ກອງປະຊຸມທະວິພາຄີປະຈໍາປີ 2022

0
783

ໃນລະຫວ່າງວັນທີ 20-23 ພະຈິກ 2022 ຄະນະຜູ້ແທນຂອງ ທະນາຄານແຫ່ງ ສປປ ລາວ ນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຊຶ່ງໃນຕອນເຊົ້າ, ວັນທີ 21 ພະຈິກ 2022 ທີ່ ນະຄອນພະນົມ, ຣາຊະອານາຈັກ ກຳປູເຈຍ ໄດ້ມີກອງປະຊຸມທະວິພາຄີປະຈໍາປີ 2022 ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທະນາຄານແຫ່ງຊາດ ກຳປູເຈຍ ຊຶ່ງຝ່າຍ ທຫລ ຕາງໜ້າໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ຝ່າຍ ທະນາຄານແຫ່ງຊາດ ກຳປູເຈຍ ຕາງໜ້າໂດຍ ທ່ານ ເຈຍ ຈັນໂຕ ຜູ້ວ່າການ ທະນາຄານແຫ່ງຊາດ ກຳປູເຈຍ ພ້ອມດ້ວຍຄະນະກົມຕາງໜ້າຈາກສອງທະນາຄານກາງ ແລະ ທ່ານເລຂານຸການເອກ, ສະຖານເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຣາຊະອານາຈັກ ກຳປູເຈຍ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວແມ່ນ ເພື່ອເປັນການສະຫຼຸບໝາກຜົນການຮ່ວມມືຂອງຂະແໜງການເງິນ-ເງິນຕາ ໃນໄລຍະ 01 ປີຜ່ານມາ ແລະ ແລກປ່ຽນທັດສະນະໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນໃນຫຼາຍບັນຫາສໍາຄັນຕົ້ນຕໍຄື: ສະພາບເສດຖະກິດມະຫາພາກ, ການດຳເນີນນະໂຍບາຍເງິນຕາ, ວຽກງານຄຸ້ມຄອງທະນາຄານທຸລະກິດລັດ, ການຮ່ວມມືທາງດ້ານວິຊາການ ແລະ ບັນຫາອື່ນໆ ທີ່ສອງຝ່າຍໃຫ້ຄວາມສົນໃຈຮ່ວມກັນ. ນອກນັ້ນ, ໃນຕອນທ້າຍຂອງກອງປະຊຸມຍັງໄດ້ເປີດໂອກາດໃຫ້ ຕາງໜ້ານັກທຸລະກິດຂອງສອງປະເທດ ລາວ-ກຳປູເຈຍ ລາຍງານການດຳເນີນທຸລະກິດ ແລະ ແລກປ່ຽນຂໍ້ຄິດເຫັນນໍາ ການນໍາທະນາຄານກາງຂອງສອງປະເທດ.

ໃນກອງປະຊຸມທະວິພາຄີປະຈໍາປີ 2022 ຄັ້ງນີ້, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ ກໍ່ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກຳທາງການເງິນ ແລະ ລະບົບການຊໍຳລະ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກຳປູເຈຍ.

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງຊາດ ກໍາປູເຈຍ ແລະ ສາມາດບັນລຸຜົນສຳເລັດຕາມລະດັບຄາດ ໝາຍ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຖືເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະກໍ່ຄື ສອງທະນາຄານກາງໃຫ້ນັບມື້ນັບເພີ່ມທະວີຄວາມສະໜິດແໜ້ນ, ຄວາມສາມັກມິດຕະພາບ ແລະ ການຮ່ວມມືທີ່ເລິກຊຶ່ງຫຼາຍຂຶ້ນກວ່າເກົ່າ.

ນອກນີ້, ທະນາຄານແຫ່ງຊາດ ກໍາປູເຈຍ ຍັງໄດ້ມີວາລະພິເສດ ເພື່ອແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ (Sharing FX management experience) ໃຫ້ແກ່ ຜູ້ແທນ ທະນາຄານແຫ່ງ ສປປ ລາວ ຊຶ່ງເປັນບົດຮຽນອັນລໍ້າໃຫ້ແກ່ ທະນາຄານແຫ່ງ ສປປ ລາວ ນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການທະນາຄານ.

ແຫຼ່ງຂ່າວ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR

LEAVE A REPLY

Please enter your comment!
Please enter your name here