Home Blog

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 

0

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Togetherກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ ຮ່ວມກັບ TikTok Shop ແລະ ສະພາທີ່ປຶກສາທຸລະກິດອາຊຽນ (ASEAN-BAC) ມາເລເຊຍ ໄດ້ສະແດງຜົນສຳເລັດຂອງ ໂຄງການ ASEAN SOAR Together ທີ່ກອງປະຊຸມສຸດຍອດອາຊຽນດ້ານທຸລະກິດ ແລະ ການລົງທຶນ (ABIS) 2025 ທີ່ ກົວລາ ລຳເປີ. ການ​ນໍາສະເໜີດັ່ງກ່າວໄດ້​ຍົກ​ໃຫ້​ເຫັນເຖິງ​ພະລັງ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-​ເອກະ​ຊົນ​ໃນ​ການ​ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕ້ອນ​ຂອງ​ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (MSME) ​ໃນ​ທົ່ວ​ອາ​ຊຽນ.ໃນລະຫວ່າງກອງປະຊຸມ, 5 ວິສາຫະກິດ MSME ທີ່ພົ້ນເດັ່ນຈາກ ໂຄງການ ອາຊຽນ SOAR Together ໄດ້ຮ່ວມແບ່ງປັນບາດກ້າວການເດີນທາງຂອງການຫັນເປັນດິຈິຕ້ອນຂອງພວກຕົນ ແລະ ໄດ້ສາທິດການຂາຍເຄື່ອງອອນລາຍແບບໄລ້ສົດໃຫ້ຜູ້ຊົມຈາກທົ່ວພາກພື້ນໄດ້ເບິ່ງ, ທີ່ສື່ໃຫ້ເຫັນເຖິງຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ເຄື່ອງມືທາງດິຈິຕ້ອນທີ່ກໍາລັງຊ່ວຍສ້າງຄວາມເຂັ້ມແຂງໃຫ້ທຸລະກິດຂະໜາດນ້ອຍໃຫ້ຂະຫຍາຍ ແລະ ຈະເລີນເຕີບໂຕໄປໃນທົ່ວອາຊີຕາເວັນອອກສຽງໃຕ້.ທ່ານ ນາງ ຊານິດາ ໄກຣພັນ, ຜູ້ອໍານວຍການດ້ານນະໂຍບາຍສາທາລະນະ ປະຈໍາພາກພື້ນ ອາຊີຕາເວັນອອກສຽງໃຕ້ຂອງ TikTok ກ່າວວ່າ. “TikTok Shop ມີຄວາມຕັ້ງໃຈຢ່າງເລິກເຊິ່ງທີ່ຈະຊຸກຍູ້ MSME ໃນການຫັນເປັນດິຈິຕ້ອນຂອງພວກເຂົາ ແລະ ໂຄງການ ASEAN SOAR Together ເປັນຕົວຢ່າງສໍາຄັນວ່າພວກເຮົາຈະຊ່ວຍໃຫ້ທຸລະກິດເຫຼົ່ານີ້ເຕີບໂຕແນວໃດ. ຜ່ານການນໍາເອົາການຝຶກອົບຮົມ, ການນໍາໃຊ້ຕົວຈິງ ແລະ ການສ້າງແບຣນໃຫ້ເປັນທີ່ຮັບຮູ້ໃນພາກພື້ນອາຊຽນປະສົມປະສານເຂົ້າກັນນັ້ນ ພວກເຮົາກໍາລັງສ້າງຄວາມເຂັ້ມແຂງແກ່ຜູ້ປະກອບການຜ່ານເຄື່ອງມືທີ່ເຮົາມີ ແລະ ມອບໂອກາດທີ່ຊ່ວຍໃຫ້ພວກເຂົາຈະເລີນເຕີບໂຕທາງດິຈິຕ້ອນ. ທີ່ສຳຄັນທີ່ສຸດແມ່ນພວກເຮົາກຳລັງເຮັດໃຫ້ພວກເຂົາສາມາດໝູນໃຊ້ລະບົບນິເວດການຄົ້ນຫາເພື່ອຊື້ອັນເປັນເອກະລັກຂອງ TikTok Shop ຢ່າງເຕັມສ່ວນ ເຮັດໃຫ້ຜູ້ນໍາໃຊ້ແອັບຂອງພວກເຮົາຖືກເຊື່ອມໂຍງດຶງດູດຜ່ານຄວາມສົນໃຈຂອງຕົນແທ້ໆ, ພ້ອມທັງຊ່ວຍສ້າງໜ້າຮ້ານດິຈິຕ້ອນທີ່ມີປະສິດທິພາບທີ່ທຸກຄົນສາມາດເຂົ້າເຖິງໄດ້, ສາມາດມີສ່ວນຮ່ວມ ແລະ ປະສົບຜົນສໍາເລັດໄປນໍາກັນ.”ສ້າງ​ຄວາມ​ເຂັ້ມ​ແຂງ​ແກ່ MSME ໃຫ້ເຕີບໂຕໄປທົ່ວ​ອາ​ຊຽນໂດຍຮັບຮູ້ວ່າ MSME ເປັນກະດູກສັນຫຼັງຂອງເສດຖະກິດຂອງອາຊຽນ ແຕ່ຍັງປະເຊີນກັບອຸປະສັກຢ່າງຕໍ່ເນື່ອງຕໍ່ການຮັບຮອງເອົາດິຈິຕ້ອນ, ມູນນິທິອາຊຽນ, TikTok Shop, ແລະ ASEAN-BAC ມາເລເຊຍ ໄດ້ເປີດຕົວໂຄງການ ASEAN SOAR Together ເພື່ອຮັດແຄບຊ່ອງຫວ່າງນີ້. ໂຄງການລະດັບ​ພາກ​ພື້ນນີ້​ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ 50 MSME, ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ຜູ້​ປະ​ກອບ​ການຈໍານວນ 150 ກວ່າ​ຄົນ​ໃນ​ທົ່ວ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ, ໂດຍ​ຜ່ານ​ການ​ສ້າງ​ຄວາມອາດ​ສາ​ມາດ​ທີ່​ເໝາະ​ສົມ, ການ​ພັດ​ທະ​ນາ​ທັກ​ສະ​ດິ​ຈິ​ຕ້ອນ, ແລະ​ ໂອ​ກາດໃນການສ້າງຊື່ສຽງໃຫ້ເປັນ​ທີ່ຮັບຮູ້.ຜ່ານບັນດາກອງປະຊຸມ ແລະ ການຝຶກອົບຮົມທີ່ນໍາພາໂດຍ TikTok Shop ແລະ ຜູ້ຊ່ຽວຊານດ້ານການຕະຫຼາດດິຈິຕ້ອນ, ຜູ້ເຂົ້າຮ່ວມໄດ້ປັບປຸງເຕັກນິກການຂາຍເຄື່ອງອອນລາຍຜ່ານການຖ່າຍທອດສົດ, ຍົກລະດັບຄວາມສາມາດໃນການສ້າງຄອນເທັ້ນ ແລະ ສ້າງຄວາມເຂົ້າໃຈໃນການປະຕິບັດໃຫ້ຖືກຕ້ອງຕາມນະໂຍບາຍ. ຈາກນັ້ນພວກເຂົາໄດ້ນຳໃຊ້ທັກສະເຫຼົ່ານີ້ ແລະ ຫັນເອົາຄວາມຮູ້ໄປເປັນຜົນໄດ້ຮັບທາງທຸລະກິດທີ່ເຫັນໄດ້ຊັດເຈນ ແລະ ສ້າງຄວາມຢືດຢຸ່ນທົນທານໃນຕະຫຼາດດິຈິຕ້ອນ ຜ່ານແຄມເປນການແຂ່ງຂັນທາງທຸລະກິດ.ໂຄງການດັ່ງກ່າວໄດ້ສິ້ນສຸດລົງຢູ່ທີ່ ABIS 2025, ເຊິ່ງ ຫ້າວິສາຫະກິດ MSME ທີ່ມີຜົນດໍາເນີນງານດີທີ່ສຸດຄື—MAGWAI (ຟີລິບປີນ), LALAPIS(ໄທ), Meatless Kingdom (ອິນໂດເນເຊຍ), Redlands Coffee (ຫວຽດນາມ), and Camb-Aha (ກໍາປູເຈຍ)— ໄດ້ຮັບການຍ້ອງຍໍຕໍ່ຜົນສໍາເລັດ ແລະ ນະວັດຕະກໍາທີ່ໂດດເດັ່ນ.ທ່ານ ດຣ. ປິຕິ ສິຣິສັງນາມ, ຜູ້ອໍານວຍການມູນນິທິອາຊຽນກ່າວວ່າ: ການມີສ່ວນຮ່ວມຂອງພວກເຮົາຢູ່ທີ່ ABIS 2025, ຄຽງຄູ່ກັບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ປະເທດມາເລເຊຍ, ເປັນເວທີສໍາຄັນທີ່ຊ່ວຍສະແດງໃຫ້ເຫັນຜົນສໍາເລັດທີ່ຊັດເຈນຂອງຄວາມພະຍາຍາມຍົກລະດັບຄວາມອາດສາມາດຂອງພວກເຮົາ.” ທ່ານ ປິຕິ ກ່າວເສີມວ່າ “ການໄດ້ເຫັນ MSME ອັນເປັນກະດູກສັນຫຼັງຂອງເສດຖະກິດອາຊຽນ ກໍ່ເທົ່າກັບໄດ້ເຫັນການຂະຫຍາຍຕົວຂອງພວກເຂົາໃນເວທີສາກົນດ້ານດິຈິຕ້ອນ. ສິ່ງດັ່ງກ່າວເປັນການການຢັ້ງຢືນຜົນສຳເລັດຂອງ ໂຄງການ ASEAN SOAR Together ແລະ ຄວາມມຸ່ງໝັ້ນອັນເຂັ້ມແຂງຂອງຄູ່ຮ່ວມງານຂອງພວກເຮົາກໍຄື TikTok Shop, ໃນການຊ່ວຍຜູ້ປະກອບການເຫຼົ່ານີ້ໃຫ້ມີທັກສະດ້ານ e-commerce ທີ່ຈຳເປັນ. ພວກເຮົາເລັ່ງຄວາມພະຍາຍາມຂອງພວກເຮົາເພື່ອຮັບປະກັນການຫັນເປັນດິຈິຕ້ອນແບບມີສ່ວນຮ່ວມ, ຍືນຍົງ, ແລະ ສະໜອງຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ແບບຍືນຍົງແກ່ຊຸມຊົນໃນທົ່ວພາກພື້ນ”.ສະເຫຼີມສະຫຼອງການເຕີບໂຕ ແລະ ຜົນປະໂຫຍດຕໍ່ພາກພື້ນMSME ສາມາດບັນລຸການເຕີບໂຕຢ່າງໂດດເດັ່ນຜ່ານໂຄງການ ASEAN SOAR Together ຄື:
  • MAGWAI (ຟີລິບປີນ) ມີການເຕີບໂຕຂອງ GMV 79% ແລະ ອັດຕາການປ່ຽນແປງດ້ານຍອດຂາຍເພີ່ມຂຶ້ນ 2.3 ເທົ່າ, ບັນລຸໄດ້ໃນສອງຊົ່ວໂມງຂອງການຂາຍຜ່ານການໄລ້ສົດ ເຊິ່ງຜ່ານມາຕ້ອງໃຊ້ເວລາເຖິງໜຶ່ງເດືອນຈຶ່ງຈະບັນລຸຍອດດັ່ງກ່າວ.
  • LALAPIS (ໄທ) ແບຣນເຄື່ອງນຸ່ງທີ່ນໍາໂດຍແມ່ຍິງ, ມີອັດຕາການປ່ຽນແປງດ້ານການຂາຍເພີ່ມຂຶ້ນ 22% ພາຍໃນສອງເດືອນ.
  • Redlands Coffee (ຫວຽດນາມ) ດຶງ​ດູດ 10.000 ​ເທື່ອ​ຄົນ​ເຂົ້າ​ຊົມ ​ແລະ ຮັບອໍເດີ້ໃໝ່ 134 ອໍເດີ້ທີ່ມີມູນ​ຄ່າເຖິງ 21.000.000 ດົ້ງ.
  • Camb-Aha (ກໍາປູເຈຍ) ບັນລຸໄດ້ເຖິງ 60% ການຂະຫຍາຍຕົວຂອງຜູ້ຕິດຕາມ, ຍອດວິວວິດີໂອ, ຍອດມີສ່ວນຮ່ວມ ແລະ ການສອບຖາມຂອງລູກຄ້າ.
  • Meatless Kingdom (ອິນໂດເນເຊຍ) ບັນລຸການເຕີບໂຕ 715% ໃນ GMV, ການເພີ່ມຂຶ້ນຂອງຍອດການມີສ່ວນຮ່ວມ 602%, ແລະ 13 ວິດີໂອຖືກສະແດງຢູ່ໃນ ໜ້າ TikTok’s For You Page.
ທ່ານ ຣິດສ໌ກີ້ ອາມາເລຍ (Rizky Amalia), ຜູ້ຕາງໜ້າຂອງ Meatless Kingdom ໄດ້ແບ່ງປັນວ່າ “ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ອັນ​ໃຫຍ່​ຫຼວງມາຍັງ​ການ​ພັດທະນາ​ອະນາຄົດ​ຂອງທຸລະ​ກິດ​​ພວກ​ເຮົາ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເປີດ​ກວ້າງ​​ໂອກາດໃນການ​ສົ່ງ​ອອກ ​ແລະ ​ຊຸກຍູ້​ການ​ຮ່ວມ​ມື​ຂ້າມ​ປະເທດ. ພວກ​ເຮົາ​ຫວັງ​ຢ່າງ​ແທ້​ຈິງ​ວ່າ​​ຜ່ານ​ໂຄງການ​ເຊັ່ນ​ນີ້, ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ​ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວ, ສ້າງ​ແຮງ​ບັນ​ດານ​ໃຈ, ແລະ​ ສ້າງ​ຄວາມ​ແຕກ​ຕ່າງ​ທາງ​ບວກ​ສໍາ​ລັບ​ຊຸມ​ຊົນ​ທີ່​ກວ້າງ​ຂວາງ,”ບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ ໄດ້ໄປຢ້ຽມຢາມບູດຂອງໂຄງການ ASEAN SOAR Together – TikTok Shop ທີ່ ABIS 2025 ພ້ອມທັງຊົມເຊີຍໂຄງການທີ່ໄດ້ຊ່ວຍໃຫ້ MSME ຮັບຮອງເອົາການຫັນເປັນດິຈິຕ້ອນໃນພາກປະຕິບັດຕົວຈິງ, ຂະຫຍາຍຕະຫຼາດຂອງພວກເຂົາອອກໄປ ແລະ ບັນລຸການເຕີບໂຕທາງອອນໄລນ໌ແບບຍືນຍົງ.”ໂຄງການ ASEAN SOAR Together ໄດ້​ຢໍ້າໃຫ້ເຫັນການ​ຮ່ວມ​ມື​ຢ່າງມີ​ປະສິດທິ​ພາບໃນ​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕ້ອນ​ຂອງ​ອາ​ຊຽນ. ທ່ານ ຕັນ ສຣິ ນາເຊຍ ຣາຊັກ (Tan Sri Nazir Razak), ປະທານ ASEAN-BAC ກ່າວວ່າ: ຜ່ານການຮ່ວມມືລະຫວ່າງ TikTok Shop, ມູນນິທິອາຊຽນ ແລະ ASEAN-BAC, ພວກເຮົາໄດ້ເຫັນ MSME ເສີມສ້າງຄວາມອາດສາມາດດ້ານດິຈິຕ້ອນ ແລະ ຄວາມສາມາດໃນການແຂ່ງຂັນໃນພາກພື້ນ. ຜົນໄດ້ຮັບທີ່ຖືກນໍາສະເໜີໃນ ABIS 2025 ທີ່ຜ່ານມາ, ໄດ້ເນັ້ນໃຫ້ເຫັນວ່າໂຄງການທີ່ມີເປົ້າໝາຍຊັດເຈນສາມາດຊ່ວຍຊຸກຍູ້ການເຕີບໂຕແບບມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ແລະ ການພັດທະນາເສດຖະກິດຂອງໄວໜຸ່ມອາຊຽນ.ກ້າວ​ໄປ​ສູ່​ອາ​ຊຽນ​ດິ​ຈິ​ຕ້ອນແບບມີສ່ວນຮ່ວມໂຄງການ ASEAN SOAR Together ເນັ້ນໜັກເຖິງພາລະກິດຂອງມູນນິທິອາຊຽນ ໃນການສົ່ງເສີມເສດຖະກິດດິຈິຕ້ອນແບບມີສ່ວນຮ່ວມ ແລະ ຍືນຍົງ. ຜ່ານ​ການ​ຮ່ວມ​ມື​ຄັ້ງ​ນີ້, ມູນ​ນິທິ​ອາ​ຊຽນ, TikTok Shop, ​ແລະ ອາ​ຊຽນ-BAC ມາ​ເລ​ເຊຍ ສືບຕໍ່ຮັກສາ​ຄຳ​ໝັ້ນ​ສັນຍາ​ຮ່ວມ​ໃນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຜູ້​ປະກອບ​ການ, ຂະຫຍາຍ​ທຸລະ​ກິດ​ທ້ອງ​ຖິ່ນ ​ແລະ ຊຸກຍູ້​ການ​ເຕີບ​ໂຕ​ທີ່​ສະ​ເໝີ​ພາບ​ໃນ​ທົ່ວ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.ຮ່ວມກັນ​ຊຸກ​ຍູ້​ວາ​ລະ​ການ​ຫັນ​ເປັນ​ດິ​ຈິ​ຕ້ອນ​ຂອງ​ອາ​ຊຽນ​ໃຫ້​ສອດ​ຄ່ອງ​ກັບ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2045 ແລະ ​ຂໍ້ຕົກລົງ​ແຜນງານ​ເສດ​ຖະ​ກິດ​ດິ​ຈິ​ຕ້ອນ​ອາ​ຊຽນ (DEFA) ​ຮັບ​ປະ​ກັນ​ບໍ່​ໃຫ້ MSME ຖືກ​ປະຖີ້ມ​ໄວ້ດ້ານຫຼັງ​ໃນ​ການ​ເດີນ​ທາງ​ກ້າວໄປ​ສູ່​ອະ​ນາ​ຄົດ​ດິ​ຈິ​ຕ້ອນ​ແບບມີສ່ວນຮ່ວມ.

ບໍລິສັດ First Lao Solutions ຂະຫຍາຍການລົງທຶນ ICT: ເປີດສຳນັກງານໃໝ່ ໃນນະຄອນຫຼວງວຽງຈັນ, ສະເຫຼີມສະຫຼອງຄົບຮອບ 16 ປີ ຮ່ວມກັບລູກຄ້າ.

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ບໍລິສັດ ເຟີດລາວ ໂຊລູເຊີນ ຈຳກັດ ເຊິ່ງເປັນວິສາຫະກິດຊັ້ນນໍາ ແລະ ສະມາຊິກຂອງ ເຟີດກໍາປູເຈຍ ໄດ້ເປີດສຳນັກງານໃໝ່ ຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ ໂດຍຈັດງານລ້ຽງ ຂອບໃຈລູກຄ້າ ທີ່ສຳຄັນຈາກຂະແໜງການທະນາຄານ, ຄູ່ຮ່ວມງານຍຸດທະສາດ ແລະ ຕົວແທນຈາກພາກລັດຖະບານ ເຂົ້າຮ່ວມ ຫຼາຍກວ່າ 150 ທ່ານ.

ໃຫ້ກຽດ ເປັນປະທານ ໃນງານດັ່ງກ່າວ ມີ ພະນະທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເທັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ, ແລະໄດ້ຮັບກຽດຢ່າງສູງ ຈາກທ່ານ Phanang HULKRANG ເອກອັກຄະລັດຖະທູດ ຂອງຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ, ພ້ອມທັງ ທ່ານນາງ Sokun HOUR ປະທານກໍາມະການບໍລິຫານ First Cambodia.

ໃນຄໍາປາໄສ ເປີດງານ, ທ່ານລັດຖະມົນຕີ ບໍ່ວຽງຄຳ ໄດ້ກ່າວຊົມເຊີຍ First Lao Solutions ໃນການສະໜັບສະໜູນການປ່ຽນແປງດິຈິຕອນຂອງປະເທດ ໂດຍທ່ານກ່າວວ່າ:”ພວກເຮົາກໍາລັງສ້າງອະນາຄົດດິຈິຕອນ ຂອງ ສປປ ລາວ ໂດຍອີງໃສ່ສາມເສົາຄໍ້າຫຼັກ: ເສດຖະກິດດິຈິຕອນ, ລັດຖະບານດິຈິຕອນ, ແລະການສົ່ງເສີມ ສັງຄົມດິຈິຕອນ”. ຂ້າພະເຈົ້າເຊີນຊວນໃຫ້ລູກຄ້າ ແລະ ອົງການຈັດຕັ້ງທຸກພາກສ່ວນ ຫັນມາໃຊ້ການບໍລິການກັບ First Lao Solutions ໃນການຫັນເປັນ ດິຈິຕອນ, ການຫັນເປັນດິຈີຕອນໃນ ສປປ ລາວ ຈະໄດ້ມີການຮ່ວມກັບຣາຊະອານາຈັກ ກໍາປູເຈຍ, ຮ່ວມມືໃນພາກພື້ນ ແລະ ອາຊຽນ ມີຄວາມສໍາຄັນ ໃນການບັນລຸເປົ້າໝາຍ ດິຈິຕອນແຫ່ງຊາດ ຂອງພວກເຮົາ.

ງານນີ້ ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ Crowne Plaza Vientiane ປະກອບມີການສະແດງວັດທະນະທໍາ, ການກ່າວຄໍາປາໄສຢ່າງເປັນທາງການ ແລະ ໂອກາດການສ້າງຄວາມເຊື່ອມໂຍງສົ່ງເສີມການເຊື່ອມຕໍ່ລະຫວ່າງລູກຄ້າ, ຄູ່ຮ່ວມງານ ແລະ ຜູ້ນໍາທາງເທັກໂນໂລຊີ. ຈຸດເດັ່ນທີ່ສໍາຄັນຂອງງານຄືນນັ້ນ ເປັນການປະກາດ ຢ່າງເປັນທາງການເຖິງ ທີ່ຕັ້ງສໍານັກງານໃໝ່ ຂອງບໍລິສັດ ທີ່ຕັ້ງຢູ່ ໜ່ວຍທີ 08, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ເຊິ່ງຈະເປັນຈຸດສໍາຄັນໃນການສະໜອງການບໍລິການທ້ອງຖິ່ນ ແລະ ການສະໜັບສະໜູນ ທີ່ດີຂຶ້ນ.

ໃນງານດັ່ງກ່າວ, ທ່ານນາງ Sokun HOUR ປະທານກໍາມະການບໍລິຫານ First Cambodia ໄດ້ແບ່ງປັນຄວາມຂອບໃຈຂອງລາວວ່າ: “ໃນຂະນະທີ່ພວກເຮົາ ກໍາລັງຮ່ວມສະເຫຼີມສະຫຼອງຄົບຮອບ 16 ປີ ແຫ່ງຄູ່ຮ່ວມງານ ທີ່ໄວ້ວາງໃຈໄດ້, ເຫດການນີ້ ສະທ້ອນໃຫ້ເຫັນເຖິງ ຄວາມຂອບໃຈຢ່າງເລິກເຊິ່ງ ຂອງພວກເຮົາ ຕໍ່ລູກຄ້າ ແລະ ຄູ່ຮ່ວມງານ ໃນທຸກຂະແໜງ. ການເປີດຕົວສໍານັກງານໃໝ່ຂອງພວກເຮົາ ສະແດງໃຫ້ເຫັນ ການລົງທຶນໄລຍະຍາວ ຂອງພວກເຮົາ ໃນ ສປປ ລາວ, ດ້ວຍທີມງານທີ່ເຕີບໂຕ ແລະ ການເສີມສ້າງຄວາມສາມາດທ້ອງຖິ່ນ ເພື່ອໃຫ້ການບໍລິການ ໃນຕະຫຼາດ ໄດ້ດີຂຶ້ນ.”

First Lao Solutions ສະໜອງບໍລິການ ແລະ ການແກ້ໄຂ IT ແບບລວມ ເລີ່ມຕັ້ງແຕ່ໂຄງສ້າງພື້ນຖານ IT ວິສະຫະກິດ, ການເກັບຮັກສາຂໍ້ມູນ, ຄວາມປອດໄພທາງໄຊເບີ, ແລະ ແອັບພລິເຄຊັນທຸລະກິດ ໃຫ້ກັບລູກຄ້າໃນທຸກຂະແໜງການ ລັດຖະບານ, ທະນາຄານ, ການສຶກສາ ແລະ ການຄ້າ.

📍 ທີ່ຢູ່ສໍານັກງານໃໝ່:: ໜ່ວຍທີ 08, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.

📌 ເບິ່ງໃນ Google Maps

ໝໍ້ແປງໄຟຟ້າ ເອັດເຄ ຜະລິດຕະພັນ ຂອງຄົນລາວ ໄດ້ມາດຕະຖານສາກົນ

ໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ເອັດເຄ (SK) ເປັນໂຮງງານຂອງຄົນລາວ, ຜະລິດໝໍ້ແປງໄຟຟ້າ ທີ່ມີຄຸນນະພາບ ໄດ້ມາດຕະຖານສາກົນ ໂດຍການຜະລິດຈາກສີມືແຮງງານຂອງຄົນລາວ ອອກຮັບໃຊ້ສັງຄົມ ກໍຄື ກຸ່ມລູກຄ້າ ໄດ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຊິ່ງໂຮງງານຕັ້ັງຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ.ທ່ານ ໄຊຍະເພັດ ຈັນທິສອນ ເຈົ້າຂອງໂຮງງານຜະລິດໝໍ້ແປງໄຟຟ້າ SK, ທັງເປັນປະທານບໍລິສັດເອັດອີເອັດ (SES) ກໍ່ສ້າງຄົບວົງຈອນ ຈຳກັດ ໃຫ້ສຳພາດຕໍ່ສືມວນຊົນເມື່ອບໍ່ດົນນີ້ວ່າ: ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈໍາກັດສ້າງຂຶ້ນ ໃນປີ 1997 ຈົນເຖິງປັດຈຸບັນ, ໃນເບື້ອງຕົ້ນໄດ້ດໍາເນີນທຸລະກິດກ່ຽວກັບຂະແໜງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບອົງຈອນ (ຕິດຕັ້ງໄຟຟ້າໃນອາຄານ, ຕິດຕັ້ງຕາຂ່າຍ 22kV ແລະ 0,4kV) ໂດຍດຳເນີນຈາກຄວາມຊຳນິຊຳນານ ແລະ ມີປະສົບການ.ມາຮອດປີ 2017 ບໍລິສັດ ໄດ້ສ້າງຕັ້ງໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ SK ເພື່ອສະໜອງໝໍ້ແປງໄຟຟ້າ ທີ່ມີຄຸນນະພາບຕາມຄວາມຕ້ອງການຂອງລູກຄ້າ ເຊິ່ງຜະລິດຕັ້ງແຕ່ຂະໜາດ 30-3.000 KVA, 1Phase-3Phase, ລະບົບແຮງດັນ 22 KV, ການຜະລິດແມ່ນຕາມມາດຕະຖານ ISO9001:2015 ແລະ ໄດ້ຮັບເຄື່ອງໝາຍການຜະລິດ Made in laos.ປັດຈຸບັນ, ໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ SK ມີຕົວແທນຈໍາໜ່າຍ 6 ສາຂາຄື: ສາຂາແຂວງບໍລິຄຳໄຊ (ທີ່ຕັ້ງໂຮງງານ), ສາຂານະຄອນຫລວງວຽງຈັນ, ສາຂາແຂວງວຽງຈັນ, ສາຂາແຂວງສະຫວັນນະເຂດ, ສາຂາແຂວງຈຳປາສັກ ແລະ ສາຂາແຂວງອັດຕະປື.ສຳລັບ ຂະບວນການຜະລິດ ໂຮງງານໄດ້ນຳໃຊ້ເຄື່ອງຈັກ ທີ່ທັນສະໄໝ ນຳເຂົ້າຈາກຕ່າງປະເທດ ແລະ ມີມາດຕະຖານ ISO ຮອງຮັບມາຕິດຕັ້ງ ເພື່ອທຳການຜະລິດໃຫ້ມີຄຸນນະພາບທຽບເທົ່າສາກົນ ແລະ ໄດ້ນຳເຂົ້າວັດຖຸດິບ ທີ່ມີຄຸນນະພາບ, ໄດ້ມາດຕະຖານຈາກຕ່າງປະເທດ ເຂົ້າໃນການຜະລິດ, ພ້ອມທັງໄດ້ຈ້າງວິສະວະກອນ, ຜູ້ຊ່ຽວຊານ ຈາກຕ່າງປະເທດ ແລະ ວິສະວະກອນ ຈາກພາຍໃນ ຈຳ ນວນໜຶ່ງ ເຂົ້າມາຄວບຄຸມ, ກວດກາ ແລະ ທົດສອບຂອງທຸກຂັ້ນຕອນການຜະລິດ. ສ່ວນບຸກຄະລາກອນ ໄດ້ນຳໃຊ້ແຮງງານທ້ອງຖິ່ນ ໂດຍໄດ້ສົ່ງໄປຝຶກອົບຮົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າເຮັດວຽກຢ່າງມືອາຊີບ, ທັງເປັນການສ້າງວຽກເຮັດງານທຳ ໃຫ້ຄົນໃນທ້ອງຖິ່ນ ຕື່ມອີກ.ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ດຳເນີນທຸລະກິດໃນ 4 ຂະແໜງການຄື: ຂະແໜງ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ, ຂະແໜງໂຮງງານອຸດສາຫະກຳຜະລິດໝໍ້ແປງ SK, ຂະແໜງກໍ່ສ້າງເຄຫາສະຖານ ແລະ ຂະແໜງຈຳໜ່າຍສິນຄ້າໄຟຟ້າ ແລະ ແຜ່ນອາລຸຊິງ. ໃນໄລຍະຜ່ານມາ, ບໍລິສັດ ໄດ້ປະກອບສ່ວນຊຸກຍູ້ສົ່ງເສີມ, ຊ່ວຍເຫລືອສັງຄົມໃນຫລາຍດ້ານ ເປັນຕົ້ນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໄພພິບັດ, ການສຶກສາ ແລະ ອື່ນໆ.

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ ເປີດສາຂາສອງຢ່າງເປັນທາງການເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ

ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, – ເອັສຊີລໍລຸກໂຊຕຕິກ້າ ໄດ້ເປີດໂຕໂຮງງານຜະລິດແຫ່ງທີສອງຂອງບໍລິສັດ ທີ່ ເອັສຊີລໍລາວ ຈໍາກັດ Essilor Lao Company Ltd. (ELCL)   ໃຫ້ກຽດເຂົ້າຮ່ວມງານນີ້ໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ ແສນ ສັກ ສຸລິສັກ, ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານນາງ ຊີບ ແລັງ ຊຸຍອອກ (Siv Leng CHHUOR), ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ ຝຣັ່ງ ປະຈຳ ສປປ ລາວ, ພ້ອມທັງແຂກຜູ້ມີກຽດຈາກພາກສ່ວນກ່ຽວຂ້ອງ ເພື່ອຮ່ວມເປັນສັກຄີພະຍານ ແລະ ຮ່ວມຍິນດີໃນງານຄັ້ງນີ້. ການເປີດໂຮງງານແຫ່ງທີ 2 ໂຮງງານໃໝ່ນີ້ເສີມສ້າງຍຸດທະສາດຂອງກຸ່ມໃນການຂະຫຍາຍການດຳເນີນງານທົ່ວພາກພື້ນ ອາຊີ-ປາຊີຟິກ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສາຍຕາທີ່ເພີ່ມຂຶ້ນຂອງປະຊາຊົນທົ່ວໂລກ.

ການເປີດໂຮງງານແຫ່ງທີສອງທີ່ເອັສຊີລໍລາວ, ເຊິ່ງເປັນສູນຄຸນນະພາບຂອງກຸ່ມ ແລະ ເປັນສູນກາງຫຼັກສຳລັບການຜະລິດເລັນຕາທີ່ມີຄຸນນະພາບສູງ, ພ້ອມທັງເປັນການສ້າງວຽກເຮັດງານທຳຈຳນວນກວ່າ 400 ຕໍາແໜ່ງໃນດ້ານວິສະວະກຳ, ການບໍລິຫານຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ ເພື່ອສະໜັບສະໜູນການຂະຫຍາຍຕົວແຮງງານທີ່ມີທັກສະໃນລາວ ແລະ ໂຮງງານໃໝ່ຈະໄດ້ຮັບການຮອງຮັບມາດຕະຖານ LEED Gold, ສະແດງໃຫ້ເຫັນວ່າ ເອັສຊີລໍລຸກໂຊຕຕິກ້າ ເປັນຜູ້ນຳດ້ານການພັດທະນາອຸດສາຫະກຳທີ່ຍືນຍົງ

ອັສຊີລໍລຸກໂຊຕຕິກ້າ ມີການດຳເນີນງານຢ່າງເຂັ້ມແຂງໃນ ລາວ ນັບຕັ້ງແຕ່ປີ 2013, ເມື່ອໂຮງງານຜະລິດແຫ່ງທຳອິດຂອງ ເອັສຊີລໍລາວ (ELCL) ໄດ້ຖືກສ້າງຕັ້ງຂຶ້ນຢູ່ ແຂວງສະຫວັນນະເຂດ, ສປປ ລາວ. ຕະຫຼອດໄລຍະເວລາເກືອບ 10 ປີ, ທີ່ ເອັສຊີລໍລາວ ໄດ້ສະແດງໃຫ້ເຫັນຄວາມສາມາດໃນການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ມີຄຸນນະພາບສູງໃນພາກພື້ນ. ການຂະຫຍາຍໂຮງງານຄັ້ງນີ້ຈະສະແດງໃຫ້ເຫັນວ່າ ເອັສຊີລໍລາວ ເປັນສູນຄຸນນະພາບຂອງກຸ່ມສຳລັບການຜະລິດເລັນຕາ ໂພລີຄາໂບເນດ (polycarbonate) ທີ່ຜະລິດແບບສຳເລັດຮູບ ແລະ ຍັງບໍ່ສຳເລັດຮູບ, ສອດຄ່ອງກັບບົດບາດທີ່ເພີ່ມຂຶ້ນຂອງ ລາວໃນຖານະເປັນສູນກາງຍຸດທະສາດດ້ານການຜະລິດໃນອາຊີຕາເວັນອອກສຽງໃຕ້.

ດ້ວຍຂະໜາດ 8,000 ຕາລາງແມັດ, ການຂະຫຍາຍໂຮງງານຄັ້ງນີ້ຈະເພີ່ມກຳລັງຜະລິດປັດຈຸບັນຂອງ ເອັສຊີລໍລາວ ເປັນສອງເທົ່າ, ເຮັດໃຫ້ສາມາດຜະລິດເລັນແວ່ນຕາໄດ້ຫຼາຍກວ່າ 56 ລ້ານເລັນຕໍ່ປີ, ສະເລ່ຍ 140,000 ເລັນຕໍ່ມື້ ເມື່ອດຳເນີນການເຕັມຄວາມສາມາດ. ໂດຍໂຮງງານໄດ້ຮັບຜົນປະໂຫຍດຈາກການຮ່ວມມືກັນກັບໂຮງງານຜະລິດຂອງ ເອັສຊີລໍ ລຸກໂຊຕຕິກ້າ ໃນ ບາງກອກ ປະເທດໄທ, ເຊິ່ງເປັນສູນກາງຂອງກຸ່ມສຳລັບການຜະລິດຂອບແວ່ນຕາ ແລະ ເລັນຕາຈຳນວນຫຼາຍ ນັບຕັ້ງແຕ່ປີ 2000, ເຊິ່ງເປັນບ່ອນດຽວກັບບຸກຄະລາກອນຈາກ ເອັສຊີລໍລາວ ໄດ້ເຂົ້າຮ່ວມຮັບການເຝີກອົບຮົມ.

ເຂດເສດຖະກິດພິເສດ ສະຫວັນນະເຂດ, ມີຂໍ້ໄດ້ປຽບດ້ານການຂົນສົ່ງທີ່ມີປະສິດທິພາບສູງ ເນື່ອງຈາກມີລະບົບການຂົນສົ່ງທາງບົກ ແລະ ການຂົນສົ່ງທາງອາກາດທີ່ດີ, ຈື່ງເປັນປັດໄຈສຳຄັນສຳລັບການຂະຫຍາຍຕົວໃນລະຍະຍາວຂອງກຸ່ມທຸລະກິດ.

ທ່ານ Davide Schinetti ຫົວໜ້າຝ່າຍດໍາເນີນງານ ຂອງ ເອັສຊີລໍລຸກໂຊຕຕິກ້າ ໄດ້ໃຫ້ຮູ້ວ່າ: “ເຄືອຂ່າຍການດຳເນີນງານທົ່ວໂລກຂອງພວກເຮົາເປັນສິ່ງສຳຄັນໃນການສະໜັບສະໜູນການພັດທະນາຂອງກຸ່ມ” “ການລົງທຶນຢ່າງຕໍ່ເນື່ອງຂອງພວກເຮົາໃນລາວ ສອດຄ່ອງກັບຍຸດທະສາດໂດຍລວມຂອງບໍສິສັດ, ໃນການເສີມສ້າງການດຳເນີນງານທີ່ມີຄວາມຫຼາກຫຼາຍ ເພື່ອເສີມສ້າງຄວາມວ່ອງໄວໃນການສະໜອງຄວາມຕ້ອງການຂອງຕະຫຼາດທີ່ເພີ່ມຂຶ້ນ. ໂດຍການເພີ່ມປະລີມານ ພ້ອມດຽວກັນກັບການຮັກສາຄຸນນະພາບໄວ້ ແລະ ສືບຕໍ່ຂັບເຄື່ອນນະວັດຕະກຳເພື່ອບໍລິການຜູ້ຊ່ຽວຊານດ້ານສາຍຕາ ແລະ ຜູ້ບໍລິໂພກໃຫ້ດີຂຶ້ນ.” 

 

ໂຮງງານໃໝ່ຈະຈ້າງງານເພີ່ມອີກ 400 ຕຳແໜ່ງ, ລວມເປັນ 750 ຕຳແໜ່ງ ໃນທັງສອງໂຮງງານ. ດ້ວຍຕຳແໜ່ງໃໝ່ໃນດ້ານວິສະວະກຳ, ການຄຸ້ມຄອງຄຸນນະພາບ, ລະບົບຕ່ອງໂສ້ການສະໜອງ, ສິ່ງແວດລ້ອມ, ຄວາມປອດໄພ ແລະ ການຂົນສົ່ງ, ຕຳແໜ່ງເຫຼົ່ານີ້ຈະສະໜັບສະໜູນການຂະຫຍາຍຕົວຂອງກຳລັງແຮງງານທີ່ມີທັກສະໃນລາວ, ພ້ອມທັງຍົກສູງຄວາມຊ່ຽວຊານດ້ານວິຊາການ ແລະ ເສດຖະກິດທ້ອງຖິ່ນຜ່ານການສ້າງວຽກເຮັດງານທຳ ແລະ ການໂອນຖ່າຍທອດເຕັກໂນໂລຊີ. ນັບຕັ້ງແຕ່ປີ 2014, ເອັສຊີລໍລາວ ຍັງໄດ້ສ້າງຕັ້ງສູນຝຶກອົບຮົມວິຊາຊີບໃນ ແຂວງສະຫວັນນະເຂດ ເຊິ່ງມີຈຸດປະສົງເພື່ອຊ່ວຍໃຫ້ພະນັກງານທ້ອງຖິ່ນພັດທະນາທັກສະທີ່ເໝາະສົມກັບຄວາມຕ້ອງການດ້ານອຸດສາຫະກຳໃໝ່.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸສາຫະກໍາແລະການຄ້າ ໄດ້ຂຶ້ນກ່າວວ່າ: 

” ໃນຖານະປະເທດທີ່ກຳລັງຂະຫຍາຍຕົວໃນສູນກາງຂອງອາຊີຕາເວັນອອກສຽງໃຕ້, ສປປ ລາວ ມີການຮ່ວມມືຂ້າມຊາຍແດນທີ່ເຂັ້ມແຂງ, ການເຊື່ອມຕໍ່ທີ່ເພີ່ມຂຶ້ນ ແລະ ໂຄງລ່າງພື້ນຖານທີ່ເໝາະສົມ ເຮັດໃຫ້ເປັນເສັ້ນທາງຂົນສົ່ງທີ່ສຳຄັນສຳລັບ ອາຊຽນ ແລະ ສປ ຈີນ.  ການຂະຫຍາຍໂຮງງານຂອງ ເອັສຊີລໍ ລຸກໂຊຕຕິກ້າ ຄັ້ງນີ້ຊ່ວຍເສີມສ້າງບົດ ບາດຂອງປະເທດລາວ ໃນຖານະແຫຼ່ງການລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ, ລວມເຖິງການສ້າງໂອກາດທີມີ ຄ່າສຳລັບປະຊາຊົນໃນທ້ອງຖິ່ນ.ພວກເຮົາຫວັງວ່າຈະໄດ້ເຫັນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ ເອັສຊີລໍ ລຸກໂຊຕຕິກ້າ  ແລະ ຊ່ວຍເສີມສ້າງສັກກາຍະພາບດ້ານອຸດສາຫະກຳການຜະລິດ ຕະຫຼອດຮອດການສ້າງໂອກາດໃນດ້ານການຈ້າງງານທີ່ມີຄ່າສຳລັບປະຊາຊົນ ລາວ.”  ທ່ານ ກິດຕິພົງ ທົງຕະທົບ ຫົວໜ້າຝ່າຍປະຕິບັດການ ບໍລິສັດ ເອັສຊີລໍ ລາວ ໃຫ້ຮູ້ຕື່ມວ່າ ເລນທຸກຊະນິດທີ່ສົ່ງອອກໄປຈະມີຄຳວ່າ ຜະລິດຈາກລາວ ຫຼື Make in Laos, ແລະ ທາງບໍລິສັດກໍມີຄວາມພ້ອມ ແລະ ຄວາມສາມາດໃນການສົ່ງສິນຄ້າທີ່ຜະລິດຢູ່ລາວ ດ້ວຍພະນັກງານຄົນລາວ ສົ່ງອອກໄປທົ່ວໂລກ.

ພ້ອມນີ້, ຍັງໃຫ້ຮູ້ຕື່ມວ່າ ຄຳໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ຄວາມຮັບຜິດຊອບຕໍ່ສັງຄົມການອອກແບບ ແລະ ການດຳເນີນງານທີ່ເປັນມິດກັບສິ່ງແວດລ້ອມຂອງໂຮງງານເປັນສ່ວນຫນຶ່ງຂອງ ໂຄງການ “Eyes on the Planet” ດ້ານຄວາມຍືນຍົງ ຂອງບໍລິສັດ ເອັສຊີລໍ ລຸກໂຊຕຕິກ້າ, ເຊິ່ງສະແດງໃຫ້ເຫັນວ່າພາລະກິດ, ເປົ້າໝາຍດ້ານຄວາມຍືນຍົງ ແລະ ຍຸດທະສາດທຸລະກິດຂອງກຸ່ມເຊື່ອມໂຍງກັນຢ່າງໃກ້ຊິດ. ຜ່ານວິທີການທີ່ລວມສູນນີ້, ເອັສຊີລໍ ລຸກໂຊຕຕິກ້າ ສືບຕໍ່ນຳພາອຸດສາຫະກຳໄປສູ່ອະນາຄົດທີ່ຍືນຍົງຂຶ້ນ ໃນຂະນະທີ່ສະໜອງຄຸນຄ່າທີ່ດີເລີດໃຫ້ກັບລູກຄ້າ ແລະ ຜູ້ຖືຫຸ້ນ.

ໂຮງງານໃໝ່ແຫ່ງນີ້ຈະໄດ້ຮັບການຮອງຮັບມາດຕະຖານ LEED Gold (Leadership in Energy and Environmental Design), ສະແດງໃຫ້ເຫັນວ່າເອັສຊີລໍ ລຸກໂຊຕຕິກ້າ ຢູ່ແຖວໜ້າຂອງການພັດທະນາອຸດສາຫະກຳທີ່ຍືນຍົງ. ເຊິ່ງໂຮງງານຖືກອອກແບບມາເພື່ອຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ໂດຍມີລະບົບປະຫຍັດພະລັງງານ, ການນຳໃຊ້ແຫຼ່ງພະລັງງານທົດແທນ ແລະ ມາດຕະການອະນຸລັກນ້ຳ, ເພື່ອຫຼຸດຜ່ອນການປ່ອຍອາຍຄາບອນ. ການປະສົມປະສານສະຫວ່າງການນຳໃຊ້ພະລັງງານສະອາດເຫຼົ່ານີ້, ຊ່ວຍໃຫ້ ELCL ມີໂອກາດຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໃນຂະນະທີ່ຍັງຮັກສາການດຳເນີນງານທີ່ມີປະສິດທິພາບດ້ານຕົ້ນທຶນ.

ມູນນິທິ ວັນໄຊ໋ ເອັສຊີລໍລຸກໂຊຕຕິກ້າ ຟາວເດເຊິ້ນ (OneSight EssilorLuxottica Foundation )ໃນ ລາວ ໄດ້ສ້າງຄຸນຄ່າຕໍ່ສັງຄົມ ໂດຍໃຫ້ບໍລິການ ການວັດແທກສາຍຕາ ແລະ ແຈກແວ່ນຕາຟຣີ ໃຫ້ແກ່ຊຸມຊົນທ້ອງຖິ່ນທີ່ຂາດໂອກາດ ໃນ ບັນດາແຂວງ ສະຫວັນນະເຂດ, ຄຳມ່ວນ, ປາກເຊ, ຫຼວງພະບາງ, ອຸດົມໄຊ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ,  ຕະຫຼອດເຖິງບັນດາພະນັກງານຂອງ ເອັສຊີລໍ ລຸກໂຊຕຕິກ້າ ແລະ ຄອບຄົວ ໃຫ້ມີຄູນນະພາບຊີວິດທີ່ດີຂຶ້ນດ້ວຍການແນມເຫັນທີ່ດີກວ່າ ເຊັ່ນດຽວກັນ. ໂດຍມີປະຊາຊົນຫຼາຍກວ່າ 70,000 ຄົນ ໃນຊຸມຊົນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານສາຍຕາໂດຍບໍ່ເສຍຄ່າໃຊ້ຈ່າຍ.

ເພີ່ມເຕີມກ່ຽວກັບ EssilorLuxottica:

ບໍລິສັດ ເອັສຊີລໍ ລຸກໂຊຕຕິກ້າ ເປັນຜູ້ນຳລະດັບໂລກໃນການອອກແບບ, ການຜະລິດ ແລະ ການຈັດຈໍາໜ່າຍຜະລິດຕະພັນດ້ານການດູແລສາຍຕາ, ແວ່ນຕາ ແລະ ການແກ້ໄຂທາງການແພດທີ່ທັນສະໄໝ. ພາລະກິດຂອງກຸ່ມບໍລິສັດ ແມ່ນຊ່ວຍໃຫ້ປະຊາຊົນທົ່ວໂລກສາມາດເບີ່ງເຫັນໄດ້ດີຂຶ້ນ ແລະ ໃຊ້ຊີວິດໄດ້ຢ່າງເຕັມທີ່ ໂດຍການແກ້ໄຂຄວາມຕ້ອງການດ້ານສາຍຕາທີ່ມີການພັດທະນາ, ທັງຄວາມປາດຖະໜາສ່ວນຕົວດ້ານລົດສະນິຍົມ ແລະ ຄວາມຕ້ອງການໃນການເຊື່ອມຕໍ່ກັບໂລກອ້ອມຂ້າງ. 

ເອັສຊີລໍ ລຸກໂຊຕຕິກ້າ ເປັນເຈົ້າຂອງເຕັກໂນໂລຊີເລັນທີ່ທັນສະໄໝທີ່ສຸດ, ລວມມີ Varilux, Stellest ແລະ Transitions, ຍີ່ຫໍ້ທີ່ເປັນສັນຍາລັກເຊັ່ນ: Ray-Ban, Oakley ແລະ Supreme, ລວມເຖິງແບຣນຫຼູລະດັບໂລກ ແລະ ຮ້ານຂາຍຍ່ອຍຊັ້ນນຳເຊັ່ນ: Sunglass Hut, LensCrafters, Vision Express ແລະ Apollo. 

ແມັກຊິມ — ບໍລິການເອີ້ນລົດແທັກຊີທີ່ຄົນລາວໄວ້ວາງໃຈໃນທຸກໆວັນ!

0

ບໍລິການ ແມັກຊິມ ໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນຊີວິດປະຈຳວັນຂອງຄົນລາວເຮົາ, ຫຼາຍຄົນໄດ້ເລືອກໃຊ້ບໍລິການນີ້ກໍຍ້ອນມີຄວາມປອດໄພ, ສະດວກສະບາຍ ແລະ ເຂົ້າເຖິງໄດ້ງ່າຍ — ໂດຍສະເພາະໃນຕອນທີ່ແອັບເອີ້ນລົດອື່ນໆກຳລັງປະສົບບັນຫາຢູ່.


ເພາະທຸກການເດີນທາງແມ່ນຢູ່ພາຍໃຕ້ການຄວບຄຸມຜູ້ໂດຍສານແມ່ນສາມາດໝັ້ນໃຈໄດ້, ເພາະ ແມັກຊິມ ໃຊ້ສະເພາະແຕ່ຄົນຂັບທີ່ຜ່ານການກວດສອບມາຢ່າງດີ ລວມທັງຍານພາຫະນະຕ່າງໆກໍໄດ້ຮັບການກວດເຊັກເປັນປະຈຳ. ທຸກຢ່າງແມ່ນມີຄວາມໂປ່ງໃສ ແລະ ໄວ້ໃຈໄດ້ສະເໝີ.

ສະດວກສະບາຍ — ພຽງແຕ່ປາຍນິ້ວສຳຜັດທ່ານສາມາດເອີ້ນລົດໄດ້ພຽງແຕ່ແຕະໜ້າຈໍສອງສາມຄັ້ງໃນແອັບເທົ່ານັ້ນ, ສາມາດເຫັນລາຄາໄດ້ກ່ອນອອກເດີນທາງ, ເສັ້ນທາງກໍສາມາດເຫັນໄດ້ໃນແຜນທີ່ ແລະ ຍັງສາມາດເລືອກວິທີການຊຳລະເງິນໄດ້ຕາມສະດວກອີກດ້ວຍ.

ມີລາຄາທີ່ເໝາະສົມແມັກຊິມ ສະເໜີລາຄາທີ່ຍຸດຕິທຳ ແລະ ສົມເຫດສົມຜົນ, ໂດຍບໍ່ມີຄ່າທຳນຽມແອບແຝງ. ໂຕນີ້ແມ່ນມີຄວາມສຳຄັນຫຼາຍສຳລັບນັກຮຽນ, ຜູ້ສູງອາຍຸ, ຄອບຄົວ ຫຼື ຫຼາຍໆຄົນທີ່ຕ້ອງການຄວາມປະຢັດ ແລະ ຄຸ້ມຄ່າ.

ບໍລິການຂອງ ແມັກຊິມ ແມ່ນຖືກຕ້ອງຕາມກົດໝາຍ ແລະ ເປັນທາງການ.ເພາະບໍລິການຂອງ ແມັກຊິມ ແມ່ນດໍາເນີນການພາຍໃຕ້ໃບອະນຸຍາດ, ມີການຮ່ວມມືກັບພາກລັດ ແລະ ດໍາເນີນການຢ່າງໂປ່ງໃສ 100%.

ບໍລິການຂອງ ແມັກຊິມ ຍັງຄົງໃຫ້ບໍລິການຢ່າງຕໍ່ເນື່ອງ ແລະ ຍັງສືບຕໍ່ພັດທະນາເພື່ອມອບປະສົບການທີ່ດີຂຶ້ນເລື້ອຍໆໃຫ້ແກ່ລູກຄ້າ.ເພາະ ແມັກຊິມ ຄືຄຳຕອບສຳຫຼັບການເດີນທາງທີ່ສະດວກສະບາຍ, ປອດໄພ ແລະ ມີລາຄາທີ່ຍຸດຕິທຳ

ທ່ານສາມາດດາວໂຫຼດແອບໄດ້ທີ່ນີ້:
IOS: https://shorturl.at/g8bu8
Andriod: https://shorturl.at/7pa7Q
#Maximlaos #ເອີ້ນລົດແລະຈັດສົ່ງສິນຄ້າ #TaxiInLaos #MaximTaxi

ຖົງຢາງອະນາໄມ FIESTA ເກຣດພຣີມຽມນຳເຂົ້າຈຳໜ່າຍຢ່າງເປັນທາງການ

ຖົງຢາງອະນາໄມ FIESTA ເກຣດພຣີມຽມນຳເຂົ້າ ໄດ້ສ້າງຄວາມປະທັບໃຈກັບງານຄັ້ງທຳອິດທີ່ນະຄອນຫຼວງວຽງຈັນ, ປະເທດລາວ ເຊິ່ງມີຄົນເຂົ້າຮ່ວມກິດຈະກໍາ FIESTA ປະມານ1,000 ຄົນ

DKT Mekong: ສູນບໍລິການຄົບວົງຈອນດ້ານອະນາໄມເພື່ອສຸຂະພາບ

ທີ່ນະຄອນຫຼວງວຽງຈັນ, ປະເທດລາວ – ໃນຄືນວັນສຸກ ທີ່ເຕັັມໄປດ້ວຍໄຟແສງສີ, ດົນຕີ, ແລະ ຄວາມມ່ວນ ທີ່ Oscar Night Club ທີ່ມີຜູ້ມາຮ່ວມງານຈຳນວນ 1000 ຄົນໄດ້ມາເຕົ້າໂຮມກັນໃນງານ FIESTA NIGHT, ເຊິ່ງເປັນງານເປີດຕົວ ຂອງຖົງຢາງອະນາໄມ FIESTA ໃນປະເທດລາວ. ງານນີ້ຈັດຂື້ນໂດຍ DKT Mekong ເຊິ່ງເປັນທີ່ໄວ້ວາງໃຈໃນຖານະ ສູນບໍລິການແບບຄົບວົງຈອນ ດ້ານທາງການແພດ ແລະ ອະນາໄມ (SRH), ງານດັ່ງກ່າວບໍ່ພຽງເເຕ່ເປັນການເປີດໂຕເທົ່ານັ້ນ – ເເຕ່ຍັງເປັນຈຸດເລີ່ມຕົ້ນ ການເວົ້າເຖິງຫົວຂໍ້ຊວນລົມເລື່ອງສຸຂະພາບທາງເພດຢ່າງສ້າງສັນທີ່ອອກແບບມາເພື່ອຕອບໂຈດໄລຟສຕາຍໄວລຸ້ນຍຸກໃໜ່ ໂດຍສະເພາະ.

ໃນຄ່ໍາຄືນທີ່ໜ້າຈົດຈຳ: ມ່ວນ, ເຕັມໄປດ້ວຍພະລັງ ແລະ ຄວາມບັນເທີງເຕັມທີ່

ດ້ວຍຈັງຫວະດົນຕຣີທີ່ຄຶກຄື້ນກັບບັນຍາກາດສຸດ sexy, Fiesta Night ໄດ້ລວມເອົາຄວາມເປັນຕົວຕົນ ເເລະ ການສື່ເຖິງສຸຂະພາບທາງເພດເເບບທີ່ບໍ່ເຄີຍມີມາກ່ອນ ກ່ອນເຂົ້າງານ ເເຂກທີ່ມາໄດ້ມີສ່ວນຮ່ວມກັບ Mini game ສຸດທ້າທາຍ – ທັງມ່ວນຊື່ນ ກ້າໄດ້ກ້າເສຍ ເເລະ ເເຝງໄປດ້ວຍການໃຫ້ຄວາມຮູ້ທາງເພດສຶກສາເເບບບໍ່ໜ້າເບື່ອ ເກມເຫລົ່ານີ້ຊ່ວຍລະລາຍພຶດຕິກຳ ເຮັດໃຫ້ຜູ້ເຂົ້າຮ່ວມງານເປີດໃຈສົນທະນາກັນກ່ຽວກັບຖົງຢາງ ອະນາໄມ ແລະ ຄວາມຮູ້ເລື່ອງເພດສຳພັນຢ່າງປອດໄພ ຢ່າງເປີດເຜີຍ.

ແຕ່ສິ່ງທີ່ເຮັດໃຫ້ທຸກຄົນຕະລຶງທີ່ສຸດນັ້ນກໍ່ຄື?  ການຕົບແຕ່ງຫ້ອງນ້ຳສຸດພິເສດ – ໄອເດຍສຸດສ້າງສັນທີ່ປ່ຽນຫ້ອງນ້ຳໃນຄຣັບໃຫ້ກາຍເປັນງານສິລະປະ ຝາຫ້ອງນ້ຳຖືກຂຽນດ້ວຍຂໍ້ຄວາມສຸດວ້າວ ພ້ອມຕົວຢ່າງສິນຄ້າໃຫ້ລອງໃຊ້ ເປັນການທ້າທາສຍຄວາມເຊື່ອເດີມໆວ່າ “ເພດສຶກສາຕ້ອງໜ້າເບື່ອ” ແຂກ​ຄົນ​ຫນຶ່ງ​ເວົ້າ​ວ່າ: “ນີ້ເປັນຄັ້ງທຳອິດທີ່ຂ້ອຍຫົວອອກມາດັງໆໃນຫ້ອງນ້ຳ nightclub” “ແລະ ຕອນນີ້ຂ້ອຍຮູ້ວ່າຖົງຢາງອະນາໄມໃດ ທີ່ດີທີ່ສຸດສໍາລັບຂ້ອຍ.”

Mini Games  ທີ່ດຶງດູດຜູ້ຄົນຫລາກຫລາຍ

ທີ່ບູດ Fiesta ບໍ່ພຽງແຕ່ມ່ວນທຳມະດາ! ເເຕ່ຄືປະສົບການເຕັມຮູບເເບບ ທີ່ປະສົມປະສານເກມ, ສຽງຫົວ, ແລະ ເເສງເຟລດຈາກກ້ອງຕະຫຼອດຄືນ. ແຂກເຂົ້າແຖວເພື່ອຖ່າຍຮູບເຊວຟີ/ຮູບກຸ່ມ ກັບເເບັກດຣອບສຸດສົດໃສຂອງ Fiesta ເພື່ອ ບັນທຶກຄວາມຊົງຈຳ.

ເກມ Catch It If You Can ເກມທີ່ໃຫ້ຜູ້ຫຼິ້ນຕ້ອງຄວ້າເອົາວັດຖຸທີ່ຕົກລົງມາໃຫ້ໄດ້ຫລາຍທີ່ສຸດກ່ອນທີ່ເວລາຈະຫມົດ. ເກມນີ້ທັງໄວ,ມ່ວນ ເເລະ ທ້າທາຍ.

Fiesta Night ບໍ່ພຽງແຕ່ສຽງເພງ ແລະ ໄຟແສງສີ ເທົ່ານັ້ນ—ເເຕ່ຄືພື້ນທີ່ໃຫ້ທ່ານໄດ້ປ່ອຍວາງ ແລະ ກ້າຫຼິ້ນ. ເຊິ່ງສັງເກດໄດ້ຈາກຄົນທີ່ມາຫຼິ້ນເກມ ທີ່ທັງມ່ວນ, ມີຄວາມຕື່ນເຕັ້ນ, ແລະ ການແຂ່ງຂັນທີ່ເປັນມິດ.

ຕອນນີ້ຖົງຢາງອະນາໄມ Fiesta ມີຢູ່ທົ່ວທຸກຮ້ານ, ຢູ່ໃນບ່ອນວາງຂາຍ, ຢູ່ໃນກະເປົ໋າຂອງທຸກຄົນ. ສິນຄ້າຕົວຢ່າງນັບພັນໄດ້ຖືກແຈກຢາຍ, ທັງພາຍໃນ ແລະ ນອກ ຄຣັບ, ໃຫ້ແຂກໄດ້ມີປະສົບການໂດຍກົງກັບເເບຣນ ຈົນເຖິງບົດສົນທະນາແບບສ່ວນຕົວກັບທີມງານ Fiesta ທີ່ໄດ້ທັງຄວາມຮຸ້ ຄວາມມ່ວນ ເເລະ ທີ່ສຳຄັນກໍ່ຄືພະລັງໃຈ.

Fiesta ບໍ່ພຽງແຕ່ຂາຍຖົງຢາງອະນາໄມເທົ່ານັ້ນ – ເເຕ່ເຮົາຂາຍຄວາມຫມັ້ນໃຈ,” ໜຶ່ງໃນ Brand ambassadors ໃນງານກ່າວດ້ວຍຮອຍຍິ້ມ. “ຄືນນີ້ເປັນຄືນລະດັບພຣີມ້ຽມສຳລັບເເບຣນພຣີມ້ຽມ. ພວກເຮົາຕ້ອງການໃຫ້ຄົນມີຄວາມຮູ້ສຶກໝັ້ນໃຈ, ມ່ວນໄດ້ຢ່າງປອດໄພ ເເລະ ຢາກສະແດງໃຫ້ເຫັນວ່າການປົກປ້ອງບໍ່ໄດ້ເປັນສິ່ງທີ່ຫນ້າອາຍ .”

ຖົງຢາງອະນາໄມ Fiesta Premium ເປັນທາງເລືອກນະວັດຕະກໍາທີ່ອອກແບບມາເພື່ອເສີມສ້າງຄວາມສຸກທາງເພດໃນຂະນະດຽວກັນຍັງມີຄວາມສຳພັນໄດ້ເເບບປອດໄພ. Fiesta ມາຈາກພາສາລາຕິນທີ່ເເປວ່າ “PARTY,” ສະທ້ອນປັດສະຍາຂອງເເບຣນທີ່ມຸ່ງໝັ້ນໃຫ້ຄູ່ຮັກທຸກຄູ່ໄດ້ສຳພັດເວລາແຫ່ງຄວາມສຸກຮ່ວມກັນຢ່າງອິດສະລະ, ປອດໄພ ເເລະ ມີຄວາມໝ້ັນໃຈ.

ປະຈຸບັນ Fiesta ມີວາງຈຳໜ່າຍເເລ້ວກວ່າ 15 ປະເທດ, Fiesta ນຳສະເໜີເອກະລັກສຸດທ້າທາຍທີ່ທັ້ງເຊັກຊີ້, ມ່ວນຊື່ນໄດ້ ແລະ ປອດໄພດີທີ່ສຸດ, ຖົງຢາງອະນາໄມແຕ່ລະອັນແມ່ນຜະລິດດ້ວຍນ້ຳຢາງທຳມະຊາດ 100% ແລະ ຜ່ານການ ທົດສອບດ້ວຍລະບົບອີເລັກໂທຣນິກ, ແລະ ມີແບບໃຫ້ເລືອກ 3 ແບບຢູ່ໃນແພັກ 3 ອັນ ຫຼື ກ່ອງ 12 ອັນ.

ການ​ຜະ​ລິດ​ຕະ​ພັນ​ປະ​ກອບ​ມີ​:

  • Fiesta Form Fit – Ultra Thin – ອອກແບບມາບາງພິເສດ ເເນບສະໜິດຄືບໍ່ມີຫຍັງມາກັ້ນ ເນັ້ນຄວາມສະບາຍທີ່ແທ້ຈິງ ສຳຜັດໄດ້ ທັງດ້ານໃນ ແລະ ດ້ານນອກ, ມີຄວາມໜັ້ນໃຈ ເໜາະສົມກັບຜູ້ທີ່ໃຫ້ຄວາມສຳຄັນກັບຄວາມໃກ້ຊິດ ເເລະ ປະສົບການທີ່ລາບລື່ນໜ້າຫລົງໄຫລ.
  • Fiesta Long Shock – Ultra Thin – ຊ່ວຍໃຫ້ຄູ່ຮັກຍືດເວລາຄວາມສຸກໄດ້ຍາວນານ ແລະ ຄວາມເພິ່ງພໍໃຈຍິ່ງຂື້ນ ນອກນັ້ນຍັງມີເຈວທີ່ປາຍຖົງຊ່ວຍໃຫ້ຊະລໍການເຖິງຈຸດສຸດຍອດ ສົ່ງເສີມປະສົບການອັນເລົ້າໃຈທີ່ຍາວນານຍິ່ງຂຶ້ນ.
  • Fiesta Ribbed, Dotted – ຊັບພະຄຸນມີ 3 ຢ່າງໃນໜື່ງດຽວ ( ມີປຸ່ນນູນ, ມີລາຍເສັ້ນຂີດ ແລະ ໂອບຣັດ ) ລຸ້ນນີ້ເນັ້ນເລື່ອງການກະຕຸ້ນ ແລະ ຄວາມຕື່ນເຕັ້ນ ຂີດຊ່ວຍເພີ່ມສຳຜັດ, ປຸ່ນນູນຊ່ວຍກະຕຸ້ນຄວາມຮູ້ສືກ ແລະ ໂອບຣັດ ຊ່ວຍໃຫ້ສວມໃສ່ສະບາຍ – ທັງໜົດນີ້ອອກແບບມາເພື່ອຍົກລະດັບຊ່ວງເວລາແຫ່ງຄວາມໃກ້ຊິດໃຫ້ເປັນທີ່ຈົດຈຳສຳຫລັບຄູ່ຮັກ.

ເປັນຫຍັງ DKT Mekong ຈຶ່ງນຳ Fiesta ເຂົ້າມາໃນປະເທດລາວ

ການເປີດໂຕ Fiesta ໃນລາວບໍ່ພຽງເປັນການຂະຫຍາຍຕະຫຼາດ ເທົ່ານັ້ນ ແຕ່ເປັນພາລະກິດຂອງ DKT Mekong ໃນການສົ່ງເສີມສຸຂະພາບທາງເພດ ແລະ ອະນາໄມຈະເລີນພັນໃນພາກພື້ນ ຜ່ານຜະລິດຕະພັນທີ່ເຂົ້າເຖິງໄດ້ມີຄຸນນະພາບສູງ ການສື່ສານເພື່ອປ່ຽນພຶດຕິກຳ ແລະ ການເຂົ້າເຖິງກຸ່ມເປົ້າໝາຍ ໃນຖານະອົງກອນເພື່ອສັງຄົມ DKT Mekong ນຳລາຍຮັບກັບມາລົງທຶນໃນແຄມເປນໃຫ້ຄວາມຮູ້, ກິດຈະກຳ ແລະ ໂຄງການເພື່ອຊຸມຊົນ ຊຶ່ງຫລາຍໂຄງການມຸ່ງເປົ້າໄປທີ່ເຍົາວະຊົນ ຊຶ່ງມັກຖືກເບິ່ງຂ້າມໃນດ້ານ SRH.

ຍຸກຖົງຢາງອະນາໄມໜ້າເບື່ອໄດ້ໜົດໄປແລ້ວ ທຸກມື້ນີ້ແບລນຢ່າງ Fiesta ໄດ້ນຳຄວາມຕື່ນເຕັ້ນ ແລະ ນະວັດຕະກຳໃຫມ່ໆ – ບໍ່ວ່າຈະເປັນກິ່ນ ພື້ນຜິວສຳພັດ ຫລື ຄວາມບາງແບບພິເສດ – ທັງໜົດຖືກອອກແບບມາເພື່ອການສານສຳພັນຄວາມໃກ້ຊິດໃຫ້ມ່ວນຂື້ນ ແລະ ຕອບໂຈດຄວາມຕ້ອງການສະເພາະບຸກຄົນ.

ໃນປະເທດລາວ ກິດຈະກຳທາງເພດໃນກຸ່ມເຍົາວະຊົນເພີ່ມຂຶ້ນ ແຕ່ການເຂົ້າເຖິງຂໍ້ມູນດ້ານສຸຂະພາບທາງເພດ ແລະ ອະນາໄມ ຍັງຄົງຈຳກັດ ການເປີດຕົວ Fiesta ຖືວ່າເປັນແນວທາງໃໜ່ທີ່ສົດໃສໃນການເຂົ້າເຖິງເຍົາວະຊົນໃນພາກພື້ນ Fiesta Night  ຄືກ້າວແລກທີ່ກ້າຫານ ແລະ ແບຣນນີ້ສັນຍາວ່ານີ້ຈະບໍ່ແມ່ນຄັ້ງສຸດທ້າຍ.

ພວກເຮົາຄືຊາວ Fiesta

ເມື່ອສິ້ນສຸດໃນຍາມຄ່ຳຄືນ ຄຣັບເຕັມໄປດ້ວຍຄວາມຄຶກຄັກ ບໍ່ແມ່ແຕ່ຈາກສຽງດົນຕຣີເທົ່ານັ້ນ ແຕ່ຍັງມີທັ້ງການຖ່າຍຮູບເຊວຟີ,ສຽງຫົວ ແລະ ສຽງຮ້ອງວ່າ “We are Fiesters!” ແບຣນໄດ້ເປີດຕົວຢ່າງສົມບູນແບບ ແລະ ສ້າງຄວາມປະທັບໃຈ “ ຕອນແລກຂ້ອຍມາກໍເພາະຢາກຟັງເພງ ແຕ່ກັບໄດ້ອີ່ຫຍັງມາຫລາຍກວ່າທີ່ຄາດໄວ້ ຄືນນີ້ຂ້ອຍໄດ້ເຂົ້າໃຈຮ່າງກາຍໂຕເອງຫລາຍຂື້ນ ແລະ ຍັງມີເຊີໄພຣ ຕິດກະເປົາກັບບ້ານໄປດ້ວຍ ຂອບໃຈ Fiesta.

ແມ່ນຫຍັງຄືກ້າວຕໍ່ໄປຂອງ Fiesta ໃນປະເທດລາວ?

ພາດງານ Fiesta ໄປແມ່ນບໍ່? ບໍ່ຕ້ອງຫ່ວງ DKT Mekong ກຳລັງວາງແຜນຈັດກິດຈະກຳ Fiesta ຕະຫລອດທັງປີ ເປົ້າຫມາຍຄືການສ້າງວັດທະນະທຳດ້ານສຸຂະພາບທາງເພດແບບໃຫມ່ໃນປະເທດລາວທີ່ສົດໃສ, ເຫັນໄດ້ຢ່າງຊັດເຈນ ແລະ ປາສະຈາກທັດສະນະຄະຕິຄິດລົບ ເພາະເຊັກທີ່ປອດໄພຕ້ອງ – ມ່ວນ, ມີຄວາມສຸກ ເເລະ ປອດໄພ.

ທ່ານສາມາດຊື້ຖົງຢາງ Fiesta ໄດ້ບ່ອນໃດ?

ຖົງຢາງອະນາໄມ Fiesta Premium ວາງຈຳໜ່າຍແລ້ວຕາມຮ້ານຂາຍຢາທົ່ວໄປ ແລະ ຮ້ານຄ້າທົ່ວໄປໃນຕົວເມືອງໃຫຍ່ ໃນປະເທດລາວ ຜ່ານຕົວແທນຈຳໜ່າຍກໍ່ຄືວຽງທອງການຢາ ຫາກເຈົ້າຫາບໍ່ເຫັນ ລອງຊອກຕາມຮ້ານຄ້າໃກ້ບ້ານ ຫລື ຕິດຕໍ່ໄດ້ທີ່ Viengthong Pharma ໄດ້ເລີຍ.

ສະຖານທີ່ຈັດຈຳໜ່າຍ:

ຮ້ານຂາຍຢາ:

– Amphone Naen Shop, ທາດຫຼວງ

– ຮ້ານຂາຍຢາຈະເລີນຊັບ, ສາຂາ 2

– ຮ້ານຂາຍຢາຈະເລີນໄຊ, ເມືອງໄຊເສດຖາ

– ຮ້ານຂາຍຢາຈິນຕະນາ

– ຮ້ານຂາຍຢາພິດສະໄໝ, ມິດຕະພາບ

– ຮ້ານຂາຍຢາພູວັນ, ໂນນຄໍ້

– ຮ້ານຂາຍຢາເເສງທອງ, ຕະຫຼາດເຊົ້າ

– ຮ້ານຂາຍຢາວຽງ

ຮ້ານສະດວກຊື້:

– Faiy Mart

– VG Mart

– Win Mart

ຄຣີນິກ:

– ຄຣີນິກ ດຣ ມອນທອງ

Mini Mart:

– Mini BigC

ຮ້ານຂາຍສົ່ງ:

– ຮ້າຍຂາຍຢາໃສສະອາດ

– ຮ້ານຂາຍຢາມະນີວອນ, ຕະຫຼາດເຊົ້າຕຶກເກົ່າ

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply.ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ໄດ້ລົງນາມໃນບັນທຶກການຮ່ວມມື (MoC) ເພື່ອພັດທະນາຄວາມຄິດລິເລີ່ມແຫ່ງຍຸດທະສາດນີ້. ບົດບັນທຶກນີ້ ໄດ້ຮັບການລົງນາມໂດຍ ປະທານບໍລິສັດ PTLH ທ່ານ ຈັນທອນ ສິດທິໄຊ, ແລະ ປະທານບໍລິສັດ MMC Ports ທ່ານ Datuk Azman Shah Mohd Yusof ພາຍໃຕ້ການເປັນສັກຂີພະຍານ ຂອງນາຍົກລັດຖະມົນຕີຂອງທັງສອງປະເທດ.

ເສັ້ນທາງການຄ້າທາງລົດໄຟ-ທະເລນີ້ ເຊື່ອມຕໍ່ລົດໄຟຈີນ-ລາວ ເຂົ້າກັບຝັ່ງຕາເວັນຕົກຂອງມາເລເຊຍ, ເພີ່ມການເຊື່ອມຕໍ່ເສັ້ນທາງໃນຫຼາຍຮູບແບບ ແລະ ສະໜັບສະໜູນວິໄສທັດຂອງລາວໃນການເປັນປະເທດເສດຖະກິດທີ່ເຊື່ອມຕໍ່ທາງບົກ.ເສັ້ນທາງການຄ້າທາງລົດໄຟ-ທະເລ ຈະສົ່ງເສີມການຈັບກຸ່ມພາກພື້ນ MMC Ports ຄຸ້ມຄອງທ່າເຮືອ 5 ແຫ່ງໃນມາເລເຊຍ ແລະ ມີຄວາມມຸ້ງໝັ້ນທີ່ຈະເສີມສ້າງບົດບາດຂອງມາເລເຊຍໃນຖານະເປັນສູນກາງການຂົນສົ່ງ. ທ່ານ Azman Shah ໄດ້ກ່າວວ່າ ເສັ້ນທາງນີ້ ຈະຊ່ວຍຫຼຸດຜ່ອນເວລາການຂົນສົ່ງ, ຫຼຸດຜ່ອນຄ່າໃຊ້ຈ່າຍການຂົນສົ່ງ, ແລະ ສົ່ງເສີມການເຊື່ອມປະສານຂອງອາຊຽນ.

ການຮ່ວມມືນີ້ຍັງປະກອບມີການເຊື່ອມປະສານລະບົບ, ການຕະຫຼາດຮ່ວມ, ການແລກປ່ຽນພະນັກງານ, ແລະ ການເຮັດໃຫ້ເອກະສານງ່າຍຂຶ້ນ. ຄວາມພະຍາຍາມເຫຼົ່ານີ້ມີຈຸດມຸ້ງໝາຍເພື່ອຈັດລະບົບການດໍາເນີນງານໃຫ້ມີປະສິດທິພາບຫຼາຍຂຶ້ນ ແລະ ປັບປຸງປະສິດທິຜົນໃນທົ່ວເສັ້ນທາງ.ສປປ ລາວ ແມ່ນໄດ້ພຶ່ງພາ ການຮ່ວມມືໃນພາກພື້ນ ເນື່ອງຈາກເສດຖະກິດທີ່ມີຂະໜາດນ້ອຍ ແລະ ທີ່ຕັ້ງທາງພູມສາດທີ່ບໍ່ມີທາງອອກທະເລ. ການເຊື່ອມຕໍ່ທາງທະເລທີ່ເຂັ້ມແຂງຂອງມາເລເຊຍກັບອິນເດຍ ແລະ ອາຟຣິກາ ເຮັດໃຫ້ທ່າເຮືອປີນັງກາຍເປັນປະຕູເສັ້ນທາງທີ່ເໝາະສົມ.

ເຊິ່ງປັດຈຸບັນ ການລົງທຶນຂອງມາເລເຊຍ ມີມູນຄ່າທັງໝົດ 946 ລ້ານໂດລາ ສະຫະລັດ, ກວມເອົາ 88 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະ ຂະແຫນງການທີ່ເປັນບູລິມະສິດຂອງລັດຖະບານລາວ.ເຊິ່ງໃນປີ 2024 ຜ່ານມາ ການຄ້າສອງຝ່າຍມີມູນຄ່າຫຼາຍກວ່າ 43 ລ້ານໂດລາ ສະຫະລັດ ເມື່ອທຽບໃສ່ປີ 2023 ມີພຽງ 30 ລ້ານໂດລາ ສະຫະລັດ

Laos and Malaysia have established a strategic partnership to boost cross-border trade via a rail-sea route, with the exchange of a Memorandum of Cooperation between Penang Port Sdn Bhd (PPSB) and Thanaleng Dry Port (TDP) in Malaysia on Sunday.The document was exchanged between MMC Port Holdings Sdn Bhd Chief Executive Officer Datuk Azman Shah Mohd Yusof and PTL Holding Co., Ltd. (PTLH) Chairman and Founder, Dr Chanthone Sitthixay, witnessed by Prime Minister Sonexay Siphandone and his Malaysian counterpart Datuk Seri Anwar Ibrahim, Bernama reported on the day.


The Lao Prime Minister is in Malaysia on an official visit that includes attending the 46th Summit of the Association of Southeast Asian Nations (ASEAN) and related meetings, scheduled to take place on May 26-27, at the invitation of PM Anwar.
The partnership between the two companies is part of the broader effort to bolster economic ties between the two ASEAN members and the rest of the region.
PPSB is a subsidiary of MMC Port, while PTLH is the parent company of Vientiane Logistics Park Co., Ltd., which manages the Thanaleng Dry Port – Laos’ integrated logistics centre and the single window customs clearance point on the Laos-China Railway.
The partnership is part of a broader initiative under the regional Pan-Asia Railway Network, integrating the China-Laos Railway to create a strategic trade route linking southern China through Laos and Thailand, to Malaysia’s west coast.

Thanaleng Dry Port managing director Sakhone Philangam told Bernama that the collaboration marked a significant milestone in transforming Laos into a key logistics player, building on its landlocked status.
He expected that the partnership would benefit Laos economically, as the country’s small-scale economy needs to rely on higher trade volumes through cooperation with regional players like Malaysia and China.


“In logistics, you need agglomeration and massification. We don’t have that volume, so this partnership will enable us to tap into a larger logistics network,” he was quoted as saying.
The collaboration will involve the sharing of operational knowledge, joint marketing efforts, system integration, simplification of documentation processes, harmonisation of infrastructure, and short-term personnel exchanges.
MMC Port is a holding company that operates five ports across Peninsular Malaysia, namely the PPSB, Port of Tanjung Pelepas, Johor Port Bhd, Northport (Malaysia) Bhd, and Tanjung Bruas Port Sdn Bhd, making it Malaysia’s largest port operator.
Meanwhile, PTLH is a major Lao conglomerate that operates a wide range of businesses including logistics, finance, railway, industrial and investment zones, and gold (Bullion Bank).

Azman Shah said the initiative, which is aligned with efforts to enhance ASEAN connectivity, will reduce transit times and logistics costs, improve supply chain efficiency, and boost regional economic growth.
“We are pleased to contribute to Thanaleng Dry Port’s efforts to realise Laos’ national strategy to transform from a land-locked country to a land-linked nation,” the CEO was quoted as saying.
This is the second partnership that the Thanaleng Dry Port has secured with a Malaysian company.


Earlier, it signed an agreement with Mutiara Perlis Sdn Bhd to facilitate inland port services, leveraging the existing multimodal integration including the rail network of which the TDP is a vital part.
Containing the standard-gauge Laos-China Railway and the one-metre gauge Laos-Thailand rail track that run side by side to enable seamless connection, Thanaleng Dry Port has facilitated rail freight expresses linking Malaysia to several Chinese cities, bolstering cross-border trade.

In 2024, total bilateral trade between Laos and Malaysia exceeded US$43 million, up from just US$30 million in 2023, according to the Lao Ministry of Foreign Affairs.
Malaysia is Laos’ fourth-largest foreign investor, with total investments amounting to US$946 million across 88 projects, in sectors including renewable energy, transport, telecommunications, construction, banking and hospitality.

ບໍລິສັດ IndusTek Co., Ltd ຮ່ວມກັບ ບໍລິສັດ Imperial Fire Engineering ຈັດງານສຳມະນາ ເພື່ອເສີມສ້າງຄວາມຮູ້ ແລະ ການຕະໜັກເຖິງການປ້ອງກັນອັກຄີໄພໃນ ສປປ ລາວ.

ໃນວັນສຸກ ວັນທີ 09 ພຶດສະພາ 2025 ທີ່ຜ່ານມາ. ບໍລິສັດ ອິນດັດສ໌ເທັກ ຈຳກັດ (IndusTek Co., Ltd.) ນຳໂດຍ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອຳນວຍການບໍລິສັດ ຮ່ວມກັບ ບໍລິສັດ ອິມເພີຣ້ຽວ ໄຟເອີ້ ເອັນຈິເນຍຣີ້ງ(Imperial Fire Engineering) ໄດ້ຈັດງານສຳມະນາ ເຊິ່ງພາຍໃນງານຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພັອ. ວິລະພອນ ວົງຄຳມຸນຕີ ຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ. ທາງບໍລິສັດ ອິນດັດສ໌ເທັກ ຈຳກັດ ໄດ້ຈັດງານສຳມະນາໃນຄັ້ງນີ້ຂຶ້ນມາ ເພື່ອໃຫ້ຄວາມຮູ້ດ້ານຄວາມປອດໄພໃນຫົວຂໍ້ “ການນຳໃຊ້ປະເພດຖັງດັບເພີງ ແລະ ເກນການຄັດເລືອກລະບົບດັບເພີງອັດຕະໂນມັດດ້ວຍສານພິເສດແບບທັນສະໄໝ (Fire Suppression System) ແລະ ລະບົບສັນຍານແຈ້ງເຕືອນອັກຄີໄພ” ທີ່ໂຮງແຮມ ດອນຈັນ ພາເລດ (Donchan Palace) ນະຄອນຫຼວງວຽງຈັນ ສ.ປ.ປ ລາວ.

ງານສຳມະນາໃນຄັ້ງນີ້ ເຮົາໄດ້ຈັດຂຶ້ນໂດຍມີຈຸດປະສົງທີ່ສຳຄັນເພື່ອປ້ອງກັນ, ເຜີຍແຜ່ຄວາມຮູ້,  ແລະ ຫຼຸດຜ່ອນຄວາມສ່ຽງຈາກອັກຄີໄພທີ່ອາດຈະເກີດຂຶ້ນໃນຊີວິດປະຈຳວັນ ທັງໃນທີ່ຢູ່ອາໄສ, ຕຶກອາຄານ, ສຳນັກງານ, ໂຮງງານອຸດສາຫະກຳ ແລະ ພື້ນທີ່ສາທາລະນະໜ່ວຍງານພາກລັດ ແລະ ເອກະຊົນ ໄປຈົນເຖິງຜູ້ປະກອບການໃນຫຼາຍໆອຸດສາຫະກຳ ໂດຍມີຈຸດປະສົງຫຼັກເພື່ອຫຼຸດຄວາມສ່ຽງ ແລະ ຜົນກະທົບຈາກເຫດການໄຟໄໝ້ທີ່ອາດຈະເກີດຂຶ້ນໃນປະເທດລາວ ແລະ ເຮົາຍັງໄດ້ຄຳນຶງເຖິງຄວາມປອດໄພຂອງຊີວິດ ແລະ ຊັບສິນອັນມີຄ່າຂອງປະຊາຊົນເປັນຫຼັກ.

ໂດຍພາຍໃນງານມີການບັນຍາຍໂດຍວິທະຍາກອນ ແລະ ຜູ້ຊ່ຽວຊານທີ່ມີປະສົບການມາຫຼາຍກວ່າ 20ປີ ຈາກບໍລິສັດ Imperial Fire Engineering ປະເທດໄທ ໄດ້ແກ່:
– Mr. Panu Witthaya-Amnueykun (Chief Exceutive Officer)
– Mr. Narit Khamintakun (Fire Protection Engineer)
ທັງສອງທ່ານໄດ້ຖ່າຍທອດຄວາມຮູ້ທີ່ຄອບຄຸມໃນຫຼາກຫຼາຍດ້ານເຊັ່ນ: ປະເພດຂອງຖັງດັບເພີງຊະນິດຕ່າງໆ ແລະ ຄຸນນະສົມບັດໃນການໃຊ້ງານ:
– ແນວທາງການເລືອກໃຊ້ຖັງດັບເພີງ ແລະ ວິທີການດູແລຮັກສາ
– ລະບົບດັບເພີງອັດຕະໂນມັດຊະນິດຕ່າງໆ ແລະ ການເລືອກໃຊ້ Fire Suppression System
– ລະບົບສັນຍານແຈ້ງເຫດເພີງໄໝ້ Fire Alarm System ແລະ ອື່ນໆ


ພາຍໃນງານຍັງມີການຍົກກໍລະນີສຶກສາ ແລະ ມີການສາທິດເຫດການໄຟໄໝ້ ເພື່ອໃຊ້ເປັນບົດຮຽນໃນການຮຽນຮູ້ ແລະ ຫາທາງປ້ອງກັນໃນອະນາຄົດ ພ້ອມເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຄຳຖາມ, ສາທິດຕົວຈິງ ແລະ ໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ຊ່ຽວຊານໂດຍຕົງ.


ບໍລິສັດ IndusTek Co., Ltd ແລະ ບໍລິສັດ Imperial Fire Engineering ຕ່າງກໍຕະໜັກເຖິງບົດບາດ ແລະ ຄວາມສຳຄັນໃນການສົ່ງເສີມວັດທະນາທຳຄວາມປອດໄພໃນສັງຄົມ ໂດຍມຸ່ງເນັ້ນໃຫ້ປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງຕ່າງໆ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ມີທ່າແຮງໃນການປ້ອງກັນ ແລະ ຮັບມືກັບອັກຄີໄພໄດ້ຢ່າງມີປະສິດທິພາບ ທັງໃນລະດັບຄົວເຮືອນ ແລະ ໃນລະດັບອົງກອນ.


ເປົ້າໝາຍໄລຍະຍາວຂອງງານສຳມະນາໃນຄັ້ງນີ້ ຄືການສ້າງແຮງຜັກດັນໃຫ້ເກີດການປ່ຽນແປງດ້ານບວກກ່ຽວກັບຄວາມປອດໄພໃນປະເທດລາວ ເພື່ອລົດຄວາມສູນເສຍ ແລະ ສ້າງເຄື່ອຂ່າຍຄວາມຮ່ວມມືທີ່ເຂັ້ມແຂງລະຫວ່າງໜ່ວຍງານທີ່ກ່ຽວຂ້ອງ ເພື່ອໃຫ້ທຸກໆທ່ານຢູ່ໃນສະພາບແວດລ້ອມທີ່ປອດໄພຍິ່ງຂຶ້ນ.

APB ນໍາພານະວັດຕະກໍາທາງການເງິນໃນ ສປປ ລາວ ດ້ວຍການຮ່ວມມື ກັບ Visa ເພື່ອການຊໍາລະຂ້າມແດນແບບບໍ່ມີຮອຍຕໍ່

ນະຄອນຫຼວງວຽງຈັນ, ສປປ ລາວ, ວັນທີ 30 ເມສາ 2025 – ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ເສີມຂະຫຍາຍບົດບາດເປັນຜູ້ນຳດ້ານນະວັດຕະກຳດ້ານການເງິນ ໂດຍຜ່ານການຮ່ວມມືຍຸດທະສາດກັບ Visa, ເຊິ່ງເປັນຜູ້ບຸກເບີກການຊຳລະເງິນດິຈິຕອນທົ່ວໂລກ. ໂດຍການນຳໃຊ້ Visa B2B Connect, APB ກໍາລັງເພີ່ມຄວາມສາມາດໃນການຊໍາລະຂ້າມຊາຍແດນດ້ວຍຊ່ອງທາງທີ່ປອດໄພ, ມີປະສິດທິພາບ, ແລະໂປ່ງໃສທີ່ຖືກອອກແບບມາສໍາລັບຄວາມຕ້ອງການຂອງທຸລະກິດທີ່ທັນສະໄຫມ.

ການເປີດຕົວ APB World-Remit enabled by Visa B2B Connect ເປັນບາດກ້າວອັນສຳຄັນໃນການປັບປຸງວິທີການດຳເນີນທຸລະກິດຂອງລາວໃນການຈັດການທຸລະກຳລະຫວ່າງປະເທດ. ຊ່ອງທາງນີ້ຊ່ວຍໃຫ້ການໂອນເງິນຈາກທະນາຄານໄປຫາທະນາຄານໂດຍກົງ, ເພີ່ມຄວາມໂປ່ງໃສ, ແລະ ຊ່ວຍໃຫ້ລູກຄ້າສາມາດຕິດຕາມການຊໍາລະໄດ້ໃນເວລາທີ່ແທ້ຈິງ, ສະຫນອງຄວາມໄວ, ຄວາມຖືກຕ້ອງ, ແລະ ຄວາມຫມັ້ນໃຈໃນທຸກໆທຸລະກໍາ.

ທ່ານ ພິລາວັນ ສໍພາບມີໄຊ, ຜູ້ອຳນວຍການຂອງ ທສກ ໄດ້ກ່າວວ່າ: “ການຮ່ວມມືກັບ Visa ແມ່ນສອດຄ່ອງກັບຄວາມຕັ້ງໃຈຂອງ ທສກ ໃນການກ້າວໄປສູ່ການບໍລິການ ດ້ານການເງິນດິຈິຕອລ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດແບບຍືນຍົງໃນ ສປປ ລາວ. ເມື່ອແຍງໃສ່ຄຳເວົ້າທີ່ວ່າ “ວ່ອງໄວ ກ້າວໄກ ໄປຄຽງຄູ່ທ່ານ” ຂອງ ທສກ ແລ້ວ, ພວກເຮົາກຳລັງສ້າງລະບົບວົງຈອນທີ່ຄົບຊຸດ ທີ່ສາມາດຮອງຮັບລູກຄ້າລະດັບອົງກອນ ຜ່ານເຄື່ອງມືທັນສະໄໝສຳລັບການບໍລິຫານຈັດການດ້ານການຊຳລະເງິນ, ສະພາບຄ່ອງ, ແລະ ບໍລິຫານເງິນທຶນລະຫວ່າງປະເທດແບບທັນທີ.”

ນອກນັ້ນ ທ່ານຍັງໄດ້ຢໍ້າຕື່ມວ່າ APB World-Remit with Visa B2B Connect ສາມາດຮອງຮັບເງິນຕາຕ່າງປະເທດຫຼາຍສະກຸນເງິນ ແລະ ຫຼາຍກວ່າ 110 ປະເທດທົ່ວໂລກ, ເປັນການເສີມສ້າງບົດບາດຂອງ APB ໃນການເຊື່ອມຕໍ່ທຸລະກິດລາວກັບຕະຫຼາດສາກົນ.

ທ່ານ ນາງ Dung Dang, ຜູ້ອຳນວຍການ Visa ສະເພາະປະເທດຫວຽດນາມ ແລະ ລາວ ໄດ້ກ່າວວ່າ: “ພວກເຮົາດີໃຈທີ່ໄດ້ຮ່ວມມືກັບ APB ໃນການເສີມຂະຫຍາຍທຸລະກຳຂ້າມແດນສຳລັບທຸລະກິດຢູ່ ສປປ ລາວ. ການນຳໃຊ້ Visa B2B Connect ເປັນການເສີມສ້າງຄວາມເຂັ້ມແຂງແກ່ທຸລະກິດລາວ ໃນການບໍລິຫານການຊຳລະເງິນລະຫວ່າງປະເທດຢ່າງມີປະສິດທິຜົນຫຼາຍຂຶ້ນ. ການຮ່ວມມືຄັ້ງນີ້ສະແດງໃຫ້ເຫັນຄວາມຕັ້ງໃຈຂອງສອງຝ່າຍໃນການສົ່ງເສີມນະວັດຕະກຳ ແລະ ນຳສະເໜີບໍລິການທາງການເງິນທີ່ມີປະສິດທິພາບສູງ ສອດຄ່ອງກັບຄວາມຕ້ອງການຂອງລູກຄ້າ ແລະ ຄູ່ຮ່ວມຂອງທັງສອງຝ່າຍນັບມື້ນັບຫລາຍຂຶ້ນ.

ການຮ່ວມມືນີ້ແມ່ນສ່ວນໜຶ່ງຂອງໂຄງການກ່ຽວກັບຊ່ອງທາງການໂອນເງິນແບບດິຈິຕອລທີ່ຄອບຄຸມຫລາກຫລາຍຂອງ APB ທີ່ສຸມໃສ່ການຂະຫຍາຍການໃຫ້ບໍລິການທົ່ວໂລກຜ່ານເຕັກໂນໂລຊີທີ່ລໍ້າໜ້າ ແລະ ຜ່ານການຮ່ວມມືຍຸດທະສາດທີ່ເຂັ້ມແຂງ. ປັດຈຸບັນ ພວກເຮົາສາມາດເວົ້າໄດ້ວ່າ ລູກຄ້າລະດັບອົງກອນ ຫຼື ຫົວໜ່ວຍທຸລະກິດຂະແໜງຕ່າງໆ ສາມາດເຂົ້າໃຊ້ບໍລິການໂອນເງິນລະຫວ່າງປະເທດ ຜ່ານ APB World-Remit with Visa B2B Connect ໄດ້ແລ້ວ. ສໍາລັບລາຍລະອຽດເພີ່ມເຕີມ ສາມາດຕິດຕໍ່ສອບຖາມໄດ້ທີ່ສາຂາ ແລະ ໜ່ວຍບໍລິການທົ່ວປະເທດ APB ຫຼື ສາຍດ່ວນ 1989.

ກອງປະຊຸມ ເຜີຍແຜ່ ກ່ຽວກັບການເຄື່ອນໄຫວວຽກງານ ທະນາຄານຄໍາ ລາວ ຈໍາກັດ

ໄດ້ຈັດຂຶ້ນໃນຄັ້ງວັນທີ 2 ພຶດສະພາ 2025, ທີ່ຜ່ານມາ, ຢູ່ໂຮງແຮມ ຮໍລິເດ ອິນ ໂດຍການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນການພັກ ປະທານສູນກາງແນວລາວສ້າງຊາດ ໂດຍມີບັນດາກະຊວງ ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ລວມມີຫ້ອງວ່າການສູນກາງພັກ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາແລະການຄ້າ, ກະຊວງແຜນການແລະການລົງທຶນ, ຫ້ອງວ່າການນະຄອນຫຼວງ, ເຈົ້າເມືອງພາຍໃນນະຄອນຫຼວງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທະນາຄານທຸລະກິດ, ຮ້ານຄໍາ ແລະ ແຂກຈາກບໍລິສັດຕ່າງໆ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍຄວາມສໍາເລັດໃນການສ້າງຕັ້ງ ແລະ ດໍາເນີນງານຂອງ ທະນາຄານຄໍາ ລາວ ເທື່ອລະກ້າວ ອີງຕາມຄໍາສັ່ງຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ທີ່ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2024 ໃນວັນທີ 15 ກໍລະກົດນີ້ ທີ່ກ່ຽວກັບບາງລະດັບຄາດໝາຍ ແລະ ຈຸດໝາຍ ສະເພາະໜ້າທີ່ລັດຖະບານ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາໃຫ້ໄດ້ຕາມຄາດໝາຍ ທີ່ຈຳເປັນຮີບດ່ວນ
“ຕັ້ງໜ້າຫຼຸດຜ່ອນການໃຊ້ເງິນຕາໃຫ້ຫຼຸດລົງ ດ້ວຍວິທີຈຳກັດການນໍາເຂົ້າສິນຄ້າທີ່ບໍ່ຈຳເປັນ ໃຫ້ເປັນຮູບປະທຳ, ໃຫ້ຮີບຮ້ອນສ້າງຕັ້ງທະນາຄານຄຳ ຂຶ້ນໂດຍໄວ ແລະ ເອົາຄຳເປັນຄັງສະສົມແຫ່ງລັດໃຫ້ໄດ້, ຖືເປັນບາດກ້າວສຳຄັນ ຂອງການຄໍ້າປະກັນສະຖຽນລະພາບ ຂອງເສດຖະກິດແຫ່ງຊາດ; ແຕ່ຕ້ອງຄຸ້ມຄອງໃຫ້ຮັດກຸມ, ຫຼຸດຜ່ອນການໃຊ້ເງິນຕາລົງ ແມ່ນໝາກຫົວໃຈ ຂອງການປະຢັດ, ແມ່ນການສະກັດກັ້ນການເພີ່ມຂຶ້ນ ຂອງການແລກປ່ຽນນອກລະບົບ”

ດັ່ງນັ້ນ, ການສ້າງຕັ້ງ ທະນາຄານຄຳ ລາວ ຈໍາກັດ ຈຶ່ງສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງລັດຖະບານ ແລະ ເອກະຊົນ ກໍ່ຄືລະຫວ່າງກະຊວງການເງິນ ແລະ ບໍລິສັດ PTL Holding Co., Ltd. ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ວ່າດ້ວຍການສຳຮອງຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດ ຂອງປະເທດຊາດ ຜ່ານການສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ທີ່ຈະສາມາດປົດລັອກທ່າແຮງ ທາງດ້ານການເງິນ, ການຄັງ, ສ້າງຄວາມເຂັ້ມແຂງໃຫ້ສະກຸນເງິນກີບ, ການລະດົມທຶນ ແລະ ເສີມສ້າງສະພາບຄ່ອງ ເພື່ອເຂົ້າມາໝຸນໃຊ້ສ້າງພັດທະນາປະເທດຊາດໃຫ້ໄດ້ຢ່າງມີປະສິດຕິພາບ ແລະ ເກີດຜົນປະໂຫຍດສູງສຸດຕໍ່ກັບເສດຖະກິດຂອງປະເທດ. ໂດຍສະເພາະແມ່ນການເພີ່ມສະພາບຄ່ອງ ດ້ານການເງິນ ແລະ ເປັນແຫລ່ງທຶນຮອນເຂົ້າມາ ນຳໃຊ້ໃນການພັດທະນາບັນດາໂຄງການຍຸດທະສາດດ້ານພື້ນຖານໂຄງລ່າງ, ກະສິກຳ ແລະ ອຸດສາຫະກຳ ທີ່ສຳຄັນຈຳເປັນໃນການສ້າງພື້ນຖານທີ່ເຂັ້ມແຂງ ແລະ ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດຂອງປະເທດໃຫ້ນັບມື້ນັບຈະເລີນກ້າວໜ້າ.

ການສ້າງຕັ້ງ ແລະ ໃຫ້ບໍລິການທະນາຄານຄຳນີ້ ຈະສາມາດພັດທະນາຍົກລະດັບການຄຸ້ມຄອງບໍລິຫານຈັດ ການຄຳ ຂອງ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ ກາຍເປັນທີ່ຍອມຮັບ ແລະ ສາມາດແຂ່ງກັນໄດ້ກັບພາກພື້ນ ແລະ ສາກົນ ຜ່ານບັນດາກົນໄກການບໍລິການຕ່າງໆຂອງທະນາ ຄານຄຳ ເປັນຕົ້ນແມ່ນ ບັນຊີຝາກຄຳ, ສິນເຊື່ອການໃຫ້ກູ້ເງິນ ແລະ ຄຳ, ການຢັ້ງຢືນຮັບຮອງຍົກລະດັບມາດຕະຖານ ຄຸນະພາບຄຳ ໃຫ້ເປັນລະດັບສາກົນ ເຊິ່ງບັນດາກົນໄກການບໍລິການຕ່າງໆເຫຼົ່ານີ້ ຈະສາມາດ ຍົກສູງພາລະບົດບາດ ອຸດສາຫະ ກຳ ແລະ ຕ່ອງໂສ້ການສະໜອງຄຳຂອງປະເທດລາວ, ສ້າງໃບໜ້າ ອັນໃໝ່ ແລະ ຊ່ວຍເຮັດໃຫ້ ສປປ ລາວ ເພີ່ມຄວາມອາດສາມາດກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາ ຫະກຳຄໍາ ທີ່ສາມາດແຂ່ງຂັນໄດ້ ກັບພາກພື້ນ ແລະ ສາກົນ ສ້າງຊື່ສຽງໃຫ້ ສປປ ລາວ ເປັນທີ່ຮູ້ຈັກ ແລະ ຍອມຮັບໃນເວທີເສດຖະກິດໂລກ ອີກທັງຈະເປັນການສົ່ງເສີມ ແລະ ດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເພີ່ມທະວີໃຫ້ມູນຄ່າທາງດ້ານເສດຖະກິດຂອງລາວ ໃຫ້ນັບມື້ນັບຂະຫຍາຍຕົວ.

ທະນາຄານຄໍາ ລາວ ໄດ້ເປີດໃຫ້ບໍລິການຢ່າງເປັນທາງການໃນເດືອນທັນວາ 2024 ທີ່ນະຄອນຫລວງວຽງຈັນ. ທະນາຄານຄໍາ ລາວ ສືບຕໍ່ພາກປະຕິບັດໃຫ້ເກີດຜົນເປັນຈິງ ແລະ ດໍາເນີນງານດ້ວຍຜົນສໍາເລັດເທື່ອລະກ້າວ ໂດຍມີບົດບາດໃນການສະສົມຄໍາ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບລະບົບເງິນຕາຂອງປະເທດ ແລະ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ. ທະນາຄານໄດ້ສະເຫນີບໍລິການທາງການເງິນທີ່ອີງໃສ່ຄໍາ ເຊັ່ນ ບັນຊີເງິນຝາກຄໍາ, ສິນເຊື່ອຄໍາ, ແລະ ໃບຢືນຢັນເງິນຝາກຄໍາ ທີ່ສາມາດນໍາໄປໃຊ້ເປັນຫຼັກປະກັນໄດ້.

ທ່ານ ປອ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນການພັກ ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ ການສ້າງຕັ້ງທະນາຄານນີ້ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງລັດຖະບານໃນການສ້າງຄວາມເຂັ້ມແຂງໃຫ້ກັບລະບົບເງິນຕາ ແລະ ສົ່ງເສີມການພັດທະນາເສດຖະກິດຢ່າງຍືນຍົງ. ທະນາຄານຄໍາລາວຈຶ່ງເປັນການຕອບສະໜອງຕໍ່ວິໃສທັດຂອງລັດຖະບານໃນການສ້າງຄວາມມັ່ນຄົງທາງເສດຖະກິດ ແລະ ການເງິນ

ການເຜີຍແຜ່ປຸກລະດົມໃນຄັ້ງນີ້ມີຄວາມສໍາຄັນຫລາຍ. ນັກຄົ້ນຄວ້າ, ນັກທິດສະດີ, ນັກເສດຖະກິດ, ນັກທຸລະກິດ ຕ່າງກໍ່ມີຄວາມເຫັນດຽວກັນ ວ່າພວກເຮົາມີຄວາມພູມໃຈຕໍ່ທິດທາງຂອງການນໍາ ແລະ ລັດຖະບານໃນການສ້າງຕັ້ງທະນາຄານຄໍາ. ຜ່ານມາມີຫລາຍບໍລິສັດສົນໃຈ, ແຕ່ລັດຖະບານໄດ້ເຫັນເຖິງຄວາມຕ້ັງໃຈແລະສຶກສາມາຫລາຍປີ ແລະມີຄວາມພ້ອມຮອບດ້ານຫລາຍກ່ວາບໍລິສັດອື່ນ ດັ່ງນັ້ນຈຶ່ງໄດ້ອະນຸຍາດໃຫ້ບໍລິສັດ PTL HOLDING ສ້າງຕັ້ງ ຮ່ວມກັບລັດຖະບານ ໂດຍຕາງຫນ້າກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ. ຕໍ່ໄປຈຶ່ງພິຈາລະນາເພີ່ມຕື່ມຖ້າຈໍາເປັນ. ນອກຈາກນັ້ນ ທ່ານຍັງໄດ້ມິຄໍາເຫັນເພີ່ມຕື່ມອີກວ່າ ຜ່ານການເຄື່ອນໄຫວ ເຫັນວ່າມີຄວາມຄືບຫນ້າຫລາຍດ້ານ. ນັກວິໄຈເສດຖະສາດຂອງຫລາຍປະເທດ ກໍ່ໃຫ້ຄໍາເຫັນດ້ານບວກຕໍ່ການສ້າງຕັ້ງທະນາຄານຄໍາລາວ. ໃນໄລຍະຕໍ່ໄປ ທະນາຄານຄໍາ ລາວ ຕ້ອງໄດ້ປະຕິບັດຕາມແຜນວຽກ ແລະ ວິໄສທັດທີ່ກໍານົດໄວ້. ສໍາລັບແນວລາວສ້າງຊາດຕ້ອງໃຫ້ການສະຫນັບສະຫນູນທະນາຄານຄໍາ ລາວ, ສ້າງຄວາມເຂົ້າໃຈໃຫ້ກັບສັງຄົມແລະປະຊາຊົນ, ຜັນຂະຫຍາຍວິໄສທັດ, ຈຸດປະສົງ ແລະ ແຜນວຽກລວມຂອງລັດຖະບານ ພ້ອມກັນນັ້ນຕ້ອງໄດ້ປຸກລະດົມໃຫ້ສັງຄົມປະກອບສ່ວນ, ພາກັນຝາກຄໍາໃຫ້ຫລາຍຂຶ້ນ ຮ່ວມກັນຊື້ຄໍາໃນຫລາກຫລາຍຮູບແບບໃຫ້ຫລາຍຂຶ້ນ, ປົກປ້ອງ ແລະ ຊຸກຍູ້ສະຫນັບສະຫນູນທະນາຄານຄໍາ ລາວ. ທ້າຍສຸດນີ້ ສິ່ງສໍາຄັນທີ່ສຸດແມ່ນການລະດົມຄໍາເຂົ້າລະບົບໃຫ້ໄດ້ຫລາຍຂຶ້ນ ຜ່ານການເປີດບັນຊີຝາກຄໍາກັບທະນາຄານຄໍາ ລາວ ຂໍໃຫ້ທຸກທ່ານທີ່ເຂົ້າຮ່ວມ ແລະ ສັງຄົມຮ່ວມມືແລະຜັກດັນວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ

ກອງປະຊຸມຄັ້ງນີ້ ຍັງໄດ້ມີການສອບຖາມຢ່າງກົງໄປກົງມາ ກ່ຽວກັບການເຄື່ອອນໄຫວຂອງທະນາຄານຄໍາ ໃນຫລາກຫລາຍປະເດັນດ້ວຍຄວາມສົນໃຈ ພ້ອມທັງເຈາະຈິ້ມຢ່າງເລິກເຊິ່ງດ້ວຍຄວາມຄິດສ້າງສັນ ແລະ ມີເປົ້າຫມາຍດຽວກັນ ເພື່ອໃຫ້ຄວາມຄາດຫມາຍທີ່ເປັນການມຸ່ງເນັ້ນໃຫ້ທຸກພາກສ່ວນໃນສັງຄົມ ກໍ່ຄືພັກ ແລະ ລັດຖະບານ ລວມທັງກະຊວງ ກົມກອງ ແລະ ບໍລິສັດຫ້າງຮ້ານຕ່າງໆ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຫັນເຖິງຄວາມສໍາຄັນຂອງການສ້າງຕັ້ງທະນາຄານຄໍາ ລາວ ພ້ອມກັນນັ້ນຮຽນຮ້ອງມາຍັງທຸກພາກສ່ວນໃນການຮ່ວມມືປະຊາສໍາພັນໄປຍັງທົ່ວສັງຄົມ ຫມັ້ນໃຈ ເຊື່ອຫມັ້ນ ແລະ ໄວ້ວາງໃຈໃນການມາຢາກຄໍາ ກັບທະນາຄານຄໍາ ລາວ ທີ່ດໍາເນີນທຸລະກິດຢ່າງຖືກຕ້ອງ ແລະ ໂປ່ງໃສ ພາຍໃຕ້ກົດຫມາຍທະນາຄານທຸລະກິດແຫ່ງ ສປປ ລາວ ໂດຍສະເພາະແມ່ນຄໍາທີ່ເກັບໄວ້ໃນເຮືອນຂານບ້ານຊ່ອງຂອງພໍ່ແມ່ນປະຊາຊົນ ນໍາມາໃາກກັບທະນາຄານຄໍາ ລາວ ທີ່ມີຄວາມປອດໄພລະດັບສາກົນ
ພາຍໃຕ້ວິໄສທັດຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການສ້າງຕັ້ງ ແລະ ຄວາມສໍາເລັດການຈັດຕັ້ງປະຕິບັດທະນາຄານຄຳ ຈະເປັນປັດໄຈສຳຄັນໃນການກະຕຸກຊຸກຍູ້ ການເຕີບໂຕທາງດ້ານເສດຖະກິດ ຂອງປະເທດ ໂດຍເປັນການກາຍເປັນແຫຼ່ງສຳຮອງໃນການສະສົມຄຳ ຊັບພະຍາກອນແຮ່ຄຳ ພັດທະນາອຸດສາຫະກຳຄຳ ແລະ ຕະຫຼາດຄຳລາວ ໃຫ້ໄດ້ມາດຕະຖານ ການເປັນສູນກາງ ຕະຫຼາດການຄ້າ ແລະ ການລົງທຶນໃນຄຳ ຂອງພາກພື້ນ ແລະ ສາກົນ.