ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)

0
849

ນະຄອນຫຼວງວຽງຈັນ, ວັນທີ 18 ພະຈິກ 2022 ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 90,000 ໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນເມືອງວັນ ແຂວງຫົວພັນ ພາຍໃຕ້ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນຮາກຖານ (GGP).

ພິທີເຊັນສັນຍາໂຄງການ ດັ່ງກ່າວໄດ້ຖືກຈັດຂຶ້ນໃນວັນທີ 18 ພະຈິກ 2022 ລະຫວ່າງ ພະນະທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກ ຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ພະນະທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງໆຫົວພັນ ພ້ອມ ດ້ວຍບັນດາຜູ້ກ່ຽວຂ້ອງຈາກແຂວງທີ່ໄດ້ຮັບໂຄງການ.

ໂຄງການດັ່ງກ່າວແມ່ນ ການສະຫນັບສະຫນູນທຶນຮອນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນໍ້າໃຫມ່, ພ້ອມທັງສະຫນອງອຸປະກອນເຄື່ອງໃຊ້ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນເມືອງນັ້ນ ໃນ ແຂວງຫົວພັນ ເພື່ອ ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການສຶກສາ ແລະ ສະພາບສຸຂະອານະໄມຂອງໂຮງຮຽນ

ດັ່ງກ່າວ.

ໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນ ການສະຫນອງທຶນທີ່ຈໍາເປັນ ໃຫ້ແກ່ໂຄງການຂະຫນາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການ ພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ. ລັດ

ຖະບານຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອລັດຖະບານລາວປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອ ຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ”.

LEAVE A REPLY

Please enter your comment!
Please enter your name here