Home Blog Page 165

ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 23

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 6 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ເສຍຊີວິດເພີ່ມຈາກໂຄວິດ-19 ອີກ 1 ກໍລະນີ ເຊິ່ງມີລາຍລະອຽດດັ່ງນີ້:

-ເພດຊາຍ, ອາຍຸ 74 ປີ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ, ມີປະຫວັດພະຍາດປະຈຳໂຕ ແລະ ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19.

-ຜູ້ກ່ຽວເຂົ້າມານອນປິ່ນປົວຢູ່ໂຮງເສດຖາທິຣາດ ໃນວັນທີ 20 ກັນຍາ 2021 (ຄອບຄົວຕິດເຊື້ອໝົດທຸກຄົນ).

-ວັນທີ 21 ກັນຍາ 2021 ມີອາການໄອ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ຜູ້ກ່ຽວນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ 15 ມື້, ​ຈົນມາຮອດວັນທີ 5 ຕຸລາ 2021 ເວລາ 15:00 ໂມງ ຜູ້ກ່ຽວໄດ້ເສຍຊີວີດ.

ມາຮອດວັນທີ 6 ຕຸລານີ້, ຕົວເລກຜູ້ຕິດເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 26,462 ຄົນ, ເສຍຊີວິດສະສົມ 23 (01 ໃໝ່), ປິ່ນປົວດີ ແລະ ກັບບ້ານຕື່ມ ມີ 284 ຄົນ ແລະ ຍັງສືບຕໍ່ປິ່ນປົວ 6,558 ຄົນ.

ທີມງານໂທລະໂຄ່ງ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດດ້ວຍ.

ດີໃຈນຳ! ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ໄດ້ຮັບທຶນການສຶກສາຈົນຈົບມໍ 7

ນາທີນີ້ຄົງຈະບໍ່ມີໃຜບໍ່ຮູ້ຈັກ ນ້ອງແຊນດີ້ ແມ່ຄ້ານ້ອຍ ຮ້ອຍລີລາ ຫຼາກຫຼາຍຄວາມສາມາດ ຫຼື ຄວາມສາມາດຫຼາຍເກີນອາຍຸ ເຊິ່ງນ້ອງໄດ້ເຂົ້າຮັບທຶນການສຶກສາຮຽນ ຢູ່ໂຮງຮຽນນານາຊາດ ຈົນຈົບມໍ7.

ນ້ອງແຊນດີເປັນແມ່ຄ້າ ທີ່ຊ່ວຍຄອບຄົວ ຂາຍເຄື່ອງທາງເຟສບຸກ ເຊິ່ງນ້ອງແມ່ນຈະໄລສສົດ(Live) ຂາຍເຄີື່ອງນັ້ນເອງ ນ້ອງເພິ່ນມີສີປາກແມ່ຄ້າ ແລະ ຄາລົມ ຄວາມສາມາດ ໃນການຂາຍເຄື່ອງແບບບໍ່ທຳມະດາ ຈົນເຮັດໃຫ້ຜູ້ຕິດຕາມ ຊື່ນຊົມ ແລະ ຫຼົງຮັກໃນຄວາມຕາແພງ ແລະ ກ້າເວົ້າກ້າສະແດງອອກຂອງນ້ອງ.

ເຊິ່ງກໍເຮັດໃຫ້ທາງຜູ້ໃຫຍ່ເຫັນໃນຄວາມສາມາດກ້າເວົ້້າດ້າສະແດງອອກຂອງນ້ອງ ໃນການສົ່ງເສີມຄວາມຮູ້ຄວາມສາມາດເພີ່ມຕືື່ມ ເພິ່ນເລີຍໄດ້ມອບທຶນການສຶກສາໃຫ້ນ້ອງຈົນຈົບມໍ7 ແລະ ທີ່ສຳຄັນເປັນໂຮງຮຽນນານາຊາດ ບອກເລີຍວ່າ ບໍ່ທຳມະດາອີຫຼີ.

ໂດຍຈາກໂພສ Leng Santisouk ໂພສວ່າ “Congrats ແລະມື້ນີ້ກະເປັນມື້ ທີ່ທາງຄອບຄົວໄດ້ເຂົ້າໄປເຊັນສັນຍາມອບທຶນການສຶກສາ ທາງຄອບຄົວເຮົາຕື້ນຕັນໃຈ ດີໃຈຈົນນໍ້າຕາອອກເລີຍ ບໍ່ຄິດວ່າຈະມີມື້ນີ້ກ່ອນອື່ນຕ້ອງຂໍຂອບໃຈທາງເອື້ອຍເບ ຜູ້ອຳນວຍການ ເຈົ້າຂອງໂຮງຮຽນນານາຊາດ ປັນຍາທິບ ທີ່ໄດ້ມອບທຶນການສຶກສາໃຫ້ແກ່ ນ້ອງແຊນດີ້ ຕັ້ງແຕ່ ມໍ1-ມໍ7 ຈົນຈົບ High School ເລີຍແມ່ນຮຽນຟີກິນຟີຈົນກວ່າຈະຮຽນຈົບເລີຍ”.

ປັດຈຸບັນ ນ້ອງ ແຊນດີ້ ຮັບງານແບບບໍ່ຫວັ່ນບໍ່ໄຫວ ຄິວຍາວຢຽດບຽດບໍ່ໄດ້ກັນເລີຍ ແລະ ຫຼ້າສຸດເປັນເລື່ອງດີໆຂອງນ້ອງອີກ ທີ່ນ້ອງແຊນດີ້ ໄດ້ຮັບທຶນການຮຽນ ຫຼື ທຶນການສຶກສາຈົນຈົບມໍປາຍ ຫາເງິນຊ່ວຍພໍ່ແມ່ກໍເກັ່ງ ແຖມຍັງໄດ້ທຶນຮຽນຟຣີແບບນີ້ຖືກເປັນບຸກຄົນທີ່ໜ້າຕິດຕາມ ແລະ ເຊື່ອແນ່ນອນວ່າເດັກໄວ 10ປີ ທີ່ຄິດຢາກຫາເງິນ ຢາກໃຫ້ພໍ່ແມ່ຄອບຄົວສະບາຍຈະນໍາເອົາໂອກາດດີໆແບບນີ້ເປັນບຸກຄົນໂຕແບບທີ່ດີໃນສັງຄົມແນ່ນອນ.

ຂອບໃຈທີ່ເພິ່ນເຫັນເຖິງຄວາມສາມາດ ຄວາມຕັ້ງໃຈ ເຫັນພອນສະຫວັນຂອງນ້ອງແຊນດີ້ ແລະ ນີ້ກະຄືລາງວັນຂອງຄົນເກັ່ງ ລາງວັນຂອງຄົນກະຕັນຍູ ຂໍໃຫ້ຫລານແຊນດີ້ຕັ້ງໃຈຮຽນເຮັດໃຫ້ເຕັມທີ່ ເຮັດໃຫ້ທຸກຄົນພາກພູມໃຈ ສູ້ໆ, ພ້ອມໂພສພາບນ້ອງແຊນດີ້ໄວ້ ຫຼາຍຄົນເຂົ້າມາສະແດງຄວາມຍິນດີນໍາຢ່າງຫຼວງຫຼາຍ ພວກເຮົາເອງກໍດີໃຈ ແລະ ດີໃຈນໍານ້ອງແຊນດີ້ເດີ້ຈ າກໂພສ Leng Santisouk.

ແຂວງຫຼວງພະບາງ ມ້າງກຸ່ມຄ້າຂາຍຢາເສບຕິດລາຍໃຫຍ່ ຍືດຂອງກາງຢາບ້າ 3 ລ້ານກວ່າເມັດ

ທ່ານ ພັທ ສົມບູນ ທະນາວັນ ຮອງກອງບັນຊາການ ປ.ກ.ສ ແຂວງ ຫົວໜ້າຫ້ອງຕຳຫຼວດ, ຜູ້ຊີ້ນຳວຽກງານຢາເສບຕິດ ແຂວງຫຼວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາໃນ ວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປ.ກ.ສ ແຂວງຫຼວງພະບາງ ຫຼັງຈາກທີ່ໄດ້ຮັບຂໍ້ມູນລະອຽດວ່າມືຜູ້ຄ້າຢາເສບຕິດວາງແຜນຂົນສົ່ງຢາຈາກແຂວງອຸດົມໄຊ ຜ່ານຫຼວງພະບາງ ຈິ່ງໄດ້ເອົາໃຈໃສ່ໃນການຕ້ານເພື່ອບໍ່ໃຫ້ພວກກຸ່ມຄົນບໍ່ດີສວຍໂອກາດຄ້າຂາຍຢາເສບຕິດ, ເອົາໄປເບື່ອເມົາສັງຄົມ ສາມາດກັກຜູ້ຕ້ອງຫາໄດ້ທັງໝົດ 03 ຄົນ ຄື: ທ້າວ ບີ ທຳມະຈິດ ອາຍຸ 27 ປີ ອາຊີບຫວ້າງງານ, ຊົນເຜົ່າລາວ ຢູ່ບ້ານໜອງແມງດາ ເມືອງໄຊ ແຂວງອຸດົມໄຊ, ທ້າວ ເບັງລີ ອາຍຸ 29 ປີ ອາຊີບ ຫວ້າງງານ ຢູ່ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ແລະ ທ້າວ ສີດາເລົ່າ (ດາລີ) ອາຍຸ 27 ປີ ອາຊີບຄ້າຂາຍ ຢູ່ບ້ານຊົ່ງຈາ ເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມຂອງກາງລົດໃຫຍ່ 3 ຄັນ ແລະ ຢາບ້າ 3 ລ້ານກວ່າເມັດ.

ພ້ອມກັນນັ້ນ ທ່ານ ຍັງໄດ້ກ່າວຕື່ມວ່າ: ສໍາລັບເປົ້າໝາຍຄັ້ງນີ້ ຖືວ່າເປັນລາຍໃຫຍ່ທີ່ສຸດ ຫາກທຽບໃສ່ຜ່ານມາທີ່ທາງເຈົ້າໜ້າທີ່ສາມາດຍຶດໄດ້ ເຊິ່ງຂອງກາງທັງໝົດແມ່ນຍຶດໄດ້ໃນລະຫວ່າງ ວັນທີ 27-31 ສິງຫາ ປີ 2021 ຢູ່ບ້ານປົ່ງດົງ ເມືອງນານ, ບ້ານຊົງຈ່າ, ບ້ານຫຼັກ50 ເມືອງນ້ຳບາກ, ແຂວງຫຼວງພະບາງ ແລະ ບ້ານດອນໄຊ, ເມືອງໄຊ ແຂວງອຸດົມໄຊ ເຊິ່ງປະກອບມີຂອງກາງ ຢາບ້າ ທັງໝົດ 570 ແພັກ ຫຼື ເທົ່າກັບ 1.710 ມັດ, ຈຳນວນ 3.420.077 ເມັດ, ເງິນກີບທະນາຄານ ຈໍານວນ 5 ລ້ານກີບ, ເງິນບາດໄທ ຈໍານວນ 1.075.000 ບາດ, ສາຍຄໍຄຳພ້ອມກີ້ ຈໍານວນ 01 ເສັ້ນ, ສາຍແຂນຄໍາ 01 ເສັ້ນ, ແຫວນຄໍາ 02 ວົງ, ແຫວນຍົກ(ສີຂຽວ) 01 ວົງ, ພາຫະນະລົດໃຫຍ່ 03 ຄົນ, ປືນສັ້ນ F92 ຈໍານວນ 01 ກະບອກ, ລູກປຶນ ຈໍານວນ 350 ລູກ,ຈັກບົດຢາບ້າ 01 ເຄື່ອງ ແລະ ໂທລະສັບມືຖື ຈໍານວນ 06 ໜ່ວຍ. ສໍາລັບຢາບ້າທີ່ຍຶດໄດ້ໃນຄັ້ງນີ້ ແມ່ນຈະໄດ້ຍຶດໄວເປັນຂອງກາງ ເພື່ອດຳເນີນຄະດີຕໍ່ຜູ້ກະທຳຜິດຢ່າງເດັດຂາດ.

ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງພະນັກງານ, ທະຫານຕໍາຫຼວດ, ນັກທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນ ຈົ່ງຊ່ວຍເປັນຫູເປັນຕາ ຊ່ວຍເຈົ້າໜ້າທີ່ເພື່ອບໍ່ໃຫ້ມີຊ່ອງວ່າງສວຍໂອກາດຄ້າຂາຍສິ່ງເສບຕິດ ທີ່ເປັນໄພອັນຕະລາຍຕໍ່ສັງຄົມ, ເປັນສິ່ງເບື່ອເມົາເຮັດໃຫ້ສັງຄົມເກີດຄວາມສັບສົນວຸ້ນວາຍຍ້ອນຜິດຢາບ້າ, ເປັນສິ່ງກົດໝ່ວງຕໍ່ການພັດທະນາປະເທດຊາດ, ສະນັ້ນຫາກພົບເຫັນພວກທີ່ຄ້າຂາຍສິ່ງເສບຕິດ ສິ່ງຜິດກົດໝາຍແມ່ນໃຫ້ແຈ້ງເຈົ້າໜ້າທີ່ ເພື່ອຈະສະກັດກັ້ນບໍ່ໃຫ້ມີການລັກລອບຄ້າຂາຍ ແລະພ້ອມກັນກໍາຈັດໃຫ້ສິ້ນໄປຈາກສັງຄົມລາວ.ຂ່າວ:ສີສຸວັນ

ລັດຖະບານອິນເດຍກຽມຈ່າຍຄ່າຊົດເຊີຍໃຫ້ຜູ້ເສຍຊີວິດຈາກໂຄວິດ-19

ສານຂັ້ນສູງອິນເດຍມີຄຳສັ່ງອະນຸມັດແຜນ ຂອງລັດຖະບານໃນການຈ່າຍເງິນຊົດເຊີຍໃຫ້ຍາດພີ່ນ້ອງ ຂອງຜູ້ເສຍຊີວິດຈາກໂຄວິດ-19 ເປັນຈຳນວນ 50.000 ລູປີ ຕໍ່ສົບ ຫຼື ປະມານ 6.980.000 ກີບ ເຊິ່ງອິນເດຍມີຜູ້ເສຍຊີວິດເກືອບ 450,000 ສົບ.

ຕາມການລາຍງານຂອງ ບີບີຊີ ໃຫ້ຮູ້ວ່າ ວັນທີ 4 ຕຸລາ 2021 ທີ່ຜ່ານມາວ່າ ຄຳຕັດສິນຂອງສານມີຂຶ້ນ ຫຼັງຈາກເດືອນມີນາ ທີ່ຜ່ານມາ ອົງກອນທະນາຍຄວາມຍື່ນຄຳຮ້ອງ ໃຫ້ສານພິຈາລະນາອະນຸມັດໃຫ້ລັດຖະບານຈ່າຍເງິນຊົດເຊີຍຜູ້ເສຍຊີວິດຈາກໂຄວິດ-19 ຕາມກົດໝາຍປີ 2005 ວ່າດ້ວຍ ການບໍລິຫານຈັດການໄພພິບັດ ທີ່ຕ້ອງມີການຈ່າຍເງິນຊົດໃຊ້ໃຫ້ກັບຜູ້ເສຍຊີວິດ ຈາກໄພໂຄວິດ-19 ກໍຄືໃຫ້ຍາດຂອງຜູ້ເສຍຊີວິດ ເປັນໄພພິບັດພາຍໃຕ້ກົດໝາຍຈັດການໄພພິບັດແຫ່ງຊາດອິນເດຍ.

ລາຍງານລະບຸຕື່ມອີກວ່າ: ລັດຖະບານ ຈະຈ່າຍເງິນຊົດເຊີຍໃຫ້ກັບຍາດຜູ້ເສຍຊີວິດຈາກໂຄວິດ-19 ທີ່ໄດ້ຮັບການຮັບຮອງວ່າຕິດເຊື້ອ ໃນເວລາ 30 ວັນຫຼັງຈາກມີການຍື່ນເອກະສານຂໍຮັບຄ່າຊົດເຊີຍ.

ຂໍ້ມູນ: ບີບີຊີ

ຄົນນອນເສຍຊີວິດໃນຫ້ອງນອນ ເຂດບ້ານທ່າມ່ວງ ເມືອງຫາດຊາຍຟອງ

ຕາມການລາຍງານ ຂອງ ໜ່ວຍກູ້ໄພນະຄອນຫຼວງວຽງຈັນເຂດ 2 ຈຸດ ຫາດຊາຍຟອງແຈ້ງເຫດໂທ 1624 ໃຫ້ຮູ້ວ່າ: ໃນວັນທີ05/10/2021 ເວລາ9:00ນາທີ ໄດ້ຮັບແຈ້ງເຫດ ເຂົ້າໝາຍເລກສຸກເສີນ1624 ວ່າມີຄົນນອນເສຍຊີວິດ ຢູ່ທີ່ບ້ານທ່າມວ່ງ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ #ທີມກູ້ຊີບກູ້ໄພນະຄອນຫຼວງເຂດ2ຈຸດເມືອງຫາດຊາຍຟອງ ຈຶ່ງໄດ້ອອກກວດສອບເຫດພົບຜູ້ເສຍຊີວິດ1ຄົນ ເພດຊາຍ ອາຍຸ31ປີ ບ້ານທ່າມວ່ງ ເມືອງຫາດຊາຍຟອງ ນວ.

ເຊີ່ງເສຍຊີວິດປະມານ4-5ຊົ່ວໂມງກອ່ນທີ່ໜວ່ຍກູ້ໄພໄປຮອດ, ດັ່ງນັ້ນໜວ່ຍກູ້ໄພນະຄອນຫຼວງເຂດ2ຈຸດເມືອງຫາດຊາຍຟອງ ຈິ່ງໄດ້ປະສານຫາເຈົ້າໜ້າທີ່ເພື່ອມາເກັບກຳຂໍ້ມູນສືບສວນສອບສວນຫາສາເຫດການເສຍຊີວິດ ແລະໄດ້ປະສານຫາໜວ່ຍສະເພາະກິດ ທີມສີດພົ່ນຢາຂ້າເຊື້ອເມືອງຫາດຊາຍຟອງມາສີດພົ່ນຢາຂ້າເຊື້ອ ແລ້ວຈື່ງມ້ຽນຄາບສົບຜູ້ເສຍຊີວິດໄປໄວ້ທີ່ປ່າຊ້າບ້ານທ່າມວ່ງ.

ປະຫວັດຜູ້ຕິດເຊື້ອໃໝ່ໃນບັນດາແຂວງຕ່າງທົ່ວປະເທດ

ລາຍງານວັນທີ 5 ຕຸລາ 2021, ສະພາບການການຕິດເຊືື້ອພະຍາດໂຄວິດ19 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ( ຊຸມຊົນ = 450 ຄົນ ຕິດເຊື້ອນໍາເຂົ້າ 4 ຄົນ ) ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ຂ້າພະເຈົ້າ ຈະຂໍລາຍງານເປັນລໍາດັບ ຈາກແຂວງ ທີ່ຕິດເຊື້ອຫຼາຍສຸດ ຈົນໄປເຖິງແຂວງທີ່ຕິດເຊື້ອຕໍ່າສຸດ ດັ່ງນີ້:

1.ນະຄອນຫຼວງ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີີ້

  • ເມືອງໄຊເສດຖາ: 53 ຄົນ ມາຈາກ 8 ບ້ານ  ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ
  • ເມືອງຈັນທະບູລີ: 36 ຄົນ ມາຈາກ 4 ບ້ານ
  • ເມືອງນາຊາຍທອງ: 20 ຄົນ ມາຈາກ 7 ບ້ານ
  • ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ
  • ເມືອງສີໂຄດ: 11 ຄົນ ມາຈາກ 9 ບ້ານ
  • ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ
  • ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ
  • ແລະ  ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ

2.ຫຼວງພະບາງ 90 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ທີ່ໄດ້ລາຍງານ ຜ່ານມາຄື:

– ເມືອງງອຍ 13 ຄົນ, ຈາກ 5 ບ້ານ

– ເມືອງ ນ້ຳບາກ 41 ຄົນ, ຈາກ 10 ບ້ານ ລວມທັງສວນກ້ວຍບ້ານນະຄອນ

– ເມືອງໂພນທອງ 13 ຄົນ ຈາກ 3 ບ້ານ ເຊີ້່ງເປັນເມືອງທີ່ພົບການຕິດເຊື້ອໃໝ່ຂອງແຂວງຫຼວງພະບາງ

– ນະຄອນຫຼວງພະບາງ 11 ຄົນ ຈາກ 3 ບ້ານ

– ເມືອງຈອມເພັດ 9 ຄົນ ຈາກ 2 ບ້ານ, ໃນນີ້ມີພະນັກງານແພດໝໍ 1 ຄົນ

– ເມືອງຊຽງເງີນ 1 ຄົນ, ຈາກ 1 ບ້ານ

–  ມີ 2 ຄົນເປັນຄົນນະຄອນຫຼວງວຽງຈັນທີ່ເຮັດວຽກຢູ່ສວນກ້ວຍເມືອງນ້ຳບາກ

3 .  ບໍ່ແກ້ວ 81 ຄົນ: ທັງໝົດຈາກເຂດເສດຖະກິດພິເສດ ທີ່ສ້າງສະໜາມບີນ (ຄົນລາວ 21 ຄົນ,

 ຄົນມຽນມາ 49 ຄົນ ແລະ ຄົນຈີນ 11 ຄົນ)

4. ສະຫວັນນະເຂດ 34 ຄົນ:

– ເມືອງ ອຸທຸມພອນ 25 ຄົນ, ຈາກ 6 ບ້ານ ໃນນີ້ມີພະນັກງານຄ້າຍທະຫານ 619 ມີ 12 ຄົນແລະ ຄ້າຍທະຫານ 644 

– ນະຄອນໄກສອນ 3 ຄົນ

– ເມືອງອາດສະພັງທອງ ມີ 02 ຄົນ

– ເມືອງຈໍາພອນ ມີ 01 ຄົນ

– ເມືອງສອງຄອນ ມີ 01 ຄົນ

– ເມືອງອາດສະພອນ ມີ 02 ຄົນ

5. ຈໍາປາສັກ 24 ຄົນ: ພົວພັນກັບຜູ້ຕິດເຊື້ອຜ່ານມາ

6. ແຂວງວຽງຈັນ 16 ຄົນ ທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ:

  • ເມືອງວັງວຽງ ມີ 07 ຄົນ (ພະນັກງານຢູ່ໂຮງໝໍ 108 ມີ 03 ຄົນ; ບ້ານສະຫວ່າງ ມີ 02 ຄົນ; ບ້ານຫ້ວຍແຍ້ ແລະ ບ້ານພູດິນແດງ, ບ້ານລະ 01 ຄົນ)
  • ເມືອງວຽງຄໍາ ມີ 05 ຄົນ (ບ້ານພູເຂົາຄໍາ ມີ 03 ຄົນ; ບ້ານຖີ່ນແກ້ວ, ບ້ານທ່າລາດ, ບ້ານລະ 01 ຄົນ
  • ເມືອງແກ້ວອຸດົມ ມີ 04 ຄົນ (ບ້ານທ່າລາດ)

7. ໄຊສົມບູນ 15 ຄົນ:

   ທັງໝົດມາຈາກເມືອງລ້ອງຊານໃນ 3 ບ້ານ ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

8. ບໍລິຄໍາໄຊ 13 ຄົນ:

  • ເມືອງປາກຊັນ 09  ຄົນ ຊື່ງທັງໜົດໄດ້ສໍາຜັດໃກ້ຊິດກັບຕິດເຊື້ອຜ່ານມາ
  • ເມືອງ ປາກກະດິງ 04 ຄົນ (ຍັງສອບສວນແຫຼ່ງທີ່ມາຂອງການຕິດເຊື້ອ)

9. ສາລະວັນ 6 ຄົນ: ເຊີ່ງເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ

10. ຫຼວງນໍ້າທາ 4 ຄົນ ແມ່ນຊາວຈີນທັງໝົດ

11. ຊຽງຂວາງ 1 ຄົນ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປຮ່ວມງານເຮືອນດີຢູ່ບ້ານຫໍສິມ

ລາຍງານຜູ້ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ ວັນທີ 5 ຕຸລາ 2021

ສະພາບການການຕິດເຊືື້ອພະຍາດໂຄວິດ-19 ໃນມືື້ວານນີ້້ ວັນທີ 4 ຕຸລາ 2021, ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3,825 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 454 ຄົນ ( ຊຸມຊົນ = 450 ຄົນ ຕິດເຊື້ອນໍາເຂົ້າ 4 ຄົນ ) ສໍາລັບຂໍ້ມູນໂດຍຫຍໍ້ຜູ້ຕິດເຊື້ອໃນຊຸມຊົນທັງໝົດ 450 ຄົນ ເຊິ່ງນະຄອນຫຼວງວຽງຈັນ 166 ຄົນ ຈາກ 47 ບ້ານ, 7 ເມືອງ, ລາຍລະອຽດມີດັ່ງນີີ້

  • ເມືອງໄຊເສດຖາ: 53 ຄົນ ມາຈາກ 8 ບ້ານ  ລວມທັງຄ້າຍຄຸມຂັງນາໄຫ 40 ຄົນ
  • ເມືອງຈັນທະບູລີ: 36 ຄົນ ມາຈາກ 4 ບ້ານ
  • ເມືອງນາຊາຍທອງ: 20 ຄົນ ມາຈາກ 7 ບ້ານ
  • ເມືອງຫາດຊາຍຟອງ: 20 ຄົນ ມາຈາກ 7 ບ້ານ
  • ເມືອງສີໂຄດ: 11 ຄົນ ມາຈາກ 9 ບ້ານ
  • ເມືອງສີສັດຕະນາກ: 8 ຄົນ ມາຈາກ 4 ບ້ານ
  • ເມືອງໄຊທານີ: 11 ຄົນ ມາຈາກ 8 ບ້ານ
  • ສຳລັບ  ອີກ 7 ຄົນແມ່ນກຳລັງສອບສວນເອົາຂໍ້ມູນເພີ່ມເຕີມ

ທຸກສະຖານທີ່ລ້ວນແລ້ວເປັນທີ່ສ່ຽງໃນການຕິດເຊື້ອ ຂໍໃຫ້ທຸກທ່ານຈົ່ງປ້ອງກັນຕົນເອງໃຫ້ເຂັ້ມງວດ ໃສ່ຜ້າອັດ-ປານ ດັງ ໜັ່ນລ້າງມືເປັນປະຈຳໃ

ລາຍລະອຽດເບື້ອງຕົ້ນຜູ້ຕິດເຊື້ອໃໝ່ໃນແຂວງຫຼວງພະບາງ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 5 ຕຸລາ 2021 ໃຫ້ຮູ້ວ່າ: ຫຼວງພະບາງ 90 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ ທີ່ໄດ້ລາຍງານ ຜ່ານມາຄື:

– ເມືອງງອຍ 13 ຄົນ, ຈາກ 5 ບ້ານ

– ເມືອງ ນ້ຳບາກ 41 ຄົນ, ຈາກ 10 ບ້ານ ລວມທັງສວນກ້ວຍບ້ານນະຄອນ

– ເມືອງໂພນທອງ 13 ຄົນ ຈາກ 3 ບ້ານ ເຊີ້່ງເປັນເມືອງທີ່ພົບການຕິດເຊື້ອໃໝ່ຂອງແຂວງຫຼວງພະບາງ

– ນະຄອນຫຼວງພະບາງ 11 ຄົນ ຈາກ 3 ບ້ານ

– ເມືອງຈອມເພັດ 9 ຄົນ ຈາກ 2 ບ້ານ, ໃນນີ້ມີພະນັກງານແພດໝໍ 1 ຄົນ

– ເມືອງຊຽງເງີນ 1 ຄົນ, ຈາກ 1 ບ້ານ

–  ມີ 2 ຄົນເປັນຄົນນະຄອນຫຼວງວຽງຈັນທີ່ເຮັດວຽກຢູ່ສວນກ້ວຍເມືອງນ້ຳບາກ

ຂໍ້ມູນຈາກເພຈ: ຂ່າວສານຫລວງພະບາງ Luangprabang News

ເກີດເຫດຍົນຕົກໃສ່ອາຄານຢູ່ເມືອງມິລານ ປະເທດອີຕາລີ ບໍ່ມີຜູ້ລອດຊີວິດ

ເກີດເຫດເຮືອບິນນ້ອຍຕົກໃສ່ອາຄານຮ້າງ ຢູ່ທີ່ເມືອງມິລານ ປະເທດອິດຕາລີ ເຮັດໃຫ້ຜູ້ໂດຍສານ 8 ຄົນ ເທິງເຮືອບິນເສຍຊີວິດທັງໝົດ ລວມທັງຄອບຄົວຂອງມະຫາເສດຖີຊາວໂຣມັນເນຍ.

ສໍານັກຂ່າວ BBC ລາຍງານວ່າ: ເຮືອບິນສ່ວນໂຕ ຊື່ລຸ້ນ Pilatus PC-12 ໄດ້ເດີນທາງອອກຈາກສະໜາມບິນ ລິນາເຕ ໃນເມືອງມິລານ ເມື່ອວັນທີ 3 ຕຸລາ 2021 ເພື່ອເດີນທາງໄປເກາະ ຊາດິເນຍ ແຕ່ເຮືອບິນລໍາດັ່ງກ່າວໄດ້ເກີດອຸບັດຕິເຫດຕົກລງມາ ຫຼັງຂຶ້ນບິນໄດ້ເວລາບໍ່ດົນ ໂດຍຜູ້ທີ່ເຫັນເຫດການເລົ່າວ່າ: ໄດ້ຍິນສຽງລະເບີດໃນຂະນະທີ່ເຮືອບິນຕົກໃສ່ຕຶກສູງ 2 ຊັ້ນ ຈົນເກີດເຫດໄຟໄໝ້ເກີດຂຶ້ນ.

ສື່ທ້ອງຖິ່ນຂອງອິດຕາລີລະບຸວ່າ ເຮືອບິນລໍານີ້ ມີໜຶ່ງໃນບຸກຄົນທີ່ລວຍທີ່ສຸດໃນໂຣມັນເນຍ ຊື່ວ່າ ແດນ ເປເຕຣສຄູ ອາຍຸ 68 ປີ ເຊິ່ງເປັນຄົນຂັບ ເຊິ່ງລາວໄດ້ເສຍຊີວິດໄປພ້ອມກັບເມຍ ແລະ ລູກຊາຍລວມທັງຄົນອື່ນໆ ລວມເປັນ 8 ສົບ.

ດ່ວນ! ໂຮງໝໍຊຸມຊົນນ້ໍາບາກ ຈະໄດ້ປິດຊົ່ວຄາວ ແຕ່ວັນທີ 04 ຕຸລາ ນີ້ ເປັນຕົ້ນໄປ

ເມືອງນ້ຳບາກ, ໂຮງໝໍຊຸມຊົນ ແຈ້ງການເຖິງອົງການພັກ-ລັດທຸກຂັ້ນ, ພະນັກງານ, ທະຫານຕໍາຫຼວດ, ພໍ່ຄ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກ ເລື່ອງ: ການປິດບໍລິການກວດ ແລະ ປິ່ນປົວ ພະຍາດຂອງໂຮງຫມໍຊູມຊົນນ້ໍາບາກ.

– ອີງໃສ່: ການກວດພົບເຊື້ອພະຍາດໂຄວິດ-19 ຂອງພະນັກງານໂຮງຫມໍຊູມຊົນນ້ໍາບາກ ຄັ້ງວັນທີ່ 2/10/2001

– ອີງໃສ່: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນເມືອງນ້ໍາບາກ ແລະ ເມືອງອ້ອມຂ້າງ

ເພື່ອປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດເມືອງນ້ໍາບາກພື່ອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດໂຄວິຕ-19 ຕອນເຊົ້າຂອງວັນທີ 04/10/2021, ຜູ້ອໍານວຍການໂຮງຫມໍຊຸມ ຊົນນ້ໍາບາກ ຂໍແຈ້ງການດ່ວນມາຍັງ ອົງການພັກ-ລັດທຸກຂັ້ນ, ພະນັກງານ, ທະຫານຕໍາຫຼວດ, ພໍ່ມົ້າຊາວຂາຍ, ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກທີ່ນັບຖື ຊາບທົ່ວເຖິງກັນວ່າ: 

1.ໂຮງຫມໍຊຸມຊົນນ້ໍາບາກ ຈະໄດ້ປິດການບໍລິການຊົ່ວຄາວ ນັບແຕ່ເວລາ 08:00 ຂອງວັນທີ 04/10/2021 ນີ້ ເປັນຕົ້ນໄປ ຈົນກ່ວາສະຖານະການການແຜ່ລະບາດພະຍາດໂຄວິດ 19 ພາຍໃນໂຮງຫມໍດີຂື້ນ ຈິ່ງຈະໄດ້ເປີດການບໍລີການຄືນ. 

2. ນັບຕັ້ງແຕ່ເວລາ 08:00 ຂອງວັນທີ 04/10/2021 ນີ້ເປັນຕົ້ນໄປ ໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງນ້ໍາບາກຜູ້ໃດ ຫາກມີອາການເຈັບເປັນ ແມ່ນໃຫ້ໄປໃຊ້ບໍລິການຢູ່ໂຮງຫມໍນ້ອຍ 7 ແຫ່ງໆ ທີ່ຢູ່ໄກ້ບ້ານທ່ານສາກ່ອນ. 

3. ແຈ້ງເຖິງພໍ່ແມ່ປະຊາຊົນຜູ້ທີ່ໄດ້ເຂົ້າມາຮັບບໍລິການກວດແລະປິ່ນປົວພະຍາດຢູ່ພາຍໃນໂຮງຫມໍຊູມຊົນນ້ໍາບາກ14 ມື້ຜ່ານມາ ໃຫ້ກັກບໍລິເວນຕົ້ນເອງຢ່າງເຂັ້ມງວດຕາມມາດຕະການການປ້ອງກັນ ແລະ ຄວບຄຸມການ ຕິດເຊື້ອທີ່ຂັ້ນເທິງວາງອອກ ແລະ ຕິດຕາມອາການຕົນເອງ ຖ້າມີອາການໄຂ້, ໄອ, ຫັນໃຈຍາກ, ດັງບໍ່ໄດ້ກິ່ນ,

ລີ້ນບໍ່ໄດ້ລົດຊາດ ໃຫ້ແຈ້ງເຖິງຄະນະສະເພາະກິດບ້ານ ຫຼື ເມືອງດ່ວນ. 

4. ໃຫ້ພະນັກງານແພດຫມໍພາຍໃນໂຮງຫມໍຊຸມຊົນນ້ໍາບາກ ມີລະບຽບວິໃນຕົນເອງໃນການກັກບໍລິເວນ ແລະ ແຍກ

ປ່ຽວ ຫ້າມອອກໄປສໍາພັດໄກ້ສິດກັບບຸກຄົນອື່ນພາຍນອກ ແລະ ພາຍໃນຄອບຄົວນັບແຕ່ເວລາ 09:00 ຂອງ ວັນທີ 04/10/2011 ນີ້ເປັນຕົ້ນໄປ ຈົນກ່ວາສະຖານະການການແຜ່ລະບາດພະຍາຕໂຕວິດ 19 ພາຍໃນໂຮງຫມໍ

ຈະດີຂື້ນ.

5. ພະນັກງານຜູ້ທີ່ຖືກຢັ້ງຢືນວ່າພົບເຊື້ອບວກ ຈະໄດ້ເຂົ້າສູນປິ່ນປົວຕາມທີ່ກໍານົດໄວ້ ແລະ ຜູ້ທີ່ໄດ້ໄກ້ສິດສໍາພັດ ຈະໄດ້ຖືກເກັບຕົວຢ່າງຫມົດທຸກຄົນ.