ສະເຫຼີມສະຫຼອງຄົບຮອບໜຶ່ງປີຂອງແຄມເປນ “ພະລັງຂອງຄຳວ່າບໍ່” ເພື່ອຕ້ານການດື່ມແລ້ວຂັບສຳລັບຊາວໜຸ່ມໃນລາວ.

0
2864

ສະເຫຼີມສະຫຼອງຄົບຮອບໜຶ່ງປີຂອງແຄມເປນ “ພະລັງຂອງຄຳວ່າບໍ່” ເພື່ອຕ້ານການດື່ມແລ້ວຂັບສຳລັບຊາວໜຸ່ມໃນລາວ.

ສາມາດເຂົ້າເຖິງຊາວໜຸ່ມຫຼາຍກວ່າ 39 ລ້ານ ຄົນໃນທົ່ວອາຊຽນໂດຍແຄມເປນດິຈິຕອນທີ່ເປັນນະວັດຕະກຳໃໝ່, ທີ່ຊີ້ນຳນຳພາໂດຍອົງການຮ່ວມມືຫຼາຍຂະແໜງການທີ່ເປັນເອກະລັກສະເພາະຂອງ 28 ອົງການປະຊາຄົມ, ວິສາຫະກິດ, ສະມາຄົມ ແລະ ລັດຖະບານ.



ວັນທີ 17 ກຸມພາ 2023 – ນະຄອນຫຼວງວຽງຈັນ – ຄົນລຸ້ນຕໍ່ໄປຈະເຕົ້າໂຮມກັນເພື່ອປົກປ້ອງໂລກຂອງພວກເຮົາ, ຜູ້ຄົນໃນໂລກ ແລະ ອະນາຄົດຂອງເຂົາເຈົ້າ. ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດເພື່ອຫຼຸດຜ່ອນການເສຍຊີວິດ ແລະ ບາດເຈັບໃນການສັນຈອນຕາມທ້ອງຖະໜົນໃຫ້ໄດ້ 50% ໃນປີ 2030, ຊາວໜຸ່ມຕ້ອງເປັນສ່ວນໜຶ່ງຂອງການແກ້ໄຂບັນຫາ.

ທ່ານຮູ້ບໍ: ໃນອາຊີຕາເວັນອອກສ່ຽງໃຕ້, ອຸປະຕິເຫດທາງຖະໜົນເຮັດໃຫ້ມີຜູ້ເສຍຊີວິດ 2,000 ຄົນໃນແຕ່ລະມື້.
ທ່ານຮູ້ບໍ: ຢູ່ໃນປະເທດລາວ, 22% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຊາຍ ແລະ 32% ຂອງການບາດເຈັບຈາກອຸປະຕິເຫດທາງຖະໜົນຂອງຜູ້ຍິງແມ່ນມີສາເຫດມາຈາກເຫຼົ້າ.
ທ່ານຮູ້ບໍ: ຈາກຂໍ້ມູນຂອງອົງການອະນາໄມໂລກ, 50% ຂອງການເສຍຊີວິດຈາກການສັນຈອນຕາມຖະໜົນໃນລາວແມ່ນກ່ຽວຂ້ອງກັບເຫຼົ້າ.

ລາຍງານຂອງອົງການອະນາໄມໂລກເປີດເຜີຍວ່າ: ການບາດເຈັບຈາກການສັນຈອນຕາມທ້ອງຖະໜົນເປັນສາເຫດອັນດັບຕົ້ນໆຂອງການເສຍຊີວິດຂອງຄົນອາຍຸລະຫວ່າງ 5-29 ປີ. ມັນແມ່ນ “ການລະບາດທີ່ງຽບໆ” ທີ່ສ້າງຄວາມເສຍຫາຍຕໍ່ພາກພື້ນອາຊີຕາເວັນອອກສຽງໃຕ້ມາຫຼາຍສິບປີ. ແຕ່ອຸປະຕິເຫດທາງຖະໜົນແມ່ນບໍ່ສາມາດຫຼີກລ້ຽງໄດ້; ແຕ່ ສາມາດປ້ອງກັນໄດ້ສູງ.
ຊາວໜຸ່ມ – ເຊິ່ງມີປະມານໜຶ່ງສ່ວນຫ້າຂອງຈຳນວນປະຊາກອນ – ປັດຈຸບັນເປັນຜູ້ໃຊ້ຖະໜົນຫົນທາງໃນອາຊີຕາເວັນອອກສ່ຽງໃຕ້. ນີ້ຍັງໝາຍຄວາມອີກວ່າ ຊາວໜຸ່ມມີພະລັງໃນການເຮັດໃຫ້ຖະໜົນຫົນທາງມີຄວາມປອດໄພຂຶ້ນ.
ປັດໄຈທີ່ສໍາຄັນແມ່ນການແກ້ໄຂການດື່ມແລ້ວຂັບ. ໃນອາຊີຕາເວັນອອກສ່ຽງໃຕ້, ຜູ້ໃຫຍ່ໄວໜຸ່ມມີຄວາມສ່ຽງສູງສຸດຕໍ່ການດື່ມເຫຼົ້າແລ້ວຂັບ ໂດຍມີການດື່ມແລ້ວຂັບຫຼາຍກວ່າປະຊາກອນທົ່ວໄປເຖິງ 6 ເທົ່າ.

ທວງພະລັງຂອງທ່ານຄືນມາເພື່ອ ເວົ້າວ່າ “ບໍ່” ຕໍ່ການດື່ມເຫຼົ້າແລ້ວຂັບ
ແຄມເປນປູກຈິດສໍານຶກແກ່ສາທາລະນະ “ພະລັງຂອງຄຳວ່າບໍ່” ໄດ້ເປີດຕົວໃນເດືອນກຸມພາ ປີ 2022 ເພື່ອດໍາເນີນການ.
ຈາກການເວົ້າວ່າ “ບໍ່” ຕໍ່ການດື່ມແລ້ວຂັບ, ໄວໜຸ່ມສາມາດຮັກສາຕົນເອງໃຫ້ປອດໄພ, ປົກປ້ອງຄົນທີ່ຕົນເອງຮັກ, ປັບປຸງຄວາມປອດໄພ ແລະ ໂອກາດໃນຊຸມຊົນຂອງເຂົາເຈົ້າ. ໜ່ວຍກູ້ໄພ ນະຄອນຫຼວງວຽງຈັນ 1623 ແລະ ກຸ່ມບໍລິສັດ RDK ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ ແລະ ຄູ່ຮ່ວມມືຈັດຕັ້ງປະຕິບັດຮ່ວມກັບ ສະມາຄົມລົດຍົນແຫ່ງປະເທດຫວຽດນາມ(AAV), ໄດ້ຮ່ວມກັນສຶກສາອົບຮົມຊາວໜຸ່ມກ່ຽວກັບໄພອັນຕະລາຍທີ່ອາດເກີດຈາກການດື່ມເຫຼົ້າແລ້ວຂັບ. ແຄມເປນແມ່ນໄດ້ຮັບການສະຫນັບສະໜູນໂດຍ ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ແລະ ອົງການສ້າງສັນ Orès, ໂດຍໄດ້ຮັບການຮັບຮອງຈາກສະຖາບັນການຝຶກອົບຮົມ ແລະການຄົ້ນຄວ້າຂອງສະຫະປະຊາຊາດ (UNITAR), ສະພາທຸລະກິດສະຫະລັດ-ອາຊຽນ (US-ABC) ແລະ ສະພາທຸລະກິດອີຢູ-ອາຊຽນ (EU-ABC).
“ພະລັງຂອງຄຳວ່າບໍ່” ມຸ່ງເປົ້າໄປທີ່ໄວໜຸ່ມອາຍຸ 18-30 ປີໃນຫົກປະເທດອາຊີຕາເວັນອອກສຽງໃຕ້ ຄື: ກຳປູເຈຍ, ລາວ, ມາເລເຊຍ, ຟີລິບປິນ, ໄທ ແລະ ຫວຽດນາມ. ມັນເປັນການນໍາເອົາຄູ່ຮ່ວມງານສາກົນຫຼາຍກວ່າ 20 ຄູ່ຮ່ວມງານທີ່ເປັນຕົວແທນຂອງລັດຖະບານ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງເອກະຊົນ ແລະ ຊຸມຊົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ແລະ ສົ່ງເສີມການປ່ຽນແປງພຶດຕິກໍາໃນເວລາດື່ມເຫຼົ້າແລ້ວຂັບ.
ສໍາລັບປີທີ່ຜ່ານມາ, ແຄມເປນ “ພະລັງຂອງຄຳວ່າບໍ່” ທີ່ເປັນພື້ນຖານໄດ້ເຜີຍແຜ່ຈິດສຳນຶກໃຫ້ແກ່ໄວໜຸ່ມ 39 ລ້ານ ຄົນໂດຍຜ່ານວິດີໂອ, ຮູບພາບທີ່ໜ້າຈັບຕາ, ວິດີໂອການຄ້າ ແລະ ຂໍ້ເທັດຈິງທີ່ສໍາຄັນ ເພື່ອໃຫ້ໄດ້ຮັບຄວາມຮູ້ທີ່ດີຂື້ນກ່ຽວກັບການດື່ມແລ້ວຂັບ.
ໃນເດືອນກັນຍາ ປີ 2022, ແຄມເປນດັ່ງກ່າວໄດ້ດຳເນີນ ການປະກວດຮູບພາບລະດັບສາກົນ ດ້ວຍຫົວຂໍ້ວ່າ “ໝູ່ບໍ່ປ່ອຍໃຫ້ໝູ່ເມົາແລ້ວຂັບ”.
ການປະກວດນີ້ໄດ້ຊຸກຍູ້ໃຫ້ກຸ່ມໝູ່ເພື່ອນເຮັດວຽກຮ່ວມກັນເພື່ອຢຸດຕິການດື່ມແລ້ວຂັບ ແລະ ເຮັດໃຫ້ຜູ້ເຂົ້າແຂ່ງຂັນຄິດຢ່າງມີວິຈາລະນາຍານວ່າເຂົາເຈົ້າຈະປະຕິບັດແນວໃດໃນຄັ້ງຕໍ່ໄປເມື່ອເຫັນໝູ່ເມົາແລ້ວໄປເອົາກະແຈ. ການປະກວດນີ້ໄດ້ເຂົ້າເຖິງ ໄວໜຸ່ມຫຼາຍກວ່າ 7 ລ້ານຄົນ ພ້ອມໄດ້ຮັບຫຼາຍກວ່າ 450,000 ‘ການຖືກໃຈ’, ‘ຄຳຄິດເຫັນ’ ແລະ ‘ແບ່ງປັນ’ ໃນຊ່ວງສອງເດືອນໃນ Facebook, Instagram, Tik Tok ແລະ PartiPost. ໃນການເຂົ້າຮ່ວມ, ໄວໜຸ່ມໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການເຮັດວຽກໃນຮ່າງກາຍຂອງເຫຼົ້າ, ເຂົ້າໃຈເຖິງພັນທະທາງດ້ານກົດໝາຍ ແລະ ລອງໃຊ້ຄໍາແນະນໍາທີ່ເປັນປະໂຫຍດເພື່ອຫຼີກເວັ້ນການດື່ມແລ້ວຂັບ.

ມໍລະດົກຂອງແຄມເປນ “ພະລັງຂອງຄຳວ່າບໍໍ່”
ສຽງຂອງໄວໜຸ່ມແມ່ນພາຫະນະທີ່ມີພະລັງທີ່ສຸດຕໍ່ການປ່ຽນແປງອັນໃຫຍ່ຫຼວງ. ໂດຍຜ່ານການມີສ່ວນຮ່ວມທາງດ້ານດິຈິຕອນທີ່ມີປະສິດຕິພາບ, ໄວໜຸ່ມບໍ່ພຽງແຕ່ແບ່ງປັນວິດີໂອໂຄສະນາ ແລະ ຮູບພາບຂອງແຄມເປນໃນສື່ສັງຄົມເທົ່ານັ້ນ, ແຕ່ຍັງແບ່ງປັນເລື່ອງສ່ວນຕົວ ແລະ ທັດສະນະສ່ວນຕົວຂອງເຂົາເຈົ້າລົງໃນເພຈຕ່າງໆຂອງແຄມເປນອີກດ້ວຍ. ຄວາມກະຕືລືລົ້ນ, ຄວາມຄິດສ້າງສັນ ແລະ ຄວາມປາຖະໜາຂອງເຂົາເຈົ້າທີ່ຈະຮັກສາຊຸມຊົນຂອງເຂົາເຈົ້າໃຫ້ປອດໄພແມ່ນຈຸດເດັ່ນຂອງຂໍ້ລິເລີ່ມ “ພະລັງຂອງຄຳວ່າບໍໍ່”.
ແຄມເປນ “ພະລັງຂອງຄຳວ່າບໍໍ່” ແມ່ນເປັນເອກະລັກລະຫວ່າງການໂຄສະນາການດື່ມແລ້ວຂັບ ເນື່ອງຈາກມີພັນທະມິດຂະໜາດໃຫຍ່ຂອງບັນດາຄູ່ຮ່ວມງານລະດັບສາກົນ, ລະດັບພາກພື້ນ ແລະ ລະດັບທ້ອງຖິ່ນ. ທ່ານ Greig Craft, ປະທານສະມາຄົມ AA ຂອງຫວຽດນາມ ແລະ FIA ພາກພື້ນ II (ອາຊີ ປາຊີຟິກ) ໃຫ້ຮູ້ວ່າ, “ມັນເປັນເລື່ອງຍາກສໍາລັບບັນດາອົງການຈັດຕັ້ງຈາກຫຼາຍຂະແໜງການ ແລະ ພື້ນຫຼັງທີ່ແຕກຕ່າງກັນທີ່ຈະມາລວມຕົວກັນ, ແຕ່ພວກເຮົາທຸກຄົນມີແຮງບັນດານໃຈຢ່າງເລິກເຊິ່ງຈາກຈຸດປະສົງລວມຕົວກັບຂອງພວກເຮົາຄື: ເພື່ອໃຫ່ໄວໜຸ່ມປອດໄພໃນຖະໜົນ. ໄວໜຸ່ມສະໄໝນີ້ ມີທ່າແຮງອັນໃຫຍ່ຫຼວງໃນການກໍານົດຮູບແບບຊຸມຊົນຂອງເຂົາເຈົ້າ ແລະ ປ້ອງກັນການເກີດອຸປະຕິເຫດຕາມທ້ອງຖະໜົນ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມໃນແຄມເປນນີ້ເພື່ອສ້າງແຮງບັນດານໃຈໃຫ້ມີການປ່ຽນແປງພາຍໃນຊຸມຊົນທ້ອງຖິ່ນທົ່ວອາຊີປາຊີຟິກ.”
ທ່ານ Vijay Subramaniam ປະທານ APISWA, ເຊິ່ງທັງເປັນປະທານປະຈຳພາກພື້ນ, ອາຊີ, ຕາເວັນອອກກາງ ແລະ ອາຟຣິກກາ ແລະ ຕົວແທນຈຳໜ່າຍດ້ານການທ່ອງທ່ຽວທົ່ວໂລກທີ່ Bacardi ອີກດ້ວຍ ໄດ້ກ່າວວ່າ “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເປັນສ້ວນໜຶ່ງຂອງກຸ່ມພັນທະມິດຂະໜາດໃຫ່ຍ ແລະ ກ້ວາງຂວາງທີ່ມີເປົ້າໝາຍໜຶ່ງດຽວໃນການປ່ຽນແປງພຶດຕິກໍາ ແລະ ໃຫ້ສິດທິແກ່ໄວໜຸ່ມໃນການສ້າງອານາຄົດທີ່ດີ ແລະ ປອດໄພຍິ່ງຂຶ້ນສໍາລັບຕົນເອງ ແລະ ຜູ້ອື່ນໆ”. ແຄມເປນ “ພະລັງຂອງຄຳວ່າບໍໍ່” ສະແດງໃຫ້ເຫັນເຖິງພະລັງຂອງການຮ່ວມມື ແລະ ຜົນກະທົບໃນການແກ້ໄຂບັນຫາຮ່ວມກັນສາມາດສະໜັບສະໜູນວາລະສາກົນໂດຍລວມເພື່ອຫຼຸດຜ່ອນການເສຍຊີວິດ ແລະ ການບາດເຈັບຈາກການຈະລາຈອນຕາມຖະໜົນ.”
ໂດຍການແຜ່ຂະຫຍາຍຈິດສຳນຶກ ແລະ ການສ້າງແຮງບັນດານໃຈໃຫ້ແກ່ໄວໜຸ່ມ, ທິມງານຂອງແຄມເປນຫວັງວ່າ ເຂົາເຈົ້າຈະມີອິດທິພົນໃຫ້ແກ່ຄອບຄົວ ແລະ ໝູ່ຂອງຕົນໃຫ້ເປັນຜູ້ຂັບເຄື່ອນທີ່ມີຄວາມຮັບຜິດຊອບ ແລະ ເບິ່ງແຍງດູແລເຊິ່ງກັນ ແລະ ກັນສໍາລັບຄົນລຸ້ນຕໍ່ໆໄປ.
ໃນປີ 2023, ແຄມເປນ “ພະລັງຂອງຄຳວ່າບໍໍ່” ຄາດວ່າຈະຂະຫຍາຍໄປຍັງປະເທດອື່ນໆໃນອາຊີປາຊີຟິກ ເພື່ອຊຸກຍູ້ໃຫ້ໄວໜຸ່ມດື່ມເຫຼົ້າຢ່າງມີຄວາມຮັບຜິດຊອບ ແລະ ການປ່ຽນແປງພຶດຕິກຳທີ່ຍືນຍົງ.
ຖ້າຕ້ອງການຮຽນຮູ້ເພີ່ມຕື່ມກ່ຽວກັບ ພະລັງຂອງຄຳວ່າບໍໍ່, ໃຫ້ເຂົ້າເບິ່ງທີ່ ເພຈ Facebook ຫຼື ເວັບໄຊຂອງແຄມເປນ.

###

ພະລັງຂອງຄຳວ່າບໍໍ່ – ລາຍຊື່ບັນດາຄູ່ຮ່ວມງານໃນທ້ອງຖິ່ນ

ປະເທດກຳປູເຈຍ
ສະມາຄົມລົດຍົນແຫ່ງກຳປູເຈຍ, ສະພາທຸລະກິດສາກົນ, ຄະນະກຳມະການຄວາມປອດໄພທາງຖະໜົນແຫ່ງກຳປູເຈຍ, CamSafe

ປະເທດລາວ
ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623, ກຸ່ມບໍລິສັດ RDK, ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ

ປະເທດມາເລເຊຍ
EuroCham Malaysia, ສະຖາບັນຄົ້ນຄວ້າຄວາມປອດໄພທາງຖະໜົນແຫ່ງມາເລເຊຍ, ກະຊວງຄົມມະນາຄົມຂົນສົ່ງ

ປະເທດຟີລິບປິນ
ສະມາຄົມລົດຍົນແຫ່ງຟີລິບປິນ, ບໍລິສັດພັນທະມິດເຄື່ອງດື່ມແອວກໍຮໍແຫ່ງຟີລິບປິນ, ກອງບັນຊາການຕຳຫຼວດແຫ່ງຊາດຟີລິບປິນ

ປະເທດໄທ
ງານບຸນສຳລັບຄົນຮັກລົດຈັກບາງກອກ, ມູນນິທິໄທເພື່ອການດື່ມຢ່າງມີຄວາມຮັບຜິດຊອບ, ກອງບັນຊາການຕຳຫຼວດນະຄອນບານຂອງໄທ

ປະເທດຫວຽດນາມ
ສະມາຄົມລົດຍົນແຫ່ງຫວຽດນາມ, ສະມາຄົມເພື່ອການດື່ມຢ່າງມີຄວາມຮັບຜິດຊອບຫວຽດນາມ, ສະມາຄົມກິລາລົດຈັກຫວຽດນາມ, ສະພາການຄ້າເອີຣົບປະຈຳຫວຽດນາມ, Protec

ພາກພື້ນ
ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA), ກຸ່ມບໍລິສັດ Ores, ສະຫະພັນລົດຍົນສາກົນ (FIA),ສະຖາບັນຄົ້ນຄ້ວາ ແລະ ຝຶກອົບຮົມຂອງອົງການສະຫະປະຊາຊາດ (UNITAR), ສະພາທຸລະກິດເອີຣົບ-ອາຊຽນ (EUABC), ສະພາທຸລະກິດສະຫະລັດ-ອາຊຽນ (USABC)


ກ່ຽວກັບພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA)
ພັນທະມິດຜູ້ຄ້າເຫຼົ້າ ແລະ ເຫຼົ້າແວງສາກົນໃນພາກພື້ນອາຊີ-ປາຊີຟິກ (APISWA) ປະກອບດ້ວຍບັນດາຜູ້ຜະລິດເຫຼົ້າ ແລະ ວາຍລະດັບໂລກ 11 ລາຍທີ່ດໍາເນີນງານໃນທົ່ວພາກພື້ນອາຊີປາຊີຟິກ ໄດ້ແກ່: Bacardi, Beam Suntory, Brown Forman, Campari, Diageo, Edrington, Moët Hennessy, Pernod Ricard, Proximo, Remy Cointreau ແລະ William Grant & Sons. APISWA ມີຈຸດປະສົງເພື່ອສົ່ງເສີມສະພາບແວດລ້ອມທີ່ມີການດື່ມເຫຼົ້າ ແລະ ວາຍໃຫ້ຖືກຕ້ອງຕາມກົດໝາຍຢ່າງມີຄວາມຮັບຜິດຊອບ ແລະ ສະໜັບສະໜູນອຸດສາຫະກໍາການບໍລິການ ແລະ ການທ່ອງທ່ຽວທີ່ມີຊີວິດຊີວາ, ຍືນຍົງ ແລະ ມີຄວາມຮັບຜິດຊອບ. ນອກຈາກນັ້ນ, APISWA ມີຈຸດປະສົງເພື່ອຮັບປະກັນສະພາບແວດລ້ອມທາງທຸລະກິດທີ່ຍືນຍົງ ແລະ ສາມາດແຂ່ງຂັນໄດ້ສໍາລັບສະມາຊິກຂອງພວກເຮົາ. APISWA ໃຫ້ຄວາມສໍາຄັນກັບການປົກປ້ອງຜົນປະໂຫຍດ ແລະ ຄວາມປອດໄພຂອງຜູ້ບໍລິໂພກ ແລະ ຮັບປະກັນໃຫ້ມີການດື່ມເຄື່ອງດື່ມທາດເຫຼົ້າໃນປະລິມານທີ່ພໍເໝາະ, ໃນຮູບແບບທີ່ເໝາະສົມກັບສະພາບການທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງການປະຕິບັດທີ່ດີທີ່ສຸດຂອງສາກົນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເບິ່ງທີ່: https://apiswa.org/.

ກ່ຽວກັບສະມາຄົມລົດຍົນແຫ່ງຫວຽດນາມ (AA Vietnam)
AA Vietnam ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2017 ໂດຍແມ່ນອົງການສະມາຊິກຊັ້ນນໍາທີ່ມີເປົ້າໝາຍເພື່ອສະໜອງຜະລິດຕະພັນ ແລະ ຂໍ້ສະເໜີທີ່ມີຫຼາກຫຼາຍດ້ວຍຄຸນນະພາບສາກົນສໍາຜູ້ໃຊ້ລົດໃຊ້ຖະໜົນຂອງຫວຽດນາມ. ການບໍລິການຂອງ AAV ລວມມີການຊ່ວຍເຫຼືອຕາມຖະໜົນແບບມືອາຊີບ (ເຊັ່ນ: ການບໍລິການລາກລົດ); ນະໂຍບາຍປະກັນໄພ; ແພັກເກັດທ່ອງທ່ຽວ; ສ່ວນຫຼຸດແກ່ການດຳລົງຊີວິດ ແລະ ສະໜັບສະໜູນຄວາມປອດໄພທາງຖະໜົນຢູ່ຫວຽດນາມ ແລະ ຕ່າງປະເທດ. ດ້ວຍຈຳນວນລົດຍົນຢູ່ເທິງທ້ອງຖະໜົນນັບມື້ນັບເພີ່ມຂຶ້ນ – ເຕີບໂຕ 13% ຕໍ່ປີ – AA Vietnam ຄາດວ່າຕົນເອງແມ່ນຜູ້ໃຫ້ບໍລິການທີ່ມີຄຸນນະພາບທີ່ຮັບປະກັນຄວາມປອດໄພ ແລະ ຄວາມສະດວກສະບາຍຂອງຜູ້ໂດຍສານໃນທ້ອງຖະໜົນ. ໃນການຮ່ວມມືກັບ

ຄະນະກຳມະການຄວາມປອດໄພດ້ານການຈະລາຈອນແຫ່ງຊາດ, AAV ແມ່ນຢູ່ໃນຕຳແໜ່ງທີດີທີ່ຈະກ້າວໄປສູ່ຂໍ້ລິເລີ່ມດ້ານຄວາມປອດໄພທາງຖະໜົນ. ໃນປີ 2018, AAV ໄດ້ຮ່ວມມືກັບ FIA ເພື່ອເປີດຕົວແຄມເປນ #3500Lives ເພື່ອສ້າງຈິດສໍານຶກກ່ຽວກັບແນວທາງການປະຕິບັດໃນການຂັບຂີ່ທີ່ປອດໄພ ເນື່ອງຈາກມີຜູ້ເສຍຊີວິດເຖິງ 3,500 ຄົນຢູ່ຖະໜົນຫົນທາງຂອງໂລກໃນທຸກໆມື້. AA Vietnam ເປັນສະມາຊິກຂອງ ສະຫະພັນລົດຍົນສາກົນ (FIA) ແລະ ມີບົດບາດເປັນຜູ້ນໍາໃນບັນດາໂຄງການພາກພື້ນອາຊີ – ປາຊີຟິກ ຂອງ FIA ກ່ຽວກັບການຊຸກຍູ້ ແລະ ຄວາມປອດໄພຂອງຊຸມຊົນ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເບິ່ງທີ່: http://www.aavn.vn/.

ກ່ຽວກັບ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623
ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1623 ເປັນລົດສຸກເສີນ, ລົດດັບເພີງ ແລະ ກູ້ໄພແຫ່ງທຳອິດ ແລະ ແຫ່ງດຽວໃນປະເທດລາວ. ໜ່ວຍກູ້ໄພນີ້ໄດ້ເລີ່ມຕົ້ນໃນປີ 2010 ດ້ວຍອາສາສະໝັກຈຳນວນໜຶ່ງໃນນະຄອນຫຼວງວຽງຈັນ ແລະ ປັດຈຸບັນໄດ້ກວມເອົາ 4 ເມືອງໃນ 4 ແຂວງ ໂດຍມີອາສາສະໝັກຫຼາຍກວ່າ 600 ຄົນເຮັດວຽກທັງກາງເວັນ ແລະ ກາງຄືນ, ແບບບໍ່ຮັບເງິນເດືອນ, ເພື່ອຍື່ນມືຂອງຕົນຊ່ວຍເຫຼືອຜູ້ຄົນໃນຊ່ວງເວລາທີ່ໂສກເສົ້າທີ່ສຸດ. ໜ່ວຍກູ້ໄພນີ້ໄດ້ຮັບຫຼາຍລາງວັນໃນທົ່ວໂລກ, ຈາກປະທານາທິບໍດີຝຣັ່ງຢູ່ປາຣີໃນປີ 2016 ພ້ອມທັງ “ລາງວັນໂນແບນອາຊີ” ຣາມອນ ແມກໄຊໄຊ ຢູ່ໃນຟີລິບປິນ. ລາງວັນສຸດທ້າຍນີ້ “ເປັນການຍ້ອງຍໍຜົນງານອັນເປັນວິລະຊົນຂອງຕົນ ໃນການຊ່ວຍຊີວິດຊາວລາວ ໃນເວລາ ແລະ ສະຖານທີ່ ທີ່ມີຄວາມຕ້ອງການຄວາມຊ່ວຍເຫຼືອເປັນຢ່າງຍິ່ງ, ພາຍໃຕ້ສະພາບການທີ່ຂາດເຂີນທີ່ສຸດ, ໂດຍໄດ້ຮັບແຮງບັນດານໃຈຈາກລັດທິມະນຸດສະທຳທີ່ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງນໍ້າໃຈອັນດຽວກັນກັບຄົນອື່ນໆອີກຫຼວງຫຼາຍ.”
ກ່ຽວກັບ ກຸ່ມບໍລິສັດ RDK
ກຸ່ມບໍລິສັດ RDK ເປັນອົງການທີ່ໃຫ້ບໍລິການເຕັມຮູບແບບໃນການສ້າງສື່ໂຄສະນາ ແລະ ສ້າງຕົວຕົນທາງດ້ານດິຈິຕອນໃຫ້ກັບຜະລິດຕະພັນ, ຍີ່ຫໍ້ ແລະ ທຸລະກິດ. ດ້ວຍຄວາມຊ່ຽວຊານໃນດ້ານສື່ສັງຄົມ, RDK ສະໜອງຍຸດທະສາດ ແລະ ດໍາເນີນງານແກ່ແຄມເປນຕ່າງໆ ເພື່ອຮັບປະກັນໃຫ້ເນື້ອຫາສາມາດເຂົ້າເຖິງກຸ່ມເປົ້າໝາຍທີ່ຖືກຕ້ອງ. ໄດ້ຮັບການຂັບເຄື່ອນໂດຍໄວໜຸ່ມທີ່ມີຄວາມສາມາດ ແລະ ນໍາພາໂດຍຜູ້ຊ່ຽວຊານດ້ານອຸດສາຫະກໍາທີ່ມີປະສົບການຫຼາຍປີໃນດ້ານສື່, ງານກິດຈະກໍາ ແລະ ຂົງເຂດດິຈິຕອນ, ທີມງານກຸ່ມບໍລິສັດ RDK ຍັງຄົງຢູ່ໃນແຖວໜ້າຂອງທຸກແພລດຟອມ.

ກ່ຽວກັບສະຖານທູດອັງກິດປະຈຳລາວ
ສະຖານທູດອັງກິດ ປະຈຳນະຄອນຫຼວງວຽງຈັນ ໃຫ້ການບໍລິການແກ່ຊາວອັງກິດ ທີ່ອາໄສຢູ່ ແລະ ຢ້ຽມຢາມປະເທດລາວ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າເບິ່ງທີ່: https://www.gov.uk/world/laos/news.


ການຕິດຕໍ່ສື່
ສໍາລັບຂໍ້ມູນເພີ່ມຕື່ມ ໃຫ້ຕິດຕໍ່ກຸ່ມບໍລິສັດ RDK:
www.rdkgroup.la
[email protected]
+856 20 55731717

LEAVE A REPLY

Please enter your comment!
Please enter your name here