Home Blog Page 194

ຜູ້ຕິດເຊື້ອໃໝ່ 1 ຄົນ (ຊຸມຊົນ) ຢູ່ແຂວງສະຫວັນນະເຂດ

ອີງຕາມການລາຍງານປະຈຳວັນທີ  6 ສິງຫາ 2021 ໃຫ້ຮູ້ວ່າ: ແຂວງສະຫວັນນະເຂດມີຜູ້ຕິດເຊື້ອ 1 ຄົນ, ຂໍ້ມູນເບື້ອງຕົ້ນກໍລະນີຢັ້ງຢືນ ກໍລະນີ 2617 (ລະຫັດແຂວງ): ເພດຍິງ, ອາຍຸ 33 ປີ, ປະຈໍາຢູ່ ບ້ານເດັກ(SOS) ໄດ້ 11 ປີ, ບ້ານເກີດ: ບ້ານຫນອງໄຮໂຄກ ເມືອງໂພນທອງ ແຂວງ ຈໍາປາສັກ, ບ້ານຢູ່ປະຈຸບັນ: ບ້ານອຸດົມວິໄລ, ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ (ບ້ານເດັກ SOS)

ຜູ້ກ່ຽວມີອາການຄ້າຍໄຂ້ຫວັດ ດັງບໍ່ຮູ້ກິ່ນ ມີພະຍາດປະຈໍາໂຕເປັນປ້າງໃຫ່ຍ ໄດ້ສັກຢາວັກຊິນ Sinopharm ຄົບ 02 ເຂັ້ມ ແລະ ໄດ້ເກັບຕົວຢ່າງ ໃນວັນທີ 5/08/2021 ຜົນກວດເປັນບວກ ໄລຍະຜ່ານມາຜູ້ກ່ຽວ ບໍ່ໄດ້ພົວພັນກັບຜູ້ຕິດເຊື້ອ ແລະ ບໍ່ໄດ້ໄປໃສ ບໍ່ໄດ້ມາແຕ່ເຂດສ່ຽງ.

ການເຄື່ອນໄຫວຂອງຜູ້ກ່ຽວ:
• ໃນວັນທີ 28/07/2021 ໜ້າທີ່ຮັບຜິດຊອບຫຼັກ ແມ່ນເບິ່ງແຍງເດັກໃນ SOS ທີ່ຮັບຜິດຊອບ 7 ຄົນ
• ວັນທີ 28/7/2021:ໃນຕອນເຊົ້າຜູ້ກ່ຽວຂີ່ລົດກະບະສອງແຖວທີ່ຮັບໃຊ້ໃນບ້ານເດັກໄດ້ໄປຊື້ອາຫານການກິນຢູ່
ຕະຫຼາດສະຫວັນໄຊ ໄປນໍາກັນ 3 ຄົນ ໃສ່ຜ້າອັດປາກ) ຫຼັງຈາກນັ້ນ ພາກັນກັບມາບ້ານເດັກ SOS
• ວັນທີ 29/7/2021: ຜູ້ກ່ຽວຢູ່ເຮັດວຽກຢູ່ເບິ່ງແຍງ ໃນບ້ານເດັກ (ສ່ວນຫຼາຍຈະບໍ່ໃສຜ້າອັດປາກເວລາຢູ່ບ້ານເດັກ
SOS)
ວັນທີ 30/07/2021: ຜູ້ກ່ຽວ ຮູ້ສຶກເປັນຄ້າຍໄຂ້ຫວັດ, ປວດຕາມຕົນໂຕ ແລ້ວກໍ່ພັກຜ່ອນຢູ່ບ້ານ
ວັນທີ 31/07/2021: ຜູ້ກ່ຽວ ໄປຊື້ອາຫານການກິນຢູ່ຕະຫຼາດສະຫວັນໄໄຊ ໄປນໍາກັນ 3 ຄົນ (ໃສປ້າປິດປາກ) ແລະ ໄດ້ໄປຊື້ຢາຢູ່ຂ້າງຮ້ານຂາຍຄໍາທາງອອກຕະຫຼາດສະຫວັນໄຊ ແລ້ວກັບມາບ້ານເດັກ SOS
ວັນທີ 1-2 /08/2021: ຜູ້ກ່ຽວບໍ່ໄດ້ໄປໃສຢູ່ເຮັດວຽກຢູ່ເບີ່ງແຍງ ເດັກ ໃນບ້ານເດັກ (ສ່ວນຫຼາຍຈະບໍ່ໃສຜ້າອັດປາກ
ເວລາຢູ່ບ້ານເດັກ SOS)
• ວັນທີ3/08/2021:ຜູ້ກ່ຽວຂີ່ລົດກະບະສອງແຖວທີ່ຮັບໃຊ້ໃນບ້ານເດັກໄປຊື້ອາຫານການກິນຢູ່ຕະຫຼາດສະຫວັນ ໄຊ ໄປນໍາກັນ 3 ຄົນ (ໃສປ້າປິດປາກ) ແລ້ວກັບມາບ້ານເດັກ SOS
ວັນທີ 04/08/2021:.ຜູ້ກ່ຽວ ຮູ້ສິດເປັນຄ້າຍໄຂ້ຫວັດ, ປວດຕາມຕົນໂຕ, ດັງບໍ່ຮູ້ສຶກກິ່ນ ພັກຜ່ອນຢູ່ບ້ານບໍ່ໄດ້ໄປໃສ

• ວັນທີ 05/08/2021:.ຕອນເຊົ້າຜູ້ກ່ຽວ ຈື່ງໄດ້ມາກວດຢູ່ເຂດນອກໂຮງຫມໍແຂວງ ກວດອາການຊີວິດແລ້ວເຂົ້າໃຫ້ຂໍ້ມູນແພດ ຫຼັງຈາກນັ້ນໄດ້ໄປເກັບຕົວຢ່າງຢູ່ຊັ້ນ2 ຂອງຫ້ອງວິເຄາະ ແລ້ວກັບມາກວດເລືອດ ແລ້ວກັບບ້ານເດັກ, ເວລາ 14:00 ໄດ້ ມາເອົາຜົນກວດເລືອດ ແລ້ວນັ່ງລໍຖ້າແພດ ມີປະມານ 7 ຄົນ ຫຼັງຈາກນັ້ນເຂົ້າກວດນໍາທ່ານໝໍ ເວລາ 14:30 ໄປຊ່ອງໄຟຟ້າ ມີແພດ ແລະ ລູກສາວທີ່ໄປຮຽນແພດມາຫາ ລວມທັໝົດງ 4 ຄົນ ແລ້ວກັບມາຫາທ່ານໝໍ ໃນການເບີ່ງພິມປອດ ແລ້ວໃຫ້ຢາກິນຈໍານວນໜຶ່ງ ແລ້ວກັບມາບ້ານເດັກ (ໃສ່ຜ້າປິດປາກ) ເວລາ 16:30 ໄດ້ໄປຮັບລູກຢູ່ໂຮງຮຽນຫຼັກ7 ແຕ່ບໍ່ໄດ້ລົງລົດ ແລ້ວກັບມາບ້ານເດັກ SOS ເວລາ 20: 00 ໂມງ ຫ້ອງວິເຄາະໂຮງຫມໍແຂວງ ແຈ້ງຜົນກວດອອກເປັນບວກ.

ກຸ່ມສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ: C1 ມີທັງຫນົດ 07 ຄົນ (ເດັກຢູ່ບ້ານເດັກ SOS) ໃຫ້ໄປເກັບຕົວຢ່າງ 07 ຄົນ ເພື່ອກວດຊອກຫາເຊື້ອ ແລ້ວກັກກັນ ໃຫ້ຄົບ 14 ວັນ (ແຕ່ມີຈໍານວນຄົນໃນ ບ້ານເດັກ SOS ປະມານ 150 ກວ່າຄົນ)

ຢຶດພະຫະນະນໍາເຂົ້າຜິດກົດໜາຍ ຢູ່ແຂວງຫລວງນໍ້າທາ

ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາ ຢຶດພະຫະນະນໍາເຂົ້າຜິດກົດໜາຍ

ຕາມລາຍງານ ຊອງ ຂປລ. ໃຫ້ຮູ້ວ່າ: ຂະແໜງສືບສວນສອບສວນ ແລະ ປາບປາມການລັກລອບສິນຄ້າໜີພາສີ, ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາ ໃຫ້ຮູ້ໃນວັນທີ 4 ສິງຫາ 2021 ນີ້ວ່າ: ໄລຍະເດືອນພຶດສະພາ ຫາ ເດືອນກໍລະກົດ 2021 ຜ່ານມາ, ເຈົ້າໜ້າທີ່ກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາ ໄດ້ ຢຶດພາຫະນະນໍາເຂົ້າແບບບໍ່ຖືກຕ້ອງ ຢູ່ດ່ານພາສີຊາຍແດນ ແລະ ນອກດ່ານພາສີຊາຍແດນ ຈໍານວນ 9 ຄັນ.

ໃນນັ້ນ ມີລົດບັນທຸກ 6 ລໍ້ຍີ່ຫໍ້ DONGFENG ສີຟ້າ, ລົດບັນທຸກ 6 ລໍ້ ຍີ່ຫໍ້ ISUZU ສີຂາວ, ລົດເກັງຍີ່ຫໍ້ TOYOTA CAMRY ສີດໍາ, ລົດເກັງຍີ່ຫໍ້ TOYOTA COROLLA ສີຂາວ (ທັງ 4 ຄັນ ແມ່ນຢຶດຈາກຄົນຈີນ), ລົດຈິບຍີ່ຫໍ້ TOYOTA LANDCRUISER ສີຂາວ, ລົດຈິບ ຍີ່ຫໍ້ HYUNDAI SANTAFE ສີດໍາ, ລົດຈິບຍີ່ຫໍ້ HONDA CR-V ສີຂາວ, ລົດຈິບຍີ່ຫໍ້ TOYOTA LEXUS ສີຂາວ ແລະ ລົດເກັງຍີ່ຫໍ້ BENZ ສີປອນ (ບໍ່ຮູ້ເຈົ້າຂອງ).

ພາຍຫລັງທີ່ຢຶດມາແລ້ວ, ກອງຄຸ້ມຄອງພາສີ l ກໍໄດ້ປະກາດແຈ້ງການຫາເຈົ້າຂອງພາຫະນະ ໃຫ້ເຂົ້າມາພົວພັນເອົາແຕ່ບໍ່ເຫັນເຈົ້າຂອງພາຫະນະມາພົວພັນ. ສະນັ້ນ, ທາງພາກສ່ວນກ່ຽວຂ້ອງຈຶ່ງໄດ້ແຈ້ງຄືນ ເຖິງເຈົ້າຂອງລົດຈຳນວນດັ່ງກ່າວ ໃຫ້ເຂົ້າມາພົວພັນນໍາຂະແໜງສືບສວນສອບສວນ ແລະ ປາບປາມ ການລັກລອບສິນຄ້າໜີພາສີ ປະຈໍາກອງຄຸ້ມຄອງພາສີ l ແຂວງຫລວງນໍ້າທາ ສໍານັກງານຕັ້ງຢູ່ສາມແຍກ ບ້ານນາເຕີຍ ເມືອງຫລວງ ນໍ້າທາ ນັບແຕ່ວັນທີ 6 ສິງຫາ 2021 ເປັນຕົ້ນໄປ(ກໍານົດເວລາ 21 ວັນ) ໃນໂມງລັດຖະການ, ຖ້າຫາກກາຍເວລາກໍານົດ ພາຫະນະຈະຕົກເປັນຂອງລັດ ແລະ ຖືກດໍາເນີນຕາມລະບຽບກົດໝາຍ. ຖ້າຫາກທ່ານໃດເປັນເຈົ້າຂອງລົດດັ່ງກ່າວ ໃຫ້ຖືເອກະສານທີ່ກ່ຽວຂ້ອງມາພົວພັນ, ເຊິ່ງປະກອບມີ: ໃບຢັ້ງຢືນທີ່ຢູ່ ຫລື PASSPORT, ເອກະສານຊື້-ຂາຍ, ເອກະສານຢັ້ງຢືນກ່ຽວກັບພາຫະນະ ແລະ ໃບມອບສິດ.

ເກີດເຫດຄາດຕະກຳ ເຮັດໃຫ້ເສຍຊີວິດຄາທີ່ ຢູ່ເຂດບ້ານທ່າໄຮ່ ນະຄອນປາກເຊ

ຕາມການລາຍງານ ຂອງເຈົ້າໜ້າທີ່ພະແນກສືບສວນສອບສວນ ປກສ ແຂວງຈຳປາສັກໃຫ້ຮູ້ວ່າ: ໃນຄັ້ງວັນທີ 22 ກໍລະກົດ 2021 ທີ່ຜ່ານມາ ເວລາ ປະມານ 19:30 ໂມງ ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ໃນເວລາ 19:20 ຂອງມື້ດຽວກັນ ໄດ້ມີຄົນນອນເສຍຊີວິດເປັນເພດຊາຍຈຳນວນ 1 ຄົນ ຢູ່ເຂດບ້ານທ່າໄຮ່ ນະຄອນປາກເຊ ແຂວງຈຳປາສັກ ຫຼັງຈາກນັ້ນເຈົ້າໜ້າທີ່ສືບສວນສອບສວນ ປກສ ແຂວງຈຳປາສັກ ຈຶ່ງໄດ້ຈັດກຳລັງວິຊາສະເພາະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງເຄື່ອນໄຫວສັນນະສູດ ສະຖານທີ່ເກີດເຫດ ພ້ອມທັງເກັບກຳຂ້ມູນຜູ້ເສຍຊີວິດຊື່ ທ້າວ ຄຳເຜົ່າ ອາຍຸ 45 ປີ ຢູ່ບ້ານທ່າໄຮ່ ນະຄອນປາກເຊ ໂດຍຖືກມີດແທງບໍລິເວນລໍາຄໍ ຈຳນວນໜຶ່ງບາດ ເຮັດໃຫ້ເສຍຊີວິດຄາທີ່.

ຈາກນັ້ນເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ຈຶ່ງໄດ້ມີການສອບຖາມຜູ້ທີ່ຢູ່ເຮືອນໃກ້ຄຽງ ພ້ອມທັງປະຕິບັດຕາມວິຊາສະເພາະ ຈຶ່ງຮູ້ວ່າ ຜູ້ລົງມືຄາດຕະກຳຊື່ ທ້າວ ແສງອາທິດ ອາຍຸ 37 ປີ ຢູ່ບ້ານທ່າໄຮ ນະຄອນປາກເຊ ແຂວງຈຳປາສັກ ຕໍ່ມາຮອດເວລາ 21:31 ນາທີ ຂອງມື້ດຽວກັນຈຶ່ງສາມາດຈັບໂຕຜູ້ກ່ຽວມາດຳເນີນຄະດີ ຜ່ານການສືບສວນສອບສວນ ຜູ້ເກີດເຫດຈຶ່ງໄດ້ສາລະພາບວ່າ: ຜູ້ກ່ຽວໄດ້ເລີ່ມເສບຢາບ້າ ແຕ່ປີ 2000 ຈົນຮອດປະຈຸບັນ, ຕົກຮອດວັນທີ 22 ກໍລະກົດ 2021 ທີ່ຜ່ານມາເວລາ 12 ໂມງ ຜູ້ກ່ຽວໄດ້ຊື້ຢາບ້າມາເສບ 2  ເມັດ ແລະ ຊື້ເຫຼົ້າຂາວ 5 ພັນກີບ ມາດື່ມກັບໝູ່ ຢູ່ບ້ານທ່າໄຮ່ ນະຄອນປາກເຊ.

ຮອດເວລາປະມານ 19 ໂມງ 30 ຂອງມື້ດຽວກັນ ຜູ້ກ່ຽວມີອາການມືນເມົາ ແລ້ວຈັບເອົາມີດສັ້ນຍາວປະມານ ຢ່າງອອກໄປນອກທາງ ເວລານັ້ນຜູ້ກ່ຽວໄດ້ເຫັນ ທ້າວ ຄຳພ້າວ ຜູ້ເສຍຊີວິດ ຢືນຢູ່ແຄມທາງ ແລະໄດ້ຍິນສຽງຄົນດ່າໃສ່ ຈຶ່ງເກີດມີແນວຄິດຢາກຮ້າຍ ແລະຜູ້ກ່ຽວຄິດວ່າ ທ້າວຄຳພ້າວ ເປັນຜູ້ດ່າ ຈຶ່ງຍ່າງເຂົ້າໄປຫາ ແລະ ໃຊ້ມີດແທງໃສ່ບໍລິເວນລຳຄໍເບື້ອງຊ້າຍ ຈຳນວນໜຶ່ງບາດ ເຮັດໃຫ້ທ້າວ ຄຳພ້າວ ເສຍຊີວີດຄາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນດຽວກັນ ຈຶ່ງສາມາດກັກໂຕຜູ້ກ່ຽວມາດຳເນີນຄະດີ.

ຜ່ານການສືບສວນ ຂອງເຈົ້າໜ້າທີ່ຈຶ່ງສາມາດຕີລາຄາໄດ້ວ່າ ຜູ້ກໍ່ເຫດ ແມ່ນມີເຈດຕະນາຄາດຕະກຳ ທ້າວ ຄຳພ້າວ ແທ້, ພ້ອມທັງເສບຢາບ້າ ເຊິ່ງການກະທຳດັ່ງກ່າວຜິດຕໍ່ມາດຕາ 188.320 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ເຊິ່ງແຕະຕ້ອງເຖິງຊີວິດບຸກຄົນອື່ນ ນອກນັ້ນຍັງສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ.

ສະຫວັນນະເຂດ ໄດ້ຮັບອຸປະກອນການແພດ ຈາກຈັ່ງຫວັດມຸກດາຫານ

ສະຫວັນນະເຂດ ໄດ້ຮັບອຸປະກອນການແພດ ຈາກຈັ່ງຫວັດມຸກດາຫານ ໃນການຕອບໂຕພະຍາດ ໂຄວິດ-19

ສະຫວັນພັດທະນາ ຂ່າວ ລາຍງານ: ເພື່ອເປັນການສະໜັບສະໜູນ ເຂົ້າໃນວຽກງານຕ້ານ, ສະກັດ ກັ້ນພະຍາດໂຄວິດ-19 ທີ່ມີການ ແຜ່ລະບາດຢ່າງກວ້າງຂວາງ, ອີກຢ່າງກໍ່ເພື່ອເປັນການລະນຶກ ເຖິງຄວາມສຳພັນ-ຮ່ວມມືຢ່າງ ໃກ້ຊິດລະຫວ່າງຣາຊະອານາຈັກ ໄທ ແລະສປປ ລາວ ຄົບຮອບ 70 ປີ ທີ່ມີສາຍພົວພັນທາງການທູດ. ດັ່ງນັ້ນ, ມາໃນວັນທີ 30 ກໍລະກົດ 2021 ຈັງຫວັດມຸກດາຫານຣາຊະ ອານາຈັກໄທ ໄດ້ນຳເອົາເຄື່ອງ ມືທາງການແພດມອບໃຫ້ໂຮງ ໝໍແຂວງສະຫວັນນະເຂດ.

ເຊິ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນທີ່ດ່ານຊາຍ ແດນຂົວມິດຕະພາບ II (ສະຫວັນນະເຂດ) ໂດຍການໃຫ້ກຽດເຂົ້າ ຮ່ວມຮັບເຄື່ອງຂອງທ່ານ ສັນຕິ ພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ, ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າ ພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄະນະອຳນວຍການ ໂຮງໝໍແຂວງ ແລະພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ຝ່າຍຈັງຫວັດມຸກດາຫານ ນຳໂດຍທ່ານ ວິຣະໄຊ ນາກມາດ ຜູ້ວ່າຣາຊະການ ຈັງຫວັດມຸກດາຫານ, ທ່ານ ບຸນ ຊ້ວຍ ນ້ອຍພັນເທີຍະ ຮອງຜູ້ວ່າຣາ ຊະການຈັງຫວັດ, ທ່ານ ບຸນເຣືອງ ເມກສິມ ຮອງຜູ້ວ່າຣາຊະການຈັງ ຫວັດ ພ້ອມດ້ວຍທ່ານຫົວໜ້າສຳ ນັກງານສາທາລະນະສຸກຈັງຫວັດ, ຜູ້ອຳນວຍການໂຮງພະ ບານຈັງຫວັດມຸກດາຫານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພິເສດຍັງມີທ່ານ ອະທິປຣັດ ໂຣດ ຈະນະໄພບູນ ກົງສຸນໃຫຍ່ແຫ່ງຣາ ຊະອານາຈັກໄທປະຈຳແຂວງສະ ຫວັນນະເຂດກໍ່ໄດ້ເຂົ້າຮ່ວມໃນ ພິທີຄັ້ງນີ້.ເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຄື່ອງຕິດຕາມສັນຍານ ຊີບ 4 ເຄື່ອງ, ເຄື່ອງກະຕຸ້ນຫົວໃຈ ອັດຕະໂນມັດ 2 ເຄື່ອງ, ເຄື່ອງວັດ ແທກຄວາມອີ່ມຕົວຂອງອົກຊີ ແຊນໃນເລືອດຈຳນວນ 8 ເຄື່ອງ ແລະເຄື່ອງວັດແທກອຸນນະພູມ ອິນຟາເລດຈຳນວນ 20 ເຄື່ອງ, ລວມມູນຄ່າ 698.000 ບາດ (ສະກຸນເງິນໄທ).ໂອກາດດັ່ງກ່າວ, ທ່ານຜູ້ວ່າ ຣາຊະການຈັງຫວັດມຸກດາ ຫານກໍ່ໄດ້ກ່າວມອບເຄື່ອງມືທາງ ການແພດໃຫ້ແກ່ແຂວງສະຫວັນ ນະເຂດຢ່າງເປັນທາງການ. ຈາກ ນັ້ນ, ທ່ານເຈົ້າແຂວງສະຫວັນ ນະເຂດ ກໍ່ໄດ້ກ່າວສະແດງຄວາມ ຂອບອົກຂອບໃຈທີ່ທາງຈັງຫວັດ ມຸກດາຫານກໍ່ຄືທ່ານກົງສຸນໃຫຍ່ ທີ່ເຫັນໄດ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ.

ຈາກນັ້ນ ທ່ານເຈົ້າ ແຂວງຍັງໄດ້ສະແດງຄວາມຂອບ ໃຈມາຍັງທ່ານຜູ້ວ່າຣາຊະການ ຈັງຫວັດມຸກດາຫານທີ່ໄດ້ອຳ ນວຍຄວາມສະດວກໃຫ້ແກ່ແຮງ ງານລາວທີ່ຈະກັບຄືນປະເທດ ໃນການກະກຽມທີ່ພັກອາໄສຊົ່ວຄາວໃຫ້ກັບແຮງງານ ແລະບັນ ຫາອື່ນໆ.ທ່ານ ອະທິປຣັດ ໂຣດຈະ ນະໄພບູນ ໄດ້ແຈ້ງໃຫ້ຮູ້ວ່າ ເຄື່ອງມືທາງການແພດ ຈຳນວນດັ່ງກ່າວ ເປັນການຮ່ວມມືຂອງກົມຮ່ວມມື ກະຊວງການຕ່າງປະເທດຣາຊະ ອານາຈັກໄທທີ່ໄດ້ສະໜັບສະໜູນ ງົບປະມານໃຫ້ກັບສຳນັກງານສາ ທາລະນະສຸກຈັງຫວັດມຸກດາຫານ ມອບໃຫ້ແກ່ໂຮງໝໍແຂວງສະ ຫວັນນະເຂດ ເພື່ອນຳໃຊ້ເຂົ້າໃນ ວຽກງານສະກັດກັ້ນ, ຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ທີ່ກຳ ລັງແຜ່ລະບາດຢູ່ໃນຂະນະນີ້.ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ໃນ ຕອນເຊົ້າຂອງວັນດຽວກັນ, ທ່ານ ອະທິປຣັດ ໂຣດຈະນະໄພບູນ ກົງ ສຸນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດໄດ້ ມອບອາຫານຈຳນວນ 490 ຊຸດ, ພ້ອມດ້ວຍຜ້າອັດປາກ-ດັງຈຳ ນວນ 2 ແກັດ, ລວມມູນຄ່າ 50.000 ບາດ ເພື່ອສະໜັບສະໜູນ ແລະໃຫ້ ກຳລັງໃຈແພດ-ໝໍທີ່ກຳລັງປະຕິ ບັດໜ້າທີ່ຢູ່ຕາມຈຸດຕ່າງໆ, ເຊິ່ງ ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ໂຮງໝໍ ແຂວງສະຫວັນນະເຂດ ໂດຍການ ໃຫ້ກຽດຮັບຂອງທ່ານ ນາງ ຫຼິງ ທອງ ແສງຕາວັນ ຮອງເຈົ້າແຂວງ ສະຫວັນນະເຂດ.

ທຳລາຍເຄື່ອງມື ໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າສັດ

ແຂວງອຸດົມໄຊ ທຳລາຍເຄື່ອງມືທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ

ຕາມມີເດຍລາວແຂວງອຸດົມໄຊ ລາຍງານ: ຕອນບ່າຍວັນທີ 4 ສິງຫານີ້ ທີ່ທາງເວັ້ນຕົວເມືອງ ເຂດບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດພິທີທຳລາຍ ອຸປະກອນ ແລະ ເຄື່ອງມື ທີ່ນຳໃຊ້ເຂົ້າໃນການທຳລາຍຊັບພະຍາກອນປ່າໄມ້ ແລະ ການລ່າ ສັດນ້ຳ-ສັດປ່າ ທີ່ຢຶດໄດ້ຢູ່ພາຍໃນແຂວງອຸດົມໄຊ.

ອຸປະກອນ ແລະ ເຄື່ອງມື ຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການລົງເຄື່ອນໄຫວເຮັດວຽກກວດຍືດຂອງກອງກວດກາປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ 7 ເມືອງ, ກອງກວດກາພາສີ ປະຈຳດ່ານພູຫຼັກຄຳ ແລະ ການເຄື່ອນໄຫວຂອງເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈາກການລັກລອບນຳເຂົ້າ ແລະ ຜູ້ກະທຳຜິດ ຢູ່ພາຍໃນແຂວງອຸດົມໄຊ ລວມມີ: 9 ລາຍການ ໃນນີ້ ມີ: ຈັກສະຕິ່ນ (ຈັກຕັດໄມ້) 357 ເຄື່ອງ, ໝໍ້ຊ໋ອດປາ 92 ເຄື່ອງ, ປືນແກັບ 194 ກະບອກ, ເລົາປືນແກັບ 143 ເລົາ, ແກັບ 1 ພັນກ່ວາກັບ, ລູກຂີ້ຊ່າ 1 ພັນກວ່າກິໂລກະລາມ, ໝື້ຫຼາຍກ່ວາ 200 ກິໂລກະລາມ, ມາດ 22 ກິໂລກະລາມ ແລະ ຂີ້ເຈຍ 147 ກິໂລກະລາມ ການທຳລາຍໂດຍນຳໃຊ້ລົດຈົກ ຫລື (ລົດແບັກໂຄ) ເຂົ້າໃນການທັບດັນທຳລາຍ.
ພິທີມີ ທ່ານ ຄຳພອນ ມຸນລະໄມ ກຳມະການພັກແຂວງ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຕາງໜ້າຈາກພະແນກການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານວິຊາການພາຍໃນກອງກວດກາປ່າໄມ້ ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບເນັ້ນ​ ເດັດ​ຂາດ ໂປ່ງ​ໃສ ແລະ ມື​ອາ​ຊີບ

ລັດ​ຖະ​ບານ​ສະ​ເໜີ​ວາ​ລະ​ແຫ່ງ​ຊາດວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ທາງ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ວາ​ລະ​ແຫ່ງ​ຊາດ ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນ​ຫາ​ຢາ​ເສບ​ຕິດໂດຍ​ຫຍໍ້ຕໍ່​ກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ IX ໂດຍ​ມີ​ຈຸດ​ປະ​ສົງເພື່ອ​ສຸມ​ໃສ່​ແກ້​ໄຂ 2 ບັນ​ຫາ​ດັ່ງ​ກ່າວ​ໃຫ້​ຜ່ອນ​ຄາຍ​ລົງ​ຢ່າງ​ຈະ​ແຈ້ງ ດ້ວຍ​ການ​ປັບ​ປຸງ​ນະ​ໂຍ​ບາຍກໍ​ຄື​ກົນ​ໄກ​ຄຸ້ມ​ຄອງ​ໃນ​ບາງ​ດ້ານ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ​ ແນ​ໃສ່​ສ້າງ​ຄວາມ​ເຂັ້ມ​ແຂງ​ໃນ​ດ້ານ​ເສດ​ຖະ​ກິດ-ການ​ເງິນ ແລະ ຄວາມ​ສະ​ຫງົບ​ໃນ​ສັງ​ຄົມ ຊຶ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນອກ​ຈາກ​ຈະ​ຢຶດ​ໝັ້ນ​ຕາມຫຼັກ​ການ​ນຳ​ພາ​ຂອ​ງ​ພັກ ແລະ ການ​ຄຸ້ມ​ຄອງ​ດ້ວຍ​ລະ​ບຽບ​ກົດ​ໝາຍ​ແລ້ວຍັງ​ຕ້ອງ​ເນັ້ນ​ຕໍ່ຫຼັກ​ການ​ສະ​ເພາະ​ເຊັ່ນ: “ເດັດ​ຂາດ, ໂປ່ງ​ໃສ ແລະ ມື​ອາຊີບ”.

ກອງ​ປະ​ຊຸມ​ວິ​ສາ​ມັນ​ເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ IX ໃນ​ວັນ​ທີ 5 ສິງ​ຫາ 2021 ທ່ານພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້​ສະ​ເໜີ​ວາ​ລະ​ແຫ່ງ​ຊາດ 2 ສະ​ບັບ​ໂດຍ​ຫຍໍ້​ໃຫ້ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ (ສ​ສ​ຊ) ພິ​ຈາ​ລະ​ນາ.ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ວ່າ: ຈຸດປະສົງລວມຂອງວາລະແຫ່ງຊາດ ແມ່ນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດຂອງປະເທດ ໃຫ້ຜ່ອນຄາຍລົງຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກໍຄືກົນໄກການຄຸ້ມຄອງໃນບາງດ້ານ ທີ່ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງໃນດ້ານເສດຖະກິດ-ການເງິນ ແລະ ຄວາມສະຫງົບຂອງສັງຄົມ ເປັນກ້າວໆໂດຍໄດ້ກໍານົດເວລາເປັນ 2 ປີ ເຄິ່ງ (ແຕ່ປີກາງປີ 2021 ຫາ 2023). ຫຼັງຈາກນັ້ນ ຈະໄດ້ປະເມີນຄືນຜົນການຈັດຕັ້ງປະຕິບັດຕົວຈິງຜ່ານມາ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ໜ້າຕາມເຫັນສົມຄວນ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີກ່າວ​ອີກວ່າ: ຫຼັກການລວມ ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ນອກຈາກຕ້ອງຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງດ້ວຍລະບຽບກົດໝາຍແລ້ວ ຍັງຕ້ອງເອົາໃຈໃສ່ ເນັ້ນໜັກຕື່ມຕໍ່ຫຼັກການສະເພາະ ເຊັ່ນ: “ເດັດຂາດ, ໂປ່ງໃສ ແລະ ມືອາຊີບ (ຫຼັກວິຊາການ)”.ເດັດຂາດ: ໝາຍເຖິງຕ້ອງມີຄວາມຕັດສິນໃຈສູງສຸດ ທັງໃນອົງການຂອງພັກ ແລະ ລັດ ແຕ່ເທິງລົງລຸ່ມ ບົນພື້ນຖານສ້າງຄວາມເຂົ້າໃຈຢ່າງຖືກຕ້ອງທີ່ເປັນເອກະພາບ ກ່ຽວກັບຄວາມຮຸນແຮງຂອງບັນຫາ ແລະ ຄວາມຈໍາເປັນຕ້ອງນໍາໃຊ້ມາດຕະການເດັດຂາດໃນການແກ້ໄຂບັນຫາ ເພື່ອໃຫ້ມີໝາກຜົນຕົວຈິງ.

ໂປ່ງໃສ: ຫຼັກການນີ້ສໍາຄັນຫຼາຍ, ໃນຂະບວນການແກ້ໄຂບັນຫາ ບັນດາມາດຕະການທີ່ຮັບຮອງເອົານັ້ນຕ້ອງໂປ່ງໃສ ປະຊາຊົນສາມາດມີສ່ວນຮ່ວມທັງຂອດຈັດຕັ້ງປະຕິບັດຕົວຈິງ ແລະ ຂອດການຕິດຕາມ, ກວດກາຄວາມຄືບໜ້າຕ່າງໆໄດ້. ຄວາມໂປ່ງໃສ ຍັງສະແດງເຖິງຄວາມຊື່ສັດ, ຈິງໃຈຂອງລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ຊຶ່ງຈະເປັນແນວປ້ອງກັນທີ່ດີທີ່ສຸດໃຫ້ແກ່ຜູ້ທີ່ຕັດສິນໃຈປັບປຸງປ່ຽນແປງ ທັງເປັນເຄື່ອງມືທີ່ດີທີ່ສຸດໃນການສ້າງຄວາມເຊື່ອໝັ້ນ, ເຫຼື້ອມໃສສັດທາຈາກພາຍໃນ ແລະ ສາກົນ ຕໍ່ລັດຖະບານທີ່ມີຄວາມຕັ້ງໃຈແກ້ໄຂບັນຫາຂອງຕົນເອງ ແລະ ຈະເປັນແຮງຈູງໃຈດຶງດູດການສະໜັບສະໜູນຂອງກໍາລັງແຮງຈາກທຸກພາກສ່ວນພາຍໃນຊາດ ໃນການຈັດຕັ້ງປະຕິບັດ. ມືອາຊີບ (ຫຼັກວິຊາການ): ການແກ້ໄຂບັນຫາເສດຖະກິດ-ການເງິນ ກໍຄືບັນຫາຢາເສບຕິດ ຈໍາເປັນຕ້ອງນໍາໃຊ້ຄວາມຮູ້ ຄວາມຊໍານານ ໃນລະດັບທີ່ແນ່ນອນ ທາງດ້ານຫຼັກວິຊາການ ແລະ ວິຊາສະເພາະຂອງພາກສ່ວນກ່ຽວຂ້ອງ ຊຶ່ງບໍ່ອາດສາມາດເຮັດຕາມລໍາພັງໃຈ ຫຼື ຄວາມຮູ້ສຶກອັດຕະວິໄສຂອງຜູ້ໃດຜູ້ໜຶ່ງໄດ້; ການແກ້ໄຂບັນຫາຈໍາເປັນຕ້ອງໄດ້ນໍາໃຊ້ຄວາມຊ່ຽວຊານສະເພາະດ້ານເຊັ່ນ: ດ້ານການເງິນ, ທະນາຄານ, ກົດໝາຍ ແລະ ອື່ນໆ ເຂົ້າມາຊ່ວຍວິເຄາະ, ສັງເຄາະການວາງແຜນ ແລະ ໃຫ້ຄໍາແນະນໍາແກ່ລັດຖະບານຜູ້ມີອໍານາດຕັດສິນບັນຫາຕ່າງໆ ໝາຍຄວາມວ່າການແກ້ໄຂບັນຫາທັງໝົດນັ້ນ ຕ້ອງເປັນໄປຕາມຫຼັກວິຊາການ ບົນພື້ນຖານຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງກົກຮາກທີ່ແທ້ຈິງຂອງບັນຫາ ຕະຫຼອດຮອດວັດທະນະທໍາ, ການເຄື່ອນເໜັງຂອງກົນໄກທາງດ້ານການເງິນ, ການບໍລິຫານຂອງອົງການລັດຂັ້ນຕ່າງໆທີ່ເກີດຂຶ້ນທຸກຂັ້ນ ເພື່ອສາມາດວິເຄາະໃຫ້ໄດ້ ເຖິງແກ່ນແທ້ຂອງບັນຫາ ແລ້ວຫາວິທີແກ້ໄຂແບບຍືນຍົງ ເພື່ອຮັບມືກັບສະພາບທີ່ເປັນຢູ່ໃນປັດຈຸບັນ ແລະ ໃນອະນາຄົດ. ທາງດ້ານ ໂຄງປະກອບລວມ ຂອງວາລະແຫ່ງຊາດ ທັງ 2 ສະບັບ ປະກອບມີ 4 ພາກໃຫຍ່ ຄື: ພາກທີ 1: ຄວາມຈໍາເປັນ ແລະ ຮີບດ່ວນ ຂອງວາລະແຫ່ງຊາດ, ພາກທີ 2: ທັດສະນະ-ແນວຄິດຊີ້ນໍາ, ຫຼັກການ, ຈຸດປະສົງ ແລະ ລະດັບຄາດໝາຍ; ພາກທີ 3: ທິດທາງແກ້ໄຂ ແລະ ມາດຕະການ ແລະ ພາກທີ 4: ກົນໄກໃນການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ.

ສຳ​ລັບວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສັງລວມແລ້ວແມ່ນ: (ໜຶ່ງ) ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ຜະ​ລິດເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂຶ້ນ). (ສອງ) ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ. (ສາມ) ສົ່ງເສີມການປະຢັດ, ຕ້ານການຟຸ່ມເຟືອຍ ແລະ ຍົກສູງປະສິດທິຜົນ ການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ. ສໍາລັບດ້ານການປະຢັດແມ່ນຈະປັບປຸງນິຕິກໍາ ໃນການນໍາໃຊ້ລົດປະຈໍາຕໍາແໜ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ທີ່ນໍາໃຊ້ງົບປະມານຂອງລັດ ໃຫ້ມີຄວາມເປັນເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ. (ສີ່) ສ້າງສະຖຽນລະພາບດ້ານການເງິນ. (ຫ້າ) ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ ໂດຍຈະປັບປຸງຮ່າງກົດໝາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.ສໍາລັບວຽກຈຸດສຸມໃຫຍ່ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສັງ ລວມແລ້ວແມ່ນ: (ໜຶ່ງ) ສ້າງຄວາມຮັບຮູ້ເຂົ້າໃຈຜົນຮ້າຍຂອງຢາເສບຕິດໃຫ້ແກ່ສັງຄົມ ທັງສຶກສາອົບຮົມ, ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຕ່າງໆຂອງພັກ-ລັດ ເຮົາ; (ສອງ) ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ. (ສາມ) ປັບປຸງ ກົງຈັກການຈັດຕັ້ງ ແລະ ຍົກລະດັບຄວາມສາມາດຂອງອົງການປົກປ້ອງກົດໝາຍ, ອົງການຕຸລາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ. (ສີ່) ຍົກສູງປະສິດທິພາບ ດ້ານການຄຸ້ມຄອງ ແລະ ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ. (ຫ້າ) ປັບປຸງຂີດຄວາມສາມາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນຂອງການຈັດຕັ້ງຕ່າງໆກ່ຽວຂ້ອງ (ຫົກ) ເພີ່ມທະວີວຽກງານການຮ່ວມມືສາກົນ.

ນອກ​ຈາກ​ນີ້ ລັດ​ຖະ​ບານ​ຍັງ​ສະ​ເໜີ​ປັບ​ປຸງ​ກົດ​ໝາຍກົດ​ໝາຍ​ຈຳ​ນວນ 5 ສະ​ບັບທີ່ພົວພັນກັບວາລະແຫ່ງຊາດທັງສອງສະ​ບັບເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ເພື່ອພິຈາລະນາຮັບຮອງ ຄື: (1) ຮ່າງກົດ ໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ; (2) ຮ່າງກົດໝາຍ ວ່າດ້ວຍ ອາກອນມູນຄ່າເພີ່ມ; (3) ຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້; (4) ຮ່າງກົດໝາຍວ່າດ້ວຍ ອາກອນລາຍໄດ້ ແລະ (5) ຮ່າງກົດໝາຍວ່າດ້ວຍຢາເສບຕິດ. ນອກຈາກນັ້ນ, ຍັງມີຮ່າງດໍາລັດ 2 ສະບັບ ແລະ ຄໍາສັ່ງ 1 ສະບັບ ປະກອບດ້ວຍ: (1) ຮ່າງດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸ່ມເຟືອຍ; (2) ຮ່າງດໍາລັດວ່າດ້ວຍລົດຂອງລັດ ຕິດພັນກັບລົດປະຈໍາຕໍາແໜ່ງ ແລະ (3) ຮ່າງຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.

ຂໍ້ມູນ: ປະຊາຊົນ

ຮ້າຍແຮງນັບມື້​! ທະລຸ 200 ລ້ານຄົນແລ້ວ ຜູຕິດເຊື້ອໂຄວິດ-19

ສຳນັກຂ່າວ Reuters ລາຍງານ: ປັດຈຸບັນຍອດຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກພຸ່ງສູງຂຶ້ນກາຍ 200 ລ້ານຄົນແລ້ວ ເນື່ອງຈາກການກະຈາຍເຊື້ອຢ່າງໄວວາຂອງສາຍພັນເດວຕ້າ ໄດ້ເຂົ້າຄຸກຄາມຫຼາຍປະເທດທີ່ມີອັດຕາການເຂົ້າເຖິງວັກຊີນຕ້ານໂຄວິດໃນລະດັບຕໍ່າ.

ອີງຕາມຜົນການວິເຄາະຂອງຣອຍເຕີໄດ້ລະບຸວ່າ: ປະຊາກອນໂລກປະມານ 2.6% ຕິດເຊື້ອໂຄວິດ-19 ນັບແຕ່ເລີ່ມມີການລະບາດຄັ້ງທຳອິດ ແຕ່ຕົວເລກທີ່ແທ້ຈິງນັ້ນອາດສູງກວ່າ ເນື່ອງຈາກການກວດຫາເຊື້ອດັ່ງກ່າວມີຈຳນວນຈຳກັດໃນຫຼາຍປະເທດ, ຂະນະທີ່ຍອດຜູ້ປ່ວຍທີ່ຕິດເຊື້ອໂຄວິດໃນຈຳນວນ 100 ຄົນນັ້ນ ຕ້ອງໃຊ້ເວລາໜຶ່ງປີກວ່າຈິ່ງເຖິງຈຳນວນດັ່ງກ່າວ, ແຕ່ຍ້ອນການລະບາດຂອງສາຍພັນເດລຕ້າ ເຮັດໃຫ້ຍອດຜູ້ປ່ວຍເພີ່ມ 100 ກວ່າລ້ານຄົນໃນເວລາພຽງເຄິ່ງປີເທົ່ານັ້ນ.

ສຳລັບປະເທດທີ່ມີການລາຍງານຜູ້ປ່ວຍໂຄວິດ-19 ຫຼາຍກວ່າໝູ່ໂດຍສະເລ່ຍໃນ 7 ວັນ ລວມມີ ສະຫະລັດອາເມລິກາ, ເບຣຊິນ, ອິນໂດເນເຊຍ, ອິນເດຍ, ແລະ ອີຫຼ່ານ ໂດຍກວມເອົາ 38 ເປີເຊັນຂອງຈຳນວນຜູ້ຕິດເຊື້ອທົ່ວໂລກທີ່ໄດ້ລາຍງານໃນແຕ່ລະວັນ.

ຢ່າງໃດກໍຕາມ, ຈຳນວນຜູ້ປ່ວຍທີ່ເພີ່ມຂຶ້ນໃນທົ່ວໂລກ ກຳລັງສະແດງໃຫ້ເຫັນເຖິງຊ່ອງວ່າງຂອງການເຂົ້າເຖິງວັກຊີນປ້ອງກັນໂຄວິດ-19 ລະຫວ່າງປະເທດທີ່ຮັ່ງມີກັບທຸກຍາກ, ຂະນະທີ່ປະເທດທຸກຍາກຫຼາຍແຫ່ງຍັັງບໍ່ມີການສີດວັກຊີນໃຫ້ກັບພົນລະເມືອງຂອງຕົນແມ່ນແຕ່ເຂັມດຽວ.

ເຂັ້ມງວດ 6 ຈຸດຈອດເຮືອ ເຝົ້າລະວັງການລັກລອບນຳເຂົ້າສິນຄ້າ

ກຳນົດ 6 ຈຸດຈອດເຮືອ ເຂັ້ມງວດເຝົ້າລະວັງການລັກລອບນຳເຂົ້າສິນຄ້າ ທີ່ສ່ຽງຕໍ່ພະຍາດໂຄວິດ-19

ຕາມການລາຍງານ ຂອງ ສະຫວັນພັດທະນາ ຂ່າວ: ວັນທີ 29 ກໍລະກົດນີ້, ຢູ່ທີ່ ສະໂມສອນຫ້ອງການບ້ານແກ້ງ ກະເບົາໃຕ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການກໍານົດ ຈຸດຈອດເຮືອປະເພດຕ່າງໆຕາມ ລໍາແມ່ນໍ້າຂອງ ໂດຍການໃຫ້ກຽດ ເປັນປະທານຂອງທ່ານ ອ່ອນລໍາ ພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານ ສີວິໄລ ອິນທະລືໄຊ ຮອງ ເຈົ້າເມືອງ ພ້ອມຄະນະການນຳ ຂອງເມືອງ, ກອງຮ້ອຍ 323 ທະຫານຊາຍແດນ, ຫົວໜ້າ ປກຊ-ປກສ ກຸ່ມ, ອໍານາດການປົກຄອງ ບ້ານທີ່ຕິດກັບຊາຍແດນເຂົ້າຮ່ວມ.

ທ່ານ ວັນໄຊ ສີປັດໃຈ ຫົວ ໜ້າຫ້ອງການ ຍທຂ ເມືອງ ໄດ້ຜ່ານ ແຈ້ງການຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ເລື່ອງທິດຊີ້ນໍາກ່ຽວກັບການສືບຕໍ່ ຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງ ທ່ານເຈົ້າແຂວງສະຫວັນນະເຂດ ເລກທີ 1060/ຈຂ.ສຂ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງການນໍາໃຊ້ເຮືອ ປະເພດຕ່າງໆຕາມລໍາແມ່ນໍ້າ ຂອງໃນນັ້ນໃຫ້ລົບລ້າງທ່າເຮືອ ຂອງບຸກຄົນທີ່ສ້າງຂຶ້ນເອງໂດຍບໍ່ ໄດ້ຮັບອະນຸຍາດຈາກທາງການ ໂດຍໃຫ້ນໍາໃຊ້ທ່າເຮືອທີ່ທາງການກໍານົດໃຫ້, ສະເພາະເມືອງໄຊບູລີ ໄດ້ກໍານົດທ່າຈອດເຮືອ ຄໍ 323 ລວມທັງໝົດຈຳນວນ 6 ຈຸດຄື:

  • – ຈຸດທີ 1 ບ້ານສະຫວ່າງ-ຫີນນໍ້າ ອ້ອຍ ຊຶ່ງຈຸດເຕົ້າໂຮມ ແມ່ນຢູ່ບ້ານ ສະຫວ່າງໄລຍະ 300 ແມັດ, ຈໍານວນເຮືອ 60 ລໍາ
  • – ຈຸດທີ 2 ບ້ານແກ້ງກະເບົາໃຕ້ ຈຸດເຕົ້າໂຮມ ແມ່ນແຕ່ຈຸດປ້ອມທະຫານຊາຍ ແດນແກ່ຍາວຂຶ້ນຮອດ ໂຮງງານ ປຸ໋ຍສະຫວັນ ໃນໄລຍະ 300 ແມັດ, ຈໍານວນເຮືອ 58 ລໍາ
  • – ຈຸດທີ 3 ບ້ານສີວິໄລ-ສົມສະໜຸກຈຸດເຕົ້າໂຮມແມ່ນຂອບເຂດທ່າວັດແກ່ ຍາວລົງຫາສວນຢາງໄລຍະ 300 ແມັດ, ຈໍານວນເຮືອ 47 ລໍາ

-ຈຸດທີ 4 ບ້ານທ່າຄໍ້ຈຸດເຕົ້າໂຮມ ແມ່ນທ່າວັດໄລຍະ 300 ແມັດ, ຈໍານວນເຮືອ 46 ລໍາ

-ຈຸດທີ 5 ບ້ານບົວໄຂ-ນາສັງໄລຍະ 300 ແມັດ, ຈໍານວນເຮືອ 30 ລໍາ

-ຈຸດທີ 6 ບ້ານປາກເຊບັ້ງໄຟ ຈຸດເຕົ້າໂຮມແມ່ນແຕ່ຈຸດປ້ອມທະຫານຊາຍແດນ ແກ່ຍາວຂຶ້ນເທິງ ໄລຍະ 300 ແມັດ, ຈໍານວນເຮືອ 57 ລໍາ.

ຄຽງຄູ່ກັບການໂຄສະນາ ເຜີຍແຜ່ຄໍາສັ່ງຂອງທ່ານເຈົ້າ ແຂວງ ເລກທີ 1060/ຈຂ.ສຂ ແລ້ວ, ເຮືອແຕ່ລະລໍາແມ່ນໄດ້ອອກ ທະບຽນ ແລະຕິດປ້າຍໃຫ້ລະອຽດ ພ້ອມທັງຈະຕ້ອງມີການຈົດເຂົ້າ-ຈົດອອກເວລານໍາໃຊ້ເຮືອແຕ່ລະ ຄັ້ງຢູ່ໃນລະແຕ່ລະຈຸດທັງນີ້ກໍ່ ເພື່ອໃຫ້ຜູ້ນໍາໃຊ້ເຮືອປະເພດຕ່າງໆ ຕາມຊາຍແດນລຽບແມ່ນໍ້າຂອງ ໃຫ້ຮັບຮູ້ເຂົ້າໃຈເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດ, ຖ້າຫາກ ມີກໍລະນີ້ຝ່າຝືນ ຫຼືລະເມີດຄໍາສັ່ງ ໂດຍສະເພາະໃນກໍລະນີ້ນໍາໃຊ້ ເຮືອບັນທຸກສິນຄ້າທີ່ມີການລັກ ລອບນຳເຂົ້າສິນຄ້າທີ່ຜິດກົດໜາຍ ຈະປະຕິບັດລະບຽບດັ່ງນີ້:

  • – ຄັ້ງທີ 1 ຈະຖືກສຶກສາອົບຮົມກ່າວເຕືອນ ແລະເຮັດບົດບັນທຶກ,
  • – ຄັ້ງທີ 2 ປັບໃໝ 5 ລ້ານກີບ ພ້ອມທັງຢຶດສິນ ຄ້າ ແລະເຮືອ
  • – ສ່ວນຄັ້ງທີ 3 ຈະປັບໃໝ 10 ລ້ານກີບ, ຢຶດສິນຄ້າ ແລະເຮືອພ້ອມທັງຖືກດໍາເນີນຄະ ດີຕາມລະບຽບກົດໝາຍ.

ໂອກາດນີ້, ທ່ານເຈົ້າເມືອງ ກໍ່ໄດ້ຮຽກຮ້ອງມາຍັງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະກ້ອນກຳລັງທະຫານຊາຍ ແດນ, ອໍານາດການປົກຄອງບ້ານ ຕ້ອງນໍາເອົາກົດລະບຽບດັ່ງກ່າວ ໄປເຜີຍແຜ່ໃຫ້ກັບພໍ່ແມ່ປະຊາຊົນ ແລະຜູ້ປະກອບການ ກໍ່ຄືຜູ້ທີ່ນໍາ ໃຊ້ເຮືອ-ບັກປະເພດຕ່າງໆຕາມ ແມ່ນໍ້າຂອງໃຫ້ເຂົ້າໃຈ ແລະຮ່ວມ ແຮງຮ່ວມໃຈກັນປະຕິບັດໃຫ້ເຂັ້ມ ງວດ, ເປັນຫູເປັນຕາຊ່ວຍກັນ, ເປັນເຈົ້າການໃນວຽກງານການ ເຝົ້າລະວັງ, ສະກັດກັ້ນ ແລະຕ້ານ ການແຜ່ລະບາດຂອງພະຍາດໂຄ ວິດ-19 ເປັນຕົ້ນແມ່ນຫ້າມບໍ່ໃຫ້ມີ ການລັກລອບນໍາເຂົ້າອາຫານທະ ເລທີ່ແຊ່ແຂງ, ຊີ້ນສັດ ແລະອື່ນໆທີ່ ສ່ຽງຕໍ່ການຕິດພະຍາດ Covid-19.

ຫຼັງຈາກນັ້ນ, ທ່ານ ເຈົ້າ ເມືອງ ພ້ອມຄະນະ ກໍ່ໄດ້ລົງຕິດຕາມ ເບິ່ງ ແຕ່ລະຈຸດຈອດເຮືອ ພ້ອມທັງເນັ້ນ ໃຫ້ກ້ອນກໍາລັງຜັດປ່ຽນກັນເຝົ້າ ວຽນຍາມຢ່າງເຂັ້ມງວດ.

5 ສິງຫາ ຜູ້ຕິດເຊື້ອໃໝ່ ຊຸມຊົນ 19 ຄົນ, ນຳເຂົ້າ 187 ຄົນ

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 4 ສິງຫາ 2021:
ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 206 ໃນນັ້ນແມ່ນຕິດເຊື້ອຊຸມຊົນ 19 ກໍລະນີ ແລະ ຕິດເຊື້ອຈາກແຮງງານນໍາເຂົ້າ 187 ກໍລະນີ. ເຊິ່ງຕິດເຊື້ອໃນຊຸມຊົນ 19 ຄົນ ຄື:

  •  ນະຄອນຫຼວງວຽງຈັນ 3 ຄົນ
  •  ບໍ່ແກ້ວ 12 ຄົນ (ເມືອງຕົ້ນເຜິ້ງ)
  • ຈຳປາສັກ 4 ຄົນ

-ສຳລັບ ຜູ້ຕິດເຊື້ອໃໝ່ 3 ຄົນ ຢູ່ນະຄອນຫຼວງວຽງຈັນ, ລາຍລະອຽດ ມີດັ່ງນີ້:

  • 1 ຄົນ ແມ່ນພະນັກງານຢູ່ສູນຈຳກັດບໍລິເວນ.
  • 1 ຄົນ ແມ່ນສັນຊາດ ຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ, ເປັນເພດຊາຍ ອາຍຸ 30 ປີ,​ ຜູ້ກ່ຽວເດີນທາງມາຈາກ ສສ ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະ ໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ຢູ່ບ່ອນໃດ) ວັນທີ 4 ສິງຫາ 2021 ເວລາ 10 ໂມງເຊົ້າ ເດີນທາງມານະຄອນຫຼວງວຽງຈັນ ນຳກັນ​ 20 ຄົນ. ເມື່ອມາຮອດຄິວລົດສາຍເໜືອ ຜູ້ກ່ຽວ ໄດ້ເດີນທາງໄປກວດວິເຄາະ ຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນພົບເຊື້ອ.
  • ສ່ວນອີກ 1 ຄົນອອກຈາກສູນຈຳກັດບໍລິເວນ ພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ.

ສ່ວນຜູ້ຕິດເຊື້ອໃໝ່ 4 ຄົນ ຢູ່ແຂວງຈຳປາສັກ,​ ໃນນັ້ນ 2 ຄົນ ເປັນພະນັກງານຢູ່ດ່ານວັງເຕົ່າ, 1 ຄົນເປັນພະນັກງານອະນາໄມຂ້າເຊື້ອ ແລະ 1 ຄົນແມ່ນເປັນຄົນໃນຄອບຄົວຂອງພະນັກງານອະນາໄມຂ້າເຊື້ອ.

-ສຳລັບກໍລະນີນໍາເຂົ້າ ມີ 187 ຄົນ ຈາກ ນະຄອນຫຼວງ 50 ຄົນ, ວຽງຈັນ 1 ຄົນ, ບໍລິຄຳໄຊ 4 ຄົນ,  ສະຫວັນນະເຂດ 74 ຄົນ, ສາລະວັນ 8 ຄົນ ແລະ ຈຳປາສັກ 50 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.  

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7,511 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3,696 ຄົນ.ສຳລັບ ຈຸດບໍລິການກວດໂຄວິດ-19 ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານ ນັບແຕ່ມື້ນີ້ເປັນຕົ້ນໄປ.

ກໍ່ເຫດມາຫຼາຍຄັ້ງ​! ຈັບກຸ່ມລັກສາຍໄຟ ຢູ່ທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ

ຕາມການລາຍງານ ຂອງ Viengchan Police news ລາຍງານ:ໃນວັນທີ 21 ມີຖຸນາ 2021 ຜ່ານມານີ້ເຈົ້າໜ້າທີ່ຕໍາຫຼວດໝ່ວຍງານຄະດີອາຍາ – ເສດຖະກິດ ກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງຈາກບໍລິສັດທາງດ່ວນ ວ່າ ມີຄົນບໍ່ດີມາເຄື່ອນໄຫວລັກຕັດສາຍໄຟຟ້າ ຈຸດອຸມົງທາງດ່ວນ ຈາກນັ້ນເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ລົງກວດກາສະຖານທີ່ຕົວຈິງ ຕິດຕາມຫາກຸ່ມເປົ້າໝາຍ ໃນຂອບເຂດເທດສະບານເມືອງໂພນໂຮງ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 3 ຄົນ.

ລວມມີ ຊື່ ທ້າວ ລໍາພົງ ອາຍຸ 20 ປີ ອາຊີບກໍາມະກອນ, ທ້າວ ຕີໃຫຍ່ ອາຍຸ 20 ປີ ອາຊີບກຳມະກອນ ທັງສອງແມ່ນ ຢູ່ບ້ານແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ແລະ ທ້າວ ອີນທະສອນ ອາຍຸ 44 ປີ ອາຊີບກໍາມະກອນ ປະຊາຊົນບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວຽງຈັນ ມາທໍາການສຶບສວນ-ສອບສວນ.

ຜ່ານການສຶບສວນ-ສອຍສວນ ຂອງເຈົ້າໜ້າທີ່ຕໍາຫຼວດໝ່ວຍງານຄະດີອາຍາ – ເສດຖະກິດ ກອງບັນຊາການ ປກສ ເມືອງໂພນໂຮງ ທ້າວ ລໍາພົງ ໄດ້ໃຫ້ການຮັບສາລະພາບວ່າ: ເບື້ອງຕົ້ນ ໃນວັນທີ່ 20 ມີຖຸນາ 2021 ໄດ້ຮ່ວມກັບໝູ່ພາຍໃນບ້ານດຽວກັນ ໄດ້ຊວນກັນໄປລັກຕັດເອົາສາຍໄຟຟ້າ ຢູ່ທາງດ່ວນ ອຸມົງ ທີ່ຕັ້ງຢູ່ເຂດບ້ານແສນຊຸມ ເມືອງໂພນໂຮງ ໂດຍກະກຽມອຸປະກອນໄປນໍາມີ ມີດ 1 ດວງ, ຄີມຕັດເຫຼັກ 1 ອັນ ແລະ ຫົວໂຄມ 2 ຫົວ, ພໍເດີນທາງໄປຮອດສະຖານທີ່ດັ່ງກ່າວ ໄດ້ໄປຕັດເອົາສາຍໄຟຟ້າມີຄວາມຍາວ 1 ແມັດ ມີນໍ້າໜັກ 2 ກິໂລ ແລ້ວກໍ່ເອົາໄປຂາຍຢູ່ຮ້ານຊື້ ຂາຍເຫຼັກເສດໄດ້ເງິນ 100,000 ກີບ ຫຼັງຈາກໄດ້ເງີນ ຈື່ງແບ່ງກັນເອົາໄປຫຼີ້ນເກມ ແລະ ຊື່ກີນຈົນໜົດ, ຜູ້ກ່ຽວຍັງໃຫ້ການຕື່ມອີກວ່າ ຄັ້ງທີ 1 ແມ່ນໄດ້ຮ່ວມກັບໝູ່ພາກັນໄປລັກສາຍໄຟ ຢູ່ຕໍ່ໜ້າທາງເຂົ້າອຸມົງ ຢູ່ເຂດບ້ານແສນຊຸມ ໄດ້ສາຍໄຟປະມານ 1 ກິໂລ , ຄັ້ງທີ 2 ຜູ້ກ່ຽວໄດ້ຮ່ວມກັບໝູ່ໄປລັກເອົາສາຍໄຟ ຢູ່ຫຼັກສະຖານນີໂທລະສັບ ໄດ້ສາຍໄຟຟ້ານໍ້າໜັກ 5 ກິໂລ ຂາຍໄດ້ເງີນ 250,000 ກີບ, ຄັ້ງທີ 3 ໃນເດືອນ ມີຖຸນາ 2021 ຜູ້ກ່ຽວໄດ້ຮ່ວມກັບໝູ່ ໄປລັກຕັດເອົາສາຍໄຟຢູ່ທາງອຸມົງ ບ້ານຫ້ວຍຫີນລັບ ໄດ້ສາຍໄຟປະມານ 2 ກິໂລ ຂາຍໄດ້ເງິນ 100,000 ກີບ, ຄັ້ງທີ 4 ຜູ້ກ່ຽວໄດ້ ກັບ ທ້າວ ຕີໃຫຍ່ ໄປລັກສາຍໄຟຢູ່ທາງດ່ວນ 1 ຄັ້ງ ໃຊ້ອຸປະກອນມີ ມິດ, ພ້າ ແລະ ຄີມ ລັກຕັດຢູ່ຕໍ່ໜ້າທາງເຂົ້າອຸມົງຂອບເຂດບ້ານຫ້ວຍຫີນລັບ ເມືອງຫີນເຫີບ ໄດ້ສາຍໄຟທັງໜົດ 5 ກິໂລ ຂາຍໃນລາຄາກິໂລລະ 50,000 ກີບ ໄດ້ເງີນ 250,000 ກີບ ແຕ່ລະຄັ້ງທີ່ເອົາສາຍໄຟໄປຂາຍນັ້ນເງິນແມ່ນແບ່ງປັນກັນຈ່າຍຈົນໜົດ.

ທ້າວ ຕີໃຫຍ່ ໃຫ້ການຮັບສາລະພາບວ່າ ໄດ້ຮ່ວມກັບ ທ້າວ ລໍາພົງ ໄປລັກເອົາສາຍໄຟຢູ່ອູມົງທາງດ່ວນ 2 ຄັ້ງ , ຄັ້ງທີ່ 1 ໃນເດືອນພຶດສະພາ 2021 ພວກກ່ຽວໄດ້ພາກັນໄປລັກສາຍໄຟຢູ່ອຸມົງທາງດ່ວນ ໄດ້ສາຍໄຟໃຫຍ່ປະມານ 2 ແມັດ ນໍ້າໜັກ 5 ກິໂລ ຫຼັງຈາກນັ້ນກໍ່ພາກັນເອົາໄປປອກຂາຍ ຂາຍກິໂລ 50,000 ກີບ ຂາຍໄດ້ເງິນ 250,000 ກີບ, ຄັ້ງທີ 2 ເຊີ່ງໃນວັນດຽວກັນນັ້ນ ພວກກ່ຽວກໍ່ພາກັນໄປລັກຕັກເອົາສາຍໄຟຢູ່ທາງດ່ວນອີກ ໄດ້ສາຍໄຟນໍ້ໜັກ 5 ກິໂລ ຈາກນັ້ນກໍ່ເອົາໄປຂາຍໄດ້ເງີນ 250,000 ກີບ ແຕ່ລະຄັ້ງທີ່ເອົາສາຍໄຟໄປຂາຍນັ້ນເງິນແມ່ນແບ່ງປັນກັນຈ່າຍຈົນໜົດ.

ທ້າວ ອິນທະສອນ ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ ຜູ້ກ່ຽວໄດ້ເຄື່ອນໄຫວລັກສາຍໄຟ ຢູ່ອຸມົງທາງດ່ວນ ໃນເດືອນພຶດສະພາ 2021 ທີ່ຜ່ານມາ ຜູ້ກ່ຽວໄດ້ອອກຈາກບ່ອນພັກເຊົາບ້ານແສນຊຸມ ເມືອງໂພນໂຮງ ແລ້ວຍ່າງເຂົ້າໄປໃນອຸມົງໄລຍະ 30 ແມັດ ຜູ້ກ່ຽວຊອກດຶງເອົາສາຍໄຟຟ້າ ຢູ່ກ້ອງອຸມົງທາງດ່ວນ ໄດ້ສາຍໄຟຟ້າເສັ້ນຜ່າໃຈກາງປະມານ 2 ຊັງຕີ ຍາວ 16 ແມັດ ພາຍຫຼັງລັກໄດ້ແລ້ວ ຜູ້ກ່ຽວກໍ່ເອົາໄປປອກໄດ້ນໍ້າໜັກປະມານ 7 ກິໂລ ຈາກນັ້ນຜູ້ກ່ຽວກໍ່ເອົາໄປຂາຍໄດ້ເງິນ 200,000 ກີບ ສ່ວນເງິນແມ່ນໄດ້ເອົາໄປໃຊ້ຈ່າຍຈົນໜົດ ແລະ ຍັງໃຫ້ການຕື່ມອີກວ່າ ໄດ້ເຄື່ອນໄຫວລັກຊັບຂອງບໍລິສັດທາງດ່ວນ 2 ຄັ້ງ, ຄັ້ງທີ 1 ໃນເດືອນ ພຶດສະພາ 2021 ຜູ້ກ່ຽວໄດ້ໄປລັກເອົາຫຼັກໜາມໜາກຈັບຂອງບໍລິສັດຈຳນວນ 2 ໂຄ້ງ ຢູ່ບ້ານແສນຊຸມ ເມືອງໂພນໂຮງ ແລ້ວກໍ່ເອົາໄປຂາຍໂຄ້ງລະ 25,000 ກີບ ໄດ້ເງິນ 50,000 ກີບ, ຄັ້ງທີ 2 ໃນວັນທີ 18 ກໍລະກົດ 2021 ຜູ້ກ່ຽວໄດ້ໄປລັກເອົາຜ້າບັດສີສົ້ມຂອງບໍລິສັດດັ່ງກ່າວ ໄດ້2 ຜືນ ຫຼັງຈາກລັກໄດ້ແລ້ວກໍ່ເອົາໄປຂາຍໃນລາຄາຜືນລະ 100,000 ກີບ ໄດ້ເງີນ 200,000 ກີບ ສ່ວນເງິນແມ່ນເອົາໄປໃຊ້ຈ່າຍຈົນໜົດ.

ເຊີ່ງຜົນເສຍຫາຍຕາມການປະເມີນ ຂອງບໍລິສັດທາງດ່ວນແມ່ນມີຄວາມເສຍຫາຍເປັນຈໍານວນເງິນ 380,000 ໂດລາສະຫາລັດ.

ຜ່ານການສຶບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະຄະດີອາຍາ-ເສດຖະກິດ ກອງບັນຊາການ ປກສ ເມືອງໂພນໂຮງ ວ່າ: ທ້າວ ລຳພົງ, ທ້າວ ຕີໃຫຍ່ ແລະ ທ້າວ ອິນທະສອນ ແມ່ນເຈດຕະນາໃນການລັກຊັບ ປະເພດສາຍໄຟຢູ່ອຸມົງທາງດ່ວນຢ່າງແທ້ຈີງ ເຊິ່ງການກະທຳດັ່ງກ່າວນັ້ນ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນຂອງລັດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມລະບຽບຮຽບຮ້ອຍ ຜິດຕໍ່ກົດໝາຍອາຍາສະບັບປັບປຸງປີ 2017ມາດຕາ 231 ໃນສະຖານການລັກຊັບ.