ຊຸກຍູ້ການຫັນ​ກະ​ສິ​ກຳໄປສູ່ທັນສະໄໝ​ ແລະ ​​ພັດ​ທະ​ນາຢ່າງກົມກຽວ ເພື່ອເສີມສ້າງ “ຄູ່ຮ່ວມຊະຕາກໍາ”

0
2445

​ພໍມາຮອດລະ​ດູ​ເກັບ​ກ່ຽວ ​ໃນນາກໍເຕັມໄປດ້ວຍຮວງ​ເຂົ້າ​, ເພື່ອ​ຕອບ​ສະໜອງ​ຄວາມ​ຫວັງຂອງ​ພະນັກງານ​​ລາວທີ່“ບໍ່ຢາກໃຫ້ແກ່ຍາວເວລາຂອງຊາວນາ ໃນການເອົາ​ເຂົ້າຂຶ້ນ​ເລົ້າ”ໂດຍປະຕິບັດ “ແຜນການບ້ານສວນພະ ນັກງານ” ທີ່ໃຫ້ພະນັກງານຖືວ່າໂຮງງານຄືກັບເຮືອນຂອງຕົນ, ກັງວົນໃນສິ່ງທີ່ພະນັກງານກັງວົນ​, ຄິດໃນສິ່ງທີ່ພະນັກ ງານຄິດ, ຍົກ​ລະດັບຄວາມ​ຮັບ​ຜິດ​ຊອບ ​ແລະ ​ຄວາມ​ສຸກ​ຂອງ​ພະ​ນັກ​ງານ​ທັງ​ໝົດ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ກ່ອນລະ​ດູ​ການ​ເກັບ​ກ່ຽວມາເຖິງ ກໍໄດ້ວາງ​ແຜນ​ການ​ຊ່ວຍ​ເຫລືອເກັບກ່ຽວທີ່​ສົມ​ບູນ​ແບບ​, ໄດ້ຈັດຊື້​ເຄື່ອງ ກົນຈັກ​ກະ​ສິ​ກໍາ​ທີ່​ທັນ​ສະ​ໄໝຫລາຍຄັນ ເພື່ອບໍລິການເກັບກ່ຽວ ແລະ ຈັດສົ່ງເຖິງທີ່ໃຫ້ແກ່ພະນັກງານບໍລິສັດ ແລະ ປະຊາຊົນທີ່ຢູ່ເຂດອ້ອມຂ້າງໂຮງງານໂດຍບໍ່ເສຍຄ່າໃຊ້ຈ່າຍ ເພື່ອ​ໃຫ້​ພະນັກງານ​ລາວ​ທຸກ​ຄົນ ​ແລະ ປະຊາຊົນ​ເຂດ ອ້ອມ​ຂ້າງ​ທີ່​​ຕ້ອງການຄວາມຊ່ວຍເຫລືອ ຕ່າງກໍຮູ້ສຶກໄດ້ເຖິງຄວາມຫວ່ງໄຍຂອງບໍລິສັດ, ໄດ້ຊົມໃຊ້ຜົນ​ປະ​ໂຫຍດ ທີ່ແທ້ຈິງ​, ເອົາພຶດຕິກໍາຕົວຈິງ ເປັນການຕອບຮັບຕໍ່​ຂໍ້​ລິ​ເລີ່​ມເປັນ “ຄູ່ຮ່ວມຊະຕາກໍາ​ຈີນ-ລາວ​”, ເອົາການ​ບໍລິການທີ່​ມີ​ປະສິດທິ​ຜົນສູງ ມາ​ເພີ່ມຜົນ​ເກັບກ່ຽວຈາກການຜະລິດທີ່ອຸດົມສົມບູນຂອງທ້ອງ​ຖິ່ນ​.

ຮູບຖ່າຍລະດັບສາກົນດ້ວຍຄວາມຄິດໃໝ່

ການຊ່ວຍເກັບກ່ຽວເຂົ້າ ແລະ ການ​ຜະລິດໃນໂຮງງານ ໄດ້ຮັບການສົ່ງເສີມ, ການນໍາໃຊ້​ກົນ​ຈັກເປັນການນຳໄປສູ່ການ​ຫັນ​​ກະສິກຳ​ເປັນທັນ​ສະ​ໄໝຂອງ​ລາວ

ປັດຈຸບັນ, ພະນັກງານທີ່ເຂົ້າຮ່ວມວຽກງານການຜະລິດ ແລະ ກໍ່ສ້າງຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາ ກັດ ມີປະມານ 8.000 ຄົນ, ໃນນັ້ນມີພະນັກງານລາວ 5.000 ກວ່າຄົນ, ເຊິ່ງກວມອັດຕາສ່ວນຫລາຍກວ່າ 60%. ເຂົາເຈົ້າເປັນກໍາລັງແຮງ, ເປັນກະດຸກສັນຫລັງທີ່ຂາດບໍ່ໄດ້ສໍາລັບການຜະລິດ ແລະ ການກໍ່ສ້າງທີ່ໝັ້ນຄົງຂອງໂຮງງານ. ທຸກຄັ້ງທີ່ເຖິງລະດູການເກັບກ່ຽວ, ການ​ເກັບ​ກ່ຽວເຂົ້າ​ຂອງຄອບຄົວ ​ແລະ ​ການ​ຜະ​ລິດ​ຂອງ​ບໍ​ລິ​ສັດ ລ້ວນແຕ່ເປັນ​ວຽກງານໃຫຍ່ ແລະ ​ສໍາ​ຄັນ​ສໍາ​ລັບ​ພະ​ນັກ​ງານ​ລາວ​ທຸກ​ຄົນ ເພື່ອແກ້ໄຂຄວາມກັງວົນຂອງພະນັກງານ, ເພື່ອ​ໃຫ້​ພະນັກງານ​ຮູ້​ສຶກ​ເຖິງ​ຄວາມຫວ່ງໃຍຂອງບໍລິສັດຢ່າງ​ແທ້​ຈິງ, ຫລຸດຜ່ອນພາລະດ້ານແຮງ​ງານທີ່ໜັກໜ່ວງ ​ແລະ ດ້ານ​ເສດຖະກິດ​ຂອງ​ພະນັກງານ ແລະ ຄອບຄົວ, ນັບ​ແຕ່​ປີ 2021 ​ເປັນ​ຕົ້ນ​ມາ, ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ່ມປະຕິບັດ​ແຜນ​ການ​ຊ່ວຍ​ເຫລືອເກັບກ່ຽວເຂົ້າ, ໄດ້ຈັດຊື້​ເຄື່ອງ​ກົນຈັກກະ​ສິ​ກຳ​​ທັນ​ສະ​ໄໝ, ໃຫ້ບໍລິການເກັບ ກ່ຽວເຂົ້າ ແລະ ຂົນສົ່ງໃຫ້ແກ່ພະນັກງານ ແລະ ປະຊາຊົນຢູ່ບ້ານອ້ອມຂ້າງໂດຍບໍ່ເສຍຄ່າໃຊ້ຈ່າຍ, ຮັບປະກັນໃຫ້ສະ ບຽງອາຫານທັງໝົດໄດ້ຖືກເກັບກ່ຽວ ແລະ ສົ່ງຂຶ້ນເລົ້າໄດ້ທັນເວລາ. ເອົາພຶດຕິກໍາຕົວຈິງ ມາປະກັນວ່າພະນັກງານ ລາວຍັງ ເຮັດວຽກຕໍ່ໃນໂຮງງານດ້ວຍຄວາມສະບາຍໃຈ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ລະບົບການຜະລິດ ດໍາເນີນໄປ ຢ່າງໝັ້ນທ່ຽງ.

​ໃນ​ປີ​ນີ້​, ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເກັບ​ກ່ຽວ​ເຂົ້າ​ໃຫ້​ດີຍິ່ງຂຶ້ນ ​ແລະ ຂະຫຍາຍ​ຂອບ​ເຂດ​ການ​ຊ່ວຍ​ເຫລືອ, ບໍລິສັດ​ໄດ້​ເພີ່ມ​​ການ​ລົງທຶນ​ດ້ານ​ເຄື່ອງກົນ​ຈັກ, ​ເພີ່ມ​ລົດເກັບກ່ຽວ ແລະ ລົດ​ຂົນ​ສົ່ງ​ຂະ​ຫນາດ​ໃຫຍ່ທີ່ທັນສະ ໄໝ ໂດຍໄດ້ບໍລິການ​ເກັບກ່ຽວ ​ແລະ ​ການ​ຂົນ​ສົ່ງຢ່າງຄົບຂະບວນການ​, ໄດ້ທະລຸການສົ່ງສະບຽງອາຫານຈາກ ທົ່ງ ນາໄປເຖິງເຮືອນທີ່ຖືວ່າເປັນ “ໜຶ່ງກິໂລແມັດສຸດທ້າຍ” ເຊິ່ງເປັນການຍົກລະດັບເກັບກ່ຽວ​ເຂົ້າດ້ວຍເຄື່ອງກົນຈັກ ພາຍໃນທ້ອງຖິ່ນຂຶ້ນສູ່ລະດັບແນ່ນອນໜຶ່ງ, ​ໃຫ້​ປະຊາຊົນ​ອ້ອມ​ຂ້າງ​ຮູ້ສຶກໄດ້ລ່ວງໜ້າ​ເຖິງ​ຜົນ​ປະ​ໂຫຍ​ດທີ່ແທ້ຈິງ ຂອງການ​ຫັນ​​​ກະສິກຳໄປສູ່ທັນ​ສະ​ໄໝ. ອີກດ້ານໜຶ່ງ, ໄດ້ລົງ​ເລິກ​ການ​ສຳ​ຫລວດ​ພາກ​ສະໜາມ, ອີງ​ຕາມ​ແນວ​ພັນ ​ແລະ ການ​ສຸກງອມຂອງ​ເຂົ້າ ເພື່ອແບ່ງເຂດແບ່ງຕອນກຳນົດ​ແຜນການ​ເກັບ​ກ່ຽວ ຍາດແຍ່ງເວລາ​ເກັບ​ກ່ຽວທີ່ມີຄ່າໃຫ້​ມີ​ປະສິດທິ​ຜົນ​ສູງ, ຍົກສູງຄຸນ​ນະພາ​ບການ​ເກັບ​ກ່ຽວ, ​ເລັ່ງຄວາມ​ຄືບ​ໜ້າ​ຂອງ​ການ​ເກັບ​ກ່ຽວ, ຮັບປະກັນ​ໃຫ້ເຂົ້າທຸກ ເມັດໄດ້ຂຶ້ນເລົ້າ.

ອີງຕາມສະຖິຕິ, ການ​ດໍາ​ເນີນ​ງານ​ຊ່ວຍ​ເຫລືອ​ເກັບກ່ຽວເຂົ້າ​​ປີ​ນີ້​ໃຊ້​ເວ​ລາ 40 ກວ່າ​ມື້, ກວມເອົາບັນດາບ້ານ ເຂດອ້ອມຂ້າງເກືອບ 30 ບ້ານ, ໄລຍະທາງເກືອບ 1.000 ກິໂລແມັດ, ເນື້ອທີ່ເກັບກ່ຽວເຂົ້າໄດ້ 76 ເຮັກຕາ; ເກັບກ່ຽວເຂົ້າເປືອກໄດ້ 154 ໂຕນ, ເຊິ່ງປະຢັດຄ່າໃຊ້ຈ່າຍໃນການເກັບກ່ຽວໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ໄດ້ຫລາຍ ຮ້ອຍລ້ານກີບ.

ພັດ​ທະ​ນາຢ່າງກົມກຽວໂດຍຊ່ວຍກະສິກອນເກັບກ່ຽວ ເພື່ອເສີມສ້າງ “ຄູ່ຮ່ວມຊະຕາກໍາ”

ໃນ​ໄລ​ຍະ​ເກັບ​ກ່ຽວ, ສິ່ງ​ທີ່ປະທັບໃຈ ແລະ ລືມ​ບໍ່​ໄດ້​ແມ່ນ​ສະ​ພາບ​ທີ່​ພະ​ນັກ​ງານຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຄອບ​ຄົວພະນັກງານ, ນາຍ​ບ້ານ, ​ຜູ້​ຕາງ​ໜ້າຫ້ອງການປ້ອງກັນຄວາມສະຫງົບທ້ອງຖິ່ນ ທີ່ໄດ້ສະ ແດງອອກດ້ວຍຄໍາເວົ້າ​ທີ່​ຮຽບງ່າຍ​ ແລະ ການໂອບກອດຂອບໃຈຢ່າງຈິງໃຈ​ຂອງ​ເຂົາ​ເຈົ້າ.

ທ້າວ ອັອດ ພະນັກງານລາວ ໄດ້ກ່າວເຖິງຄວາມຮູ້ສຶກໃນໃຈຂອງທຸກຄົນວ່າ: ບໍລິສັດປະຕິບັດກັບພະນັກງານ ເໝືອນສະມາຊິກໃນຄອບຄົວດຽວ ແລະ ໃຊ້ພຶດຕິກໍາຕົວຈິງ ເພື່ອຊ່ວຍເຫລືອຊີວິດການເປັນຢູ່ຂອງພວກເຮົາ. ໃນ ການເຮັດວຽກຂອງພວກເຮົາ ແລະ ບໍລິສັດ ໄດ້ຮ່ວມລົມຫາຍໃຈນໍາກັນ, ມີຊະຕາກໍາດຽວກັນ, ມີຄວາມກົມກຽວ ຢ່າງບໍ່ຂາດ ແລະ ໄດ້ກາຍເປັນ “ຄູ່ຮ່ວມຊະຕາກໍາ”.​ ແຕ່ກ່ອນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ ກ່ຽວ​ເຂົ້າ​ດ້ວຍ​ມື, ເຮັດວຽກ ໜັກບໍ່ວ່າ ຍັງເສຍເວລາໃນການເຮັດວຽກຫາເງິນອີກ. ທ້າວ ອັອດ ໄດ້ກ່າວອີກວ່າ: ນັບ​ຕັ້ງ​ແຕ່ໄດ້ເຂົ້າເຮັດວຽກຢູ່ ຊີໂນ-ອາກຣີ​ ໂປຕາສ ມານີ້, ຂ້າພະເຈົ້າກໍບໍ່ເປັນຫ່ວງເລື່ອງກ່ຽວເຂົ້າແລ້ວ ແລະ ສາມາດເຮັດວຽກດ້ວຍຄວາມສະ ບາຍໃຈ”.

ທ່ານ ວົງ ຈັນທະລາ ນາຍບ້ານ​ບ້ານ​ດົງ​ໃຕ້ ໄດ້ກ່າວ​ດ້ວຍຄວາມພູມໃຈວ່າ: “​ເນື້ອ​ທີ່​ປູກ​ເຂົ້າ​ຂອງ​ແຕ່​ລະ​ຄອບ​ຄົວ​ແມ່ນ​ກວ້າງ​ຂວາງ, ​ໃຊ້​ເວລາໃນການ​ເກັບ​ກ່ຽວ 7-8 ວັນຈຶ່ງສໍາເລັດ. ຊີໂນ-ອາກຣີ ໂປຕາສ ໄດ້ມາຊ່ວຍພວກເຮົາ ເກັບກ່ຽວເຂົ້າໂດຍບໍ່ເສຍຄ່າ ແລະ ໃຊ້ເວລາພຽງແຕ່ມື້ດຽວກໍສໍາເລັດ, ປະຢັດເວລາ ແລະ ແຮງງານ, ວ່ອງໄວ ແລະ ມີປະສິດທິພາບ, ຂ້າພະເຈົ້າຂໍຂອບໃຈທີ່ສຸດ”.

ພ້ອມກັນນີ້, ທ່ານ​ຫົວໜ້າ​ຫ້ອງການ​ຕຳຫລວດ​ບ້ານ​ດົງ​ໃຕ້ ກໍໄດ້​ກ່າວ​ວ່າ:  ຊີໂນ-ອາກຣີ ໂປຕາສ ​ໄດ້​ປັກຫລັກ ຕັ້ງຖານ​ຢູ່ນີ້ມາໄດ້​ຫລາຍ​ປີ​ແລ້ວ, ມີການພົວພັນດີກັບ​​ບ້ານ​ທີ່ຢູ່​ອ້ອມ​ຂ້າງ​ ແລະ ເປັນທີ່ຮູ້ຈັກຂອງຊາວບ້ານ​ດີ. ນີ້ ແມ່ນບໍລິສັດໃຫຍ່ ທີ່ເຮັດແທ້ທໍາຈິງ, ເອົາໃຈໃສ່ພະນັກງານ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ໄດ້ສະແດງຄວາມຂອບໃຈ ເຊິ່ງເໜືອກວ່າຄໍາບັນຍາຍ.

ສົ່ງ​ເສີມ​ຄວາມກົມກຽວ, ວັດທະນະທໍາ ທີ່ມີຜົນປະໂຫຍດ

ຮ່ວມກັນ, ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ ແລະ ຄ່ານິຍົມແຫ່ງສັດຈະທໍາ

ແຜນການ​ຊ່ວຍ​ເຫລືອ​ການເກັບກ່ຽວ​ຂອງ​ປີ​ນີ້​ ໄດ້​ສຳ​ເລັດ​ຢ່າງ​ຈົບງາມ, ພະນັກງານລາວທັງໝົດຂອງບໍລິສັດໄດ້ ຊື່ນຊົມກັບຜົນການເກັບກ່ຽວ, ສິ່ງຕອບແທນທີ່ເຂົາ​ເຈົ້າໄດ້ມາ ແມ່ນການ​ເຮັດ​ວຽກ​ຢູ່​ໃນ​ໂຮງ​ງານດ້ວຍຄວາມສະບາຍ ໃຈ, ​ລະ​ບົບ​ການ​ຜະ​ລິດໃນໂຮງງານ​ກໍດໍາ​ເນີນໄປຢ່າງໝັ້ນທ່ຽງ. ພ້ອມກັນນັ້ນ, ກໍໄດ້ສ້າງຜົນປະໂຫຍດແກ່ປະຊາຊົນບ້ານອ້ອມຂ້າງ, ຫລຸດຜ່ອນຄວາມໜັກໜ່ວງຂອງແຮງງານໃນການເກັບກ່ຽວເຂົ້າ, ລົບລ້າງຕົ້ນທຶນການເກັບກ່ຽວ, ຍົກສູງປະສິດທິພາບການເກັບກ່ຽວ, ສະທ້ອນໃຫ້ເຫັນຢ່າງເຕັມສ່ວນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຄວາມ ຫ່ວງໄຍຕໍ່ປະຊາຊົນຂອງບໍລິສັດ.

“ເຄົາລົບນັບຖື, ປະສານກົມກຽວ, ປະຕິບັດຕົວຈິງ ແລະ ພ້ອມກັນຊະນະ”ແມ່ນວັດທະນະທໍາວິສາ ຫະກິດ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, “ຄວາມຮັບຜິດຊອບ, ສັດຈະທໍາ, ສູ້ຊົນ, ການປະດິດສ້າງ ແລະ ຄວາມອົດທົນ” ແມ່ນຄ່ານິຍົມຫລັກຂອງບໍລິສັດ. ຜ່ານ​ການຈັດຕັ້ງປະຕິບັດແຜນການ​ຊ່ວຍ​ເຫລືອ​ເກັບກ່ຽວ ເຂົ້າແຕ່ລະປີ, ການສ້ອມ​ແປງ​ພື້ນຖານ​ໂຄງ​ລ່າງ, ການຊ່ວຍກໍ່ສ້າງ​ໂຮງຮຽນ, ການ​ບໍລິຈາກຝຸ່ນໂປ​ຕາ​ສ ແລະ ການ ເຄື່ອນໄຫວສັງຄົມດ້ານອື່ນໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ບໍລິສັດ ຊີໂນ-ອາກຣີ​ ໂປຕາສ ຈໍາກັດ ເປັນວິສາຫະກິດທີ່​ມີ​ຄວາມ​ຮັບຜິດຊອບ ແລະ ຮັບແບກພາລະກິດ, ຄຽງຄູ່ກັບການແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ພະນັກງານ ​ແລະ ​ປະຊາຊົນບ້ານ​ອ້ອມ​ຂ້າງ ຍັງໄດ້​ເພີ່ມ​ຄວາມຜາສຸກ ​ແລະ ຄວາມ​ເປັນເຈົ້າຂອງໃຫ້ແກ່​ເຂົາ​ເຈົ້າ​. ການ​ກໍ່ສ້າງ​ກ້ອນ ກໍາລັງພະນັກງານ​ທີ່​ສາມັກຄີກົມກຽວ ​ແລະ ໝັ້ນທ່ຽງ ຍັງເປັນການ​ຮັບ​ປະກັນ​ທີ່ແຂງແຮງໃຫ້ແກ່​ວຽກງານການ​ຜະ​ລິດ​ ແລະ ​ການ​ກໍ່​ສ້າງ​ຂອງ​ບໍ​ລິ​ສັດ​, ບັນລຸສະຖານະການທີ່ທຸກຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ  ​ພະນັກງານ ແລະ ຄອບຄົວ, ວິ​ສາ​ຫະກິດ ​ແລະ ສັງຄົມ.

LEAVE A REPLY

Please enter your comment!
Please enter your name here