ຊົມເຊີຍ! ປກສ ເມືອງປາກກະດິງ ໃນການມ້າງຄະດີຄ້າຂາຍຢາເສບຕິດ

0
1660

ອີງຕາມການລາຍງານຈາກ ຄວາມສະຫງົບ Lao Security, ຕົ້ນເດືອນມິຖຸນາ 2021 ນີ້, ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ​ ສົມທົບກັບກຳລັງວິຊາສະເພາະ ເຂົ້າມ້າງກຸ່ມແກ້ງຄະດີເສບ ແລະ ຄ້າ-ຂາຍ ຢາເສບຕິດຢູ່ເຂດເຂື່ອນນໍ້າກະດິງ ແລະ ສາມາດກັກຕົວ ທ້າວ ພຸດ ອາຍຸ 27 ປີ ຢູ່ ບ້ານ ນໍ້າສະນາມ ເມືອງ ຄູນຄໍາ ແຂວງ ຄໍາມ່ວນ ພ້ອມທັງຂອງກາງ ເຊິ່ງເປັນຢາບ້າ ຈຳນວນ 688 ເມັດ ໄປຂະຫຍາຍຜົນຈົນສາມາດຈັບພັກພວກໄດ້ຕື່ມອີກ 3 ຄົນ ຊື່ ທ້າວ ໂຮມ ອາຍຸ 19 ປີ ຢູ່ ບ້ານ ນາຫຼວງໃຕ້, ທ້າວ ພຸດ ອາຍຸ 23 ປີ ບ້ານ ທົ່ງນາມີ ແລະ ທ້າວ ສົມບຸນຊົ່ງ ອາຍຸ 25 ປີ ບ້ານ ທົ່ງນາມີ ທັງ 3 ຄົນ ຢູ່ເມືອງປາກກະດິງ ພ້ອມຢາບ້າ 155.791 ເມັດ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ໃຫ້ຮູ້ວ່າ: ເວລາປະມານ 20:00 ໂມງ ຂອງວັນທີ 2 ມິຖຸນາ 2021 ທີ່ຜ່ານມາ,ເຈົ້າໜ້າທີ່ ໄດ້ຈັບຕົວ ທ້າວ ພຸດ ຢູ່ ເຂື່ອນນໍ້າກະດິງ ມາສອບສວນ, ເຊີ່ງຜູ້ກ່ຽວໄດ້ໃຫ້ການຊັດທອດຫາຜູ້ຮ່ວມຂະບວນການ, ມາຮອດວັນທີ 4 ມິຖຸນາ 2021 ທີ່ຜ່ານມາ ກໍສາມາດກັກຕົວ ທ້າວ ໂຮມ ພ້ອມທັງຂອງກາງເປັນຢາບ້າ ຈຳນວນ 200 ເມັດ ໄດ້ຢູ່ເຂດບ້ານວຽງຄໍາ ເມືອງ ປາກກະດິງ ມາດໍາເນີນສອບສວນ, ຈົນຕິດ ຕາມຈັບຕົວທ້າວ ພຸດ ໄດ້ຢູ່ເຂດບ້ານ ວຽງຄໍາ ພ້ອມຢາບ້າ 6.554 ເມັດ ໄປສອບຂະຫຍາຍຜົນ.

ເມື່ອມາຮອດວັນທີ 7 ມິຖຸນາ 2021 ທີ່ຜ່ານມາ ກໍສາມາດຈັບຕົວ ທ້າວ ສົມບຸນຊົ່ງ ໄດ້ຢູ່ເຂດ ບ້ານນ້ຳສາງ ເມືອງ ປາກກະດິງ. ຫຼັງຈາກນັ້ນ, ຈຶ່ງໄດ້ປະສານຫາອົງການໄອຍະການປະຊາຊົນ ເຂດ 1 ເມືອງ ປາກຊັນ ເພື່ອຂໍຄໍາສັ່ງກວດຄົ້ນເຄຫາສະຖານ (ເຮືອນ) ຕາມຂັ້ນຕອນຂອງກົດໝາຍ.

ຜ່ານການກວດຄົ້ນເຮືອນຂອງທ້າວ ສົມບຸນຊົ່ງ ພົບຢາບ້າ ຈໍານວນ 74 ມັດ ກັບ 6 ຖົງ ລວມມີ 149.037 ເມັດ, ປືນແກັບ 1 ກະບອກ, ປືນດັດແປງຍິງລູກ AK ຈຳນວນ 1 ກະບອກ ພ້ອມລູກກະປືນ 15 ລູກ ຈຶ່ງໄດ້ກັກຕົວໄປດໍາເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here