ຄຳມ່ວນ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຈຳນວນ 05 ຄົນ ຫຼ້າສຸດ

0
814

ອີງຕາມການລາຍງານ ຂອງແຟນເພສ Media Laos, ໃນຈຳນວນ 05 ຄົນຜູ້ຕິດເຊື້ອໂຄວິດ-19 ໃໝ່ລ່າສຸດ ຂອງແຂວງຄຳມ່ວນ ໃນນັ້ນ 04 ຄົນແມ່ນເປັນຄົນໃນຄອບຄົວດຽວກັນຄື: ທ້າວ ແສງຄຳລົນ ອາຍຸ 30 ປີ ຢູ່ບ້ານໂພສີ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ (ຜົວ), ນາງ ແຕ່ງ ອາຍຸ 35 ປີ (ເມຍ), ທ້າວ ບຸນຫລາຍ ອາຍຸ 09 ປີ (ລູກ), ທ້າວ ສົມຊາຍ ອາຍຸ 06 ປີ (ລູກ) ຢູ່ບ້ານຜາແດງ ເມືອງຫີນບູນ ແຂວງຄຳມ່ວນ ແລະ ນາງ ລັດສະໝີ ອາຍຸ 20 ປີ ຢູ່ບ້ານດົງສະຫງຳ ເມືອງໜອງບົກ ແຂວງຄຳມ່ວນ ເຊິ່ງເປັນແຮງງານກັບມາຈາກການໄປເຮັດວຽກຢູ່ປະເທດໄທ ກັບເຂົ້າມາຜ່ານດ່ານສາກົນຂົວມິດຕະພາບ 03 ຄຳມ່ວນ-ນະຄອນພະນົມ ໃນວັນທີ 21 ພຶດສະພາ 2021 ໂດຍໄດ້ປະຕິບັດຕາມມາດຕະການໃນການເຂົ້າ-ອອກດ່ານ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ເຊິ່ງພາຍຫລັງທີ່ໄດ້ກວດພົບເຊື້ອກໍ່ໄດ້ນຳສົ່ງເຂົ້າຮັບການປິ່ນປົວຢູ່ທີ່ສູນປິ່ນປົວທີ່ແຂວງໄດ້ກຳນົດໄວ້ ຈາກນັ້ນທີມງານເເພດ-ໝໍ ກໍ່ໄດ້ສຸມທັງເຫື່ອແຮງ ແລະ ສະຕິປັນຍາດ້ວຍຄວາມຮັບຜິດຊອບສູງເຂົ້າໃນການປິ່ນປົວຄັ້ງນີ້. ເຊິ່ງຫລັງຈາກທີ່ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຈົນຜູ້ຕິດເຊື້ອຫາຍດີແລ້ວ ທີມງານເເພດ-ໝໍ ກໍ່ໄດ້ສືບຕໍ່ເກັບຕົວຢ່າງເພື່ອກວດຫາເຊື້ອຕື່ມອີກໄລຍະໝຶ່ງ ເມື່ອຜົນກວດອອກມາເປັນລົບເຖິງ 04 ຄັ້ງ ຈຶ່ງໄດ້ມີການນຳສົ່ງໃຫ້ກັບເມືອບ້ານເຮືອນຂອງຕົນເອງ ພ້ອມນັ້ນກໍ່ໄດ້ເເນະນຳໃຫ້ເຂົາເຈົ້າສືບຕໍ່ກັກບໍລິເວນຕົນເອງ ໂດຍໃຫ້ອຳນາດການປົກຄອງບ້ານ ແລະ ຄອບຄົວເປັນຜູ້ຕິດຕາມ ຈົນຄົບຕາມກຳນົດແລ້ວຈຶ່ງອະນຸຍາດໃຫ້ອອກສູ່ສັງຄົມພາຍນອກໄດ້.

ເຂົ້າຮ່ວມໃນພິທີປະກາດສຳເລັດການປິ່ນປົວໃນຄັ້ງນີ້ ມີທ່ານ ບຸນມີ ພິມມະສອນ ຫົວໜ້າຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງຄຳມ່ວນ ພ້ອມດ້ວຍບັນດາທ່ານໃນຄະນະສະເພາະກິດ ແລະ ພະນັກງານແພດ-ໝໍເຂົ້າຮ່ວມ.

LEAVE A REPLY

Please enter your comment!
Please enter your name here