ປະທານປະເທດ ຕ້ອນຮັບ ບັນດາທູດຕ່າງປະເທດ ປະຈໍາລາວ ເຂົ້າຍື່ນສານຕາຕັ້ງ

0
762

ໃນວັນທີ 23 ກຸມພາ 2023, ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຈາກ ບັນດາທູດຕ່າງປະເທດ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

ບັນດາທູດຕ່າງປະເທດ ປະຈໍາ ສປປ ລາວ ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້ປະກອບມີ: ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz) ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກ ດານມາກ, ທ່ານ ປາເວວ ປີເຕວ (Pavel Pitel) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເຊັກ, ທ່ານ ໂຈນາທານ ຄິງສ໌ (Jonathan KINGS) ເອກອັກຄະລັດຖະທູດ ແຫ່ງ ນິວຊີແລນ, ທ່ານ ເປໂດຣ ຊະວາເລັນ (Pedro Zwahlen) ເອກອັກຄະລັດຖະທູດ ແຫ່ງ ສະມາພັນທະລັດ ສະວິດ, ທ່ານ ອູລັດຊີເມຍ ບາຣາວີກູ (Uladzimir Baravikou) ເອກອັກຄະລັດຖະທູດ ແຫ່ງ ສາທາລະ ນະລັດ ເບລາຣຸດຊີ.

ພ້ອມນີ້, ທ່ານປະທານປະເທດ ກໍໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຈົ່ງສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ຈົນເຖິງ ການໄປມາຫາສູ່ກັນລະຫວ່າງ ປະຊາຊົນ ດ້ວຍກັນໃຫ້ຫລາຍຂຶ້ນ; ໄດ້ຢືນຢັນຄືນແນວທາງນະໂຍບາຍການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ຍາມໃດກໍຍຶດໝັ້ນໃນແນວທາງການຕ່າງປະເທດ ແຫ່ງ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ສປປ ລາວ ເປັນປະເທດຮັກຫອມສັນຕິພາບ, ຢາກເປັນມິດກັບທຸດປະເທດ, ພ້ອມທີ່ຈະຮ່ວມມື ກັບທຸກປະເທດ ບົນຫລັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນ, ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກ.

ໃນໂອກາດດຽວກັນ, ທ່ານ ປະທານປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ພ້ອມນີ້, ກໍສະເໜີໃຫ້ບັນດາທ່ານທູດ ຊ່ວຍສືບຕໍ່ຊຸກຍູ້ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ ໂດຍສະເພາະໃນປີ 2024 ນີ້.

ໃນໂອກາດດຽວກັນນີ້, ບັນດາທ່ານ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈພ້ອມທັງ ໄດ້ສະແດງຄວາມຍິນດີທີ່ຈະສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບອັນດີງາມ ແລະ ການຮ່ວມມືຢ່າງມີໝາກຜົນ ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນອະນາຄົດ ເພື່ອນຳເອົາຄວາມ ຈະເລີນຮຸ່ງເຮືອງ ມາສູ່ ປະເທດຊາດ ແລະ ນຳເອົາຜົນປະໂຫຍດສູງສຸດ ມາສູ່ ປະຊາຊົນ.

LEAVE A REPLY

Please enter your comment!
Please enter your name here