Home Blog Page 191

ຂໍຊົມເຊີຍທີມແພດໝໍ! ຊ່ວຍຜ່າຕັດເກີດລູກໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ມີຄວາມສ່ຽງ

ຊ່ວຍຜ່າຕັດເກີດລູກຜູ້ຍິງຖືພາ ທີ່ຕິດເຊື້ອໂຄວິດ-19 ແລະ ຜູ້ທີ່ມີຄວາມສ່ຽງຕິດໂຄວິດ-19 ຢ່າງປອດໄພ.

ຕາມການລາຍງານ ຂອງໂຮງໝໍແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຕອນບ່າຍ ຂອງວັນທີ 11 ສິງຫາ 2021 ສູນຄຸ້ມຄອງກໍລະນີໂຮງໝໍໂພນທອງ ໄດ້ທຳການຊ່ວຍເກີດລູກແບບທຳມະຊາດ ໃຫ້ແກ່ແຮງງານນຳເຂົ້າມາຈາກປະເທດເພື່ອນບ້ານ ທີ່ຖືພາ ເຊິ່ງມີຄວາມສ່ຽງ ແລະ ມີຜົນກວດໂຄວິດເປັນລົບ ໃນຄັ້ງທຳອິດ ຜູ້ກ່ຽວຖືພາ 37 ອາທິດ, ລູກຜູ້ທີ 1, ທ່າສະເໜີຫົວ, ໄດ້ທຳຄອດ ຢູ່ໃນຫ້ອງຄົນເຈັບ (ເນື່ອງຈາກຫ້ອງຄອດບໍ່ພ້ອມຍັງຄາຜ່າຕັດ) ແມ່ປອດໄພດີ ແລະ ເດັກເກິດຂື້ນມາແຂງແຮງ ມີນ້ຳໜັກ 2200kg.

ວພ

ຊົມເຊີຍທີມແພດປະສູດ ເຖິງດ້ານສະຖານທີຈະບໍ່ມີຄວາມພ້ອມ ແຕ່ຍັງສາມາດຊ່ວຍແລະແມ່ ປອດໄພທັງສອງ.

ໃນວັນທີ 11 ສິງຫາ 2021 ທີມງານແພດຜ່າຕັດສູນໂພນທອງ ສົມທົບກັບ ທີມຜ່າຕັດທີ່ປະຈຳການໂຮງໝໍພາກສະໝາມການເງີນພາກໃຕ້ ແຂວງຈຳປາສັກ, ໝໍທຳມືນຢາສະຫຼົບ ແລະ ໝໍເດັກ ໄດ້ທຳການຜ່າຕັດຊ່ວຍເກີດລູກ, ໃຫ້ແກ່ ແມ່ຍີງຖືພາ 34 ອາທິດ ລູກຜູ້ ທີ 2, ທ່າສະເໜີກົ້ນ, ຕິດເຊື້ອໂຄວີ-19 ເຊິ່ງແມ່ນແຮງງານນຳເຂົ້າ. ການຜ່າຕັດມີຜົນສຳເລັດໄປດ້ວຍດີ ທັງແມ່ ແລະ ເດັກແມ່ນປອດໄພ ເດັກເກີດນ້ຳໜັກ 2500 kg, ເດັກແຂງແຮງດີ.

ຜົນສຳເລັດຄັ້ງນີ້ ແມ່ນການຮ່ວມແຮງຮ່ວມໃຈ ຂອງຫລາຍພາກສ່ວນຈິ່ງສຳເລັດຜົນໄດ້ ແລະ ຜ່ານໄປດ້ວຍດີ ທີມແພດໝໍເກ່ັງຫຼາຍ.

ຍັງມີແຮງງານ 949 ຄົນ ຍັງຢູ່ສູນກັກກັນ ແຂວງຄຳມ່ວນ

ອີງຕາມຖະແຫຼງຂ່າວ ຈາກກອງຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ : ເລີ້ມແຕ່ວັນທີ 01 ມັງກອນ – 11 ສິງຫາ 2021 ຢູ່ແຂວງຄໍາມ່ວນປະກອບມີສູນປິ່ນປົວຜູ້ຕິດເຊື້ອທັງໝົດ 03 ສູນຄື: ສູນປິ່ນປົວຢູ່ພະແນກ ຖວທ ແຂວງ (ຫຼັງເກົ່າ ), ສູນປິ່ນປົວໂຮງໝໍທະຫານແຂວງ ແລະ ສູນປິ່ນປົວຢູ່ມໍປາຍທ່າແຂກ.

ສະເພາະໃນວັນທີ 11 ສິງຫາ 2021 ນີ້ແຂວງຄໍາມ່ວນມີຈໍານວນຜູ້ຕິດເຊື້ອໃໝ່ 60 ຄົນເຊິ່ງຈະໄດ້ນໍາໃຊ້ສູນມໍປາຍທ່າແຂກເປັນສະຖານທີ່ຮອງຮັບ, ຈໍານວນຜູ້ຕິດເຊື້ອສະສົມມີທັງໝົດ 423 ຄົນ. ໃນນັ້ນ ສູນປິ່ນປົວຢູ່ພະແນກ ຖວທ ແຂວງ (ຫຼັງເກົ່າ )ມີ 220 ຄົນ, ຕ່າງແຂວງມີ 03 ຄົນ , ຍິງ 03 ຄົນ; ສູນປິ່ນປົວໂຮງໝໍທະຫານແຂວງມີ 75 ຄົນ ແລະ ສູນປິ່ນປົວຢູ່ມໍປາຍທ່າແຂກມີ 128 ຄົນ, ຕ່າງແຂວງ 06 ຄົນ, ຍິງ 02 ຄົນ . ໃນຈໍານວນຜູ້ຕິດເຊື້ອສະສົມມີຄົນທີ່ຢູ່ໃນເກນອາຍຸຕໍ່າກວ່າ 18 ປີລວມມີທັງໝົດ 29 ຄົນ , ຍິງ 12 ຄົນ ແຕ່ບໍ່ມີກໍລະນີເສຍຊີວິດ, ປິ່ນປົວຫາຍດີສະສົມ 100 ຄົນ.

ມາຮອດປະຈຸບັນມີຈໍານວນຜູ້ຕິດເຊື້ອສະສົມຍັງເຫຼືອຈາກ 03 ສູນປິ່ນປົວທັງໝົດ 323 ຄົນ,ຍິງ 181 ຄົນ. ສໍາລັບສູນກັກກັນເພື່ອຈໍາກັດບໍລິເວນຢູ່ແຂວງແມ່ນມີ 02 ຄື: ສູນສະໜາມກິລາແຂວງ ແລະ ສູນພະນົມພອນ . ເຊິ່ງໃນວັນທີ 11 ສິງຫາ 2021 ນີ້ມີຜູ້ກັກກັນຢູ່ສູນສະໜາມກິລາແຂວງຈໍານວນ 34 ຄົນ,ຈໍານວນຜູ້ກັກກັນສະສົມທັງສອງສູນລວມເຖິງບັນດາເມືອງຄື : ໜອງບົກ, ຫີນບູນ, ຍົມມະລາດ ແລະ ບົວລະພາມີ 3.345 ຄົນ ໃນນັ້ນ ສູນສະໜາມກິລາແຂວງຈໍານວນມີ 1.921 ຄົນ, ສູນພະນົມພອນ 1.048 ຄົນ, ໜອງບົກ 190 ຄົນ, ຫີນບູນ 145 ຄົນ, ຍົມມະລາດ 26 ຄົນ ແລະ ບົວລະພາ 09 ຄົນ.

ຜູ້ກັກກັນທີ່ມີອາຍຸຕໍ່າກວ່າ 18 ປີມີຈໍານວນ 278 ຄົນ , ຍິງ 145 ຄົນ , ຕ່າງແຂວງມີ 07 ຄົນ , ຍິງ 05 ຄົນ , ສໍາລັບຜູ້ກັກກັນທີ່ຄົບກໍານົດ 14 ວັນໃນວັນທີ 11 ສິງຫາ 2021 ມີຈໍານວນ 79 ຄົນ , ຄົບກໍານົດກັກກັນສະສົມມີທັງໝົດ 2.396 ຄົນ , ຍັງເຫຼືອຢູ່ສູນສະໜາມກິລາແຂວງ ແລະ ສູນພະນົມພອນມາຮອດປະຈຸບັນ 949 ຄົນ , ຍິງ 495 ຄົນ.

ໃນນັ້ນສູນສະໜາມກິລາແຂວງ 95 ຄົນ , ຍິງ 49 ຄົນ ( ໃນນັ້ນມີນັກສຶກສາຈົບຈາກຫວຽດນາມ 42 ຄົນ,ຍິງ 18 ຄົນ ); ສູນພະນົມພອນ 854 ຄົນ , ຍິງ 446 ຄົນ ( ໃນນັ້ນຮັບຈາກສູນສະໜາມກິລາແຂວງ 739 ຄົນ ) . ສະເພາະການກິນ,ຢູ່,ພັກ,ເຊົາຂອງພີ່ນ້ອງຄົນລາວເຮົາທີ່ກັບຄືນມາຈາກປະເທດເພື່ອນບ້ານນັ້ນທາງອໍານາດການປົກຄອງຂັ້ນຕ່າງໆພາຍໃນແຂວງແມ່ນໄດ້ອໍານວຍຄວາມສະດວກໃຫ້ຕາມຄວາມເໝາະສົມ.

ພ້ອມນັ້ນທາງອໍານາດການປົກຄອງຂັ້ນຕ່າງໆພາຍໃນແຂວງກໍ່ໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນລາວເຮົາຈົ່ງກັບຄືນປະເທດຂອງຕົນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ປະຕິບັດຕາມລະບຽບການທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອຫຼີກລ່ຽງການແຜ່ລະບາດເຊື້່ອພະຍາດໂຄວິດ-19ໄປສູ່ເຂດຊຸມຊົນເຊິ່ງຈະສົ່ງຜົນກະທົບໃນວົງກວ້າງຕໍ່ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນລວມເຖິງເສດຖະກິດ – ສັງຄົມພາຍໃນແຂວງ .

ກັບຄືນສູນແລ້ວ! ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຄຳມ່ວນ

ຈາກກໍລະນີທີ່ມີຜູ້ຕິດເຊື້ອພະຍາດໂຄວິດ- 19 ລັກໜີອອກຈາກສູນປິ່ນປົວຢູ່ແຂວງຄໍາມ່ວນ ໃນວັນທີ 9 ສິງຫາ 2021.

ຫລ້າສຸດຜູ້ກ່ຽວໄດ້ກັບຄືນໄປສະເໜີຕົວເພື່ອຂໍປິ່ນ ປົວຢູ່ສູນປິ່ນປົວຂອງແຂວງຮຽບຮ້ອຍແລ້ວ. ດຣ ແສງແທິດ ທໍາມະໂນລາດ ວິຊາການຮັບຜິດຊອບວຽກງານລະບາດຂັ້ນແຂວງຄໍາມ່ວນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດວ່າ: ຜູ້ຕິດເຊື້ອທີ່ລັກໜີອອກສູນຊື່ ນາງ ນໍ້າຝົນ ຄໍາມະນີວົງ, ອາຍຸ 27 ປີ ຢູ່ບ້ານ ວົງພັນສີ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ.

ນອກຈາກຕິດເຊື້ອແລ້ວຜູ້ກ່ຽວຍັງຖືພາໄດ້ 2 ເດືອນກວ່າ, ໂດຍລັກໜີອອກຈາກສູນປິ່ນປົວໃນເວລາ 20 ໂມງ 30 ນາທີ ຂອງວັນ ທີ 9 ສິງຫາ 2021 ເຊີ່ງມີຫມູ່ຂອງຜົວມາຮັບແລ້ວໄປສົ່ງຢູ່ເຮືອນພັກແຫ່ງໜຶ່ງທີ່ຢູ່ໃກ້ຄີວລົດເມຫລັກ 4. ຕົກມາຮອດຕອນເຊົ້າວັນທີ 11 ສິງຫາ 2021 ຜູ້ກ່ຽວໄດ້ກັບໄປສະເຫນີໂຕຕໍ່ສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຂອງແຂວງຄໍາມ່ວນ ເພືອຮັບການປິ່ນປົວແລ້ວ. ສ່ວນສະຖານທີ່ຜູ້ກ່ຽວໄປຄະນະສະເພາະກິດຂອງແຂວງ ໄດ້ມອບໃຫ້ຫ້ອງການສາທາລະນະສຸກເມືອງກ່ຽວຂ້ອງໄປພົ່ນຢາຂ້າເຊື້ອ ແລະ ໃຫ້ປິດຫ້ອງທີ່ຜູ້ກ່ຽວພັກຊົ່ວຄາວ, ເຊັ່ນດຽວກັບຜູ້ທີ່ໄປຮັບເອົາລາວໜີອອກຈາກສູນຕ້ອງໄດ້ກວດຫາເຊື້ອ ແລະ ຈໍາກັດບໍລິເວນຊົ່ວຄາວຈົນກວ່າຈະຄົບຕາມເວລາທີ່ຄະນະສະເພາະກິດກໍານົດໄວ້.Cr: ບຸນຕຽງ ຈັນທະວົງ, ວິທະຍຸກະຈາຍສຽງແຫ່ງຊາດ

ໂຄງການຫ້ອງອ່ານເພື່ອນ້ອງ ສຳເລັດແລ້ວ!

ໂຄງການຫ້ອງອ່ານເພື່ອນ້ອງ ສຳເລັດແລ້ວ ເປີດຮັບບໍລິຈາກປຶ້ມເກົ່າ ແລະ ໃໝ່ ໃຫ້ຫ້ອງອ່ານເພື່ອນ້ອງ: ໂຮງຮຽນປະຖົມ ບ້ານຄຳຈະເລີນ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງເປັນໂຄງການທີ່ທາງໜັງສືພິມເສດຖະກິດ-ການຄ້າ , ຮ່ວມກັບມູນນິທິຮ່ວມໃຈ ແລະ ເພຈ ຢາກແຕ້ມ & ຢາກເວົ້າ ລະດົມທຶນເພື່ອສ້າງຫ້ອງສະໝຸດ ຂະໜາດ 6×8ແມັດ, ພ້ອມອຸປະກອນຄົບຊຸດ ໃຫ້ນ້ອງໆໄດ້ມີບ່ອນນັ່ງອ່ານນິທານມ່ວນໆ, ມີມຸມໃຫ້ຄົ້ນຄວ້າບົດຮຽນ, ໄດ້ອ່ານປື້ມຫຼາກຫຼາຍ ຊ່ວຍເສີມສ້າງຈິນຕະນາການ ແລະ ໃຫ້ໄດ້ຄວາມຮູ້ກວ້າງຂວາງຂຶ້ນ.ຫາກທ່ານໃດຢາກມອບປຶ້ມ (ຮັບທັງປຶ້ມເກົ່າ, ປຶ້ມໃໝ່)bບໍ່ວ່າຈະເປັນ ປຶ້ມນິທານ, ປຶ້ມອ່ານທົ່ວໄປ , ປຶ້ມພາສາອັງກິດ (ສຳລັບເດັກປະຖົມ) ວາລະສານ ແລະອື່ນໆ ສາມາດນຳມອບໄດ້ 3 ຈຸດ ທີ່ທ່ານສະດວກ :

1. ມູນນິທິຮ່ວມໃຈ ບ້ານ ພະຂາວ. ໂທສາຍດ່ວນ 1630ແຜນທີ່ : https://goo.gl/maps/EMXbnhtJvpC2ZcYG7

2. ຮ້ານ ຄັງກິ ສິນຄ້າຍີ່ປຸ່ນ ບ້ານຮ່ອງໄກ່ແກ້ວ . ໂທ 020 59193313 ແຜນທີ່ : https://goo.gl/maps/9bcRpLoAD1BUgw7U8 ຮ້ານເປິດທຸກມື້ 9:00-19:30

3. ບໍລິສັດ HOD Media ບ້ານວັດນາກ 020 996815555 ແຜນທີ່ : https://goo.gl/maps/SxpGB1iBb7mWqbwr9 ຈັນ-ເສົາ ເວລາ 10:00-17:00 ຫຼື ຫາກຕ້ອງການໃຫ້ທາງເຮົາໄປຮັບເອົາປຶ້ມນຳເຖິງສະຖານທີ່ ກະລຸນາແຈ້ງ 020 58030808 ຂໍຂອບໃຈນຳທຸກໆພາກສ່ວນ, ທຸກໆທ່ານ ທີ່ຊ່ວຍສະໜັບສະໜຸນສົ່ງເສີມ ແລະ ໃຫ້ຄຳແນະນຳ ເຮັດໃຫ້ໂຄງການຄັ້ງນີ້ສຳເລັດລຸລ່ວງໄປດ້ວຍດີ.

ຂໍ້ມູນ: Noy Saylakham

ສື່ມວນຊົນລາວໄດ້ປະກອບສ່ວນສຳຄັນເຮັດໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ

ສື່ມວນຊົນລາວ ມີຄວາມສຳຄັນໃນຫລາຍດ້ານ ໂດຍສະເພາະການປະກອບສ່ວນດ້ານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ໄດ້ນຳເອົາຂໍ້ມູນຂ່າວສານ ທີ່ເປັນປະໂຫຍດ ແລະ ຖືກຕ້ອງໄປຮອດປະຊາຊົນ ໂດຍຜ່ານພາຫະນະຂອງສື່ຫລາຍຮູບແບບ, ເຊິ່ງໃນເມື່ອກ່ອນແມ່ນຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແຕ່ມາຮອດປັດຈຸບັນ ໂລກພວກເຮົາໄດ້ມີການພັດທະນາ ແລະ ທັນສະໄໝ ສື່ກໍໄດ້ມີການປັບຕົວນຳໃຊ້ສື່ແບບໃໝ່ ໂດຍຜ່ານອິນເຕີເນັດ, ຜ່ານສື່ສັງຄົມອອນລາຍ.

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 10 ສິງຫາ 2021, ທີ່ນະຄອນຫລວງວຽງຈັນ ເນື່ອງໃນໂອກາດ ສະເຫລີມສະຫລອງວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຄົບຮອບ 71 ປີ ວ່າ: ສື່ມວນຊົນແມ່ນກະບອກສຽງຂອງພັກ ເປັນຜູ້ທີ່ຈະຕ້ອງເຜີຍແຜ່ນະໂຍບາຍຂອງພັກ, ເປັນອາວຸດອັນແຫລມຄົມຂອງພັກ ເພື່ອເຮັດໃຫ້ການຕໍ່ສູ້ກູ້ຊາດໃນໄລຍະຜ່ານມາປະສົບຜົນສຳເລັດ, ມັນແມ່ນຜົນງານອັນຍິ່ງໃຫຍ່ຂອງສື່ຈຳນວນໜຶ່ງ ທີ່ໄດ້ປະກອບສ່ວນ, ສ່ວນມາຮອດໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພວກເຮົາໄດ້ສືບຕໍ່ກຳເອົາແນວທາງນະໂຍບາຍ ແລະ ໄດ້ຜັນຂະ ຫຍາຍ ເຮັດໃຫ້ແນວທາງນະໂຍບາຍດັ່ງກ່າວ ໄປຮອດໄປເຖິງປະຊາຊົນ ຈົນມາຮອດປັດຈຸບັນ ສື່ມວນຊົນຂອງພວກເຮົາ ກໍມີຄວາມໝາຍຄວາມສຳຄັນຫລາຍດ້ານ ໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ; ໂດຍສະເພາະ ດ້ານການພັດທະນາເສດຖະກິດ-ສັງຄົມ ສື່ພວກເຮົາແມ່ນມີຄວາມສຳຄັນຫລາຍ ເປັນຕົ້ນແມ່ນ ໄດ້ນຳເອົາຂໍ້ມູນຂ່າວສານທີ່ເປັນປະໂຫຍດໄປຮອດປະຊາຊົນ ໂດຍຜ່ານພາຫະ ນະຂອງສື່ຫລາຍຮູບແບບ, ເຊິ່ງໃນເມື່ອກ່ອນແມ່ນຜ່ານໜັງສືພິມ, ວິທະຍຸ ແລະ ໂທລະພາບ, ແຕ່ມາຮອດປັດຈຸບັນ ໂລກຂອງພວກເຮົາໄດ້ມີການພັດທະນາ ແລະ ທັນສະໄໝ ສື່ກໍໄດ້ມີການປັບຕົວນຳໃຊ້ສື່ແບບໃໝ່ ໂດຍຜ່ານອິນເຕີເນັດ, ຜ່ານສື່ສັງຄົມອອນລາຍ, ເຊິ່ງມີຄວາມໝາຍຄວາມສໍາຄັນຫລາຍ ເຮັດໃຫ້ສື່ເຮົານຳເອົາແນວທາງນະໂຍບາຍ, ນຳເອົາເຫດການສຳຄັນ, ປະຫວັດສາຂອງຊາດ ກໍຄືຂອງໂລກ ແລະ ໄດ້ນຳເອົາແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະມາຜັນຂະຫຍາຍ ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ມີຄວາມເຂົ້າໃຈຂໍ້ມູນຂ່າວສານ. ພ້ອມນີ້, ສື່ມວນຊົນຍັງໄດ້ປະກອບສ່ວນສໍາຄັນໃນການໂຄສະນາເຜີຍແຜ່ ເຮັດໃຫ້ຊາວໂລກໄດ້ຮູ້ເຖິງປະເທດລາວຫລາຍຂຶ້ນ ຈາກໃນເມື່ອກ່ອນຫລາຍໆປະເທດບໍ່ຮູ້ຈັກປເທດລາວ ແຕ່ມາຮອດປັດຈຸບັນ ປະເທດລາວກໍໄດ້ເປັນທີ່ຮູ້ຈັກໄປທົ່ວໂລກ.

ໃນໄລຍະ 2016-2021 ພາຍໃຕ້ການນໍາພາຂອງຄະນະພັກກະຊວງ ສື່ມວນຊົນລາວ ໃນຖາ ນະເປັນກະບອກສຽງທີ່ແຫລມຄົມຂອງພັກ, ລັດ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະ ຕິຂອງພັກ, ກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ. ອັນພົ້ນເດັ່ນແມ່ນໂຄສະນາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນທຸກດ້ານ, ສ່ອງແສງ ເຫດການສໍາຄັນທີ່ເກີດຂຶ້ນຢູ່ພາຍ ໃນຄືກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັ້ນເລືອກຕັ້ງສະພາຜູ້ແທນທົ່ວປະທດຄັ້ງທີ IX, ສື່ມວນຊົນລາວ ໄດ້ເປັນເຈົ້າການໃນການໂຄສະນາຕອບໂຕ້ ນະ ໂຍບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ ທີ່ຫວັງມ້າງເພທໍາລາຍລະບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທໍານອງບິດເບືອນ ໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກຕໍ່ການນໍາພາຂອງພັກ-ລັດ ກໍ່ຄື ໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນ ການສ້າງເຂື່ອນໄຟຟ້າ, ການສ້າງທາງລົດໄຟ ຄວາມໄວສູງ ລາວ-ຈີນ, ການສ້າງທາງດ່ວນ, ອອກຂ່າວບິດເບືອນຄວາມຈິງ, ຂ່າວປອມ ແລະ ພ້ອມທັງຕັ້ງຂໍ້ກ່າວຫາ ກ່ຽວກັບສິດທິມະນຸດ, ປະຊາທິປະ ໄຕ, ເຜົ່າ ແລະ ສາສະໜາ, ສື່ມວນຊົນລາວໄດ້ເຮັດໜ້າທີ່ ໃນການນໍາພາຫາງສຽງສັງຄົມ ໃນການຕ້ານສະກັດກັ້ນການລະບາດ ພະຍາດ COVID-19, ປະກົດການຫຍໍ້ທໍ້ທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ເປັນຕົ້ນ ການແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ອັນໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຢ່າງເອກອ້າງ ແລະ ໜ້າເພິ່ງພໍໃຈ.

ພ້ອມນີ້, ທ່ານ ສົມສະຫວາດ ພົງສາ ເນັ້ນຕື່ມວ່າ: ສື່ມວນຊົນ ຕ້ອງສືບຕໍ່ເປັນເຈົ້າການ ປັບ ປຸງຕົນເອງທັງທາງດ້ານເນື້ອໃນ ແລະ ຮູບການ ໃຫ້ກະທັດຮັດ, ແທດຕົວຈິງ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ຕິດພັນກັບການຕິດຕາມກວດກາ ຜະລິດຕະພັນຂອງສື່ມວນຊົນ ແລະ ພິມຈຳໜ່າຍ ໃຫ້ດຳເນີນໄປຖືກທິດ ເພື່ອຮັບໃຊ້ ພັກ, ລັດ ແລະ ປະຊາຊົນເຮົາ. ເອົາໃຈໃສ່ເປັນພິເສດ ຕໍ່ການຕິດຕາມກວດກາເນື້ອໃນ, ຫາງສຽງສັງຄົມ ຖ້ອຍທຳນອງທີ່ບໍ່ຫວັງດີຕໍ່ລະບອບໃໝ່ ຂອງພວກຄົນບໍ່ດີ, ຢູ່ຕາມສື່ສັງຄົມອອນລາຍ ທັງເປັນເຈົ້າການໃນການຕອບຕ້ານຢ່າງທັນການ ແລະ ຖືກທິດ.

ຂ່າວ-ພາບ: ສົມຫວັງ | ຂປລ

ເຄິ່ງປີ 2021 GDP ເມືອງດາກຈຶງ ບັນລຸ 370 ຕື້ກວ່າກີບ

6 ເດືອນ GDP ເມືອງດາກຈຶງ ບັນລຸ 370 ຕື້ກວ່າກີບ

ຕາມ ຂປລ ລາຍງານໃຫ້ຮູ້ວ່າ: ຕາມການລາຍງານຂອງ ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ເມື່ອບໍ່ດົນນີ້ວ່າ:

ໃນ 6 ເດືອນຕົ້ນປີ 2021 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມພາຍໃນເມືອງ ພົບບັນຫາທ້າທາຍຫລາຍປະການ ເປັນຕົ້ນ ແມ່ນສະພາບການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບາງຂະແໜງການບໍສາມາດປະຕິບັດໄດ້ຕາມແຜນການ.

ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ-ອົງການປົກຄອງເມືອງ ເຮັດໃຫ້ເສດຖະກິດຂະຫຍາຍຕົວ 4% ເທົ່າກັບ 57,14% ຂອງແຜນການປີ, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 377,2 ຕື້ກີບ, ສະເລ່ຍ 14 ລ້ານກີບຕໍ່ຄົນຕໍ່ປີ, ໃນນັ້ນຂະແໜງກະສິກໍາ-ປ່າໄມ້ກວມ 39,38%, ຂະແໜງອຸດສາຫະກໍາ 23,33% ແລະ ການບໍລິການກວມ 37,29%. ສ່ວນດ້ານງົບປະມານສາມາດເກັບລາຍຮັບໄດ້ 578 ລ້ານກີບ ເທົ່າກັບ 20% ຂອງແຜນປີ.

ສ່ວນແຜນການພັດທະນາໃນ 6 ເດືອນທ້າຍປີ, ຄະນະພັກ-ຄະນະນໍາຂອງເມືອງ ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າຂອງປະຊາຊົນໃຫ້ເປັນຂະ ບວນການກວ້າງຂວາງ, ພ້ອມທັງສ້າງເງື່ອນໄຂ, ສ້າງສິ່ງອໍານວຍຄວາມສະດວກ, ພັດທະ ນາພື້ນຖານໂຄງລ່າງ, ດຶງດູດການລົງທຶນເຂົ້າໃນການພັດທະນາຂົງເຂດວຽກງານຕ່າງໆພາຍໃນເມືອງ ເພື່ອເປັນທ່າແຮງໃນການພັດທະນາເສດຖະກິດໃ ຫ້ນັບມື້ຂະຫຍາຍຕົວເພີ່ມຂຶ້ນເປັນກ້າວໆ.

ພ້ອມສົ່ງນັກກີລາແລ່ນ-ລານຄົນພິການລາວ ເຂົ້າຮ່ວມແຂ່ງຂັນພາຣາແລມປິກ 2020

ນັກກີລາແລ່ນ-ລານຄົນພິການລາວ ພ້ອມເຂົ້າຮ່ວມແຂ່ງຂັນພາຣາແລມປິກ 2020

ສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ຈັດຖະແຫຼງຂ່າວຄວາມພ້ອມຄະນະກີລາພາຣາແລມປິກລາວ ສູ່ພາຣາແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນຢູ່ຫ້ອງປະຊຸມເຈົ້າອານຸວົງ, ນະຄອນຫຼວງວຽງຈັນ ໃນວັນທີ 10 ສິງຫາ 2021 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈະເລີນ ເຢຍປ່າວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ.

ທ່ານ ວັດທະນາໄຊ ລາດສະວົງສິງ ປະທານສະຫະພັນກີລາແລ່ນ-ລານຄົນພິການແຫ່ງຊາດລາວ ໄດ້ລາຍງານການກຽມພ້ອມຂອງນັກກີລາພາຣາແລມປິກລາວ ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ເຊີ່ງມີພຽງ 1 ດຽວ ຄື: ນັກກິລາແລ່ນ-ລານ (ພິການສາຍຕາລະດັບ T13) ໃນລາຍການ ແລ່ນ 100 ແມັດ. ທີ່ມີຜົນງານການແຂ່ງຂັນກິລາເອເຊຍ ພາຣາເກມໃນປີ 2018, ສາມາດຄ້ວາໄດ້ ອັນດັບ 5 ໃນລາຍການ T13 100m ແລະ 200m.

ໃນໂອກາດນີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກ ສະຫະພັນກີລາແລ່ນ-ລານ ຄົນພິການແຫ່ງຊາດລາວ ແລະ ທ່ານ ພຸດສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໂອວາດຕໍ່ຄະນະຄູຝຶກ ແລະ ນັກກີລາ ທີ່ຈະເຂົ້າຮ່ວມ ພາຣາແລມປິກ 2020 ໂດຍແນະນໍາ ໃຫ້ຄູເຝິກ ແລະ ນັກກິລາທີ່ຈະເຂົ້າຮ່ວມເອົາໃຈໃສ່ຮັກສາສຸຂະພາບ, ກວດເຊັກສຸຂະພາບທຸກຢ່າງຕາມລະບຽບການ ທີ່ເຈົ້າພາບວາງອອກໃຫ້ຄົບຖ້ວນ ກ່ອນອອກເດີນທາງ, ກະກຽມທຸກເອກະສານ, ຂໍ້ມູນ, ອຸປະກອນກິລາຂອງຕົນ, ວາງແຜນການຝຶກແອບ, ສຶກສາຕາຕະ ລາງແຂ່ງຂັນ, ວາງແຜນການເດີນທາງຊັດເຈນ ກ່ອນອອກເດີນທາງ, ໃຫ້ມີສະຕິໃນການນຳໃຊ້ຢາ ຫຼື ສານຕ້ອງຫ້າມໃນກິລາ ແລະ ປະຕິບັດລະບຽບການຂອງເຈົ້າພາບວາງອອກຢ່າງເຄັ່ງຄັດ ແລະ ໃຫ້ທຸກຄົນ ຄຳນຶງສະເໝີວ່າເວລາເຮົາລົງສະໜາມແຂ່ງຂັນ ແມ່ນໃນນາມຕາງໜ້າໃຫ້ແກ່ຄົນລາວທົ່ວປະເທດ.

ຕ້ອງສະແດງໃຫ້ເຫັນເຖິງວັດທະນະທຳຂອງຄົນລາວ ເປັນຄົນມີໄມຕີຈິດ ມິດຕະພາບ ຕໍ່ຜູ້ເຂົ້າແຂ່ງຂັນ ແລະ ເພື່ອນຮ່ວມອາຊີບນຳກັນ ແຕ່ຕ້ອງເຮັດທຸກຄວາມສາມາດ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດ ພິລະອາດຫານ.

ຂໍ້ມູນ: Lao National Radio

ຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX

ຖະແຫຼງຜົນສຳເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IXໄດ້ດຳເນີນເປັນ ເວລາ 5 ວັນ ພາຍໃຕ້ການນຳພາ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ການສຸມເຫື່ອແຮງສະຕິປັນຍາຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການປະກອບສ່ວນຂອງລັດຖະບານ, ອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນ ເຂົ້າໃນກະກຽມ ແລະ ການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດທີ່ມີຄວາມສຳຄັນ, ຈໍາເປັນ ແລະ ຮີບດ່ວນຂອງລັດຖະບານຕາມສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ໃນໂອກາດຖະແຫລງຂ່າວກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະ ພາແຫ່ງຊາດ ຊຸດທີ 9, ໃນວັນທີ 10 ສິງຫາ 2021, ທີ່ຫໍສະພາແຫ່ງຊາດ ນະຄອນຫລວງວຽງຈັນ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9 ໄດ້ພິຈາລະນາຮັບ ຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ໂດຍໄດ້ອອກເປັນມະຕິກອງປະຊຸມດັ່ງນີ້:

1. ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;

2. ມະຕິຂອງກອງປະຊູມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;

3. ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການປັບປຸງບາງມາດຕາຂອງກົດໝາຍຄື:ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດວ້ຍການຄຸ້ມຄອງສວ່ຍສາອາກອນ, ກົດໝາຍວ່າດວ້ຍອາກອນມູນຄ່າເພີ່ມ, ກົດໝາວ່າດວ້ຍອາກອນລາຍໄດ້ ມີທັງໝົດ 21 ມາດຕາ; ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປັບ ປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດ ມີທັງໝົດ 17 ມາດຕາ, ໃນນີ້ເພີ່ມເຂົ້າໃໝ່ 6 ມາດຕາ.

ຢູ່ໃນການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ນີ້ ສະພາແຫ່ງຊາດໄດ້ສະເໜີໃຫ້ 11 ພາກສ່ວນ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ຊຶ່ງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດໄດ້ຍົກຂຶ້ນຢູ່ໃນກອງປະຊຸມປະກອບມີທ່ານນາຍົກ ລັດຖະມົນຕີ,ທ່ານ ຮອງນາຍົກລັດຖະມົນຕີ, ກະຊວງແຜນການ ແລະການລົງທຶນ,ກະຊວງການເງິນ, ທະນາຄານແຫ່ງ ສປປລາວ, ກະຊວງ ອຸດສາຫະກຳ-ການຄ້າ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງ ສາທາລະນະສຸກ, ກະຊວງ ປ້ອງກັນຄວາມສະຫງົບ.

ນອກຈາກນີ້ ຍັງໄດ້ ຮັບຟັງການລາຍງານ ກ່ຽວກັບສະພາບການແຜ່ລະບາດ ແລະມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ມະຕິຄະນະປະຈຳສະພາແຫ່ງຊາດວ່າດ້ວຍການແຕ່ງຕັ້ງຄະນະມິດຕະພາບກັບຄະນະຕ່າງປະເທດ,ຈັດຕັ້ງພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫລັງໃໝ່ ແລະ ຮັບຟັງການກ່າວປາໄສຂອງຄະນະຜູ້ແທນຂັ້ນສູງພັກ-ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ.I.

ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນດັ່ງກ່າວມານັ້ນ, ໃນໄລຍະດຳເນີນກອງສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫລາຍກວ່າ 150 ເລື່ອງ ເຊິ່ງພົວພັນເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາທີ່ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມ ຕໍ່ຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂາກອງປະຊຸມຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະລະບຽບການ.

ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ກ່າວນຕອນທ້າຍວ່າ: ອີກເທື່ອໜຶ່ງຕາງໜ້າຄະນະປະຈຳສະພາແຫ່ງຊາດ,ຂ້າພະເຈົ້າຂໍຂອບໃຈມາຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ,ພໍ່ແມ່ພີ່ນ້ອງ, ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດທີ່ໄດ້ຕິດຕາມການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້.

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງພາກສ່ວນສື່ມວນຊົນທຸກສຳນັກ ລວມທັງໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດ, ສື່ສິ່ງພິມປະເພດຕ່າງໆ ທີ່ໄດ້ຕິດຕາມຢ່າງໃກ້ຊິດ ເພື່ອເກັບກຳຂ່າວ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດຳເນີນກອງປະຊຸມໃນຄັ້ງນີ້ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ.

ອັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ 9

ການດໍາເນີນກອງປະຊຸມສະໄຫມວິສາມັນເທື່ອທີ1ຂອງສະພາແຫ່ງຊາດຊຸດທີ 9 ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນຕອນບ່າຍວັນທີ 10 ສິງຫາ 2021 ຢູ່ຫໍປະຊຸມສະພາແຫ່ງຊາດຫລັງໃຫມ່ ນະຄອນຫລວງວຽງຈັນ ພາຍຫລັງດໍາເນີນມາເປັນເວລາ 5ວັນ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ, ມີການນໍາຂັ້ນສູງ,ອະດີດການນໍາ ຂັ້ນສູງພັກລັດ, ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດອັດກອງປະຊຸມວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາເປັນເວລາ 5 ວັນ ດ້ວຍຈິດໃຈເຄັ່ງຮ້ອນ ທີ່ເຕັມໄປດ້ວຍບັນຍາກາດ ຟົດຟື້ນແຫ່ງການເສີມຂະຫຍາຍ ສິດປະຊາທິປະໄຕ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງະຊຸມ ອັນໄດ້ເຮັດໃຫ້ກອງປະຊຸມໃນຄັ້ງນີ້ ສາມາດບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ກໍານົດໄວ້.

ກອງປະຊຸມສະໄໝວິສາມັນເທື່ອນີ້ ໄດ້ສຸມໃສ່ ຄົ້ນຄວ້າ ແລະ ພິຈາລະນາ ເອົາວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ແລະ ມີການປຶກສາຫາລື ປັບປຸງກົດໝາຍທີ່ກ່ຽວຂ້ອງ ດ້ວຍຈິດໃຈເຄັ່ງຮ້ອນ, ເຕັມໄປດ້ວຍຄວາມຮັບຜິດຊອບສູງ ແລະໄດ້ຮັບຮອງເອົາດ້ວຍຄະແນນສຽງສ່ວນຫຼາຍ. ກອງປະຊຸມສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມສູ້ຊົນກະກຽມ ວາລະແຫ່ງຊາດ ທັງສອງສະບັບ ແລະ ສາມາດນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດເທື່ອນີ້. ກອງປະຊຸມ ສະເໜີ ລັດຖະບານສືບຕໍ່ນໍາເອົາຄວາມຄິດເຫັນຂອງກອງປະຊຸມ ໄປປັບປຸງເຂົ້າໃສ່ວາລະແຫ່ງຊາດ ໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ຮີບຮ້ອນ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບວາລະແຫ່ງຊາດ ໃຫ້ເປັນລະບົບໂດຍໄວ ແນໃສ່ຜ່ອນຄາຍສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ, ສືບຕໍ່ສ້າງໃຫ້ສັງຄົມມີຄວາມສະຫງົບຂອງສັງຄົມ ເປັນລະບຽບຮຽບຮ້ອຍ, ຮັກສາສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາການປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້, ກົດໝາຍວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ ເພື່ອສ້າງເງື່ອນໄຂ ແລະ ເປັນເຄື່ອງມືສໍາຄັນໃນການປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ເປັນຮູບປະທໍາ. ກອງປະຊຸມ ສະເໜີໃຫ້ຄະນະຮັບຜິດຊອບ ນໍາເອົາຄວາມຄິດເຫັນຂອງສະມາຊິກສະພາແຫ່ງຊາດ ໄປສືບຕໍ່ປັບປຸງໃສ່ບັນດາຮ່າງເນື້ອໃນປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີຜົນສໍາເລັດເປັນຢ່າງດີ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ກອງປະຊຸມສະແດງຄວາມຊົມເຊີຍ ຕໍ່ທຸກຄວາມພະຍາຍາມຂອງລັດຖະບານໃນການນໍາພາ-ຊີ້ນໍາ ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ ກໍານົດນະໂຍບາຍ, ມາດຕະການ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ຫົວທີ, ພ້ອມທັງເປັນເຈົ້າການ ແລະ ຊຸກຍູ້ສັງຄົມເຂົ້າຮ່ວມຈັດຕັ້ງປະບັດບັນດາມາດຕະການຢ່າງເຂັ້ມງວດ ອັນໄດ້ປະກອບສ່ວນເຮັດໃຫ້ປະເທດລາວຂອງພວກເຮົາສາມາດຄວບຄຸມການລະບາດ ແລະ ຜ່ອນຜັນມາດຕະການຕ່າງໆລົງໄດ້ເທື່ອລະກ້າວ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງການຊີ້ແຈງອະທິບາຍ ຈາກທ່ານນາຍົກລັດຖະມົນຕີ ແລະ ບັນດາລັດຖະມົນຕີ ທີ່ກ່ຽວຂ້ອງ ກ່ຽວກັບ ບັນຫາທີ່ກອງປະຊຸມມີຄວາມສົນໃຈ.

ພິເສດ, ກອງປະຊຸມຄັ້ງນີ້ໄດ້ຮັບກຽດຢ່າງສູງ ຕ້ອນຮັບການມາຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ຂອງພັກ, ລັດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ນໍາພາໂດຍ ສະຫາຍ ຫງວຽນຊວນ ຟຸກ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ສສ ຫວຽດນາມ ຊຶ່ງໄດ້ມີການກ່າວຄໍາປາໄສ ທີ່ສໍາຄັນ ຕໍ່ກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ແລະ ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ແລະ ການນໍາຂັ້ນສູງຂອງພັກ, ລັດ ຫວຽດນາມ ແລະ ລາວ. ການຢ້ຽມຢາມ, ການກ່າວປາໄສ ແລະ ການຈັດຕັ້ງພິທີເປີດນໍາໃຊ້ ແລະມອບຮັບ ຫໍສະພາແຫ່ງຊາດຫຼັງໃໝ່ ໄດ້ກາຍເປັນເຫດການການເມືອງທີ່ສໍາຄັນ ໃນການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ. ພັກ, ລັດ ແລະ ສະພາແຫ່ງຊາດລາວ ໄດ້ຮັບຂອງຂວັນອັນລໍ້າຄ່າ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ, ຊຶ່ງເປັນການສະແດງໃຫ້ເຫັນເຖິງໝາກຜົນຕົວຈິງຂອງການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

ທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວໃນຕອນທ້າຍວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຖືເປັນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈທີ່ມີລັກສະນະຍຸດທະສາດຂອງລັດຖະບານ ໄດ້ເຮັດໃຫ້ການດໍາເນີນກອງປະຊຸມຄັ້ງນີ້ບັນລຸຕາມແຜນການກໍານົດໄວ້.

ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມ ຮຽກຮ້ອງມາຍັງ ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ລັດຖະບານ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕິດພັນກັບການເອົາໃຈໃສ່ຢ່າງເຄັ່ງຮ້ອນ ໃນການປະຕິບັດວາລະແຫ່ງຊາດ ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2021-2023 ໃຫ້ໄດ້ຮັບໝາກຜົນເປັນຢ່າງດີ.

ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ແມ່ນໝາກຜົນແຫ່ງການຫັນເອົາແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມວິສາມັນຂອງ ຄະນະບໍລິຫານງານສູນກາງພັກ ສະໄໝ ທີ XI ມາເປັນອັນລະອຽດໄວ້ໃນກົດໝາຍ ແລະ ທິດທາງວຽກງານຂອງສະພາແຫ່ງຊາດ ກໍຄື ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເປັນຂະບວນການຢ່າງກວ້າງຂວາງ ແລະ ໃຫ້ໄດ້ຮັບຜົນສໍາເລັດຕາມແຜນທີ່ກໍານົດໄວ້.

CR: Lao National Radio

ໂຄງການສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ຊຽງຂວາງ-ແຂວງຫົວພັນ ອອກສູ່ຊາຍແດນລາວ-ຫວຽດນາມ

ອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນຳກ່ຽວກັບການສະເໜີຮັບເອົາໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາ ແຂວງໄຊສົມບູນ ຫາຊຽງຂວາງ ຫາ ແຂວງຫົວພັນ ອອກໄປຊາຍແດນລາວ-ຫວຽດນາມ (ດ່ານສາກົນນຳ້ໂສຍ) ດ້ວຍຮູບແບບ BOT.

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງທ່ານຊາບວ່າ:  ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ຄົນຄວ້າລະອຽດ ແລະ ໃຫ້ທັດສະນະ ແລ້ວມີຄວາມເຫັນລາຍງານທ່ານ ນາຍົກລັດຖະມົນຕີ ພາຍໃນ 15 ວັນ ລັດຖະການ. 

ເຊື່ອວ່າ ນີ້ອາດຈະເປັນອີກໜຶ່ງບາດກ້າວ ທີ່ສຳຄັນ ໃນການຊ່ວຍໃຫ້ຫຼາຍແຂວງໄປມາຫາສູ່ໄດ້ສະດວກສະບາດຍິ່ງຂຶ້ນ.