ພິທີແລ່ນທວນໄຟໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

0
3262

ພິທີແລ່ນທວນໄຟໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນຕອນເຊົ້າວັນທີ 12 ທັນວານີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົົງພັນ, ເຈົ້າແຂວງຊຽງຂວາງ, ພ້ອມດ້ວຍຕາງໜ້າຄະນະນໍາ, ຄູຝຶກ ແລະ ນັກນັກລາຈາກແຕ່ລະພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນກິລາຄັ້ງນີ້ເຂົ້າຮ່ວມ.

ການແລ່ນທວນໄຟໃນຄັ້ງນີ້ ເລີ່ມຈາກການຂໍໄຟສັກສິດຢູ່ວັດສັນຕິພາບ, ເມືອງ ແປກ ຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລ້ວສົ່ງຕໍ່ໃຫ້ເຈົ້າແຂວງຊຽງຂວາງ, ເຊີ່ງວັດດັ່ງກ່າວເປັນສະຖານສັກສິດ, ເປັນປູສະນິຍະສະຖານມໍລະດົກວັດທະນາທຳອັນລໍ້າຄ່າ, ເປັນສູນລວມນໍ້າໃຈຂອງຊາວຊຽງຂວາງບັນດາເຜົ່າ, ໂດຍສະເພາະຂອງຊາວເມືອງແປກມາແຕ່ບູຮານນະການ. ທວນໄຟສັກສິດ ຈາກວັດສັນຕິພາບທີ່ສັກສິດແຫ່ງນີ້ຈະກາຍເປັນສັນຍາລັກແຫ່ງຄວາມສາມັກຄີ-ມິດຕະພາບ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງຄະນະນຳນັກກິລາທີ່ມາຈາກບັນດາແຂວງໃນທົ່ວປະເທດ, ພ້ອມກັນສ້າງໃຫ້ໄດ້ນັກກິລາທີ່ດີເດັ່ນໃນວົງການກິລາລາວ ແລະ ເຮັດໃຫ້ການແຂ່ງຂັນໃນຄັ້ງນີ້ ບັນລຸຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ຈາກນັ້ນ ທ່ານເຈົ້າແຂວງຊຽງຂວາງ ໄດ້ມອບທວນໄຟຕໍ່ໃຫ້ນັກກິລາແລ່ນທວນໄຟແລ່ນຜ່ານຈຸດຕ່າງໆ ພາຍໃນເທດສະບານແຂວງໄລຍະທາງຫລາຍກວ່າ 10 ກິໂລແມັດ ເຊີ່ງໄດ້ຮັບການຕ້ອນຮັບຈາກມວນຊົນຊາວແຂວງຊຽງຂວາງເປັນຢ່າງດີ, ແລ້ວໄປສິ້ນສຸດຢູ່ສະໜາມໄຫຫີນ ຫລື ສະໜາມກິລາຂອງແຂວງຊຽງຂວາງແຫ່ງໃໝ່ ເພື່ອກຽມພ້ອມໃຫ້ແກ່ພິທີເປີດການແຂ່ງຂັນຢ່າງເປັນທາງການທີ່ຈະຈັດຂຶ້ນໃນວັນທີ 13 ທັນວານີ້.

ສໍາລັບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-22 ທັນວານີ້ ໂດຍມີແຂ່ງຂັນ 25 ປະເພດກິລາ ຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກ໊ອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ໂດຍມີ 4 ກະຊວງ, 17 ແຂວງ ແລະ 1 ນະຄອນຫຼວງ ເຂົ້າຮ່ວມ. ໃນນີ້ 4 ກະຊວງ ລວມມີ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ, ຈະມີນັກກິລາເຂົ້າຮ່ວມ 3.000 ກ່ວາຄົນ, ຍີງ 1.029 ຄົນ ໂດຍຈະມີການຊີງຫຼຽນທັງໝົດ 1.311 ຫຼຽນ, ໃນນັ້ນ ມີ 365 ຫຼຽນຄໍາ, 365 ຫຼຽນເງີນ ແລະ 581 ຫຼຽນທອງ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here