ສະຫວັນນະເຂດ ກຽມຈັດຄາຣາວານລົດຖີບ 2 ຝັ່ງຂອງ

0
1249

ແຂວງສະຫວັນນະເຂດ ໄດ້ຈັດພິທີຖະແຫຼງຂ່າວການກະກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງເຊື່ອມໂຍງການທ່ອງທ່ຽວລາວ-ໄທ ກໍຄືແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ ໃຫ້ກັບມາມີບັນຍາກາດຟົດຟື້ນອີກຄັ້ງ ພາຍຫຼັງຈາກການເປີດປະເທດຢ່າງເຕັມຮູບແບບໃນວັນທີ 9 ພຶດສະພາ 2022 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການທ່ອງທ່ຽວຢຸດ ສະຫງັດ.

ພິທີຖະແຫຼງຂ່າວຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 2 ພະຈິກ 2022 ທີ່ຫ້ອງປະຊຸມພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ໂດຍເປັນກຽດຖະແຫຼງຂ່າວຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ, ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ, ມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດກິດຈະກໍາໃນຄັ້ງນີ້ ແນໃສ່ສົ່ງເສີມການທ່ອງທ່ຽວ ເຊື່ອມໂຍງສາຍສໍາພັນທ່ອງທ່ຽວ ລາວ-ໄທ ກໍຄືແຂວງສະຫວັນນະເຂດ ແລະ ແຂວງມຸກດາຫານ). ພ້ອມກັນນັ້ນຍັງເປັນການຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງສະຫວັນນະເຂດ ພາຍຫຼັງຈາກການເປີດປະເທດ ຢ່າງເຕັມຮູບແບບໃນວັນທີ 9 ພຶດ ສະພາ 2022 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາໂຄວິດ-19 ເຮັດໃຫ້ການທ່ອງທ່ຽວ ຢຸດສະຫງັດ ເວົ້າລວມ, ເວົ້າສະເພາະແມ່ນບັນດາທຸລະກິດໃນຂະແໜງການທ່ອງທ່ຽວຂອງແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງຮ້າຍແຮງ ເປັນຕົ້ນແມ່ນຜູ້ໃຫ່ບໍລິກການດ້ານທີ່ພັກ, ຮ້ານອາຫານ, ຮ້ານບັນເທີງແຫຼ່ງທ່ອງທ່ຽວ ແລະ ອື່ນໆ ແມ່ນຖືກກະທົບເກືອບທັງໝົດ. ດັ່ງນັ້ນ, ເພື່ອເປັນການກະຕຸກຊຸກຍູ້ດ້ານເສດຖະກິດ, ສົ່ງເສີມການທ່ອງທ່ຽວ ແລະ ທັງເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາແຂວງສະຫວັນນະເຂດໃຫ້ຫຼາຍຂຶ້ນ.

ສຳລັບກິດຈະກໍາຈັດຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວລາວ-ໄທ ແມ່ນຈະຈັດຂຶ້ນໃນວັນທີ 13 ພະຈິກ 2022 ທີ່ນະຄອນ ໄກສອນພົມວິຫານ ແຂວງສະຫວັນນະເຂດ. ຊຶ່ງໃນກິດຈະກຳຄັ້ງນີ້ ແມ່ນປະກອບມີ ຮ່ວມຂະບວນຖີບລົດ ມິດຕະພາບລາວ-ໄທ (ສະຫວັນນະເຂດ-ມຸກດາຫານ) ຕາມລາຍການທ່ອງທ່ຽວ ເຊັ່ນ: ເຂົ້ານະມັດສະການພະທາດອິງຮັງ ແລະ ບູຊາ ຮູບປັ້ນພຣະຍານາກ ເພື່ອເປັນສິລິມຸງຄຸນ ແລະ ຂີ່ລົດທ່ຽວຊົມທັດສະນີຍະພາບແຄມຂອງ, ມົນສະເໜ່ຂອງຕົວເມືອງເກົ່າ ແລະ ແຫຼ່ງທ່ອງທ່ຽວອື່ນໆ; ຊົມການສະແດງສິລະປະ-ວັດທະນະທໍາບົດຟ້ອນ, ຂັບລໍາ ແລະ ການສະແດງ ທີ່ເປັນເອກະລັກຂອງແຂວງ ກໍຄືນະຄອນໄກສອນພົມວິຫານ.

ພ້ອມນັ້ນ, ໃນຄໍ່າຄືນຂອງວັນທີ 13 ພະຈິກ 2022 ແມ່ນຈະມີການຕ້ອນຮັບນັກທ່ອງທ່ຽວທີ່ຄ້າງຄືນຈໍານວນໜຶ່ງ ໂດຍການບາສີສູ່ຂວັນ, ຮ່ວມແລກປ່ຽນວັດທະນະທໍາ 2 ຝັ່ງຂອງ ລາວ-ໄທ ແລະ ໃນຕອນເຊົ້າວັນທີ 14 ພະຈິກ 2022 ມີການໃສ່ບາດ 2 ຝ່ັງຂອງ ເຊື່ອມໂຍງການທ່ອງທ່ຽວຮ່ວມກັນ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here