ພະແນກໂຍທາທິການ ແລະ ຂົນສົ່ງແຈ້ງ! ຫ້າມລົດບັນທຸກ ນໍ້າຫນັກລວມເກີນ 15 ໂຕນ ເຂົ້ານະຄອນຫຼວງພະບາງ

0
2807

ພະແນກໂຍທາທິການ ແລະ ຂົນສົ່ງ ແຈ້ງການ ເຖິງ: ບັນດາທ່ານ ນັກທຸລະກິດ, ຂົນສົ່ງສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ທີ່ນັບຖື.

ເລື່ອງ: ຫ້າມລົດບັນທຸກທຸກສິນຄ້າທຸກປະເພດ ນໍ້າຫນັກລວມເກີນ 15 ໂຕນ ເຂົ້ານະຄອນຫຼວງພະບາງ.

– ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ເລກທີ 19145/ຍທຂ, ລົງວັນທີ24 ສິງຫາ 201 8 ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງພະແນກ ໂຍທາທິການ ແລະ ຂົນສົ່ງປະຈໍາແຂວງ, ນະຄອນຫຼວງ,

– ອີງຕາມ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 723/ຈຂ-ຫຼຸບ, ລົງວັນທີ 5 ພະຈິກ 2018 ວ່າດ້ວຍການຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ໃນນະຄອນ ຫຼວງພະບາງ;

– ອີງຕາມບົດບັນທຶກກອງປະຊຸມ ຮ່ວມກັບ ກອງບັນຊາການ ປກສ ແຂວງ ແລະ ຂະແຫນງການທີ່ກ່ຽວຂ້ອງ ຄັ້ງວັນທີ 28 ກໍລະກົດ 2020 ທີ່ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ.

ຫົວຫນ້າ ພະແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງພະບາງ ອອກແຈ້ງການ ດັ່ງນີ້:

1. ຫ້າມບໍ່ໃຫ້ລົດບັນທຸກຂະຫນາດໃຫຍ່ທຸກປະເພດ(ລວມທັງລົດເປົ່າ) ແລະ ລົດບັນທຸກສິນຄ້າ ທີ່ມີນໍ້າ ຫນັກລວມ(ນ້ໍາຫນັກລົດ+ນ້ໍາຫນັກສົນຄ້າ) ເກີນ 15ໂຕນ ເຂົ້າ-ອອກ ນະຄອນ ຫຼວງພະບາງ ຢ່າງເດັດຂາດ, ໃຫ້ຄ່ຽນ ຖ່າຍສິນຄ້າ ຈາກ ລົດບັນທຸກຂະຫນາດໃຫຍ່ ໃສ່ລົດບັນທຸກຂະຫນາດນ້ອຍເພື່ອຂົນສົ່ງສິນຄ້າເຂົ້າໃນຕົວເມືອງ, ເລີ້ມ ຈັດຕັ້ງປະຕິ ບັດ ແຕ່ວັນທີ 01 ຕຸລາ 2021 ເປັນຕົ້ນໄປ; ສາຍທາງທີ່ຫ້າມລົດດັ່ງກ່າວໃນຂໍ້1 ຜ່ານ ມີດັ່ງນີ້: ຈຸດ3ແຍກ ບ້ານກົກງິ້ວ, ຈຸດ3ແຍກ ສົ້ນຂົວນ້ໍາຄານ ເຂດບ້ານຜານົມ, ຈຸດທາງເຂົ້າສະຫນາມບິນເບື້ອງເຫນືອ ເຂດບ້ານພູຊ້າງຄໍາ, ຈຸດ3ແຍກ ທ່າເຮືອບ້ານດອນໃຫມ່ ແລະ ບໍ່ໃຫ້ຂື້ນບັກທ່າຊຽງແມນ ເມືອງຈອມເພັດ ຫາ ທ່າເຮືອຫຼວງ;

2. ສະເພາະລົດຂົນສົ່ງສິນຄ້າທີ່ບໍ່ສາມາດແຍກສີ້ນສ່ວນໄດ້ ຫຼື ເອີ້ນວ່າ ກໍລະນີມີຄວາມຈໍາເປັນ ພະແນກ ໂຍທາທິການ ແລະ ຂົນສົ່ງ ຈະໄດ້ກວດກາດ້ານເຕັກນິກລົດ, ເຕັກນິກຂົວ-ທາງ ເສຍກ່ອນເພື່ອຄົ້ນຄ້ວາພິຈາລະນາ.

ສະນັ້ນ, ຈິ່ງແຈ້ງມາຍັງບັນດາທ່ານ ເພື່ອຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here