ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ລັດຖະບານເກັບອາກອນລາຍໄດ້ຈາກຜູ້ຂາຍເຄື່ອງອອນລາຍ

0
874

ສສຊ ສະເໜີໃຫ້ລັດຖະບານເກັບອາກອນລາຍໄດ້ຈາກຜູ້ຂາຍເຄື່ອງອອນລາຍ

ຕາມ Lao National Radio ລາຍງານ: ການດໍາເນີນກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ສິງຫາ 2021 ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາເຫັນ ແລະ ຮັບຮອງເອົາການປັບປຸງບາງມາດ ຕາຂອງ 4 ຮ່າງກົດໝາຍໃນຂົງເຂດເສດຖະກິດ ຄື: ກົດ ໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າອາກອນຊົມໃຊ້. ສສຊ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ແລະ ສະເໜີຫລາຍບັນຫາຕໍ່ລັດຖະບານເພື່ອແນໃສ່ເຮັດໃຫ້ການປັບປຸງບາງມາດຕາຂອງທັງ 4 ກົດໝາຍສົມບູນ ແລະ ຮັດກຸມຂຶ້ນກວ່າເກົ່າ.

ໃນນີ້ ບັນຫາການຄ້າຂາຍອອນລາຍ ແມ່ນບັນ ຫາໜຶ່ງທີ່ ສສຊ ໃຫ້ຄວາມສົນໃຈ ແລະ ສະເໜີໃຫ້ລັດຖະ ບານເກັບອາກອນລາຍໄດ້ຈາກຜູ້ຄ້າຂາຍອອນລາຍເຫລົ່ານີ້. ທ່ານ ບຸນມີ ພິມມະສອນ ສສຊ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະກອບຄໍາເຫັນວ່າ: ປັດຈຸບັນ ຜູ້ຄ້າຂາຍອອນລາຍມີລາຍຮັບຈໍານວນບໍ່ໜ້ອຍໃນແຕ່ລະວັນ, ດັ່ງ ນັ້ນ ລັດຖະບານ ຄວນມີວິທີຄຸ້ມຄອງ ແລະ ມີມາດຕະການເກັບອາກອນລາຍໄດ້ຈາກເຂົາເຈົ້າ ເພາະຈະເປັນແຫລ່ງລາຍຮັບໜຶ່ງທີ່ສໍາຄັນຂອງລັດຖະບານ. ສ່ວນ ທ່ານ ລິນຄໍາ ດວງສະຫວັນ ສສຊ ເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ປະກອບຄໍາເຫັນວ່າ: ລັດຖະບານ ຄວນພິຈາລະນາເພີ່ມຕື່ມກັບກຸ່ມທີ່ຂາຍເຄື່ອງອອນລາຍທີ່ນັບມື້ເພີ່ມຂຶ້ນໃນປັດຈຸບັນ, ຄວນມີກົນໄກ ຫລື ມາດຕະການໃນການເກັບພາສີລາຍໄດ້ ຫລື ອາກອນມູນຄ່າເພີ່ມຈາກກຸ່ມຄົນທີ່ປະກອບການໃນດ້ານນີ້ເພາະຈະເຮັດໃຫ້ລັດຖະບານມີລາຍຮັບເພີ່ມຕື່ມອີກຫລາຍສົມຄວນ. ນອກຈາກທັງສອງທ່ານດັ່ງກ່າວ, ຍັງມີ ສສຊ ອີກຫຼາຍທ່ານກໍ່ໄດ້ສະເໜີ້ກ່ຽວກັບການວາງມາດຕະການເພື່ອເກັບລາຍຮັບຈາກຜູ້ຄ້າຂາຍເຄື່ອງອອນລາຍເຊັ່ນດຽວ ກັນ.

ຢ່າງໃດກໍ່ຕາມ, ໃນໂອກາດທີ່ຜູ້ຕາງໜ້າຄະນະຮັບຜິດຊອບປັບປຸງບາງມາດຕາຂອງທັງ 4 ກົດໝາຍໃນຂົງເຂດເສດຖະ ກິດຕໍ່ກອງປະຊຸມສະພາໃນຄັ້ງນີ້ ໄດ້ຢືນຢັນວ່າ: ຜ່ານມາມີຜູ້ປະກອບທຸລະກິດດ້ານອອນລາຍຈໍານວນໜຶ່ງທີ່ໄດ້ໄປຂຶ້ນທະບຽນ ແລະ ເສຍອາກອນນໍາຂະແໜງການກ່ຽວຂ້ອງຫລາຍສົມຄວນໃນແຕ່ລະປີ ໂດຍສະເພາະ ຟຸດແພນດາ. ສ່ວນຜູ້ຄ້າຂາຍເຄື່ອງອອນລາຍອື່ນໆ ຂະ ແໜງການທີ່ກ່ຽວຂ້ອງຈະພະຍາຍາມຫາວິທີ ຫລື ມີມາດຕະການຄຸ້ມຄອງຕໍ່ຜູ້ປະກອບການເຫລົ່ານີ້ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.

LEAVE A REPLY

Please enter your comment!
Please enter your name here