ການແຂ່ງຂັນກິລາຍິງປືນ “ຊຽງຂວາງ ເກມ”

0
2687

ການແຂ່ງຂັນກິລາຍິງປືນ ງານມະຫາກຳກິລາຊາດ ຄັ້ງທີ 11 ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈັດຂຶ້ນທີ່ສະໜາມກິລາຝຶກຊ້ອມ 5 ເມສາ ລະຫວ່າງວັນທີ 14-20 ພະຈິກ 2022 ມາຮອດປັດຈຸບັນທັບນັກແມ້ນປືນກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ສາມາດກວາດໄດ້ເຖິງ 6 ຫຼຽນຄຳ ພ້ອມນຳເປັນເຈົ້າຫຼຽນຄຳ. ຂະນະທີ່ ກະຊວງປ້ອງກັນປະເທດ ແຊ໋ມຫຼຽນຄຳ ປີ 2014 ກໍບໍ່ນ້ອຍໜ້າເຊັ່ນກັນຍາດມາໄດ້ແລ້ວ 4 ຫຼຽນຄຳ ຈີ້ຫຼັງຢ່າງຕິດໆ.

ພາຍຫຼັງທີ່ໄດ້ມີການແຂ່ງຂັນມາແຕ່ວັນທີ 14 ພະຈິກ ຜ່ານມາ ຮອດປັດຈຸບັນ ກໍສາມາດແຂ່ງຂັນສຳເລັດໄປແລ້ວບາງລາຍການ, ໃນນັ້ນນັກກິລາແມ້ນປືນ ປກສ ສາມາດສ້າງຜົນງານຢ່າງໂດດເດັ່ນ ກວາດໄປ 6 ຫຼຽນຄຳ ຈາກປະເພດ ປືນສັ້ນອັດລົມ ໄລຍະ 10 ແມັດດ່ຽວຍິງ, ປືນສັ້ນອັດລົມ ໄລຍະ 10 ແມັດທີມຍິງ, ປືນສັ້ນອັດລົມ ໄລຍະ 10 ແມັດດ່ຽວຊາຍ, ປືນສັ້ນອັດລົມ ໄລຍະ 10 ແມັດທີມຊາຍ, ປືນສັ້ນຍິງຊ້າ 50 ແມັດດ່ຽວຊາຍ ແລະ ປືນຍາວອັດລົມ ໄລຍະ 10 ແມັດດ່ຽວຊາຍ. ສ່ວນກອງທັບ ໄລ່ມາເປັນອັນດັບທີ 2 ຍາດໄດ້ແລ້ວ 4 ຫຼຽນຄຳ ຈາກປືນຍາວອັດລົມ ໄລຍະ 10 ແມັດທີມຊາຍ 1 ຫຼຽນຄຳ, ປືນຍາວອັດລົມ ໄລຍະ 10 ແມັດດ່ຽວຍິງ 2 ຫຼຽນຄຳ ແລະ ປືນສັ້ນຍິງຊ້າ 50 ແມັດທີມຊາຍ 1 ຫຼຽນຄຳ.

ການແຂ່ງຂັນຍິງປືນ ຊຽງຂວາງ ເກມ ໄດ້ແບ່ງການແຂ່ງຂັນອອກເປັນ 3 ໄລຍະແຂ່ງຂັນ ກໍຄື ໄລຍະທີ 1 ແລະ ໄລຍະທີ 2 ແຂ່ງຂັນ ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ ແລະ ໄລຍະທີ 3 ແຂ່ງຂັນ ທີ່ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ຊຶ່ງມີການຊີງໄຊທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ ສຳລັບໄລຍະທຳອິດ ແມ່ນແຂ່ງຂັນ ລະຫວ່າງວັນທີ 14-20 ພະຈິກ 2022 ມີການຊີງໄຊ 18 ຫຼຽນຄຳ, 18 ຫຼຽນເງິນ ແລະ 36 ຫຼຽນທອງ ປະກອບມີ ປືນສັ້ນອັດລົມ ໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ-ຊາຍ, ປືນຍາວອັດລົມ ໄລຍະ 10 ແມັດດ່ຽວ ແລະ ທີມຍິງ-ຊາຍ, ປືນສັ້ນຍິງຊ້າ 50 ແມັດໄລຍະ 10 ແມັດດ່ຽວ ແລະ ທີມຊາຍ, ປືນຍາວທ່ານອນໄລຍະ 10 ແມັດດ່ຽວ ແລະ ທີມຍິງ, ປືນຍາວ 3 ທ່າ ຊາຍ ແລະ ປືນຍາວ 3 ທ່າ ໄລຍະ 10 ແມັດ ດ່ຽວ ແລະ ທີມຍິງ-ຊາຍ.

ສ່ວນໄລຍະທີສອງ ແຂ່ງຂັນລະຫວ່າງວັນທີ 23-29 ພະຈິກ ມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດ ປືນຍາວເປົ້າເລື່ອນ ຫຼື ປະເພດປືນເທັນນິ້ງ ທາເກັດ, ໃນນັ້ນ ປະກອບມີ ລາຍການຍິງພາກຊ້າ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 8 ຫຼຽນທອງ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ຍິງພາກປະສົມ ຊ້າບວກໄວ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 8 ຫຼຽນທອງ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ.

ຂະນະທີ່ໄລຍະສຸດທ້າຍ ຂອງການແຂ່ງຂັນ ແມ່ນເລີ່ມລະຫວ່າງວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບ ປກສ ແຂວງຊຽງຂວາງ ມີການຊີງໄຊ 8 ຫຼຽນຄຳ, 8 ຫຼຽນເງິນ ແລະ 16 ຫຼຽນທອງ ຈາກປະເພດ ປືນສັ້ນ 15 ແມັດ 4 ຫຼຽນຄຳ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ແລະ ປືນສັ້ນ 25 ແມັດ 4 ຫຼຽນຄຳ ຈາກດ່ຽວຍິງ-ຊາຍ ແລະ ທີມຍິງ-ຊາຍ ໂດຍພິທີມອບຫຼຽນທັງໝົດ 34 ຫຼຽນຄຳ, 34 ຫຼຽນເງິນ ແລະ 68 ຫຼຽນທອງ ແມ່ນຈະຈັດຂຶ້ນໃນວັນທີ 16 ທັນວາ 2022.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here