ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ

0
849

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ ໂຮງແຮມ Phnom Penh. ພາຍໃນການພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆຂອງສອງລັດຖະບານໃນໄລ ຍະທີ່ຜ່ານມາ, ເຊິ່ງເຫັນວ່າໄດ້ຮັບການຈັດ ຕັ້ງປະຕິບັດໃຫ້ສໍາເລັດແລ້ວຫຼາຍໂຄງ ການ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ກໍາລັງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022 ນີ້. ພ້ອມນັ້ນ, ສອງຝ່າຍ ກໍ່ໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງໃຫ້ສໍາເລັດໂດຍໄວ ໂດຍສະເພາະແມ່ນການຮ່ວມມືທາງດ້ານພະລັງງານນໍ້າມັນເຊື້ອໄຟ, ໂຄງການທ່າເຮືອຫວຸງອ່າງ, ໂຄງ ການບໍ່ເກືອກາລີ ຢູ່ ແຂວງຄໍາມ່ວນ, ໂຄງ ການສະໜາມບິນໜອງຄ້າງ ແລະ ອື່ນໆ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະ ບານ ຄັ້ງທີ 45 ກໍ່ຄື ການຢ້ຽມຢາມທາງ ການ ແລະ ປິດປີສາມັກຄີມິດຕະພາບ 2022 ຢູ່ ສປປ ລາວ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຈະມີຂຶ້ນໃນທ້າຍເດືອນທັນວາ 2022 ນີ້. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບ ໃຈຕໍ່ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນດ້ານຕ່າງໆຕະຫຼອດມາ, ເຊິ່ງເປັນການປະ ກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດຂອງສອງຊາດ ລາວ- ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍບັນດາປະມຸກລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ, ພະມະຫາ ກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10-13 ພະຈິກ 2022 ທີ່ ພະນົມ ເປັນ, ຣາຊະອານາຈັກກໍາປູເຈຍ.

ໃນຕອນບ່າຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະ ຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ.

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຂະ ບວນການສ້າງປະຊາຄົມອາຊຽນ ພ້ອມທັງສະເໜີໃຫ້ ສະມັດຊາລັດຖະສະພາ ລະ ຫວ່າງຊາດອາຊຽນ ເອົາໃຈໃສ່ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃຫ້ຫຼາຍຂຶ້ນ ແນໃສ່ເຮັດໃຫ້ປະຊາຊົນໄດ້ຮັບຜົນປະ ໂຫຍດຢ່າງແທ້ຈິງຈາກຂະບວນການສ້າງປະຊາຄົມອາຊຽນ ກໍຄືຄວາມພະຍາຍາມໃນການຟື້ນຟູເສດຖະກິດ-ສັງຄົມ ໃນທ່າມກາງສະພາບເສດຖະກິດໂລກມີຄວາມຫຍຸ້ງຍາກ, ອັດຕາເງິນເຟີ້ສູງ ແລະ ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ.

ໃນການພົບປະກັບຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ຢໍ້າຄືນບົດບາດສໍາຄັນຂອງຊາວຫນຸ່ມທີ່ຈະເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະ ກິດ-ສັງຄົມ. ສະນັ້ນ, ຊາວໜຸ່ມຈະຕ້ອງໄດ້ເພີ່ມທະວີພັດທະນາຂີດຄວາມສາມາດຂອງຕົນຢ່າງຮອບດ້ານ, ມີລະບົບ, ແບບ ແຜນ ແລະ ມີເປົ້າໝາຍແນ່ນອນ ໂດຍສະເພາະ ໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍໃນຕໍ່ໜ້າ.

ສໍາລັບການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດວຽກງານຂອງສະພາທີ່ປຶກສາທຸລະກິດອາຊຽນ ກໍຄື ການປະກອບສ່ວນອັນໃຫຍ່ຫຼວງຂອງພາກທຸລະກິດໃນການແກ້ໄຂ ແລະ ຊ່ວຍຟື້ນຟູເສດຖະກິດ- ສັງຄົມ ຈາກຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຊຸກຍູ້ໃຫ້ພາກທຸລະກິດ ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມໃນຂົງເຂດການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດດ້ານຕ່ອງໂສ້ການສະໜອງ ແລະ ການສ້າງວຽກເຮັດງານທໍາໃນຂົງເຂດຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ແນໃສ່ສ້າງເສດຖະກິດຂອງພາກພື້ນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here