Home Blog Page 184

ພະຍາກອນອາກາດປະຈຳວັນທີ 1 ກັນຍາ 2021

ຄວາມກົດດັນ ຂອງອາກາດຮ້ອນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຍັງຈະເຮັດໃຫ້ມີຝົນຕົກຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກລະດັບກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ກະຊວງ ປກສ ມອບເງິນໃຫ້ແຂວງຈຳປາສັກ 400.000.000 ກີບ ໃຊ້ໃນວຽກງານຕ້ານ ໂຄວິດ-19

ກະຊວງປ້ອງກັນຄວາມສະຫງົບ ມອບເງິນ 400 ລ້ານກີບ ໃຫ້ແຂວງຈໍາປາສັກ ເພື່ອຮ່ວມແຮງຮ່ວມໃຈ ນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19. ເງິນຈໍານວນດັ່ງກ່າວ, ໄດ້ແບ່ງອອກເປັນ 2 ສ່ວນ ຄື ມອບໃຫ້ຄະນະສະ ເພາະກິດ ສະກັດກັ້ນ ແລະ ຕ້ານການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ 300.000.000 ກີບ ແລະ ມອບໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ກອງບັນຊາການ ປກສ ແຂວງ 100.000.000 ກີບ.

ພິທີມອບ-ຮັບເງິນ ຊ່ວຍເຫລືອດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 31 ສິງຫາ 2021 ທີ່ສໍານັກງານຫ້ອງວ່າການແຂວງ, ຕາງໜ້າໃຫ້ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ກ່າວມອບໂດຍ ທ່ານ ພັນໂທ ທະນົງສັກ ເທບພະວົງ ຮອງຫົວໜ້າກົມເສນາ ຫ້ອງວ່າການກະຊວງ ປກສ ແລະ ຕາງໜ້າໃຫ້ ຄະນະນຳ ອົງການປົກຄອງແຂວງ ກ່າວຮັບໂດຍ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຜູ້ປະຈຳການຊີ້ນຳວຽກງານຕ້ານໂຄວິດ-19 ຂັ້ນແຂວງ, ມີ ທ່ານ ພັນໂທ ສີວິໄລ ແກ້ວປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ໄດ້ຕາງໜ້າໃຫ້ຄະນະພັກ ອົງ ການປົກຄອງແຂວງຈຳປາສັກ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໄປຍັງຄະນະພັກ ຄະນະນຳ ກະຊວງປ້ອງກັນຄວາມສະຫງົບ ທີ່ຍາມໃດ ກໍ່ເຫັນໄດ້ເຖິງຄວາມສຳຄັນ ແລະ ມີຄວາມເປັນຫ່ວງເປັນໃຍ ຕໍ່ຄວາມຫຍຸ້ງຍາກຂອງບັນດາແຂວງ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ຕໍ່ກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແລະ ເງິນຊ່ວຍເຫລືອດັ່ງ ກ່າວ ອົງການປົກຄອງແຂວງຈຳປາສັກ ຈະນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ-ຮູບ: ທັດຊະນະ

ກອງປະຊຸມຂັ້ນສູງ ສຳລັບພາກພື້ນ
ອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ

ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນ
ອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ.

ໃນວັນທີ 30 ສິງຫາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ ສຳລັບປະເທດດ້ອຍພັດທະນາ (IPoA).

ກອງປະຊຸມດັ່ງກ່າວ, ແມ່ນໄດ້ຈັດຂຶ້ນໃນຮູບແບບທາງໄກ ໂດຍພາຍໃຕ້ການເປັນເຈົ້າພາບຂອງ ຫ້ອງການຜູ້ຕາງໜ້າຂັ້ນສູງອົງການ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະ ນາ ທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ແລະ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP).

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ IPoA ສຳລັບໄລຍະ 2011-2020 ຂອງປະເທດດ້ອຍພັດທະນາ (LDCs) ທີ່ຢູ່ໃນພາກພື້ນອາຊີ-ປາຊິຟິກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະ ສຳລັບການສ້າງແຜນດຳເນີນງານສະບັບໃໝ່. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍ່ໄດ້ມີການເຈລະຈາບັນດາເອກະສານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການກະກຽມໃຫ້ແກ່ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດ ທະນາ ຄັ້ງທີ 5 ທີ່ຈະຈັດຂຶ້ນໃນເດືອນມັງກອນ 2022 ທີ່ໂດຮາ ປະເທດ ກາຕ້າ, ໂດຍຈະມີການສ້າງແຜນດຳເນີນງານ ສຳລັບປະເທດດ້ອຍພັດທະນາ ສະບັບໃໝ່ຂຶ້ນ.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວບົດປາໄສໃນພາກເປິດພິທີຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງບັນດາຜົນສຳເລັດທີ່ ສປປ ລາວ ສາມາດຍາດມາໄດ້ຈາກການຈັດຕັ້ງປະຕິບັດແຜນດຳເນີນງານ IPoA ໃນໄລຍະຜ່ານມາ ທີ່ໄດ້ເຊື່ອມສານເຂົ້າໃນແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ແລະ ຄັ້ງທີ 8 ເຊິ່ງຜົນສຳເລັດອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຜ່ານການປະເມີນຕາມເກນເພື່ອຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດ ທະນາ 2 ຮອບວຽນຕິດຕໍ່ກັນ ໃນປີ 2018 ແລະ 2021 ທີ່ປະເມີນໂດຍ ຄະນະກຳມະການນະໂຍ ບາຍການພັດທະນາ (CDP) ອົງການ ສປຊ. ເຖິງແນວໃດກໍ່ຕາມ, ຂໍ້ມູນທີ່ນຳໃຊ້ເຂົ້າໃນການປະເມີນດັ່ງກ່າວ ແມ່ນຂໍ້ມູນກ່ອນຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງອາດບໍ່ສະທ້ອນໃຫ້ເຫັນເຖິງສະພາບຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອແນໃສ່ກຽມຄວາມພ້ອມໃຫ້ແກ່ໄລຍະຂ້າມຜ່ານ, ກໍ່ຄື ການສ້າງຍຸດທະສາດເພື່ອການຂ້າມຜ່ານຢ່າງໂລ່ງລ່ຽນ ທີ່ ສປປ ລາວ ຈະຮ່ວມກັບອົງການ ສປຊ ສ້າງຂຶ້ນໃນອະນາຄົດອັນໃກ້ນີ້. ນອກຈາກນີ້, ທ່ານ ລັດຖະມົນຕີ ກໍ່ຍັງໄດ້ເນັ້ນຢ້ຳກ່ຽວກັບບັນດາຫລັກການພື້ນຖານ ທີ່ໄດ້ກໍານົດໄວ້ຢູ່ໃນແຜນດຳເນີນງານ IPoA ບໍ່ວ່າຈະແມ່ນການຊ່ວຍເຫລືອທາງດ້ານການເງິນ, ເຕັກນິກວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແມ່ນຍັງເປັນຫລັກການທີ່ສຳຄັນພື້ນຖານ ເພື່ອຊ່ວຍເຫລືອບັນດາປະເທດດ້ອຍພັດທະນາ, ໂດຍສະເພາະ ຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງເພື່ອຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19.

ໃນຕອນທ້າຍ, ທ່ານລັດຖະມົນຕີ ໂດຍຕາງໜ້າລັດຖະບານ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນລໍ້າຄ່າ ຂອງບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານຕ່າງໆໃຫ້ແກ່ ສປປ ລາວ ຕະຫລອດມາ ແລະ ຫວັງເປັນຢ່າງຍິ່ງວ່າ ວົງຄະນະຍາດສາກົນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍ່ຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

ສຳລັບ ສປປ ລາວ ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານໄດ້ສຸມທຸກຄວາມພະຍາຍາມເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫລາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ບໍ່ໄດ້ໝາຍຄວາມວ່າປະຊາຊົນລາວທຸກຄົນຈະພົ້ນທຸກ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າ ພັກ ແລະ ລັດຖະບານ ຈະຢຸດເຊົາພາລະກິດໃນການລຶບລ້າງຄວາມທຸກຍາກ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ.

ສນຍ ອອກແຈ້ງການໃໝ່! ຍົກລະດັບຮັບມື ໂຄວິດ-19 ທົ່ວປະເທດ

ສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ໃໝ່ຫຼ້າສຸດ ໃນການຮັບມືກັບ ໂຄວິດ-19

.

.

.

.

ເຈົ້າເມືອງຊະນະສົມບູນ ລົງຢ້ຽມຢາມ, ຊຸກຍູ້ຄອບຄົວຕົວຢ່າງ “ຟາມໄຂ່ມຸກ ” ເຮັດກະສິກຳແບບປະສົມປະສານ

ເຈົ້າເມືອງຊະນະສົມບູນ ລົງຢ້ຽມຢາມ ແລະ ຊຸກຍູ້ຄອບຄົວຕົວຢ່າງ “ຟາມໄຂ່ມຸກ ” ເຮັດກະສິກຳແບບປະສົມປະສານສ້າງລາຍຮັບ 120.000 ລ້ານກີບຕໍ່ປີ.

ຕາມ ມີເດຍລາວແຂວງຈຳປາສັກ ໃຫ້ຮູ້ວ່າ: ວຽກງານການປູກຝັງ ແລະ ລ້ຽງສັດ ນັບວ່າເປັນວຽກງານໜຶ່ງທີ່ພັກ – ລັດຖະບານເຮົາ ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການຜະລິດໃຫ້ກາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຄວາມທຸກຍາກ ພ້ອມທັງ ພັດທະນາຄອບຄົວ ໃຫ້ຮັ່ງມີຜາສຸກ ກາຍເປັນແວ່ນແຍງໃຫ້ແກ່ຄອບຄົວຜູ້ອື່ນໆ..ເຊິ່ງໃນໄລຜ່ານມາ ກໍ່ມີຫຼາຍຄອບຄົວທີ່ໄດ້ປະສົບຜົນສຳເລັດ.ດັ່ງນັ້ນໃນວັນທີ 27 ສິງຫາ 2021 ທີ່ຜ່ານມານີ້: ທ່ານ ສອນສະຫວັນ ສີວິໄລເຈົ້າເມືອງຊະນະສົມບູນ.ພ້ອມດ້ວຍ ທ່ານ ບຸນເກິດ ຄຳພິທັກ ຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ.ໄດ້ເຄື່ອນໄຫວລົງຢ້ຽມຢາມ ແລະ ຊຸກຍູ້ຄອບຄົວ ນາງ ລັດຕະນະພອນ ແກ້ວໂຍທີ ເຈົ້າຂອງຟາມໄຂ່ມຸກ ຕົວແບບດີເດັ່ນທີ່ໄດ້ຢຶດຖືເອົາອາຊີບການເຮັດກະສິກຳແບບປະສົມປະສານ.ຈົນສາມາດສ້າງລາຍຮັບໃຫ້ຄອບຄົວປີ 1 ບໍ່ຕໍ່າກວ່າ 100 ລ້ານກີບຕໍ່ປີ.

ໂອກາດນີ້: ນາງ ລັດຕະນະພອນ ແກ້ວໂຍທີ ໃຫ້ສຳພາດວ່າ: ປັດຈຸບັນຕົນ ແລະ ຄອບຄົວ ແມ່ນປະຊາຊົນບ້ານພັດທະນາດົງລານຄຳ ເມືອງຊະນະສົມບູນ ແຂວງຈຳປາສັກ.ສ່ວນຕົວແມ່ນໄດ້ຢຶດຖືອາຊີບຄ້າຂາຍ ແລະ ມັກຮັກໃນອາຊີບການກະສິກຳປູກຝັງ ແລະ ລ້ຽງສັດ ເປັນອາຊີບເສີມ.ເບື້ອງຕົ້ນຕົນເອງມີເນື້ອທີ່ຢູ່ 2 ເຮັກຕາ ກໍ່ໄດ້ມີແນວຄິດຢາກເຮັດກະສິກຳ ເຊີ່ງໄດ້ລິເລີ່ມລົງມືເຮັດຕົວຈິງໃນປີ 2017 ທຳອິດແມ່ນໄດ້ທົດລອງຊື້ແມ່ພັນໝູຈຳນວນ 6 ໂຕມາລ້ຽງ ເພື່ອເພາະພັນຂາຍລູກໝູ ໂດຍໄດ້ນຳໃຊ້ທຶນຂອງຕົນເອງ ໃນນັ້ນເຊີ່ງມີຄອບຄົວທີ່ເຮັດວຽກກຽວກັບຂະແໜ່ງການປູກຝັງ ແລະ ລ້ຽງສັດຂອງແຂວງ ທີ່ຄອຍໃຫ້ຄຳແນະນຳເຖີ່ງຂັ້ນຕອນວິທີການລ້ຽງຕ່າງໆ ແລ້ວຈື່ງຕັດສິນໃຈຊື້ແມ່ພັນເຂົ້າມາຈາກຟາມທີ່ມີຄຸນນະພາບ.

ຈາກການລ້ຽງໝູໃນປີທຳອິດສາມາດຂະຫຍາຍແມ່ພັນ ແລະ ຂາຍລູກໝູໄດ້ດີພໍສົມຄວນ.ໃນໄລຍະປີ 1 ຫາ ປີທີ 3 ສາມາດຂາຍໄດ້ຕົກຢູ່ປະມານ 40 – 50 ລ້ານກີບຕໍ່ປີ.ເຊີ່ງນັບວ່າເປັນຕົ້ນທຶນໝູນວຽນຄືນເຂົ້າໃນການລົງທຶນ ແລະ ປີທີ 4 ຈຶ່ງໄດ້ເຫັນຜົນກຳໄລ ເພາະມີການຂະຫຍາຍຄອກໝູ ແລະ ຂາຍແມ່ພັນ-ພໍ່ພັນ,ລູກໝູ. ພໍມາຮອດປີ 2021 ຈຶ່ງມີແນວຄິດຢາກເຮັດກະສິກຳແບບປະສົມປະສານ ເນື່ອງຈາກເຫັນວ່າເນື້ອທີ່ການຜະລິດຂອງຕົນຍັງກວ້າງ ແລ້ວຈຶ່ງຊື້ງົວ,ແບ້,ໄກ່,ປາ,ປູກເຂົ້າ ແລະ ປູກປູກຫວານ ເພື່ອຫຼຸດຜ່ອນຕົ້ນທຶນການລ້ຽງໃຫ້ລຸດລົງ.ປັດຈຸບັນຟາມໄຂ່ມຸກ.ມີຄອກໝູ 1 ຟາມ ມີແມ່ພັນທັງໝົດ 37 ໂຕ, ພໍ່ພັນ 3 ໂຕ,ງົວ 14 ໂຕ,ແບ້ 21 ໂຕ,ໜອງປາດຸກ 1 ໜອງ ມີປາຈຳນວນ 7000 ພັນໂຕ,ສຳລັບແຮງງານແມ່ນໄດ້ຈ້າງຄົນມາຮັກສາ. ພາຍຫຼັງທີ່ສັດລ້ຽງຂອງຕົນມີການເຕີບໃຫຍ່ຂະຫຍາຍຕົວ ແລ້ວຈື່ງໄດ້ນຳເອົາໄປຂາຍສົ່ງ ແລະ ຂາຍຍ້ອຍຕາມທ້ອງຕະຫຼາດພາຍໃນເມືອງ ນອກຈາກນັ້ນຍັງມີພໍ່ຄ້າພາຍໃນພື້ນທີ່ເຂົ້າມາຮັບຊື້ເຖີງຟາມໃນແຕ່ລະວັນ.

ນາງ ລັດຕະນະພອນ ຍັງໃຫ້ສຳພາດຕື່ມວ່າ: ຈາກການລ້ຽງໝູຢ່າງດຽວ ແລ້ວຫັນມາເຮັດກະກຳສິກຳແບບສົມປະສານເຫັນວ່າມີລາຍຮັບເພີ່ມຂື້ນຫຼາຍຊ່ອງທາງ ຈຶ່ງສາມາດສ້າງລາຍຮັບໃຫ້ກັບຄອບຄົວໄດ້ຕົກຢູ່ປີລະ 120.0000 ລ້ານກີບຕໍ່ປີ.ປັດຈຸບັນແມ່ນໄດ້ມີເຮືອນຢູ່ຖາວອນຂອງຕົນເອງຈຳນວນ 1 ຫຼັງ,ລົດໃຫ່ຍ 1 ຄັນ,ມີເງີນເກັບເປັນທຶນການສຶກສາໃຫ້ກັບລູກຮຽນ ແລະ ມີເງິນເກັບຈຳນວນໜຶ່ງໄວ້ເພື່ອຂະຫຍາຍຟາມອອກ,ມີສະບຽງອາຫານທີ່ຜະລິດເອງ ແລະ ຫຼຸດຜ່ອນການໃຊ້ຈາຍພາຍໃນຄອບຄົວໃນແຕ່ລະວັນ.ເຊີ່ງແຜນການປັບປຸງໃນຕໍ່ໜ້າແມ່ນຈະໄດ້ມີການຂະຫຍາຍແມ່ພັນໝູ ແລະ ໝູນ້ອຍ ລວມທັງສັດລ້ຽງອື່ນໆອອກໃຫ້ຫຼາຍ ເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ແລະ ຖາຫາກພໍ່ແມ່ປະຊາຊົນ ທ່ານໄດ້ສົນໃຈກ່ຽວກັນເຮັດກະສິກຳແບບປະສົມປະສານຄືຄອບຂອງຂະພະເຈົ້າ ກໍ່ສາມາດເຂົ້າມາປຶກສາຫາລືຖອດຖອດບົດຮຽນໄດ້ຢູ່ສະເໝີ ນອກຈາກນັ້ນ ນາງ ລັດຕະນະພອນ ແກ້ວໂຍທີ ຍັງຝາກເຖີງ ພໍ່ແມ່ປະຊາຊົນທີ່ຄິດຢາກເຮັດການກະສິກຳປູກຝັງ ແລະ ລ້ຽງສັດ ກອນອື່ນແມ່ນຢາໄປຄິດວ່າຕົນເອງມີຕົ້ນທຶນນ້ອຍວ່າຈະເຮັດບໍ່ໄດ້,ຕົ້ນທຶນທີ່ສຳຄັນແທ້ແມ່ນຢູ່ທີ່ໃຈ ແລະ ຄວາມຄວາມອົດທົນ ແລ້ວລົງມືເຮັດເທົ່ານັ້ນຈຶ່ງຈະປະສົບຜົນສຳເລັດ.

ຂ່າວ ແລະ ພາບ: ທ. ໄພວອນ ຈັນທະວົງ ຫ້ອງກສານ ຖວທ ເມືອງຊະນະສົມບູນ

ຜູ້ຊາຍທີ່ຖືກຄາດຕະກໍາທີ່ບ້ານໜອງໜ່ຽງ ວັນທີ 29 ສິງຫາ ຜ່ານມາ ແມ່ນຜູ້ຕ້ອງຫາຄະດີຄາດຕະກໍາທີ່ຫຼົບໜີ

ປກສ ນະຄອນຫຼວງວຽງຈັນ: ວັນທີ 31 ສິງຫາ 2021 ນີ້, ທ່ານ ພັນໂທ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ຖະແຫລງຂ່າວກ່ຽວກັບສະພາບເຫດການຄາຕະກໍາ ຢູ່ທາງເຂົ້າຮ້ານອາຫານ ຈິ່ມມີ້ ບ້ານ ໜອງໜ່ຽງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີ່ເກີດຂຶ້ນໃນວັນທີ 29 ສິງຫາ 2021 ມານີ້ວ່າ.

ພາຍຫລັງໄດ້ຮັບແຈ້ງເຫດ ເລື່ອງຄາດຕະກໍາ ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາ ພົບເຫັນລົດເກັ໋ງຢູ່ ຮຸນໄດ ສີດໍາ ໝາຍເລກທະບຽນ ກສ 5577 ກໍາແພງນະຄອນ, ແວ່ນລົດດ້ານໜ້າລົດຄັນດັ່ງກ່າວແຕກ ແລະ ເປັນຮູຈໍານວນຫລາຍຮູ ແລະ ມີຜູ້ເສຍຊີວິດຢູ່ເບາະລົດເບື້ອງຄົນຂັບ. ເຈົ້າໜ້າທີ່ຈຶ່ງໄດ້ນໍາເອົາ ຊາກສົບຜູ້ເສຍຊີວິດອອກຈາກລົດເພື່ອທໍາການຊັນນະສູດ.

ຂໍ້ມູນເບືອງຕົ້ນຂອງຜູ້ເສຍຊີວິດຊື່ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບ່ອບບີ້ ອາຍຸ 26 ປີ, ວ່າງງານ, ຢູ່ບ້ານໂສກປ່າຫຼວງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ໃນນັ້ນກໍພົບເຫັນວັດຖຸສິ່ງຂອງທີ່ຜິດກົດໝາຍທັງຢູ່ໃນຕົວ ແລະ ລົດຂອງຜູ້ເສຍຊີວິດຫຼາຍຢ່າງ ເຊັ່ນ: ກະເປົາຮັດແອວສີດໍາ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ລະເບີດໝາາກຂຽບ 01 ຫນ່ວຍ, ຢາບ້າ 1 ຖົງນ້ອຍ, ຖົງໃສຜົງສີຂາວ 2 ຖົງນ້ອຍ, ລູກປືນ 29 ລູກ.

ກະເປົາພາຍສີນ້ໍາຕານ 1 ຫນ່ວຍ, ຢູ່ໃນກະເປົ໋າມີ: ປືນສັ້ນຊະນິດ CF 1 ກະບອກພ້ອມແມັກມີລູກ ປືນ 13 ລູກ, ປືນສັ້ນຊະນິດ FNP9-17 ຈໍານວນ 1 ກະບອກ ພ້ອມແມັກມີລູກປືນ 15 ລູກາ, ຢູ່ໃນຕາໂປຣລົດດ້ານຂວາພົບເຫັນຊອງສີເຫຼືອງ, ຢູ່ໃນຊອງມີ 03 ຖົງໃສບັນຈຸກ້ອນສີຂາວ, ມີຖົງນ້ອຍສີມ່ວງ 1 ຖົງ ແລະ ສີບົວ 1 ຖົງ ຊຶ່ງບັນຈຸເມັດສີບົວ.

ຕໍ່ກັບເຫດການທີ່ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບັອບບີ້ ທີ່ຖືກລອບຄາຕະກໍາໃນຄັ້ງນີ້ ອາດຈະເກີດຈາກການຂັດແຍ້ງຜົນປະໂຫຍດທາງດ້ານເສດຖະກິດ ຫລື ເກີດຈາກຄວາມຄຽດແຄ້ນຂອງກຸ່ມຕ່າງໆຊຶ່ງໃນໄລຍະຜ່ານມາຜູ້ກ່ຽວໄດ້ກໍ່ເຫດຄາຕະກໍາ ນາງ ສົມພອນ ວົງຄໍາສານ (ຍິງຊູ້) ຢູ່ເຮືອນຜູ້ກ່ຽວເອງ ບ້ານໂສກປ່າຫຼວງ, ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ຂອງວັນທີ 16 ເມສາ 2021 ແລ້ວຜູ້ກ່ຽວກໍໄດ້ເອົາຕົວຫລົບໜີ

ຕໍ່ກັບຄະດີດັ່ງກ່າວກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແມ່ນໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ທ້າວ ສຸກສາຄອນ ໄຊຍະຈັກ ບ່ອບບີ້ໃນສະຖານ: ການຕາຕະກໍາ (ຕາມຄໍາສັ່ງເປີດການສືບສວນ-ສອບສວນ ເລກທີ 2800/ປກສ.ນວ, ລົງວັນທີ 7 ພຶດສະພາ 2021) ແລະ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນກໍໄດ້ອອກຄໍາສັ່ງຈັບຕົວ ທ້າວ ສຸກສາຄອນ ບ່ອບບີ້ (ຕາມຄໍາສັ່ງຈັບຕົວ ເລກທີ 81/ອຍກ.ນວ, ລົງວັນທີ 26 ພຶດສະພາ 2021) ໃຫ້ເຈົ້າຫນ້າທີ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຊອກຈັບຕົວຜູ້ກ່ຽວມາດໍາເນີນຄະດີຕາມກົດໝາຍ.

ນອກຈາກການເຄື່ອນໄຫວກໍ່ການກະທໍາຜິດຂອງ ທ້າວ ສຸກສາຄອນ ໄຊຍະຈັກ ຫຼື ບ່ອບປີ້ (ຜູ້ເສຍຊີວິດ) ຜູ້ກ່ຽວກໍຍັງມີການເຄື່ອນໄຫວພົວພັນເຖິງບັນຫາການຄ້າຂາຍຢາເສບຕິດ ແລະ ຊື້ຂາຍອາວຸດເສິກ ແລະ ເຄື່ອນໄຫວກໍ່ການກະທໍາຜິດອີກຫຼາຍຄັ້ງ, ມີທັງການທໍາຮ້າຍຮ່າງກາຍດ້ວຍຮູບການໃຊ້ອາວຸດປືນຍິງໃສ່ຜູ້ອື່ນ, ການທໍາລາຍຊັບຜູ້ອື່ນດ້ວຍຮູບການໃຊ້ອາວຸດປືນຍິງໃສ່ລົດ, ຍິງໃສ່ເຮືອນຂອງປະຊາຊົນ ຊຶ່ງເປັນການສ້າງຄວາມເສຍ ຫາຍແກ່ຊີວິດ, ສຸຂະພາບ, ຊັບສິນຂອງບຸກຄົນອື່ນ, ເປັນການກະທໍາທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ.

ປັດຈຸບັນຍັງສືບຕໍ່ຊັນນະສູດ ເພື່ອເກັບກໍາຂໍ້ມູນຫລັກຖານເພີ່ມເຕີມ ເພື່ອລວບລວມບັນດາຂໍ້ມູນຕ່າງໆກ່ຽວກັບບັນດາກຸ່ມເປົ້າໝາຍທີ່ ທ້າວ ສຸກສາຄອນ ໄຊຍະຈັກມີສ່ວນຮ່ວມໃນການຄ້າຂາຍຢາເສບຕິດ, ການຊື້ຂາຍອາວຸດເສິກ ແລະ ບັນຫາຂໍ້ຂັດແຍ້ງ ອື່ນໆໃນໄລຍະຜ່ານມາ, ຊຶ່ງຕໍ່ກັບບັນຫາດັ່ງກ່າວເຈົ້າຫນ້າທີ່ພວກເຮົາຈະດໍາເນີນການພາຍຫລັງຂໍ້ມູນກະຈ່າງແຈ້ງ ແລະ ດໍາເນີນ ການແກ້ໄຂ ຈຶ່ງຈະລາຍງານໃຫ້ສັງຄົມຮັບຊາບຕາມພາຍຫຼັງ.

ປກສ ນະຄອນຫຼວງວຽງຈັນ

ພິທີທຳລາຍອາວຸດລ່າເນື້ອ ທີ່ຕ້ອງຫ້າມໃນການທຳລາຍສັດນໍ້າ-ສັດປ່າ

ຕາມ Viengchan Police news ໃຫ້ຮູ້ວ່າ: ແຂວງວຽງຈັນ ຈັດພິທີທຳລາຍອາວຸດລ່າເນື້ອ ແລະເຄື່ອງອຸປະກອນຊະນິດຕ່າງໆ ທີ່ຕ້ອງຫ້າມໃນວັນທີ 27 ສິງຫາ 2021 ຜ່ານມານີ້ ຢູ່ທີ່ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະເຄື່ອງອຸປະກອນຊະນິດຕ່າງໆ ທີ່ຕ້ອງຫ້າມໃນການທຳລາຍສັດນໍ້າ-ສັດປ່າ ໂດຍການເປັນປະທານຂອງ ທ່ານ ພັທ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ທ່ານ ພັທ ວິດາໄຊ ອາດທອງ ຫົວໜ້າຫ້ອງ 509 ປກສ ແຂວງວຽງຈັນ ມີບັນດາຫົວໜ້າຫ້ອງ, ຮອງຫ້ອງ, ຫົວໜ້າ ແລະ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຄ້າຍຄຸມຂັງ-ດັດສ້າງ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພັທ ຄໍາພູວົງ ທໍາມະວົງໄຊ ຮອງຫົວໜ້າຫ້ອງ 509 ປກສ ແຂວງວຽງຈັນໄດ້ຂື້ນຜ່ານ ບົດສະຫຼຸບຜົນສໍາເລັດການເກັບກູ້ອາວຸດລ່າເນື້ອ, ເຄື່ອງປະກອບຊະນິດຕ່າງໆ ແລະ ທິດທາງແຜນການປີ 2021 ຜ່ານການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານເຈົ້າແຂວງໆ ວຽງຈັນ ສະບັບເລກທີ່ 015/ຈຂ,ຂຈ ລົງວັນທີ 6 ທັນວາ 2018 ວ່າດ້ວຍການເກັບກູ້-ທ້ອນໂຮມອາວຸດປືນລ່າເນື້ອໜໍ້ຊອດປາ, ເຄື່ອງປະກອບຊະນິດຕ່າງໆ ໃນທົ່ວແຂວງ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ່ 653/ປກສ ລົງວັນທີ 8 ພຶດສະພາ 2012 ວ່າດ້ວຍການຄຸ້ມຄອງອາຊີບ-ພາຫານະພິເສດ ກອງບັນຊາການ ປກສ ແຂວງໄດ້ມີແຜນການຊີ້ນຳ, ບັນຊາ, ມີຄະນະຮັບຜິດຊອບຄຸ້ມຄອງ, ຕິດຕາມ, ກວດກາ, ຢ່າງລະອຽດໃນການເຄື່ອນໄຫວວຽກງານອາຊີບ-ພະຫານະພິເສດ, ໄດ້ຈັດຕັ້ງເຜີຍແຜ່ຄຳສັ່ງ, ຂໍ້ຕົກລົງຕ່າງໆ ຜັນຂະຫຍາຍເປັນແຜນການ, ຫຼັກການ, ລະບຽບການ, ອອກແຈ້ງການແນນຳກ່ຽວກັບການຄຸ້ມຄອງວຽກງານອາຊີບ-ພະຫານະພິເສດ, ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແລກປ່ຽນຂໍ້ມູນໃຫ້ມີຄວາມຊັດເຈນ, ເກັບກຳກວດຜ່ານຢັ້ງຢືນເອກະສານຂໍຂື້ນທະບຽນອາວຸດເສີກ, ຕາປະທັບ, ປືນກິລາ ໃຫ້ຖືກຕ້ອງຕາມລະບຽບການ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສຶກສາອົບຮົມພະນັກງານ-ນັກຮົບນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົົດໝາຍຂອງລັດ, ມະຕິຄໍາສັ່ງ, ຂໍ້ຕົກລົງ, ແຈ້ງການອື່ນໆ ຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງເປັນຕົ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ເຮັດໃຫ້ປະຊາຊົນຕື່ນຕົວມີສ່ວນຮ່ວມປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ສາມາດຄຸ້ມຄອງ, ກວດກາ, ຕິດຕາມ ແລະ ເກັບກູ້ທ້ອນໂຮມ.

ພ້ອມນັ້ນໄດ້ຈັດຕັ້ງພິທີທຳລາຍອາວູດລ່າເນື້ອ, ໜໍ້ຊອດປາ, ເຄື່ອງປະກອບຊະນິດຕ່າງໆ ທີ່ຕ້ອງຫ້າມມີ : ອາວຸດລ່າເນື້ອຈຳນວນ 1,460 ກະບອກ, ອາວຸດເສີກປືນກາກບີນ 1 ກະບອກ, ເລົ່າປືນ 104 ເລົ່າ, ລູກປືນແກັບ(ລູກກົ່ວ) ຈໍານວນ 42,6 ກິໂລກະລາມ, ດອກແກັບ 459 ກໍ້, ຂີ້ເຈ້ຍ ມາດ 8,1 ກິໂລກະລາມ, ໝື້ 18,7 ກິໂລກະລາມ ກັບ 196 ຖົງ, ເຄື່ອງໜໍ້ຊ໊ອດປາ 213 ໜ່ວຍ, ສາຍໄຟຟ້າ( ດູດປາ ) 1 ກໍ້, ເຄື່ອງຈັກສະຕິນ 17 ເຄື່ອງ, ໂສ້ຈັກສະຕິນ 3ເສັ້ນ, ຮ່າງປືນກາກບີນ 1 ຮ່າງ, ປືນລົມ 6 ກະບອກ, ລູກວ່ານ 829 ກິໂລກະລາມ ແລະ ໜໍ້ຍົກໄຟຟ້າ 1 ໝ່ວຍ.

ລົດໄຟທີ່ໃຊ້ພະລັງງານໄຟຟ້າສີຂຽວ ແລະມີກາກບອນຕ່ຳ ເພື່ອຫຼຸດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມ

ລົດໄຟທີ່ໃຊ້ພະລັງງານໄຟຟ້າສີຂຽວ ແລະມີກາກບອນຕ່ຳ ຈະເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

ເສັ້ນທາງລົດໄຟລາວ-ຈີນ ເປັນໂຄງການເຊື່ອມຈອດຍຸດທະສາດ ລະຫວ່າງຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ “ການຫັນປະເທດທີ່ບໍ່ມີທາງອອກສູ່ທະເລ ສູ່ປະ ເທດເຊື່ອມຈອດ” ແລະ ຍັງເປັນໂຄງການທາງລົດໄຟຢູ່ຕ່າງປະເທດແຫ່ງທຳອິດ ທີ່ໄດ້ລົງທຶນ ແລະ ດໍາເນີນການກໍ່ສ້າງໂດຍ ສປ ຈີນ ແລະ ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍທາງລົດໄຟຂອງຈີນ.

ໃນວັນທີ 31 ສິງຫາ 2021 ນີ້, ໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ ໄດ້ຜ່ານການກວດສອບສຳເລັດວຽກງານ, ສາມາດເຂົ້າໄປດຳເນີນງານ ແລະ ໄດ້ສ້າງພື້ນ ຖານໃຫ້ແກ່ການແລ່ນລົດ ຂອງທາງລົດໄຟລາວ-ຈີນໃນທ້າຍປີນີ້, ເຊິ່ງໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ ມີຄວາມຍາວທັງໝົດ 936 ກິໂລແມັດ, ມີເຫລັກເສົາໄຟທັງໝົດ 2.220 ຕົ້ນ ໂດຍສະໜອງພະລັງງານໄຟຟ້າໃຫ້ແກ່ ສະຖານີລາກແກ່ທັງໝົດ 24ສາຍ, ເປັນການລົງທຶນກໍ່ສ້າງ ແລະ ດຳເນີນການໂດຍ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນ ຈຳກັດ (ບໍລິສັດດັ່ງກ່າວແມ່ນບໍລິສັດຮ່ວມທຶນສ້າງຕັ້ງຂຶ້ນ ໂດຍບໍລິສັດຕາຂ່າຍໄຟຟ້າພາກໃຕ້ຢຸນນານ ສາກົນ ຈໍາກັດ ແລະ ລັດວິສາຫະກິດໄຟຟ້າລາວ).

ທ່ານ ຫວງວູນກ່າງ ຜູ້ອຳນວຍການ ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈໍາກັດ, ທັງເປັນຜູ້ຮັບຜິດຊອບໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ ພາກສ່ວນຢູ່ລາວ ກ່າວວ່າ: ພູຜາປ່າໄມ້ ແລະ ແມ່ນ້ຳສີຂຽວມໍລະກົດ ແມ່ນພູເງິນ ພູຄຳ ຂອງປະເທດຈີນ ແລະ ກໍແມ່ນພູເງິນພູຄຳຂອງປະເທດລາວເຊັ່ນກັນ.

ດັ່ງນັ້ນ ທາງລົດໄຟລາວ-ຈີນ ຈະກາຍເປັນທາງລົດໄຟທີ່ໃຊ້ພະລັງງານໄຟຟ້າສີຂຽວ ແລະ ມີກາກບອນຕ່ຳ ແລະ ມັນຍັງຈະເປັນເສັ້ນທາງແຫ່ງການພັດທະນາ ໃນສະຕະວັດທີ່ຈະເຮັດໃຫ້ເກີດມີ “ເຄື່ອງໝາຍບວກ” ຫລາຍຢ່າງ.

ນອກຈາກນີ້, ທ່ານ ຈົ່ງສຽວທ່າວ ຜູ້ອຳນວຍການໃຫ່ຍ ບໍລິສັດຕ່າຂ່າຍໄຟຟ້າພາກໃຕ້ຈີນ ຈຳກັດ ຍັງໄດ້ກ່າວວ່າ: “ເຄື່ອງໝາຍບວກ” ນີ້ແມ່ນການປົກປ້ອງສິ່ງແວດລ້ອມ, ພວກເຮົາຍຶດຖືມາດຕະຖານອັນດຽວກັນທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໜ ເພື່ອຫລຸດຜ່ອນຄວາມເສຍຫາຍຕໍ່ສິ່ງແວດລ້ອມ, ເຄື່ອງໝາຍບວກ ນີ້ຍັງໄດ້ສ້າງກຸ່ມຄົນທີ່ມີຄວາມສາມາດດ້ານພະລັງງານໄຟຟ້າ ສໍາລັບປະເທດລາວ ແລະ ກະຕຸ້ນການຈ້າງງານໃນທ້ອງຖິ່ນ, ພ້ອມດຽວກັນນີ້ ຍັງເຮັດໄຫ້ປະຊາຊົນທ້ອງຖິ່ນ ທີ່ອາໃສຕາມ ແລວສາຍໄຟມີໄຟຟ້າໃຊ້ພຽງພໍ.ທ່ານນາງ ຢາງຢ່ອງຫຸຍ ປະທານຄະນະບໍລິຫານ ບໍລິສັດລົງທຶນພະລັງງານໄຟຟ້າລາວ-ຈີນຈຳກັດ ໄດ້ກ່າວວ່າ: ພວກຂ້າພະເຈົ້າ ຈະເຮັດວຽກຮ່ວມກັບລັດວິສາຫະກິດໄຟຟ້າລາວ ເພື່ອຍົກສູງຄວາມໜ້າເຊື່ອຖືໃນການສະໜອງພະລັງງານໄຟຟ້າ ຂອງລົດໄຟລາວ-ຈີນ ແລະ ຈະເຮັດວຽກຮ່ວມກັບທຸກຝ່າຍຂອງສອງປະເທດ ຈີນ ແລະ ລາວ ເພື່ອສ້າງເສັ້ນທາງແຫ່ງຄວາມຮັ່ງມີສາຍນີ້.

“ໂຄງການສະໜອງໄຟຟ້າໃຫ້ທາງລົດໄຟລາວ-ຈີນ ຍັງໄດ້ຊ່ວຍປັບປຸງການສັນຈອນຢູ່ເຂດພູດອຍທາງພາກເໜືອຂອງລາວ.

ນອກຈາກໄດ້ກໍ່ສ້າງເສັ້ນທາງເຂົ້າຈຸດກໍ່ສ້າງຕາມແລວສາຍໄຟແລ້ວ ຍັງໄດ້ເຊື່ອມເສັ້ນທາງເຂົ້າໝູ່ບ້ານອີກດ້ວຍ, ໂຄງການດັ່ງກ່າວຍັງໄດ້ຈັດຝຶກອົບຮົມໃຫ້ກັບພະນັກງານ ຜູ້ທີ່ມີຄວາມສາມາດດ້ານພະລັງງານໃນທ້ອງຖິ່ນອີກນໍາ” ທ່ານ ຫວງວູນກ່າງກ່າວ.ທ້າວ ບຸນໄຊ ໜໍຫືຊົງ ປະຊາຊົນບ້ານຫ້ວຍແພ ເມືອງໄຊ ແຂວງອຸດົມໄຊ ເວົ້າວ່າ: ແຕ່ກ່ອນ, ມີພຽງເສັ້ນທາງນ້ອຍພຽງເສັ້ນດຽວທີ່ເຂົ້າໄປໃນໝູ່ບ້ານຂອງຂ້າພະເຈົ້າ, ເມື່ອເວ ລາຝົນຕົກມັນຈະເປັນທາງຂີ້ຕົມ. ປັດຈຸບັນ ມີເສັ້ນທາງທີ່ກວ້າງຂວາງ ແລະ ສະດວກສະ ບາຍ, ເຮັດໃຫ້ພວກເຮົາສາມາດຂັບລົດໄຖນາ ເພື່ອຂົນສົ່ງເຂົ້າເປືອກໄປຂາຍຢູ່ໃນເມືອງໄດ້”ທ້າວ ແພງ ບູນລື ພະນັກງານຫົວໜ້າທີມງານສັນຊາດລາວ ທີ່ຮັບຜິດຊອບໂຄງ ການສະໜອງໄຟຟ້າໃຫ້ທາງລົດໄຟ ລາວ-ຈີນ ເວົ້າວ່າ: ຢູ່ປະເທດລາວ, ເງິນເດືອນຂອງກຳມະກອນກໍ່ສ້າງທີ່ມີສີມື ແມ່ນສອງເທົ່າຂອງຄົນງານທົ່ວໄປ, ຖ້າຫາກຕ້ອງການເງິນເດືອນທີ່ເພີ່ມຂຶ້ນທ່ານກໍຕ້ອງຍົກສູງລະດັບສີມື.

ຜ່ານການເຂົ້າຮ່ວມໃນການກໍ່ສ້າງໂຄງການຕາຂ່າຍໄຟຟ້າ, ຂ້ອຍໄດ້ປະສົບການຫລາຍຢ່າງເຊັ່ນ: ການກໍ່ສ້າງເຫລັກເສົາໄຟ, ການກວດສອບ ແລະ ການຕໍ່ສາຍໄຟ ແລະ ໃນອະນາຄົດຖ້າຫາກສະໝັກວຽກກັບໂຄງການອື່ນ ຂ້ອຍເຊື່ອວ່າ ຂ້ອຍມີໂອກາດສູງທີ່ຈະໄດ້ເປັນພະນັກງານໃນບໍລິສັດນັ້ນ.ທ້າວ ວັນຄຳ ນາກາວົງ ປະຊາຊົນບ້ານຫ້ວຍລຽງ ເມືອງງາ ແຂວງອຸດົມໄຊ ກ່າວວ່າ: ຖ້າມີທາງລົດໄຟ, ການຄົມມະນາຄົມກໍຈະສະດວກສະບາຍ, ການຄ້າຂາຍກໍຈະງ່າຍຂຶ້ນ ແລະ ໄດ້ລາຄາດີ ແລະ ຖານະຄອບຄົວກໍຈະດີຂຶ້ນກ່ອນເກົ່າ. ຖ້າທາງລົດໄຟລາວ-ຈີນ ເປິດໃຫ້ບໍລິການແລ້ວ ຂ້ອຍຈະພາຄອບຄົວຂອງຂ້ອຍໄປທ່ອງທ່ຽວປະເທດຈີນ.

ຂໍ້ມູນ: KPL

ຄໍາມ່ວນ ອອກຄໍາສັ່ງ ປິດແຂວງແລ້ວ 31/8/2021-13/9/2021

ຄໍາມ່ວນ ອອກຄໍາສັ່ງ ປິດແຂວງແລ້ວ 31/8/2021-13/9/2021.

ໂດຍຫ້າມການເຂົ້າ-ອອກ ແຂວງ, ຖ້າບໍ່ຈໍາເປັນແທ້ໆ.

ກະລຸນາກົດອ່ານຄໍາສັ່ງຂ້າງລຸ່ມ.

ສຳນັກງານເມືອງຫີນບູນ ອອກແຈ້ງການເພີ່ມ ເນື່ອງຈາກການລະບາດ ຂອງໂຄວິດ-19

ສຳນຳງານເມືອງຫີນບູນ ແຂວງຄຳມ່ວນ ອອກແຈ້ງການເພີ່ມ ເນື່ອງຈາກການລະບາດ ຂອງໂຄວິດ-19 ແລະ ເມືອງຫີນບູນ ປະກາດຫ້າມເດີນທາງບ້ານຕໍ່ບ້ານ ຂະນະນີ້ມີ 3 ບ້ານເຂດແດງ ພ້ອມທັງເຂດເຫຼືອງ.