ເມືອງແກ່ນທ້າວ ສົ່ງສິນຄ້າອອກຕ່າງປະເທດ 348.000 ກວ່າໂຕນ

0
1114

ຕາມການລາຍງານຈາກ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ປີ 2022 ເມືອງແກ່ນທ້າວ ໄດ້ເຄື່ອນຍ້າຍສິນຄ້າອອກຕ່າງປະເທດ 348.000 ກວ່າໂຕນ, ເຊິ່ງມີມູນຄ່າ 39.800.000 ກວ່າໂດລາ, ທຽບໃສ່ແຜນການປີປະຕິບັດໄດ້ 132,81%.

ໃນນີ້, ສາລີ 13.900 ກວ່າໂຕນ, ມູນຄ່າ 1.600.000 ກວ່າໂດລາ, ໝາກເດືອຍ 2.800 ກວ່າໂຕນ, ມູນຄ່າ 721.000 ກວ່າໂດລາ, ມັນຕົ້ນແຫ້ງ 327.000 ກວ່າໂຕນ, ມູນຄ່າ 35.900.000 ກວ່າໂດລາ, ຖົ່ວດິນຝັກ 300 ກວ່າໂຕນ, ມູນຄ່າ 99.000 ກວ່າໂດລາ, ຖົ່ວແດງ 2.000 ກວ່າໂຕນ, ມູນຄ່າ 941.000 ກວ່າໂດລາ, ຖົ່ວດໍາ 10 ໂຕນ, ມູນຄ່າ 4.300 ໂດລາ, ໝາກງາ 570 ກວ່າໂຕນ, ມູນຄ່າ 429.000 ໂດລາ, ໝາກຫຍ້າລູຊີ 90 ກວ່າໂຕນ, ມູນຄ່າ 48.000 ກວ່າໂດລາ, ໝາກຂາມສົ້ມ 4 ໂຕນ, ມູນຄ່າ 480 ໂດລາ ແລະ ແກນສາລີ 1.000 ກວ່າໂຕນ, ມູນຄ່າ 11.000 ໂດລາ.

ນອກຈາກນີ້, ຍັງໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ມູນຄ່າ 47.490.000 ກວ່າໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 10,09%. ໃນນີ້, ນໍ້າມັນເຊື້ອໄຟ ມູນຄ່າ 42.498.000 ກວ່າໂດລາ, ພາຫະນະ ມູນຄ່າ 213.000 ກວ່າໂດລາ, ສິ້ນສ່ວນອາໄຫລ່ 253.000 ກວ່າໂດລາ, ເຄື່ອງກໍ່ສ້າງ 997.000 ກວ່າໂດລາ, ເຄື່ອງໃຊ້ໄຟຟ້າ ມູນຄ່າ 445.000 ກວ່າໂດລາ ແລະ ເຄື່ອງອຸປະໂພກ ມູນຄ່າ 3.000.000 ກວ່າໂດລາ.

Cr. ປະເທດລາວ

LEAVE A REPLY

Please enter your comment!
Please enter your name here