Home Blog Page 180

ກຽມຜະລິດຢາປົວໂຄວິດ ຈາກຢາພື້ນເມືອງລາວເຮົາ

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 7 ກັນ ຍາ 2021 ໃຫ້ຮູ້ວ່າ:

ປັດຈຸບັນນີ້ຫຼາຍປະເທດໄດ້ມີການຄົ້ນຄ້ວານໍາໃຊ້ຢາປິ່ນປົວ ເຊິ່ງໃນນັ້ນມີທັງຢາຫຼວງ ແລະ ຢາພື້ນເມືອງ, ແລະ ນະໂຍບາຍຂອງພັກກໍ່ຄືລັດຖະບານພວກເຮົາໄດ້ສົ່ງເສີມ ໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລ້ໍາຄ່າຂອງປະເທດເຮົາ, ຄືດັ່ງທີ່ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກກໍ່ໄດ້ຊີ້ນໍາໃຫ້ມີການຄົ້ນຄ້ວາ ແລະ ຜະລິດຈໍາຫນ່າຍຢາປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ດັ່ງນັ້ນ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄ້ວາ ແລະ ຜະລິດຢາ ຊະນິດແຄັບຊຸນເປັນຕົ້ນແມ່ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ.

ປະຫວັດຜູ້ຕິດເຊື້ອໃນຊຸມຊົນມື້ນີ້ +86 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 7 ກັນຍາ 2021 ໃຫ້ຮູ້ວ່າ: ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຊຸມຊົນທົ່ວປະເທດ

-ຄໍາມ່ວນ 29 ຄົນ:

  • ແພດທີ່ຈໍາກັດບໍລະເວນ 2 ຄົນ, ຊຸມຊົນໂພນສະຫວ່າງ 8 ຄົນ,
  • ຕະຫລາດຫລັກ3: 1 ຄົນ, ຄອບຄົວໄຟຟ້າ: 3 ຄົນ,
  • ໂຮງຮຽນ ການເມືອງ: 5 ຄົນ ແລະ ຊຸມຊົນອື່ນໆ 10 ຄົນ.

-ສະຫວັນນະເຂດ 26 ຄົນ:

  • ສະຫັວນ ປາກ 2 ກໍລະນີ, ພະນັກງານຫ້ອງການກຸ່ມ 2 ກໍລະນີ
  • ຄອບຄົວພະນັກງານກຸ່ມ 1 ກໍລະນີ ,
  • ສ່ວນທີ່ເຫຼືອແມ່ນສໍາຜັດກັບກໍລະນີຕິດເຊື້ອທີ່
  • ຜ່ານມາ ແລະ ອີກສ່ວນທີ່ເຫຼືອທີມງານລະບາດກໍາລັງສອບສວນ ແລະ ເກັບກໍາຂໍ້ມູນເພີ່ມ ເຕີມ.

-ບໍ່ແກ້ວ 13 ຄົນ:

  • ເຂດເສດຖະກິດພິເສດ ສາມຫຼຽມຄໍາ 11 ຄົນ (ຕໍາຫລວດ 02, ຄົນ.ຈີນ 09),
  • 01 ຈາກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ

-ຈໍາປາສັກ 10 ຄົນ: ມາຈາກຊຸມຊົນ ເຂດ ຫລັກ 40 ກ່ຽວພັນກັບ ກຸ່ມໂຮງຫມໍ ເມືອງ ປະທຸມພອນ.

-ສາລະວັນ 4 ຄົນ: ແມ່ນ ກຸ່ມ ທີ່ພົວພັນ ກັບ ເຈົ້າຫນ້າທີ່ ໄອຍະການ ແລະ ຫ້ອງການ ຍຸດທິທໍາແຂວງ ທີ່ເຄີຍໄດ້ ລາຍງານໃນ ສອງວັນຜ່ານມາ.

-ຫຼວງນ້ໍາທາ 2 ຄົນ: ຈາກບ້ານວຽງເງີນ, ເມືອງນ້ໍາທາ ພົວພັນ ກັບ ຜູ້ຕິດເຊື້ອ ຜ່ານມາຈາກບ້ານທົ່ງໄຈ້ເຫນືອ, ເມືອງນ້ໍາທາ.

-ນະຄອນຫຼວງວຽງຈັນ 1 ຄົນ: ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ເປັນລູກຂອງຜູ້ ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ໄລຍະວັນທີ 24 ສິງຫາ ຜ່ານມາ

– ຫຼວງພະບາງ 1 ຄົນ: ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ

ປະຫວັດການເຄື່ອນໄຫວ ຜູ້ຕິດເຊື້ອໃນຊຸມຊົນ 1 ຄົນ ແຂວງຫຼວງພະບາງ

ອີງຕາມການລາຍງານ ຂອງ ຂ່າວສານຫຼວງພະບາງໃຫ້ຮູ້ວ່າ: ກ່ຽວກັບກໍລະນີຜູ້ຕິດເຊື້ອກໍລະນີ 59 ແຂວງຫຼວງພະບາງ ຕິດເຊື້ອໃນຊຸມຊົນ ມີລາຍລະອຽດດັ່ງນີ້:

ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນັກຮົບເກົ່າ ນະຄອນຫຼວງພະບາງ

ຄໍາສັ່ງເຈົ້ານະຄອນ ຫຼວງພະບາງ ວ່າດ້ວຍການເຂັ້ມງວດ ເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ຫ້ອງການສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ.

ເຖິງ: ຄະນະພັກ, ປະທານສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ,

ເລື່ອງ: ປຶດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນຶກຮົບເກົ່າ ນະຄອນ ຫຼວງພະບາງ

ພະຍາດໂຄວິດ-19 ຄັ້ງວັນທີ 6 ກັນຍາ(9) 2021. ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາພັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ກໍລະນີທີ 50 ຂອງແຂວງຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບການຂີດຢາຂ້າເຊື້ອຢ່າງທັນເວລາ

– ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:

 1. ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ.

 2. ຫ້າມພະນັກງານ ແລະ ບຸກຄົນທີ່ໄດ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວຢູ່ຊຸມຊົນ, ຕາມສະ ່ ຖານທີ່ຕ່າງໆເປັນເດັດຂາດ ແລະ ໃຫ້ພະນັກງານທັງຫມົດຢູ່ພາຍໃນຫ້ອງການສະຫະພັນນົກຮົບເກົ່ານະຄອນ ຫຼວງ ພະບາງ ຈໍາກັດບໍລິເວນຢູ່ສູນ ຫຼື ຢູ່ເຮືອນຂອງຕົນ ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນັບແຕ່

ວັນທີ 6 – 26 ກັນຍາ 2021.

3. ຜູ່ທີ່ມີຄວາມສ່ຽງຕ້ອງຮີບຮ້ອນລາຍງານຕົວເພື່ອເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງຫມໍທະຫານ 107.

4. ມອບໃຫ້ຄະນະພັກ, ສະເພາະກິດຂັ້ນນສອນ, ປະທານ-ຮອງປະທານ ສະຫະພັນນັກຮົບເກົ່າ ຊີ້ນໍາຕາມຄໍາແນະນໍາ – ທີ່ທາງຄະສະສະເພາະກິດຢ່າງເຂັ້ມງວດ(ຖ້າບຸກຄົນໃດຫາກຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມລະບຽບການ).

5, ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 6 ກັນຍາ 2011 ເປັນຕົ້ນໄປ ຈົນກ່ວາຈະມີການປ່ຽນແປງ.

ຈຳປາສັກປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ +86 ຄົນ

ຊົມເຊີຍທ່ານໝໍ ແລະພາກສ່ວນທີ່ກ່ຽວຂ້ອງ ປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 86 ຄົນ.

ວັນທີ 06 ກັນຍາ 2021 ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດ- 19 ຫາຍດີຈຳນວນ 86 ຄົນ ແລ້ວສົ່ງໃຫ້ເມືອຈຳກັດບໍລິເວນຕໍ່ ທີ່ສູນຈຳກັດບໍລິເວນຂອງແຕ່ລະເມືອງອິກ 14 ວັນ ຈິ່ງກັບຫາຄອບຄົວ ແລະ ໃຫ້ປະຕິບັດມາດຕະການດຳລົງຊີວິດອບບໃໝ່ (New Normal)

ຂໍ້ມູນ: ໂຮງໝໍແຂວງຈຳປາສັກ

ແຂວງໄຊຍະບູລີ ສ້າງສູນກັກກັນແຮງງານລາວທີ່ກັບມາຈາກຕ່າງປະເທດ

ເພື່ອເປັນການກະກຽມອາຄານສະຖານທີ່ກັກກັນແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານໃຫ້ມີຄວາມພຽງພໍກັບຈໍານວນແຮງງານດັ່ງກ່າວ, ສູນກັກກັນຜ່ານມາແຂວງ ໄຊຍະບູລີ ໄດ້ກໍານົດເອົາໂຮງຮຽນເປັນສູນກັກກັນ, ເຊິ່ງຮອດປະຈຸບັນແຂວງ ໄຊຍະບູລີ ກຽມຈະໄຂສົກຮຽນໃໝ່ ຈຶ່ງຈໍາເປັນຕ້ອງສ້າງສູນກັກກັນແຫ່ງໃໝ່, ໂດຍໄດ້ປັບປຸງເດິ່ນກິລາ ເປຕັ່ງໃນຮົມ ເພື່ອເປັນບ່ອນກັກກັນ.

ໃນຕອນເຊົ້າຂອງວັນທີ 6 ກັນຍາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດ ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມຄະນະ ໄດ້ລົງກວດກາເບິ່ງການກໍ່ສ້າງສູນກັກກັນແຫ່ງໃໝ່, ສູນກັກກັນແຫ່ງນີ້ແມ່ນໄດ້ປັບປຸງເອົາເດິ່ນກິລາ ເປຕັງໃນຮົມຂອງແຂວງເປັນບ່ອນກັກກັນ, ໂດຍໄດ້ເຖພື້ນດ້ວຍເບຕົງ, ຂັ້ນຫ້ອງລວມທັງໝົດມີ 18 ຫ້ອງນອນ, ແຕ່ລະຫ້ອງນອນບັນຈຸໄດ້ 10 ຄົນ, ການກໍ່ສ້າງສໍາເລັດແລ້ວ 80%, ສ້າງຫ້ອງນໍ້າ 10 ຫ້ອງ, ສໍາເລັດແລ້ວ 40%, ໂດຍແມ່ນ ບໍລິສັດມົງຄຸນຈະເລີນ ກໍ່ສ້າງຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າທັງໝົດ 300 ລ້ານກວ່າກີບ, ຄາດວ່າການກໍ່ສ້າງຈະສໍາເລັດ ແລະ ຍ້າຍແຮງງານເຂົ້າມາຢູ່ໃນທ້າຍເດືອນ ກັນຍານີ້, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ຜູ້ຮັບເໝົາກໍ່ສ້າງຈົ່ງຮີບຮ້ອນກໍ່ສ້າງໃຫ້ສໍາເລັດໂດຍໄວ, ເພື່ອຈະໄດ້ຍ້າຍແຮງງານທີ່ສູນກັກກັນຢູ່ບັນດາໂຮງຮຽນໃຫ້ໄດ້ມາຢູ່ສູນໃໝ່ໂດຍໄວ ແລະ ຈະໄດ້ໄຂສົກຮຽນໃໝ່ໃຫ້ບັນດານ້ອງນັກຮຽນໄດ້ຮຽນໜັງສື, ຈາກນັ້ນ ທ່ານເຈົ້າແຂວງກໍ່ໄດ້ລົງຢ້ຽມຢາມເບິ່ງພື້ນຖານການຜະລິດຂອງປະຊາຊົນ ບ້ານ ນາຕໍໃຫຍ່ ເປັນຕົ້ນແມ່ນໄດ້ເບິ່ງການລ້ຽງງົວແບບເປັນຟາມ ຕິດພັນກັບການປູກຫຍ້າ ແລະ ເບິ່ງສວນປາມ, ໃຫ້ການຕ້ອບຮັບ ແລະ ນໍາພາລົງເບິ່ງຕົວຈິງໂດຍ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ ພ້ອມຄະນະ.

ຂໍ້ມູນຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ, News.XBL

ຈັບກຸ່ມລັກລອບຂາຍຢາເສບຕິດ ຂະຫຍາຍຜົນຕື່ມຈັບໄດ້ຕື່ມອີກ 1 ລວມ 3 ຄົນ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 4 ກັນຍາ 2021 ທີ່ຜ່ານມາ, ປກສ ກຸ່ມສີວິໄລ ແລະ ບ້ານຄຳຮຸ່ງແກ້ໄຂ ຈັບເປົ້າໝາຍ ຊື່ ທ້າວ ສີສຸພັນ ຫຼື ໂບ້ ອາຍຸ 35ປີ ແລະ ນາງ ວົງເພັດ ອາຍຸ 37 ປີ ພ້ອມຢາມ້າ 10 ເມັດ.

ສອບຂະຫຍາຍຜົນ ຈັບໄດ້ອີກ ຊື່ ທ້າວ ຄຳເພັດ ພ້ອມຢາ 262 ເມັດ ຄະດີດັ່ງກ່າວ ກອງບັນຊາການ ປກສ ໄຊທານີ້ ກຳລັງ ດຳເນີນຕາມກົດໝາຍ ຮ່ວມແຮງຮ່ວມໃຈ ຕ້ານສະກັດກັ້ນບັນຫາຢາເສບຕິດໃຫ້ໝົດໄປ ດ້ວຍຄວາມຫ່ວງໃຍຈາກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ

ເປີດການຮຽນ-ການສອນ ສົກ 2021-2022 ສະເພາະແຂວງ-ເມືອງ ທີ່ບໍ່ມີການລະບາດໂຄວິດ-19

ຕາມການລາຍງານ ຂອງ ຂປລ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2021-2022 ແບບທາງໄກທົ່ວເທດ, ເຊິ່ງເຫັນດີເປັນເອກະພາບ ໃຫ້ແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດການສຶກສາຊັ້ນສູງ ແຕ່ເວລາເປີດຮຽນ ຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນຈະແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາ ຂອງຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໂອກາດໄຂສົກຮຽນໃໝ່ 2021-2022 ວ່າ: ການໄຂສົກຮຽນໃໝ່ປີນີ້, ອະນຸຍາດໃຫ້ເປີດການຮຽນການສອນຢູ່ໂຮງຮຽນ ສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນ ທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫລື ເວົ້າຢ່າງໜຶ່ງວ່າ ຖ້າທ້ອງຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້.

ສຳລັບທ້ອງຖິ່ນໃດ ທີ່ຍັງມີຄວາມສ່ຽງຫລາຍ ແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ, ແຕ່ຢູ່ໃນສະຖານການສຶກສາ ສາມາດຈັດການຮຽນການສອນ ດ້ວຍຫລາຍຊ່ອງທາງ ເຊັ່ນ: ຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ, ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ, ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງ ຊ່ວຍລູກຮຽນຢູ່ເຮືອນ ຫລື ຄູ ໄປແນະ ນຳນັກຮຽນກັບເຮືອນ; ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກທ່ານ ຈະຕ້ອງໄດ້ຮັບການສັກວັກຊິນຄົບໂດສ, ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມໂຄວິດ-19 ທີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ.

ທ່ານ ພຸດ ສິມມາລາວົງ ກ່າວຕື່ມວ່າ: ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງ ໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງ ຜ່ານຊ່ອງທາງຕ່າງໆ ສະນັ້ນ ຜູ້ບໍລິຫານການສຶກສາ ແລະ ກິລາ ຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ; ຄູ-ອາຈານ ຈໍາເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການແຕ່ລະໄລຍະ, ອາດຈະຫລຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ, ປັບປ່ຽນ ຫລື ຫລຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫລາຍຂຶ້ນ; ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫລາຍຂຶ້ນ, ຕິດຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫລານຕົນຢ່າງໃກ້ຊິດ; ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫລ່ງການຮຽນຮູ້ທີ່ທັນສະໄໝຫລາຍຂຶ້ນ.

ສຳລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫລື ແບບທາງໄກ ທີ່ຮັບປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການ ທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ; ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດ ທີ່ບໍ່ສາມາດຮຽນທາງອອນລາຍແມ່ນໃຫ້ຄູມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ, ປະກອບປຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບເພື່ອສະດວກໃນການຮຽນຢູ່ເຮືອນ, ແນະນຳພໍ່ແມ່ ຊ່ວຍແນະນຳລູກຫລານຢູ່ເຮືອນຕື່ມອີກ.

ແຈ້ງການ! ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ

ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ອອກແຈ້ງການ ສືບຕໍ່ເພີ່ມທະວີມາດຕະການປ້ອງກັນ ຄວມຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຮອດວັນທີ 20 ກັນຍາ 2021 ຂອງຂະແໜງການສຶກສາ ແລະ ກິລາ.

ພະແນກສຶກສາທິການ ແລະ ກິລາແຂວງ ອອກແຈ້ງການ ດັ່ງນີ້:

ຕອບກ່ຽວກັບການສັກວັກຊີນເຂັມ 3 (Booster)

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 6/09/2021 ໃຫ້ຮູ້ວ່າ: ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈຫຼາຍ ກ່ຽວກັບ ການສັກວັກຊີນເຂັມ 3 (Booster). ຕໍ່ບັນຫາດ່ັງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນ ທາງດ້ານວິທະຍາສາດ ຈາກອົງການອະນາໄມໂລກ ກໍ່ຄື ນະໂຍບາຍຂອງກະຊວງສາທາລະນະສຸກ ວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພິ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ.

ແຕ່ເຖິງຢ່າງໃດກໍ່ຕາມ, ພັກ-ລັດຖະບານ ກໍ່ຄື: ກະຊວງສາທາລະນະສຸກ ແມ່ນໄດ້ ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການ ໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ,​ ສັງລວມຂໍ້ມູນ ກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງ ການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງ ການສັກວັກຊີນຊະນິດໄຂ່ວຊະນິດກັນ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອິງໃນການຕັດສິນວາງມາດຕະການໃນຕໍ່ໜ້າ.