ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ

0
5632

ນະຄອນຫຼວງວຽງຈັນ: ລາຍງານຈາກທີມງານຄົ້ນຫາພໍ່ຕູ້ພວງ ອາຍຸ 95 ປີ ທີ່ຫຼົງປ່າ ຢູ່ແຫ່ງທ່ອງທ່ຽວ ນໍ້າປຽນຢໍລະປາ ແຕ່ບ່າວວັນທີ່ 3 ຕຸລາ 2020. ຫຼ້າສຸດ ເວລາ 16:30 ວັນທີ່ 5 ຕຸລາ 2020 ຍັງບໍ່ພົບພໍ່ຕູ້.

ໜ່ວຍກູ້ໄພ ສົມທົບກັບເຈົ້າໜ້າທີ່ ແລະ ພະນັກງານຂອງ ສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປ່າ ຍັງສືບຕໍ່ຊອກຄົ້ນຫາພໍ່ຮູ້ພວງ ດ້ວຍຄວາມຫວັງ ແລະ ຂໍພອນສິ່ງສັກສິດຄຸ້ມຄອງ ແລະ ພົບເຫັນພໍ່ຕູ້ໂດຍໄວ.(ໂດຍມາຮອດເວລາ 16:30 ໂມງ ຂອງວັນທີ 5 ຕຸລາ 2020 ຍັງບໍ່ພົບເຫັນເທື່ອ)

ຕາມຂໍ້ມູນຈາກເພຈສະຖານທີ່ທ່ອງທ່ຽວນໍ້າປຽນຢໍລະປາ(Nam Pien Yorla Pa) ໃຫ້ຮູ້ວ່າ: ວັນເສົາທີ 03/10/2020 ເວລາ 14:00ໂມງ ມີພໍ່ຕູ້ອາຍຸ 95 ປີ ລູກຫຼານພາມາທ່ຽວນໍ້າປຽນຢໍລະປ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ; ລູກຫຼານຈຳນວນໜຶ່ງໃດ້ໄປຫຼິນກິດຈະກຳແລ້ວໃຫ້ພໍ່ຕູ້ລໍຖ້າຢູ່ເຂດຮ້ານອາຫານກັບຫຼານນ້ອຍອາຍຸ 12 ປີ ແຕ່ຍ້ອນຄົນຫຼາຍ ແລະ ພື້ນທີ່ປ່າກວາງຂວາງຈຶ່ງເຮັດໃຫ້ພໍ່ຕູ້ຫຼົງທາງຍ່າງໄປໃສບໍ່ຮູ້ຊອກບໍ່ເຫັນ ພະນັກງານເຮົາໄດ້ພະຍາຍາມຊ່ວຍຊອກເຕັມທີ່ແລ້ວແຕ່ຮອດປະຈຸບັນຍັງບໍ່ເຫັນເທື່ອ ຖ້າທ່ານໃດພົບເຫັນພໍ່ຕູ້ໃນຮູບຊ່ວຍແຈ້ງລູກຫຼານເພີ່ນຕາມເບີ: 02054700555.

.

.

ຂ່າວກ່ອນໜ້ານີ້

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.

LEAVE A REPLY

Please enter your comment!
Please enter your name here