ໂຄວິດ-19 ທີ່ໜ້າເປັນຫ່ວງ 4 ສາຍພັນ (variants of concern)

0
1036

ເພື່ອຫຼີກລ່ຽງຜົນກະທົບຕໍ່ບັນດາປະເທດທີ່ຖືກໃຊ້ຊື່ປະເທດໃນການເອີ້ນແທນຊື່ສາຍພັນຕ່າງໆຂອງພະຍາດໂຄວິດ-19, ອົງການອະນາໄມໂລກໄດ້ມີການຕັ້ງຊື່ສາຍພັນໃໝ່ຂອງພະຍາດໂຄວິດ-19. 4 ສາຍພັນດັ່ງກ່າວແມ່ນໄດ້ຖືກຈັດເປັນກຸ່ມສາຍພັນທີ່ໜ້າເປັນຫ່ວງ (variants of concern) ແລະ ຍັງມີອີກ 7 ສາຍພັນທີ່ຖືກຈັດໃນກຸ່ມສາຍພັນທີ່ຄວນເຝົ້າລະວັງ (variants of interest).

ໃນວັນທີ 30 ມິຖຸນາ 2021, ສປປ ລາວ ມີການຢັ້ງຢືນຢ່າງເປັນທາງການຈາກຄະນະສະເພາະກິດຂັ້ນສູນກາງເຖິງການກວດພົບສາຍພັນ ເດວຕາ ຈາກແຮງງານລາວທີ່ເດີນທາງກັບມາຈາກຕ່າງປະເທດຢ່າງຖືກກົດໝາຍ. ສາຍພັນດັ່ງກ່າວແມ່ນມີຄວາມສາມາດໃນການແຜ່ເຊື້ອໄດ້ໄວ ແລະ ສາມາດເຮັດໃຫ້ຜູ້ຕິດເຊື້ອມີອາການຮຸນແຮງຂຶ້ນ.

ການກວດພົບສາຍພັນດັ່ງກ່າວສະແດງໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງການມາດຕະການທີ່ໄດ້ຈັດຕັ້ງປະຕິບັດເຊັ່ນ: ການເກັບຕົວຢ່າງທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ເພື່ອກວດຫາເຊື້ອ ແລະ ການຈຳກັດບໍລິເວນໃນສະຖານທີ່ທີ່ທາງການໄດ້ກຳນົດໄວ້ໃຫ້ຄົບ 14 ວັນ. ການປະຕິບັດມາດຕະການດັ່ງກ່າວສາມາດຫຼຸດຜ່ອນຄວາມສ່ຽງຂອງການລະບາດໄດ້. ຍ້ອນການລະບາດຂອງສາຍພັນໃໝ່ໃນບັນດາປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັບ ສປປ ລາວ, ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດແມ່ນໄດ້ເຝົ້າລະວັງສະຖານະການ ແລະ ຄວາມສ່ຽງຕ່າງໆຢ່າງໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ມີການລະບາດຮອບໃໝ່ໃນປະເທດຂອງພວກເຮົາ.

ຫຼັກຖານທາງວິທະຍາສາດຢັ້ງຢືນວ່າທຸກໆສາຍພັນຂອງພະຍາດໂຄວິດ-19 ສາມາດຫຼຸດຜ່ອນການຕິດເຊື້ອ ແລະ ແຜ່ເຊື້ອໄດ້ດ້ວຍມາດຕະການຂັ້ນຕົ້ນເຊັ່ນ: ການຮັກສາໄລຍະຫ່າງ, ຈໍາກັດບໍລິເວນໃຫ້ຖືກຕ້ອງ ແລະ ຄົບຕາມກໍານົດ, ແຍກຕົນເອງຈາກຜູ້ອື່ນຖ້າຮູ້ສຶກບໍ່ສະບາຍ, ໄປກວດຫາເຊື້ອພະຍາດໂຄວິດ-19 ຖ້າມີອາການສົງໄສ ຫຼື ມີຄວາມສ່ຽງ, ການລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືທີ່ປະສົມດ້ວຍທາດເຫຼົ້າຢ່າງໜ້ອຍ 70%, ການໃສ່ຜ້າອັດປາກ-ດັງ, ການເຮັດຄວາມສະອາດຈຸດທີ່ມືເຮົາຈັບເລື້ອຍໆ ແລະ ຈຸດສ່ຽງຕ່າງໆເປັນຕົ້ນ.

ແຫຼ່ງຂໍ້ມູນ: https://www.who.int/en/activities/tracking-SARS-CoV-2-variants/

LEAVE A REPLY

Please enter your comment!
Please enter your name here