ຈັບກຸມແກ້ງສໍ້ໂກງຊັບ 3 ຄົນ ມູນຄ່າເສຍຫາຍເກືອບ 400 ລ້ານ ກີບ

0
1400

ກັກຕົວກຸ່ມແກ້ງສໍ້ໂກງຊັບພົນລະເມືອງ 3 ຄົນ, ຜົນເສຍຫາຍເກືອບ 400 ລ້ານກີບ

ຕາມການລາຍງານ ຂອງປົກກັນຄວາມສະຫົງບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2021, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຈັນທະບູລີ ນວໄດ້ກັກຕົວກຸ່ມແກ້ງສໍ້ໂກງຊັບພົນລະເມືອງຈໍານວນ 3 ຄົນຄື: ນາງ ວັນນະພອນ ອາຍຸ 43 ປີ,ອາຊີບຄ້າຂາຍ ຢູ່ບ້ານທາດຫຼວງກາງ ເມືອງໄຊເສດຖາ ນວ, ທ້າວ ພອນສະຫວັນ ອາຍຸ 60 ປີ,ອາຊີບ ຄ້າຂາຍ ຢູ່ບ້ານໄຊສົມບູນ ເມືອງໄຊທານີ ນວ ແລະ ທ້າວ ວົງກົດ ອາຍຸ 60 ປີ, ອາຊີບ ກໍາມະກອນ ຢູ່ບ້ານນາໄຮ່ ເມືອງຫາດຊາດຟອງ ນວ. ສ້າງຜົນເສຍຫາຍທັງໝົດ 390.000.000 ກີບ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ພັທ ພອນໃຈ ພາມຸງຄຸນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະລີ ນວ ໃຫ້ຮູ້ວ່າ: ໃນຕົ້ນເດືອນ ມີນາ 2021, ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າ: ຖືກສໍ້ໂກ້ງຊັບ. ຫຼັງຈາກນັ້ນ ເຈົ້າໜ້າທີ່ຕໍາຫຼວດຈຶ່ງໄດ້ທໍາການ ເກັບກຳຂໍ້ມູນຫຼັກຖານຢ່າງລະອຽດຊັດເຈນຈຶ່ງໄດ້ຮຽກຕົວນາງ ວັນນະພອນ ມາສອບສວນ. ຜ່ານການສອບສວນຕົວຈິງຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນເອງໄດ້ສ້າງຂໍ້ມູນເທັດຂຶ້ນມາແທ້ ໂດຍອ້າງວ່າ: ຈະມີເງິນກອງທຶນຊ່ວຍເຫຼືອຈາກຕ່າງປະເທດເພື່ອມາຊ່ວຍເຫຼືອປະຊາຊົນທຸກຍາກເຂົ້າມາເປັນຈໍານວນຫຼວງຫຼາຍ, ຖ້າຫາຜູ້ໃດຢາກໄດ້ແມ່ນ ໃຫ້ມາລົງທະບຽບຜູ້ລະ 500.000 ກີບ ແລ້ວຈະໄດ້ເງິນຊ່ວຍເຫຼືອ ໂດຍການໂອນເງິນເຂົ້າບັນຊີ 50.000 ໂດລາຕໍ່ຄົນ. ເມື່ອປຸກລະດົມຫຼາຍຄັ້ງ ຈຶ່ງເຮັດໃຫ້ຜູ້ເສຍຫາຍຫຼົງເຊື່ອຈຶ່ງໄດ້ເອົາຊັບສິນຂອງຕົນໄປຂາຍແລ້ວນໍາເອົາເງິນຈໍານວນດັ່ງກ່າວໄປລົງທະບຽບ ແລະ ໄດ້ລົງທະບຽນຕົກເປັນຈໍານວນ 780 ຄັ້ງ, ລວມເປັນເງິນທັງໝົດ 390.000.000 ກີບ.

ນອກນັ້ນ ນາງ ວັນນະພອນ ໄດ້ຮັບສາລະພາບຕື່ມອີກວ່າ: ການຕົວະຍົວະຫຼອກລວງຄັ້ງນີ້ ບໍ່ແມ່ນຕົນເອງເຮັດພຽງຄົນດຽວຍັງມີຜູ້ຮ່ວມຂະບວນການອີກ ຄື: ທ້າວ ວົງກົດ ແລະ ທ້າວ ພອນສະຫວັນ ທີ່ໄດ້ຮ່ວມກັນປືກສາຫາລືວາງແຜນ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຮຽກຕົວ ທ້າວ ວົງກົດ ແລະ ທ້າວ ພອນສະຫວັນ ເຂົ້າມາສອບສວນ ແລະ ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ໄດ້ຮ່ວມກັນຕົວະຍົວະຫຼອກລວງຄັ້ງນີ້ແທ້, ສ່ວນເງິນທັງໝົດທີ່ໄດ້ມານັ້ນ ພວກກ່ຽວທັງ 3 ຄົນ, ໄດ້ແບ່ງປັນກັນເອົາໄປໃຊ້ຈ່າຍ ແລະ ເຈົ້າໜ້າທີ່ເກັບກູ້ຄືນມາໄດ້ຄື: ເງິນໂດລາ 1300 ໂດລາ, ເງິນກີບ 10 ລ້ານກີບ, ຄໍາ 4 ບາດເຄິ່ງ ພ້ອມດ້ວຍລົດຕູ້ 1 ຄັນ ແລະ ໄດ້ມອບຄືນໃຫ້ຜູ້ເສຍຫາຍ.

LEAVE A REPLY

Please enter your comment!
Please enter your name here