ຈັດການແທ້​! ຮ້ານອາຫານທີ່ເປີດກາຍໂມງ ລະເມີດຄຳສັ່ງ

0
1362

ເຈົ້າໜ້າທີ່ໃຊ້ມາດຕະການເດັດຂາດຕໍ່ 2 ຮ້ານ ທີ່ລະເມີດ ແຈ້ງການ 018/ສພກ.ນວ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຄືນວັນທີ 1 ສິງຫາ 2021, ເຈົ້າໜ້າທີ່ຕໍາຫຼວດພະແນກທ່ອງທ່ຽວ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ນໍາໂດຍ ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໄດ້ສົມທົບກັບກອງພັນປ້ອງກັນເຄື່ອນທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາພົບເຫັນ ຮ້ານ ຊີຊີ ບຣາ ຢູ່ເຂດສາມແຍກຫຼັກ 1 ບ້ານຫາຍໂສກ ເມືອງຈັນທະບູລີ ແລະ ຮ້ານອາຫານ ດົງຫອຍ ຢູ່ເຂດເສັ້ນທາງຕັດໃໝ່ລະຫວ່າງ ບ້ານພະຂາວ ຫາ ບ້ານ ຄໍາຮຸ່ງ ເມືອງໄຊທານີ ເປີດໃຫ້ໃຊ້ບໍລິການເກີນໂມງທີ່ກໍານົດໄວ້ ( 22:00 ໂມງ ) ແລະ ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍລະເມີດຕໍ່ແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຕໍ່ກັບຮ້ານ ຊີຊີ ບຣາ ແລະ ຮ້ານອາຫານ ດົງຫອຍ ເຈົ້າໜ້າທີ່ ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ທີ່ລະບຸໄວ້ໃນຂໍ້ 3 ວ່າ: ບຸກຄົນ ຫຼື ນິຕິບຸກຄົນໃດ ຫາກລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກ ແມ່ນຈະຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ. ດັ່ງນີ້: ບຸກຄົນທີ່ລະເມີດ ໃຫ້ປັບໄໝ ແຕ່ 500.000-3.000.000 ກີບ ຕໍ່ຄົນ ແລະ ຕໍ່ຄັ້ງ; ສ່ວນນິຕິບຸກຄົນທີ່ລະເມີດ ໃຫ້ປັບໄໝ ແຕ່ 5.000.000-10.000.000 ກີບ ຕໍ່ນິຕິບຸກຄົນ ແລະ ຕໍ່ຄັ້ງ.

ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຈິ່ງຮຽກຮ້ອງມາຍັງບັນດາຮ້ານອາຫານ-ກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ວາງອອກຢ່າງເຂັ້ມງວດ ເພື່ອບໍ່ໃຫ້ພະຍາດສືບຕໍ່ແຜ່ລະບາດ ແລະ ເຮັດໃຫ້ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນກັບຄືນສູ່ສະພາວະປົກກະຕິໂດຍໄວ.

LEAVE A REPLY

Please enter your comment!
Please enter your name here