ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ມອບ​ທຶນ​ຊ່ວຍເຫຼືອຊ່ວຍວຽກງານປ້ອງ​ກັນ​ຄວາມ​ສະຫງົບ 300.000 ໂດ​ລາຕໍ່ປີ

0
2115

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ ຮ່ວມ​ກັບວິ​ສາ​ຫະ​ກິດ​ລົງທຶນ​ຂອງ​ຈີນ ອາ​ຊີ​-​ໂປ​ຕາສ ສາກົນ ສ້າງຕັ້ງ​ທຶນ​ອຸດ​ໜູນ​ຊ່ວຍເຫຼືອ​ນາຍແລະພົນຕໍາຫຼວດໃນວຽກງານປ້ອງ​ກັນ​ຄວາມ​ສະຫງົບແຕ່​ລະ​ປີ​ຊ່ວຍ​ເງິນ​ອຸດ​ໜູນ​ຈໍາ​ນວນ 300.000 ໂດ​ລາ.

ໃນ​ວັນ​ທີ 9 ພະຈິກ 2023 ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ສປປ ລາວ  ແລະ ບໍລິສັດ ຊີ​ໂນ​-​ອາ​ກຣີ ໂປ​ຕາສ ຈຳກັດ ເຊິ່ງ​ເປັນ​ບໍລິສັດ​ໃນ​ເຄືອ​ຂອງ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກ່ຽວ​ກັບ “ໂຄງການ​ທຶນ​ອຸດ​ໜູນ​ຊ່ວຍນາຍແລະພົນຕໍາຫຼວດໃນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​” ຢ່າງ​ເປັນ​ທາງ​ການ ຢູ່​ນະຄອນຫຼວງ​ວຽງ​ຈັນ. ແຕ່​ລະ​ປີ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ຈະ​ມອບ​ທຶນ​ຊ່ວຍເຫຼືອ ຈໍາ​ນວນ 300.000 ໂດ​ລາ​ ເພື່ອ​ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕຳຫຼວດ, ນັກປະຕິວັດອາວຸໂສ, ພະນັກງານບຳນານ, ຜູ້ໄດ້ຮັບບາດ¬ເຈັບ, ເສຍອົງຄະ ແລະ ຄອບຄົວຜູ້ເສຍຊີວິດໃນການປະຕິບັດໜ້າທີ່ ແລະ ມີຜົນງານຕໍ່ປະເທດຊາດ​. ທ່ານ ພົນ​ເອກ ວິໄລ ຫຼ້າ​ຄໍາ​ຟອງ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ສົມ​ວັນ ສາຍ​ລ້ອງ​ພາຫົວໜ້າ​ຫ້ອງ​ວ່າການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ທ່ານ ພົນ​ຕີ ທອງ​ສຸກ ຍ່າ​ເອີ​ລາວ​ລີຫົວໜ້າ​ກົມ​ໃຫຍ່​ພະລາທິການ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການ​ນໍາ​ຂອງ​ກະຊວງ ພ້ອມ​ດ້ວຍ​ຜູ້ຕາງໜ້າຝ່າຍ​ໃຫ້​ທຶນ​ຊ່ວຍເຫຼືອ ທ່ານ ຖຸງ ຢຸ້ງ​ເຫິງ ຮອງ​ຜູ້ອຳນວຍການ​ໃຫຍ່ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ, ຜູ້ອໍານວຍການໃຫຍ່ ຊີໂນ-ອາກຣີ ໂປຕາສ, ຜູ້ຮັບຜິດຊອບຖານການຜະລິດຝຸ່ນໂປຕາສ ຢູ່ ສປປ ລາວ  ແລະບັນດາທ່ານການ​ນໍາ​ທີ່​ກ່ຽວຂ້ອງ ກໍໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ນາມ.

ກອງ​ທຶນ​ອຸດໜູນຊ່່ວຍເຫຼືອ​ນີ້​ແມ່ນ​ການ​ຮ່ວມ​ມື​ທີ່​ສໍາ​ຄັນ ລະຫວ່າງ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເພື່ອ​ສະໜັບສະໜູນ ແລະ ສົ່ງເສີມ​ການ​ປົກປັກຮັກສາ​ຄວາມ​ສະຫງົບ, ​ຈຸດປະສົງແມ່ນ​ເພື່ອຊ່ວຍເສີມ ແລະ ປັບປຸງ​ລະ​ບົ​ບນະໂຍບາຍອຸດໜູນຕໍ່​ນາຍ ແລະ ພົນ​ຕໍາ​ຫຼວດ​ໃນ​ການ​ປະຕິບັດ​ໜ້າທີ່ປ້ອງກັນ​ຄວາມ​ສະຫງົບ​, ​ບົນ​ພື້ນຖານ​ລະບຽບ, ກົດໝາຍ ແລະ ນະໂຍບາຍ​ກ່ຽວການດູແລເບິ່ງແຍງ​ນາຍ ແລະ ພົນ​ຕໍາ​ຫຼວດ ແລະ​ຄອບຄົວ​ພວກເພິ່ນ ທີ່​ໄດ້​ປະກອບສ່ວນໃນການ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ຊາດ, ເຊິ່ງ​ແມ່ນ​ມາດ​ຕະການ​ເຂັ້ມແຂງ ລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ​ທີ່ຮ່ວມກັນສ້າງຕ້ັງໃນສາຍ​ສະຫວັດດີ​ການ​ສັງຄົມ ແລະ ການຮັບປະກັນ ແບບ​ຫລາຍລະດ​ຂອງລາວ.

ດັ່ງ​ທີ່​ຮູ້​ກັນ​ວ່າບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ວິ​ສາ​ຫະ​ກິດ​ລະດັບ​ສາກົນ ທີ່​ສຸ່ມ​ໃສ່​ການ​ຂຸດ​ຄົ້ນ​ແຮ່​ເກືອ​ໂປ​ຕາສ, ຜະລິດ​ແລະຈໍາໜ່າຍຝຸ່ນ​ໂປ​ຕາສ, ບໍລິສັດ ໄດ້​ນຳ​ໃຊ້ທຶນ, ຂໍ້ພົ້ນເດັ່ນ​ດ້ານ​ເຕັກນິກ ແລະ ຄວາມ​ສາມາດ​ໃນ​ການ​ບໍລິຫານຄຸ້ມຄອງ, ໄດ້ພັດທະນາກາຍເປັນ​ຖານ​ການ​ຜະລິດ​ຝຸ່ນໂປຕາສ ທີ່​ໃຫຍ່​ທີ່​ສຸດ​ໃນ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງ​ໄດ້​ສ້າງ​ຊື່​ສຽງລະດັບໂລກສໍາລັບຝຸ່ນ​ໂປ​ຕາ​ສຂອງລາວ. ໃນ​ຖານະ​ວິ​ສະຫະ​ກິດ ທີ່​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້​ປະຕິບັດ​ຕາມ​ຄວາມ​ຮັບຜິດ​ຊອບ​ຕໍ່​ສັງຄົມຢ່າງ​ຕັ້ງໜ້າມາໂດຍຕະຫຼອດ, ເອົາໃຈໃສ່ ແລະ ສະໜັບສະໜູນ​ການ​ພັດທະນາ​ເສດ​ຖະກິດ​-​ສັງຄົມຂອງ​ລາວ​ໃນ​ຂົງເຂດ​ຕ່າງໆ, ສະໜອງ​ທຶນ​ຊ່ວຍເຫຼືອຢ່າງກວ້າງຂວາງ ລວມທັງ ວຽກງານປ້ອງກັນ​ຄວາມ​ສະຫງົບ​, ​ປ້ອງ​ກັນ​ຊາດ, ການ​ສຶກສາ, ກິລາ, ກະສິກຳ ແລະ ຂົງເຂດ​ອື່ນໆ, ເຊິ່ງເປັນ​ວິ​ສາ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ທາງ​ສັງຄົມ​​. ບົດ​ບັນທຶກ​ຄວາມ​ເຂົ້າໃຈກ່ຽວກັບທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນ​ຄວາມ​ສະຫງົບ​ ທີ່​ໄດ້​ລົງ​ນາມ​ຮ່ວມ​ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບໃນຄັ້ງນີ້ ​ແມ່ນບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ​ປະຕິບັດຕົວຈິງໃນການສະໜັບສະໜູນ​ພາລະກິດ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ​ຫຼຸດຜ່ອນ​ພາລະ​ດ້ານ​ການ​ເງິນຂອງກໍາລັງປ້ອງກັນຄວາມສະຫງົບຂອງ ສປປ ລາວ.

ໃນ​ພິທີ​ລົງ​ນາມ ທ່ານ ຖຸງ ຢຸ້ງ​ເຫິງ,ຮອງ​ຜູ້ອຳນວຍການ​ໃຫຍ່​ ​ບໍລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໄດ້ກ່າວ​​ວ່າ: ກໍາລັງປ້ອງກັນຄວາມສະຫງົບໄດ້ປະກອບສ່ວນອັນໃຫຍ່ຫຼວງ. ໃນດ້ານຮັບປະກັນໃຫ້ວິສາຫະກິດສາມາດທໍາການຜະລິດ ແລະ ດຳເນີນທຸລະກິດຢ່າງປົກກະຕິ ແລະ ໄດ້ສ້າງສະພາບແວດລ້ອມທາງທຸລະກິດທີ່ປອດໄພໃຫ້ແກ່ນັກລົງທຶນ, ເຊິ່ງເປັນຜົນງານທີ່ຍິ່ງໃຫຍ່. ອາຊີ-ໂປຕາສ ສາກົນ ສາມາດດຳເນີນການຜະລິດແລະການກໍ່ສ້າງທີ່ປອດໄພໃນເຂດນິຄົມອຸດສາຫະກຳໂປຕາສ ແລະ ອະໂປຕາສຢ່າງເປັນລະບຽບກໍຍ້ອນຜົນປະໂຫຍດຈາກສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດຂອງ ສປປ ລາວ, ແລະ ນາຍ ແລະ ພົນ​ຕໍາ​ຫຼວດຮັບຜິດຊອບປ້ອງກັນຄວາມສະຫງົບ ແລະ ຄວາມສະຖຽນລະພາບຂອງສັງຄົມຂອງ ສປປ ລາວ. ຈຸດປະສົງຂອງທຶນດັ່ງກ່າວແມ່ນເພື່ອສະໜັບສະໜູນການພັດທະນາຂອງສັງຄົມລາວໃຫ້ໝັ້ນຄົງ ແລະ ເປັນ​ລະບຽບ​ຮຽບຮ້ອຍ, ຫວັງ​ວ່າ​ຜ່ານ​​ທຶນ​ດັ່ງກ່າວ ​ຈະເປັນການປະກອບສ່ວນ​ສະໜັບສະໜູນ​ທາງ​ດ້ານເສດຖະກິດ,​ຊ່ວຍເຫຼືອ​ທາງ​ດ້ານ​ວັດຖຸ ແລະ ການ​ເບີ່ງ​ແຍງ​ທາງ​ດ້ານ​ຈິດໃຈ ໃຫ້​ແກ່​ນາຍ ແລະ ພົນ​ຕໍາ​ຫຼວດ​ ແລະ ຄອບຄົວ​​ ທີ່ມີ​ຜົນງານໃນ​ການ​ປົກ​ປັກ​ຮັກສາ​ສັງຄົມ​ໃຫ້​ມີ​ສະຖຽນ​ລະ​ພາບ, ພ້ອມ​ທັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ ແລະ ການ​ເອົາໃຈໃສ່ຕໍ່​ສັງຄົມ​ຂອງ​ບໍລິສັດ ພ້ອມນັ້ນ ບໍລິສັດສະແດງຄວາມຂອບໃຈຕໍ່ເຈົ້າຫນ້າທີ່ປະຕິບັດວຽກງານຄວາມປອດໄພໍ່ສາທາລະນະສ້າງສະພາບແວດລ້ອມທີ່ດີໃນການດຳເນີນທຸລະກິດ.

ຄວາມ​ຈະເລີນ​ຮຸ່ງເຮືອງ​ແລະເຂັ້ມແຂງຂອງຊາດ ແມ່ນປາສຈາກ​ບໍ່ໄດ້ ສັງຄົມທີ່ມີ​ຄວາມສະຫງົບສຸກ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຍາວ​ນານ. ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ຄັ້ງ​ນີ້ ເຊິ່ງມີ​ຄວາມ​ໝາຍ​ສໍາຄັນຍິ່ງ ຕໍ່​ການ​ຊຸກຍູ້​ການ​ພັດທະນາພາລະກິດປ້ອງ​ກັນ​ຄວາມ​ສະຫງົບ​, ປົກປັກຮັກສາ​ຄວາມ​ໝັ້ນຄົງ ແລະ ຄວາມ​ສາມັກຄີ​ພາຍ​ໃນ​ສັງ​ຄົມຂອງ ສປປ ລາວ. ບໍ​ລິສັດ ອາ​ຊີ​-​ໂປ​ຕາສ ສາກົນ ໃນ​ຖານະ​​ວິ​ສາ​ຫະ​ກິດ​ທີ່​ເປັນຕົ້ນ​ແບບ  ໄດ້​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື ລະຫວ່າງ​ລັດ ແລະ ວິ​ສາ​ຫະ​ກິດ ເພື່ອພ້ອມກັນ​ສ້າງ​ສັງຄົມ​ທີ່​ຈະເລີນ​ຮຸ່ງເຮືອງ ແລະ ເປັນ​ກໍາລັງແຮງທາງບວກເພື່ອການ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ຂອງ​ ສປປ ​ລາວ.

LEAVE A REPLY

Please enter your comment!
Please enter your name here