ລາວ – ສະວິດ ສືບຕໍ່ເພີ່ມທະວີການຮ່ວມມື

0
1175

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມ​ຄະ​ນະ ​ໄດ້​ພົບ​ປະ​ສອງ​ຝ່າຍ ກັບ ທ່ານ ອິ​ກນາ​ຊີ​ໂອ​ ກາດສີດ​ສ (Ignazio Cassis) ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ແຫ່ງ ສະ​ມາ​ພັນ​ທະ​ລັດ ສະ​ວິດ ພ້ອມດ້ວຍຄະນະ ​ໃນ​ວັນ​ທີ 3 ສິງ​ຫາ 2021 ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 3-4 ສິງຫາ 2021.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍໄດ້​ທົບ​ທວນ​ຄືນ ແລະ ຕີ​ລາ​ຄາ​ສູງ​ ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ໃນ​ໄລ​ຍະ​ຜ່ານ​ມາ ໂດຍ​ໄດ້​ຮັບ​ການ​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ຕໍ່​ເນື່ອງ ບົນ​ພື້ນ​ຖານ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ການ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນ, ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1963.

ໃນ​ໂອ​ກາດ​ດຽວ​ກັນ​, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຍັງ​ໄດ້​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ຊ່ວຍ​ເຫຼືອອັ​ນ​ລ້ຳ​ຄ່າ​ຂອງ​ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ ສະ​ວິດ ທີ່​ມີ​ຕໍ່ ສ​ປ​ປ ລາວ ຕະ​ຫຼອດໄລ​ຍະ​ຜ່ານ​ມາ ໂດຍ​ສະ​ເພາະແມ່ນ​ໃນລະຫວ່າງປີ 2006-2021 ທີ່ ສະ​ວິດ ໄດ້​ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ ລວມມູນຄ່າທັງໝົດປະມານ 224 ລ້ານສະວິດຝຣັ່ງ ຊຶ່ງກວມເອົາ​ຫຼ​າຍ​ຂະ​ແໜງ​ການ​ທັງໃນ​ຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ​ເຊັ່ນ: ຂະແໜງກະ​ສິ​ກຳ, ສາ​ທາ​ລະ​ນະ​ສຸກ, ການສຶກ​ສາ, ການ​ຄ້າ-ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ສະ​ຖິ​ຕິ, ພະ​ລັງ​ງານ​ໄຟ​ຟ້າ, ການ​ປົກ​ຄອງ, ການເກັບກູ້ລະເບີດ UXO, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຊັບພະຍາກອນທໍາມະຊາດ ແລະ ສິ່ງ​ແວດ​ລ້ອມ (ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ), ໂຍ​ທາທິການ ແລະ ​ມະ​ນຸດ​ສະ​ທຳ. ປັດ​ຈຸ​ບັນ, ສະ​ວິດ ໄດ້​ສຸມ​ໃສ່​ການ​ຊ່ວຍ​ເຫຼືອໃນຂະແໜງການບຸລິມະສິດຂອງການພັດທະນາຢູ່ ສປປ ລາວ ເຊັ່ນ: ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ; ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ; ອາຊີວະສຶກສາ, ການຈ້າງງານ ແລະ ການ​ພັດ​ທະ​ນາ​ສີ​ມື​ແຮງ​ງານ.

ນອກນັ້ນ, ສະ​ວິດ ຍັງ​ໄ​ດ້ປະ​ກອບ​ສ່ວນການຊ່ວຍເຫຼືອດ້ານສະບຽງອາຫານໃຫ້ ແຮງງານລາວທີ່ສູນຈຳກັດບໍລິເວນພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ວັກຊິນຕ້ານ ໂຄວິດ-19 ຜ່ານໂຄງການ Covax Facility Programme ແລະ ຫຼາຍໆ​ໂຄງ​ການ​ທີ່ສະໜັບສະໜູນວຽກງານການປ້ອງກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19. ​ພິ​ເສດ, ໃນ​ໂອ​ກາດ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ມີ​ພິ​ທີ​ລົງ​ນາມ​ໃນ​ຂອບ​ການ​ຊ່ວຍ​ເຫຼືອ​ໃໝ່ແກ່ ສ​ປ​ປ ລາວ ໃນສັນ​ຍາວ່າ​ດ້ວຍ​ການຊ່ວຍ​ເຫຼືອດ້ານວິຊາການ, ວັດທະນະທໍາ, ການເງິນ, ເສດຖະກິດ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ.

ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ພ້ອມ​ກັນ​ຕີ​ລາ​ຄາ​ສູງ​ ຕໍ່​ການຮ່ວມມືໃນຂອບອາຊຽນ ຊຶ່ງໃນ​ໄລ​ຍະ​ຜ່ານ​ມາ ​ສະ​ວິດ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເສີມຂະຫຍາຍການພົວພັນກັບບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ໃນຖານະເປັນຄູ່ຮ່ວມມືພັດທະນາ, ອັນພົ້ນເດັ່ນແມ່ນການຄ້າ ອາຊຽນ-ສະ​ວິດ ໃນປີ 2020 ມີມູນ​ຄ່າ​ລວມ​ 25,86 ຕື້ໂດລາ, ການລົງທຶນຈາກ ສະ​ວິດ ຢູ່ ອາຊຽນ ມີທ່າ​ອ່ຽງ​ເພີ່ມ​ຂຶ້ນ ຈາກ​ປີ 2018 ມີມູນຄ່າ 0,71 ຕື້ໂດລາ ​ແລະ ​ໃນ​ປີ 2019 ແມ່ນມີມູນຄ່າ​ເພີ່ມ​ຂຶ້ນ​ເປັນ 3,53 ຕື້ໂດລາ.

ຂໍ້ມູນ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here