121 ຄົນ, ຍິງ 33 ຄົນ ຈາກ 16 ສະໂມສອນ ແບ່ງເປັນ 30 ຮຸ່ນ ປະກອບມີ ປະເພດຮຸ່ນອະນຸຊົນ ຕໍ່າກວ່າ 12 ປີ ມີ 6 ຮຸ່ນນ້ຳໜັກ, ປະເພດເຍົາວະຊົນ ຮຸ່ນອາຍຸ 13-15 ປີ 10 ຮຸ່ນນໍ້າໜັກ, ປະເພດເຍົາວະຊົນ ອາຍຸ 16-20 ປີ 12 ຮຸ່ນນໍ້າໜັກ ແລະ ປະເພດທົ່ວໄປ ອາຍຸ 21 ປີ ຂຶ້ນໄປ 13 ຮຸ່ນນໍ້າໜັກ. ນອກຈາກນັ້ນ, ຍັງມີການຊີງຂັນຊະນະເລີດ ໃນປະເພດຕ່າງໆ ເປັນຕົ້ນແມ່ນຂັນປະເພດທີມຄະແນນລວມດີເດັ່ນ 1 ຂັນ ຂອງທ່ານ ລັດຖະມົນຕີ ສສກ ແລະ ຂັນປະເພດທີມຊະນະເລີດ 1 ຂັນ ຂອງທ່ານປະທານສະຫະພັນກິລາຢູໂດແຫ່ງຊາດ ພ້ອມທັງຂັນລາງວັນປະເພດນັກກິລາດີເດັ່ນ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດອາຍຸ -12 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ -12 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 13-15 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ 13-15 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 16-20 ປີ, ຂັນລາງວັນນັກກິລາດີເດັ່ນຍິງ ປະເພດ ອາຍຸ 16-20 ປີ, ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 21 ປີຂຶ້ນໄປ ແລະ ຂັນລາງວັນນັກກິລາດີເດັ່ນຊາຍ ປະເພດ ອາຍຸ 21 ປີຂຶ້ນໄປ.
ຜ່ານການແຂ່ງຂັນປະກົດວ່າ: ສະໂມສອນ ວຽງຈັນ ສາມາດຄອງເຈົ້າຫຼຽນຄຳ ດ້ວຍການກວາດທັງໝົດ 6 ຫຼຽນຄຳ, 11 ຫຼຽນເງິນ ແລະ 3 ຫຼຽນທອງ ຂະນະທີ່ຮອງເຈົ້າຫຼຽນຄຳ ຕົກເປັນຂອງສະໂມສອນ ຢູໂດ ສະຫວັນນະເຂດ ຍາດໄດ້ 6 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ, ອັນດັບທີ 3 ສະຖາບັນກິລາ-ກາຍະກຳ ຍາດໄດ້ 5 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ, ອັນດັບທີ 4 ສະໂມສອນ Ippon Judo Club ຈາກປະເທດໄທ ຍາດໄດ້ 5 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 5 ສະໂມສອນ Blue Tree Phuket ຈາກປະເທດໄທ ຍາດໄດ້ 5 ຫຼຽນຄຳ, 1 ຫຼຽນເງິນ ແລະ ອັນດັບທີ 6 ສະໂມສອນ ກະຊວງປ້ອງກັນປະເທດ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ພິເສດນອກຈາກນີ້ ກໍຍັງມີການແຂ່ງຂັນຢູໂດປະເພດຕໍ່ສູ້ທີມ ຜົນປະກົດວ່າ ຊະນະເລີດ ຕົກເປັນຂອງ ສະໂມສອນ Ippon Judo Club, ອັນດັບທີ 2 ສະໂມສອນ ວຽງຈັນ ແລະ ອັນດັບທີ 3 ສະໂມສອນ Blue Tree Phuket.
ລາຍການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເຄພີ ຈຳກັດ, ບໍລິສັດ ລາວໂຕໂຢຕ້າ ບໍລິການ ຈຳກັດ, ບໍລິສັດ ເຄພີ 3G ໂນມຸນ, ບໍລິສັດ ຄຣູສະປອດ ຈຳກັດ, ບໍລິສັດ ເຄພີ ບິວ ຈຳກັດ (ສະຫວັນນະເຂດ), ພະແນກຂາຍນ້ຳມັນເຄື່ອງແຊວ ເຄພີ, ພະແນກຢາງ ບຣີດສະໂຕນ ເຄພີ, ບໍລິສັດ ທິບພະຍະປະກັນໄພ ຈຳກັດ, ບໍລິສັດ ຄູໂບຕ້າ ລາວໂຊນ ຈຳກັດ, ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ, ບໍລິສັດ ເທບຈະເລີນ ຊະມຸນຕີ, KSP, ບໍລິສັດ ອີຊູຊຸ ລາວ, KP Logistic, ບໍລິສັດ ອີໂນະຈິໂອະ ເຄພີ ລາວ ຈຳກັດ, ບໍລິສັດ ຟ້າໃຫຍ່ ມີເດຍ ຈຳກັດ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here