ການນຳເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ແຂວງໄຊສົມບູນ

0
958

ເນື່ອງໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ. ໃນວັນທີ 5 ກຸມພາ 2023 ທີ່ຜ່ານມາ ນີ້ ສະຫາຍ ພ້ອມດ້ວຍຄະນະ ກໍໄດ້ຂຶ້ນໄປຢ້ຽມຢາມ (ພິຊິດ) ຈອມພູ້ເບ້ຍ ເພື່ອສຳຜັດກັບບັນຍາກາດ ແລະ ທິວທັດທໍາມະຊາດອັນສວຍສົດງົດງາມຂອງຈອມພູເບ້ຍ. ຊຶ່ງນໍາພາຂະບວນໂດຍສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳຂອງ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

ໂດຍຂະບວນຂຶ້ນພິຊິດຈອມພູເບ້ຍໃນຄັ້ງນີ້ ໄດ້ເລີ່ມເຄື່ອນຍ້າຍ ຈາກຫ້ອງວ່າການແຂວງໄຊສົມບູນ ຊຶ່ງເປັນຈຸດເຕົ້າໂຮມທຳອິດ ໂດຍນຳໃຊ້ລົດເປັນພາຫະນະເຄື່ອນຂະບວນ ໄປຈົນຮອດຈຸດຊົມວິວລຸ່ມເມກ ຫຼື ເອີ້ນອີກຢ່າງໜຶ່ງວ່າ: ຈຸດຊົມວິວປ້ອມປ່າກ້ວຍ. ຈາກນັ້ນ ໄດ້ສຶບຕໍ່ເຄື່ອນຍ້າຍຂະບວນ ໄປຫາຈຸດຊົມວິວສີລານໍແຮດ ຊຶ່ງເປັນຈຸດສຸດທ້າຍ ຂອງການນຳໃຊ້ລົດເປັນພາຫະນະ. ຫຼັງຈາກນັ້ນ ຂະບວນໄດ້ເລີ່ມຂຶ້ນພິຊິດຈອມພູເບ້ຍ ດ້ວຍການຍ່າງ ເພື່ອມຸ່ງໜ້າໄປຫາຈຸດໝາຍປາຍທາງ ກໍຄືຈອມພູເບ້ຍ. ທີ່ເປັນພູທີ່ສູງທີ່ສຸດ ໃນ ສປປ ລາວ ຊຶ່ງມີຄວາມສູງ 2,820 ແມັດ ທຽບໃສ່ລະດັບໜ້ານໍ້າທະເລ, ເປັນພູທີ່ມີທິວທັດທຳມະຊາດສວຍສົດງົດງາມ, ມີຄວາມອຸດົມສົມບູນດ້ວຍພືດຊີວະນານາພັນ ແລະ ທີ່ສໍາຄັນພື້ນທີ່ເທິງເນີນພູ ຖືກປົກຄຸມໄປດ້ວຍມ່ານໝອກ ທີ່ໜ້າຕິດຕາຕຶງໃຈ ບວກກັບສະພາບອາກາດອັນບໍລິສຸດປອດໂປ່ງ ແລະ ໜາວເຢັນຕະຫຼອດປີ ນອກນີ້ຍັງຖືກອ້ອມຮອບໄປດ້ວຍຕົ້ນໄມ້ທີ່ຖືກປົກຫຸ້ມດ້ວຍຂົນ ແລະ ຕົ້ນດອກກຸຫຼາບລ້ານປີ ທີ່ເກີດຕາມທຳມະຊາດ ເປັນຈໍານວນຫຼວງຫຼາຍ.

ຊຶ່ງນັ້ນຄືເປົ້າໝາຍສຳຄັນ ທີ່ພວມລໍຄອຍທຸກໆສະຫາຍ ໄດ້ຂຶ້ນໄປສຳຜັດຕົວຈິງດ້ວຍຕົນເອງ. ໂດຍການຂຶ້ນພິຊິດຈອມພູເບ້ຍໃນຄັ້ງນີ້ ແມ່ນເພື່ອເປັນການທົດສອບຄວາມມານະອົດທົນ, ຄວາມພາກພຽນພະຍາຍາມ ທັງຍັງເປັນການພິສູດໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ຄວາມມຸ່ງໝັ້ນ ຂອງແຕ່ລະສະຫາຍ ເພື່ອກ້າວໄປເຖິງໄຊຊະນະຂັ້ນສຸດທ້າຍ.

LEAVE A REPLY

Please enter your comment!
Please enter your name here