
ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Togetherກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ ຮ່ວມກັບ TikTok Shop ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ມາເລເຊຍ ໄດ້ສະແດງຜົນສຳເລັດຂອງ ໂຄງການ ASEAN SOAR Together ທີ່ກອງປະຊຸມສຸດຍອດອາຊຽນດ້ານທຸລະກິດ ແລະ ການລົງທຶນ (ABIS) 2025 ທີ່ ກົວລາ ລຳເປີ. ການນໍາສະເໜີດັ່ງກ່າວໄດ້ຍົກໃຫ້ເຫັນເຖິງພະລັງແຫ່ງການຮ່ວມມືລະຫວ່າງພາກລັດ-ເອກະຊົນໃນການຊຸກຍູ້ການຫັນເປັນດີຈີຕ້ອນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME) ໃນທົ່ວອາຊຽນ.ໃນລະຫວ່າງກອງປະຊຸມ, 5 ວິສາຫະກິດ MSME ທີ່ພົ້ນເດັ່ນຈາກ ໂຄງການ ອາຊຽນ SOAR Together ໄດ້ຮ່ວມແບ່ງປັນບາດກ້າວການເດີນທາງຂອງການຫັນເປັນດິຈິຕ້ອນຂອງພວກຕົນ ແລະ ໄດ້ສາທິດການຂາຍເຄື່ອງອອນລາຍແບບໄລ້ສົດໃຫ້ຜູ້ຊົມຈາກທົ່ວພາກພື້ນໄດ້ເບິ່ງ, ທີ່ສື່ໃຫ້ເຫັນເຖິງຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ເຄື່ອງມືທາງດິຈິຕ້ອນທີ່ກໍາລັງຊ່ວຍສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍໃຫ້ຂະຫຍາຍ ແລະ ຈະເລີນເຕີບໂຕໄປໃນທົ່ວອາຊີຕາເວັນອອກສຽງໃຕ້.ທ່ານ ນາງ ຊານິດາ ໄກຣພັນ, ຜູ້ອໍານວຍການດ້ານນະໂຍບາຍສາທາລະນະ ປະຈໍາພາກພື້ນ ອາຊີຕາເວັນອອກສຽງໃຕ້ຂອງ TikTok ກ່າວວ່າ. “TikTok Shop ມີຄວາມຕັ້ງໃຈຢ່າງເລິກເຊິ່ງທີ່ຈະຊຸກຍູ້ MSME ໃນການຫັນເປັນດິຈິຕ້ອນຂອງພວກເຂົາ ແລະ ໂຄງການ ASEAN SOAR Together ເປັນຕົວຢ່າງສໍາຄັນວ່າພວກເຮົາຈະຊ່ວຍໃຫ້ທຸລະກິດເຫຼົ່ານີ້ເຕີບໂຕແນວໃດ. ຜ່ານການນໍາເອົາການຝຶກອົບຮົມ, ການນໍາໃຊ້ຕົວຈິງ ແລະ ການສ້າງແບຣນໃຫ້ເປັນທີ່ຮັບຮູ້ໃນພາກພື້ນອາຊຽນປະສົມປະສານເຂົ້າກັນນັ້ນ ພວກເຮົາກໍາລັງສ້າງຄວາມເຂັ້ມແຂງແກ່ຜູ້ປະກອບການຜ່ານເຄື່ອງມືທີ່ເຮົາມີ ແລະ ມອບໂອກາດທີ່ຊ່ວຍໃຫ້ພວກເຂົາຈະເລີນເຕີບໂຕທາງດິຈິຕ້ອນ. ທີ່ສຳຄັນທີ່ສຸດແມ່ນພວກເຮົາກຳລັງເຮັດໃຫ້ພວກເຂົາສາມາດໝູນໃຊ້ລະບົບນິເວດການຄົ້ນຫາເພື່ອຊື້ອັນເປັນເອກະລັກຂອງ TikTok Shop ຢ່າງເຕັມສ່ວນ ເຮັດໃຫ້ຜູ້ນໍາໃຊ້ແອັບຂອງພວກເຮົາຖືກເຊື່ອມໂຍງດຶງດູດຜ່ານຄວາມສົນໃຈຂອງຕົນແທ້ໆ, ພ້ອມທັງຊ່ວຍສ້າງໜ້າຮ້ານດິຈິຕ້ອນທີ່ມີປະສິດທິພາບທີ່ທຸກຄົນສາມາດເຂົ້າເຖິງໄດ້, ສາມາດມີສ່ວນຮ່ວມ ແລະ ປະສົບຜົນສໍາເລັດໄປນໍາກັນ.”ສ້າງຄວາມເຂັ້ມແຂງແກ່ MSME ໃຫ້ເຕີບໂຕໄປທົ່ວອາຊຽນໂດຍຮັບຮູ້ວ່າ MSME ເປັນກະດູກສັນຫຼັງຂອງເສດຖະກິດຂອງອາຊຽນ ແຕ່ຍັງປະເຊີນກັບອຸປະສັກຢ່າງຕໍ່ເນື່ອງຕໍ່ການຮັບຮອງເອົາດິຈິຕ້ອນ, ມູນນິທິອາຊຽນ, TikTok Shop, ແລະ ASEAN-BAC ມາເລເຊຍ ໄດ້ເປີດຕົວໂຄງການ ASEAN SOAR Together ເພື່ອຮັດແຄບຊ່ອງຫວ່າງນີ້. ໂຄງການລະດັບພາກພື້ນນີ້ໄດ້ສ້າງຄວາມເຂັ້ມແຂງໃຫ້ 50 MSME, ເຊິ່ງເປັນຕົວແທນໃຫ້ຜູ້ປະກອບການຈໍານວນ 150 ກວ່າຄົນໃນທົ່ວປະເທດສະມາຊິກອາຊຽນ, ໂດຍຜ່ານການສ້າງຄວາມອາດສາມາດທີ່ເໝາະສົມ, ການພັດທະນາທັກສະດິຈິຕ້ອນ, ແລະ ໂອກາດໃນການສ້າງຊື່ສຽງໃຫ້ເປັນທີ່ຮັບຮູ້.ຜ່ານບັນດາກອງປະຊຸມ ແລະ ການຝຶກອົບຮົມທີ່ນໍາພາໂດຍ TikTok Shop ແລະ ຜູ້ຊ່ຽວຊານດ້ານການຕະຫຼາດດິຈິຕ້ອນ, ຜູ້ເຂົ້າຮ່ວມໄດ້ປັບປຸງເຕັກນິກການຂາຍເຄື່ອງອອນລາຍຜ່ານການຖ່າຍທອດສົດ, ຍົກລະດັບຄວາມສາມາດໃນການສ້າງຄອນເທັ້ນ ແລະ ສ້າງຄວາມເຂົ້າໃຈໃນການປະຕິບັດໃຫ້ຖືກຕ້ອງຕາມນະໂຍບາຍ. ຈາກນັ້ນພວກເຂົາໄດ້ນຳໃຊ້ທັກສະເຫຼົ່ານີ້ ແລະ ຫັນເອົາຄວາມຮູ້ໄປເປັນຜົນໄດ້ຮັບທາງທຸລະກິດທີ່ເຫັນໄດ້ຊັດເຈນ ແລະ ສ້າງຄວາມຢືດຢຸ່ນທົນທານໃນຕະຫຼາດດິຈິຕ້ອນ ຜ່ານແຄມເປນການແຂ່ງຂັນທາງທຸລະກິດ.ໂຄງການດັ່ງກ່າວໄດ້ສິ້ນສຸດລົງຢູ່ທີ່ ABIS 2025, ເຊິ່ງ ຫ້າວິສາຫະກິດ MSME ທີ່ມີຜົນດໍາເນີນງານດີທີ່ສຸດຄື—MAGWAI (ຟີລິບປີນ), LALAPIS(ໄທ), Meatless Kingdom (ອິນໂດເນເຊຍ), Redlands Coffee (ຫວຽດນາມ), and Camb-Aha (ກໍາປູເຈຍ)— ໄດ້ຮັບການຍ້ອງຍໍຕໍ່ຜົນສໍາເລັດ ແລະ ນະວັດຕະກໍາທີ່ໂດດເດັ່ນ.ທ່ານ ດຣ. ປິຕິ ສິຣິສັງນາມ, ຜູ້ອໍານວຍການມູນນິທິອາຊຽນກ່າວວ່າ: “ການມີສ່ວນຮ່ວມຂອງພວກເຮົາຢູ່ທີ່ ABIS 2025, ຄຽງຄູ່ກັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ປະເທດມາເລເຊຍ, ເປັນເວທີສໍາຄັນທີ່ຊ່ວຍສະແດງໃຫ້ເຫັນຜົນສໍາເລັດທີ່ຊັດເຈນຂອງຄວາມພະຍາຍາມຍົກລະດັບຄວາມອາດສາມາດຂອງພວກເຮົາ.” ທ່ານ ປິຕິ ກ່າວເສີມວ່າ “ການໄດ້ເຫັນ MSME ອັນເປັນກະດູກສັນຫຼັງຂອງເສດຖະກິດອາຊຽນ ກໍ່ເທົ່າກັບໄດ້ເຫັນການຂະຫຍາຍຕົວຂອງພວກເຂົາໃນເວທີສາກົນດ້ານດິຈິຕ້ອນ. ສິ່ງດັ່ງກ່າວເປັນການການຢັ້ງຢືນຜົນສຳເລັດຂອງ ໂຄງການ ASEAN SOAR Together ແລະ ຄວາມມຸ່ງໝັ້ນອັນເຂັ້ມແຂງຂອງຄູ່ຮ່ວມງານຂອງພວກເຮົາກໍຄື TikTok Shop, ໃນການຊ່ວຍຜູ້ປະກອບການເຫຼົ່ານີ້ໃຫ້ມີທັກສະດ້ານ e-commerce ທີ່ຈຳເປັນ. ພວກເຮົາເລັ່ງຄວາມພະຍາຍາມຂອງພວກເຮົາເພື່ອຮັບປະກັນການຫັນເປັນດິຈິຕ້ອນແບບມີສ່ວນຮ່ວມ, ຍືນຍົງ, ແລະ ສະໜອງຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ແບບຍືນຍົງແກ່ຊຸມຊົນໃນທົ່ວພາກພື້ນ”.ສະເຫຼີມສະຫຼອງການເຕີບໂຕ ແລະ ຜົນປະໂຫຍດຕໍ່ພາກພື້ນMSME ສາມາດບັນລຸການເຕີບໂຕຢ່າງໂດດເດັ່ນຜ່ານໂຄງການ ASEAN SOAR Together ຄື:
- MAGWAI (ຟີລິບປີນ) ມີການເຕີບໂຕຂອງ GMV 79% ແລະ ອັດຕາການປ່ຽນແປງດ້ານຍອດຂາຍເພີ່ມຂຶ້ນ 2.3 ເທົ່າ, ບັນລຸໄດ້ໃນສອງຊົ່ວໂມງຂອງການຂາຍຜ່ານການໄລ້ສົດ ເຊິ່ງຜ່ານມາຕ້ອງໃຊ້ເວລາເຖິງໜຶ່ງເດືອນຈຶ່ງຈະບັນລຸຍອດດັ່ງກ່າວ.
- LALAPIS (ໄທ) ແບຣນເຄື່ອງນຸ່ງທີ່ນໍາໂດຍແມ່ຍິງ, ມີອັດຕາການປ່ຽນແປງດ້ານການຂາຍເພີ່ມຂຶ້ນ 22% ພາຍໃນສອງເດືອນ.
- Redlands Coffee (ຫວຽດນາມ) ດຶງດູດ 10.000 ເທື່ອຄົນເຂົ້າຊົມ ແລະ ຮັບອໍເດີ້ໃໝ່ 134 ອໍເດີ້ທີ່ມີມູນຄ່າເຖິງ 21.000.000 ດົ້ງ.
- Camb-Aha (ກໍາປູເຈຍ) ບັນລຸໄດ້ເຖິງ 60% ການຂະຫຍາຍຕົວຂອງຜູ້ຕິດຕາມ, ຍອດວິວວິດີໂອ, ຍອດມີສ່ວນຮ່ວມ ແລະ ການສອບຖາມຂອງລູກຄ້າ.
- Meatless Kingdom (ອິນໂດເນເຊຍ) ບັນລຸການເຕີບໂຕ 715% ໃນ GMV, ການເພີ່ມຂຶ້ນຂອງຍອດການມີສ່ວນຮ່ວມ 602%, ແລະ 13 ວິດີໂອຖືກສະແດງຢູ່ໃນ ໜ້າ TikTok’s For You Page.
ທ່ານ ຣິດສ໌ກີ້ ອາມາເລຍ (Rizky Amalia), ຜູ້ຕາງໜ້າຂອງ Meatless Kingdom ໄດ້ແບ່ງປັນວ່າ “ກອງປະຊຸມສຸດຍອດຄັ້ງນີ້ໄດ້ນຳເອົາຜົນປະໂຫຍດອັນໃຫຍ່ຫຼວງມາຍັງການພັດທະນາອະນາຄົດຂອງທຸລະກິດພວກເຮົາ, ໂດຍສະເພາະແມ່ນການເປີດກວ້າງໂອກາດໃນການສົ່ງອອກ ແລະ ຊຸກຍູ້ການຮ່ວມມືຂ້າມປະເທດ. ພວກເຮົາຫວັງຢ່າງແທ້ຈິງວ່າຜ່ານໂຄງການເຊັ່ນນີ້, ທຸລະກິດຂະໜາດນ້ອຍຈະສືບຕໍ່ຂະຫຍາຍຕົວ, ສ້າງແຮງບັນດານໃຈ, ແລະ ສ້າງຄວາມແຕກຕ່າງທາງບວກສໍາລັບຊຸມຊົນທີ່ກວ້າງຂວາງ,”ບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ ໄດ້ໄປຢ້ຽມຢາມບູດຂອງໂຄງການ ASEAN SOAR Together – TikTok Shop ທີ່ ABIS 2025 ພ້ອມທັງຊົມເຊີຍໂຄງການທີ່ໄດ້ຊ່ວຍໃຫ້ MSME ຮັບຮອງເອົາການຫັນເປັນດິຈິຕ້ອນໃນພາກປະຕິບັດຕົວຈິງ, ຂະຫຍາຍຕະຫຼາດຂອງພວກເຂົາອອກໄປ ແລະ ບັນລຸການເຕີບໂຕທາງອອນໄລນ໌ແບບຍືນຍົງ.”ໂຄງການ ASEAN SOAR Together ໄດ້ຢໍ້າໃຫ້ເຫັນການຮ່ວມມືຢ່າງມີປະສິດທິພາບໃນການພັດທະນາເສດຖະກິດດີຈີຕ້ອນຂອງອາຊຽນ. ທ່ານ ຕັນ ສຣິ ນາເຊຍ ຣາຊັກ (Tan Sri Nazir Razak), ປະທານ ASEAN-BAC ກ່າວວ່າ: ຜ່ານການຮ່ວມມືລະຫວ່າງ TikTok Shop, ມູນນິທິອາຊຽນ ແລະ ASEAN-BAC, ພວກເຮົາໄດ້ເຫັນ MSME ເສີມສ້າງຄວາມອາດສາມາດດ້ານດິຈິຕ້ອນ ແລະ ຄວາມສາມາດໃນການແຂ່ງຂັນໃນພາກພື້ນ. ຜົນໄດ້ຮັບທີ່ຖືກນໍາສະເໜີໃນ ABIS 2025 ທີ່ຜ່ານມາ, ໄດ້ເນັ້ນໃຫ້ເຫັນວ່າໂຄງການທີ່ມີເປົ້າໝາຍຊັດເຈນສາມາດຊ່ວຍຊຸກຍູ້ການເຕີບໂຕແບບມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ການພັດທະນາເສດຖະກິດຂອງໄວໜຸ່ມອາຊຽນ.“ກ້າວໄປສູ່ອາຊຽນດິຈິຕ້ອນແບບມີສ່ວນຮ່ວມໂຄງການ ASEAN SOAR Together ເນັ້ນໜັກເຖິງພາລະກິດຂອງມູນນິທິອາຊຽນ ໃນການສົ່ງເສີມເສດຖະກິດດິຈິຕ້ອນແບບມີສ່ວນຮ່ວມ ແລະ ຍືນຍົງ. ຜ່ານການຮ່ວມມືຄັ້ງນີ້, ມູນນິທິອາຊຽນ, TikTok Shop, ແລະ ອາຊຽນ-BAC ມາເລເຊຍ ສືບຕໍ່ຮັກສາຄຳໝັ້ນສັນຍາຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ, ຂະຫຍາຍທຸລະກິດທ້ອງຖິ່ນ ແລະ ຊຸກຍູ້ການເຕີບໂຕທີ່ສະເໝີພາບໃນທົ່ວອາຊີຕາເວັນອອກສຽງໃຕ້.ຮ່ວມກັນຊຸກຍູ້ວາລະການຫັນເປັນດິຈິຕ້ອນຂອງອາຊຽນໃຫ້ສອດຄ່ອງກັບວິໄສທັດປະຊາຄົມອາຊຽນ 2045 ແລະ ຂໍ້ຕົກລົງແຜນງານເສດຖະກິດດິຈິຕ້ອນອາຊຽນ (DEFA) ຮັບປະກັນບໍ່ໃຫ້ MSME ຖືກປະຖີ້ມໄວ້ດ້ານຫຼັງໃນການເດີນທາງກ້າວໄປສູ່ອະນາຄົດດິຈິຕ້ອນແບບມີສ່ວນຮ່ວມ.


