ຮອງປະທານປະເທດ ໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ຈາກລັດຖະບານຍີ່ປຸ່ນ

0
1369

ໃນວັນທີ 3 ພະຈິກ ຜ່ານມາ, ລັດຖະບານຍີ່ປຸ່ນ ໄດ້ປະກາດລາຍຊື່ຊາວຕ່າງຊາດຜູ້ທີ່ໄດ້ຮັບຫລຽນກຽດຕິຄຸນ ປະຈຳປີ 2022 ແລະ ໄດ້ປະ ດັບຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ໃຫ້ ທ່ານນາງ ປານີ ຢາທໍ່ຕູ້ ທີ່ມີຜົນງານການປະກອບສ່ວນອັນໃຫຍ່ຫລວງ ເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ມິດຕະພາບອັນດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງຫລຽນກຽດຕິຄຸນອາທິດອຸໄທ ຊັ້ນ I ເປັນຫລຽນອັນຊົງກຽດຂອງປະເທດຍີ່ປຸ່ນ ທີ່ມອບໃຫ້ແກ່ບຸກຄົນຜູ້ທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃນການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍ.

ໃນໄລຍະທີ່ ທ່ານນາງ ປານີ ຢາທໍ່ຕູ້ ດຳລົງຕຳແໜ່ງປະທານສະພາແຫ່ງຊາດ (2010-2021), ທ່ານໄດ້ປະກອບສ່ວນ ສໍາຄັນໃນການພັດທະນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງກວ້າງຂວາງ ກັບປະເທດຍີ່ປຸ່ນ, ທ່ານມີບົດບາດສໍາຄັນໃນການແລກປ່ຽນຢ້ຽມຢາມລະຫວ່າງລັດຖະສະພາທັງສອງຝ່າຍ ໂດຍໄດ້ໄປຢ້ຽມຢາມຍີ່ປຸ່ນເຖິງ 3 ຄັ້ງ ແລະ ເປັນເຈົ້າພາບຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງ ຄະນະລັດຖະສະພາຍີ່ປຸ່ນ, ນອກນັ້ນທ່ານຍັງໄດ້ນໍາພາ ແລະ ສົ່ງເສີມໂຄງການຮ່ວມມືຍີ່ປຸ່ນ-ລາວ ໃນຫລາຍຂະແໜງການ. ປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍ ທ່ານນາງ ປານີ ຢາທໍ່ຕູ້ ແລະ ທ່ານ ທາກິລັດຖະມົນຕີກະຊວງຍຸຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ, ປະມວນກົດໝາຍແພ່ງສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັ້ນສູງສຸດທາງດ້ານນິຕິກຳລະຫວ່າງສອງປະເທດ, ເຊິ່ງກົດໝາຍແພ່ງລາວ ສະບັບປີ 2018 ກໍໄດ້ຮັບການອະນຸມັດ ໂດຍ ທ່ານນາງ ປານີ ຢາທໍ່ຕູ້ ໃນຖານະປະທານສະພາແຫ່ງຊາດ ເຊັ່ນດຽວກັນ.

ປີ 2015 ທ່ານນາງ ປານີ ຢາທໍ່ຕູ້ ໄດ້ເຂົ້າຮ່ວມກອງປະຊຸມ “WAW! 2015” ທີ່ຍີ່ປຸ່ນ ເຊິ່ງເປັນກອງປະຊຸມສາກົນ ກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ໃນນາມຜູ້ນຳຍິງ ຕົວແທນຂອງປະເທດລາວ ທ່ານໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງເພື່ອຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມຂອງແມ່ຍິງ ຊຶ່ງຖືວ່າເປັນໜຶ່ງໃນວຽກງານບູລິມະສິດທີ່ຍີ່ປຸ່ນ ໃຫ້ຄວາມສໍາຄັນສູງສຸດ. ພ້ອມນີ້, ທ່ານຍັງໄດ້ສະແດງເຈດຈຳນົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານບັນດາບູລິມະສິດເຫລົ່ານີ້ອອກໄປສູ່ສັງຄົມສາກົນ, ໃນໄລຍະການຢ້ຽມຢາມ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ພົບກັບຜູ້ນຳຍີ່ປຸ່ນຫລາຍທ່ານເຊັ່ນ: ນາຍົກລັດຖະມົນຕີ ທ່ານ ຊິນໂຊ ອາເບະ ປະທານລັດຖະສະພາ ແລະ ປະທານສະພາຜູ້ແທນລາສະດອນຂອງຍີ່ປຸ່ນ, ພ້ອມນັ້ນ ກໍໄດ້ມີໂອກາດພົບກັບສະມາຊິກສະພາຍິງ ຜູ້ທີ່ເປັນໜຶ່ງໃນຄະນະມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ ອີກດ້ວຍ. ນອກຈາກການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍທາງດ້ານການເມືອງ ແລະ ການທູດແລ້ວ, ທ່ານຍັງຊຸກຍູ້ການແລກປ່ຽນສ່ວນບຸກຄົນລະຫວ່າງການນຳແມ່ຍິງ ຂອງສອງປະເທດ.

ໃນນາມຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານນາງ ປານີ ຢາທໍ່ຕູ້ ກໍໄດ້ສືບຕໍ່ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນສອງຝ່າຍ ຍີ່ປຸ່ນ ແລະ ລາວ, ໃນເດືອນສິງຫາ 2021 ທ່ານໄດ້ເຂົ້າຮ່ວມພິທີມອບວັກຊິນ ເພື່ອສົ່ງເສີມມາດຕະການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ສະໜອງໂດຍປະເທດຍີ່ປຸ່ນ, ທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນ ຂອງລັດຖະບານຍີ່ປຸ່ນ ເຊິ່ງສະແດງອອກເຖິງສາຍພົວພັນມິດຕະພາບ ອັນດີງາມ ລະ ຫວ່າງສອງປະເທດ ແລະ ຫວັງວ່າຈະໄດ້ເຫັນການປະກອບສ່ວນຂອງ ທ່ານນາງ ປານີ ຢາທໍ່ຕູ້ແລະ ບົດບາດທີ່ຫ້າວຫັນຢ່າງຕໍ່ເນື່ອງ ໃນການຊຸກຍູ້ສົ່ງເສີມການຮ່ວມມືຢ່າງສະໜິດແໜ້ນ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ຍີ່ປຸ່ນ ແລະ ລາວ ຕໍ່ໄປ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here