ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ທີ່ປະເທດກຳປູເຈຍ

0
1405

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17

ວັນທີ 13 ພະຈິກ 2022 ທີ່ ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການຟື້ນຟູຮອບດ້ານຫຼັງພະຍາດໂຄວິດ-19” ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17, ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ການເປັນປະທານຂອງ ກໍາປູເຈຍ ໂດຍມີບັນດາປະມຸກລັດ/ຫົວໜ້າລັດຖະບານອາຊຽນ, ເລຂາທິການໃຫຍ່ອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຜູ້ນໍາອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ກອງປະຊຸມສາກົນອາຊຽນ ຄັ້ງທີ 2 ເປັນການສ້າງໂອກາດໃຫ້ຜູ້ນໍາອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຫົວໜ້າອົງການຈັດຕັ້ງສາກົນ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືເພື່ອຟື້ນຟູຢ່າງຮອບດ້ານຈາກຜົນກະທົບພະຍາດໂຄວິດ-19. ໃນນີ້, ບັນດາຜູ້ນໍາຂອງຫລາຍປະເທດ ແລະ ຜູ້ຕາງຫນ້າອົງການ ໄດ້ແລກປ່ຽນບົດຮຽນໃນການຟື້ນຟູ ເສດຖະກິດ ໃນພາກພື້ນ ກໍຄື ຂອງບັນດາປະເທດຕ່າງໆ ແລະ ໄດ້ເນັ້ນຢໍ້າການເພີ່ມທະວີການຮ່ວມມືພາກພື້ນ ແລະ ສາກົນ ໂດຍຖືເອົາບັນຫາການຟື້ນຟູຈາກຜົນກະທົບໂຄວິດ-19 ເປັນວາລະສໍາຄັນ ແນ່ໃສ່ສ້າງພາກພື້ນໃຫ້ມີຄວາມເຂັ້ມແຂງ, ກວມລວມ ແລະ ຍືນຍົງ.

ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17 ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ຂະແໜງການບູລິມະສິດຂອງ EAS ເຊັ່ນ: ການເງິນ, ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ສາທາລະນະສຸກ ແລະ ພະຍາດຕິດແປດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດຖະກິດ ແລະ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮ່ວມມືທາງທະເລ. ບັນດາຜູ້ນຳ ໄດ້ໃຫ້ຄວາມໝາຍໝັ້ນເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງໂຄວິດ-19 ແລະ ສ້າງຄວາມອາດສາມາດທາງດ້ານສາທາລະນະສຸກ ເພື່ອຮັບມືກັບໂລກລະບາດໃນຕໍ່ຫນ້າ ທັງນີ້ກໍເພື່ອເປັນ ການຮັບປະກັນພັດທະນາແບບຍືນຍົງຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ.

ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການພັດທະນາພະລັງງານແບບຍືນຍົງ ແລະ ສະອາດ, ການສົ່ງເສີມບົດບາດແມ່ຍິງໃນທຸກດ້ານຂອງສັງຄົມ ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ກອງປະຊຸມຍັງໄດ້ເນັ້ນໜັກ ຄວາມສໍາຄັນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຊຶ່ງເປັນເວທີປຶກສາຫາລືສຳລັບຜູ້ນຳ ກ່ຽວກັບ ບັນຫາຍຸດທະສາດ, ບັນຫາການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ.

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະເຂົ້າຮ່ວມພິທີປິດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ແລະ ພິທີມອບຫນ້າທີ່ປະທານອາຊຽນໃຫ້ແກ່ ອິນໂດເນເຊຍ ສໍາລັບປີ 2023.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here