ປະກອບຄຳເຫັນໃສ່ບາງເນື້ອໃນ, ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງ

0
508

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ທັນວາ ນີ້ໂດຍການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ.

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ບາງເນື້ອໃນ, ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍວິສາຫະກິດສະບັບປັບປຸງເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ປະກອບສ່ວນຊຸກຍູ້ສົ່ງເສີມການຜະລິດ, ທຸລະກິດ, ການບໍລິການເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດມີການເຕີບໃຫຍ່ເຂັ້ມແຂງ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ທ່ານ ສີເຮັ່ງ ຫອມສົມບັດ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄຳເຫັນຕໍ່ກົດ ໝາຍດັ່ງກ່າວ ໂດຍສະເພາະຢາກໃຫ້ເບິ່ງຄືນນະໂຍບາຍການສ້າງຕັ້ງວິສາຫະກິດໃນມາດຕາ 4 ແລະ ມາດຕາ 7 ສະເໜີໃຫ້ຄະນະຮັບຜິດຊອບປັບປຸງ ຫຼື ຍ້າຍໄດ້ບໍເພື່ອໃຫ້ສອດຄ່ອງ, ມາດຕາ 10 ຫົວຂໍ້ຂອງວິສາຫະກິດຕ່າງໆເປັນໄປໄດ້ບໍຂໍໃຫ້ເອົາວິສາຫະກິດຂອງລັດຂຶ້ນກ່ອນ, ມາດຕາ 12 ຮູບແບບວິສາຫະກິດຮຸ່ນສ່ວນ ແລະ ບໍລິສັດ ຊຶ່ງມີ 3 ຮູບແບບ ໃນນີ້ຢາກໃຫ້ກຳນົດແຈ້ງມັນພົວພັນກັບມາດຕາ 90 ການສ້າງຕັ້ງບໍລິສັດຈຳກັດ ຢາກໃຫ້ມີມາດຖານກຳນົດຈະແຈ້ງຮັດກຸມແທ້ໆໃນການສ້າງຕັ້ງບໍລິສັດຈຳກັດຜູ້ດຽວຢ່າງໜ້ອຍຕ້ອງມີ 3 ຄົນຂຶ້ນໄປ ຖ້າມີແຕ່ 2 ຄົນເຫັນວ່າບໍ່ເປັນໝູ່ຄະນະ.

ຜ່ານມາສະມາຊິກສະພາເຫັນວ່າຫຼາຍບໍລິສັດໄປຈົດທະບຽນພໍຄືໆແຕ່ເຄື່ອນໄຫວຕົວຈິງບໍ່ມີໃຜຮູ້, ຕໍ່ມາດຕາ 188 ວິສາຫະກິດຂອງລັດ ເຫັນວ່າສໍາຄັນຫຼາຍຢາກໃຫ້ຍ້າຍມາເປັນໝວດ ຫຼື ມາດຕາຕົ້ນໆຂອງໂຄງສ້າງກົດໝາຍສະບັບນີ້, ຜ່ານການຄົ້ນຄວ້າຢາກໃຫ້ປັບປຸງໂຄງສ້າງຂອງມາດຕານີ້ໄປເຊື່ອມໂຍງກັບມາດຕາທີ 190 ຫຼັກການພື້ນຖານໃນການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດ ຊຶ່ງມີທັງໝົດ 4 ຫຼັກການຢາກໃຫ້ເພີ່ມເປັນ 5 ຫຼັກການໄດ້ບໍ ເພື່ອໃຫ້ມັນເປັນຫຼັກການໄດ້ໂລດວ່າວິສາຫະກິດຂອງລັດຕ້ອງດຳລົງບົດບາດເປັນເຈົ້າພາທາງ ແລະ ຮັບຜິດຊອບຕໍ່ຜົນປະໂຫຍດລວມຂອງຊາດຢາກໃຫ້ຂຽນແຈ້ງແນວນັ້ນ.

ທ່ານ ສົມສັກ ແສງສັກດາ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຄຳເຫັນຕໍ່ບົດບັນຍັດທົ່ວໄປໂດຍລວມໂຄງສ້າງຂອງກົດໝາຍຂຽນໄວ້ຢູ່ 7 ມາດຕາ ແຕ່ສັງເກດເຫັນວ່າໃນຮ່າງກົດໝາຍສະບັບນີ້ບໍ່ທັນກຳນົດຫຼັກການກ່ຽວກັບວິສາຫະກິດ. ດັ່ງນັ້ນຂໍສະເໜີແລກປ່ຽນນໍາຄະນະຮັບຜິດຊອບຕໍ່ພາກທີ 1 ບົດບັນຍັດທົ່ວໄປຢາກໃຫ້ຕັດອອກ 3 ມາດຕາ ແລະ ເພີ່ມໃໝ່ 1 ມາດຕາໄດ້ບໍ, ໃນມາດຕາ 1,2,3 ເຫັນດີຮັກສາໄວ້ຕາມເດີມ, ສ່ວນມາດຕາ 4,5,6 ສະເໜີຕັດອອກ ຫຼື ຍ້າຍໄປໃສ່ພາກທີ 11 ແລະ ປັບປຸງຊື່ພາກຄືນໃໝ່, ສຳລັບມາດຕາທີ 4 ເຫັນດີໃຫ້ຍົກເອົາມາດຕາທີ 7 ຍ້າຍມາເປັນມາດຕາທີ 4 ເພື່ອປ່ຽນຊື່ຂອງມາດຕາ 4 ຕື່ມຈາກນະໂຍບາຍຂອງລັດກ່ຽວກັບວິສາຫະກິດປ່ຽນມາເປັນນະໂຍບາຍຂອງລັດຕໍ່ວິສາຫະກິດ, ມາດຕາ 5 ສະ ເໜີເພີ່ມໃໝ່ໃສ່ຊື່ມາດຕາວ່າຫຼັກການກ່ຽວກັບວິສາຫະກິດ ເພາະວ່າໃນກົດໝາຍສະບັບນີ້ບໍ່ທັນເຫັນຫຼັກການກ່ຽວກັບວິສາຫະກິດ ສ່ວນທາງດ້ານເນື້ອໃນສະເໜີຕື່ມຊື່ຂອງມາດຕາ 6 ນີ້ຈາກຂອບເຂດການນຳໃຊ້ເປັນຂອບເຂດການນຳໃຊ້ກົດໝາຍ ຢາກໃຫ້ຂຽນເນື້ອໃນໃຫ້ມັນເຕັມ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here