ເລຂາທິການໃຫຍ່ ພັກ ປປ ລາວ ພົບປະທາງໄກກັບ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດກູບາ

0
1604

ໃນຕອນຄໍ່າຂອງວັນທີ 30 ມິຖຸນາ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນ ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສ ກູບາ ໂດຍມີບັນດາຂະແໜງ ການກ່ຽວຂ້ອງອ້ອມຂ້າງສູນກາງ, ພ້ອມດ້ວຍເອກອັກຄະລັດຖະທູດຂອງທັງສອງຝ່າຍ ກໍໄດ້ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະຜ່ານວີດິໂອທາງໄກ ກັບ ສະຫາຍ ມີເກັນ ດຽດ ກາເນນເຊິ່ງເປັນການພົບປະຄັ້ງທໍາອິດຂອງ ສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ແລະ ສະຫາຍ ມີເກັນ ດຽດ ກາເນນ ທີ່ໄດ້ດໍາລົງຕໍາແໜ່ງເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງ ພັກກອມມູນິດກູບາ, ປະທານປະເທດ ສ ກູບາ. ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ; ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງທີ່ປະຊາຊົນກູບາອ້າຍນ້ອງ ພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງ ພັກກອມມູນິດກູບາ ຍາດມາໄດ້ຕະຫລອດໄລຍະ 60 ປີ ຜ່ານມາ ໂດຍສະເພາະແມ່ນຜົນສຳເລັດທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາໝາກຜົນຂອງການປະຕິ ວັດ ໃນທ່າມກາງການປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງຈັກກະພັດ ແລະ ອິດທິກຳລັງປໍລະປັກ ເປັນເວລາຫົກທົດສະວັດ; ຕີລາຄາສູງຕໍ່ຄວາມສາມັກຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ເຊິ່ງໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂື້ນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດ ປະຕິວັດຢູ່ສອງປະເທດ ລາວ ແລະ ກູບາ ກໍຄື ພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ; ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງລ້ຳຄ່າແກ່ ພັກ ແລະ ປະຊາຊົນລາວ ບັນດາເຜົ່າ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມນັ້ນ, ກໍຢືນຢັນຄືນແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສະໜັບສະໜູນ ສ ກູບາ ຕ້ານການກະທຳທຸກຮູບແບບທີ່ບໍ່ເປັນທຳ ໂດຍສະເພາະ ການປິດລ້ອມທາງດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ.

ພ້ອມນີ້, ສະຫາຍ ມີເກັນ ດຽດ ກາເນນ ໄດ້ແຈ້ງໃຫ້ຊາບສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກອມມູນິດກູບາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງສປປ ລາວ ທີ່ຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ; ບົດບາດ ແລະ ອິດທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພານັ້ນ ຈະສາມາດສືບຕໍ່ປະສົບຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫລວງກວ່າເກົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້. ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການປະຕິວັດກູບາ ຕະຫລອດໄລຍະຜ່ານມາ.

ການພົບປະຄັ້ງນີ້, ການນໍາສູງສຸດຂອງສອງພັກ, ສອງລັດ ລາວ-ກູບາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈ.

ພາບ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here