1.119 ຄົນລະເມີດ ຄໍາສັງເລກທີ 15/ນຍ ໃນ 5 ປີທີ່ຜ່ານມາ

0
1126

ໃນບົດສະຫລຸບທີ່ ທ່ານ ສີໃນ ມຽງລາວັນ, ຮອງປະ ທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ສະເຫນີຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ 5 ປີ (2016-2020) ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ ໄດ້ຍົກໃຫ້ເຫັນກ່ຽວກັບການຕິດຕາມ-ກວດກາການບໍລິຫານລັດ ໂດຍສະເພາະ ການຕິດຕາມ-ກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ພົບເຫັນການລະເມີດ ແລະ ຜູ້ມີສ່ວນຮ່ວມ 1.119 ຄົນ,

ໃນນີ້ ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ ແລະ ປະຊາຊົນ 746 ຄົນ, ຢຶດໄມ້ໄດ້ 11.351,75 ແມັດກ້ອນ ແລະ 33,17 ໂຕນ, ປັບ ໄຫມ 22,28 ຕື້ກີບ, ພົບເຫັນການຄ້າງພັນທະ ແລະ ຄ້າງຊໍາລະຄ່າໄມ້ໃຫ້ລັດ 121.120,861 ແມັດກ້ອນ, ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາສະຫະລັດ.

ທ່ານ ສີໃນ ມຽງລາວັນ ໃຫ້ຮູ້ຕື່ມວ່າ: ສະເພາະການກວດກາການປະຕິບັດຄໍາສັ່ງເລກທີ 15/ນຍ ໃນປີ 2020 ຜ່ານມາ ຢຶດໄມ້ໄດ້ທັງຫມົດ 2.605 ແມັດກ້ອນ ແລະ 290,96 ໂຕນ, ຂາຍແລ້ວ 2.073 ແມັດກ້ອນ ແລະ 0,59 ໂຕນ ລວມມູນຄ່າ 5,8 ຕື້ກວ່າກີບ, ມອບເຂົ້າງົບປະມານແລ້ວ 2,9 ຕື້ກີບ, ຄ້າງມອບ 2,99 ຕື້ກີບ, ມີຜູ້ກະທໍາຜິດ 25 ຄົນ. ນອກຈາກນີ້ ກວດພົບໂຮງງານປຸງແຕ່ງໄມ້ທີ່ສ້າງຕັ້ງຂຶ້ນບໍ່ຖືກຕ້ອງ 2.788 ແຫ່ງ, ໃນນີ້ ຍຸບເລີກແລ້ວ 1.636 ແຫ່ງ, ຍັງເຫລືອ 1.152 ແຫ່ງ ແລະ ອື່ນໆ.

ໂດຍ: ມົດແດງນ້ອຍ

LEAVE A REPLY

Please enter your comment!
Please enter your name here