ຕາມ ສຳນັກງານຂ່າວ ປະຊາຊົນ ລາຍງານ: ເມື່ອບໍ່ດົນມານີ້ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນກັກກັນ ວິທະຍາໄລຄູສາລະວັນ ຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອການຕິດຕາມ, ກວດກາ ແລະ ລາຍງານຢ່າງຕໍ່ເນື່ອງໃນການເກັບກຳສະຖິຕິຈຳນວນຄົນ ເຂົ້າ-ອອກ, ບັນດາໜ້າວຽກຕ່າງໆໃນແຕ່ລະມື້ຢ່ງຖີ່ຖ້ວນ, ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບການຈຳກັດບໍລິເວນໃຫ້ຄົບ 14 ວັນ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ.

ນອກຈາກນັ້ນ ຕ້ອງໄດ້ເພີ່ມທະວີ ປຸກລະດົມພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງສູນ ເປັນເຈົ້າການຕໍ່ກັບວຽກງານດັ່ງກ່າວເຊັ່ນກັນ. ໃນໂອກາດທີ່ທ່ານໄດ້ລົງມາຢ້ຽມຢາມໂອ້ລົມຄັ້ງນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ, ລົດຈັກ 3 ລໍ້, 1 ຄັນ ລວມມູນຄ່າ 62 ລ້ານກີບ ແລະ ເຄື່ອງປະຈຳວັນຈຳນວນໜຶ່ງນຳອີກ.

ມາຮອດປັດຈຸບັນນີ້ ທົ່ວແຂວງສາລະວັນ ມີຜູ້ຕິດເຊື້ອສະສົມທັງໝົດ 475 ຄົນ, ​ປິ່ນ​ປົວ​ດີ​ 30 ຄົນ. ສືບຕໍ່ປິ່ນປົວ 445 ຄົນ, ສຳລັບການປິ່ນປົວຜູ້ຕິດເຊື້ອ ແມ່ນນຳໃຊ້ໂຮງໝໍພາກສະໜາມ (ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ) ແລະ ໂຮງໝໍແຂວງສາລະວັນ, ນັບແຕ່ວັນທີ 13 ກໍລະກົດ ຫາ 1 ສິງຫາ 2021 ມີແຮງງານໃນສູນທັງໝົດ 1.094 ຄົນ.

LEAVE A REPLY

Please enter your comment!
Please enter your name here