ກະຊວງອຸດສາຫະກຳ ແລະການຄ້າ ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ,ຕິດຕາມໄມ້ສົ້ນເຂົ້າ ແລະໄມ້ສົ້ນອອກຢູ່ 4 ແຂວງພາກໃຕ້

0
1322

ກະຊວງອຸດສາຫະກຳແລະການຄ້າເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ,ຕິດຕາມໄມ້ສົ້ນເຂົ້າ ແລະ ໄມ້ສົ້ນອອກ ສະບັບເລກທີ 0777/ອຄ ລົງວັນທີ 25 ສິງຫາ 2020.ໃນຕອນເຊົ້າວັນທີ 1 ກໍລະກົດ 2021 ຢູ່ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ, ມີຫົວໜ້າກົມ,ຫົວໜ້າພະແນກ,ຮອງພະແນກ,ຂະແໜງການຕ່າງໆທີ່ຂຶ້ນກັບພະແນກອຸດສາຫະກຳ ແລະ ການຄ້າ 4 ແຂວງພາກໃຕ້ ຈຳປາສັກ,ສາລະວັນ,ເຊກອງ ແລະອັດຕະປືເຂົ້າຮ່ວມ. ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ:ໃນປີ 2006 ຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ຮັບມອບໂອນໂຮງງານປຸງແຕ່ງໄມ້ຈາກ ຂະແໜງກະສິກຳ ແລະ ປ່າໄມ້ ໃນຈຳນວນທັງໝົດ 2.103 ແຫ່ງ ແລະ ນັບແຕ່ນັນເປັນຕົ້ນມາ ຈົນຮອດເດືອນ ພຶດສະພາ ປີ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປັບປຸງ, ດັດສົມ ແລະ ໄດ້ຍູບເລີກໂຮງງານປຸງແຕ່ງໄມ້ ເຊິ່ງຍັງເຫຼືອ 1090 ແຫ່ງ, ໃນນັ້ນ ມີໂຮງເລື່ອຍ 6 ແຫ່ງ, ໂຮງງານປຸງແຕ່ໄມ້ ສຳເລັດຮູບ 364 ແຫ່ງ, ໂຮງງານເຟີນີເຈີມີ 599 ແຫ່ງ ແລະ ການປຸງແຕ່ງໄມ້ ແບບຄອບຄົວມີ 121 ແຫ່ງ. ໃນນີ້ມີໂຮງງານທີ່ນຳໃຊ້ໄມ້ປູກມີ 78 ແຫ່ງ.

ຈຳນວນໂຮງງານປຸງແຕ່ງໄມ້ 969 ແຫ່ງ (ບໍ່ລວມການປຸ່ງແຕ່ງໄມ້ແບບຄອບຄົວ) ມີໄມ້ຄ້າງໂຮງງານ ທີ່ສັງລວມໄດ້ທັງໝົດ 257.779,52 ແມັດກ້ອນ. ໃນນີ້ມີ ບໍລິມາດໄມ້ຄ້າງໂຮງງານຂອງ 4 ແຂວງ ພາກໃຕ້ ຈຳນວນ 69.540,61 ແມັດກ້ອນ ຫຼື ກວມເອົາ 26,97% ຂອງໄມ້ຄ້າງທັງໝົດທົ່ວປະເທດ.

ເພື່ອສືບຕໍ່ເຮັດໃຫ້ໂຮງງານປຸງແຕ່ງໄມ້ ໄດ້ຮັບການຍົກລະດັບ ດ້ານມາດຕະຖານ ສາມາດຄຸ້ມຄອງ ແລະ ຕິດຕາມກວດກາ ການສະໜອງໄມ້ ພາຍໃນໂຮງງານປຸງແຕ່ງໄມ້ ແລະ ການຄ້າໄມ້ ຫັນເຂົ້າສູ່ລະບຽບການເທື່ອລະກ້າວ ແລະ ເປັນລະບົບຕ່ອງໂສ້ ທີ່ສາມາດຕິດຕາມທີ່ມາຂອງໄມ້ໄດ້, ພ້ອມດຽວກັນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້, ສະນັ້ນ, ໃນວັນທີ 25 ສິງຫາ 2020, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ຕິດຕາມໄມ້ສົ້ນເຂົ້າ ແລະ ສົ້ນອອກ, ສະບັບເລກທີ 0777/ອຄ.ກອຫ ເພື່ອເປັນການກຳນົດ ການຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ, ທັງສາມາດອຳນວຍຄວາມສະດວກ ໃຫ້ຜູ້ດຳເນີນທຸລະກິດໄມ້ ໄດ້ມີລະບົບບໍລິຫານຈັດການທີ່ດີຂື້ນ ເປັນຕົ້ນ ລະບົບຕິດຕາມ ແລະ ກວດກາ ໄມ້ສົ້ນເຂົ້າ, ສົ້ນອອກ ແລະ ໄມ້ຄ້າງພາຍໃນໂຮງງານປຸງແຕ່ງໄມ້, ລວມທັງລະບົບຄຳນວນອັດຕາການນຳໃຊ້ໄມ້ ຫຼື ອັດຕາການສູນເສຍຂອງໄມ້ ໂດຍຜ່ານລະບົບບັນທຶກ ຫຼື ຂຶ້ນບັນຊີ ການແປຮູບໄມ້ທ່ອນ ເປັນ ຜະລິດຕະພັນໄມ້ ອື່ນໆ.

ຂໍ້ຕົກລົງລັດຖະມົນຕີຂອງກະຊວງອຸດສາຫະກຳ ແລະ ການຄ້າທີ່ນໍາມາເຜີຍແຜ່ສະບັບນີ້ກຳນົດຫຼັກການ,ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ,ຕິດຕາມແລະ ກວດກາໄມ້ສົ້ນເຂົ້າ ແລະສົ່ງອອກຂອງຜູ້ດຳເນີນທຸລະກິດໄມ້ເພື່ອຄຸ້ມຄອງການນໍາໃຊ້ໄມ້ຢ່າງມີປະສິດທິຜົນແລະ ຖືກຕ້ອງຕາມລະລຽບກົດໜາຍ ແນໃສ່ສົ່ງເສີມການຊົມໃຊ້ຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດຫັນເປັນອຸດສາຫະກຳທັນສະໄໝ ແລະ ຍືນຍົງ.

ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ

LEAVE A REPLY

Please enter your comment!
Please enter your name here