ລາຍລະອຽດຜູ້ເສຍຊີວິດໃໝ່ +2 ລາຍງານ 9 ຕຸລາ 2021

0
4550

ຕາມການລາຍງານ ຂອງຜູ້ເສຍຊີວິດໃໝ່ ລາຍງານໂດຍຄະນະສະເພາະກິດປະຈຳວັນທີ 9 ກັນຍາ 2021 ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 80 ປີ, ບ້ານໂພນສະຫວັນ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ,​ ມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ເປັນອຳມະພາດ.

  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ລູກຊາຍ ແລະ ລູກໄພ້ ຕິດເຊື້ອ).
  • ວັນທີ 1 ຕຸລາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ, ວັນທີ 6 ຕຸລາ 2021​ ຜູ້ກ່ຽວ ພ້ອມດ້ວຍພັນລະຍາ ຈຶ່ງໄດ້ໄປເກັບຕົວຢ່າງກວດ ແລະ ຜົນກວດພົບເຊື້ອໃນວັນທີ 8 ຕຸລາ 2021 ໃນມື້ດຽວກັນ ທີມງານໄດ້ໂທແຈ້ງຜົນກວດ ແລະ ປະສານພົວພັນລົດ ແຕ່ຄົນເຈັບໄດ້ເສຍຊີວິດລົງຢູ່ບ້ານ ໃນເວລາ 16:00 ໂມງ.

ຜູ້ທີ 2: ເພດຊາຍ, ອາຍຸ 58 ປີ, ອາຊີບ: ຂາຍດິນບ໋ອກເຮັດເສົາ, ບ້ານທ່າແຂກ, ເມືອງຫາດຊາຍຟອງ,​ ນະຄອນຫຼວງວຽງຈັນ,​ ມີພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນພະຍາດໂຄວິດ-19 (ພັນລະຍາຕິດເຊື້ອ).

  • ວັນທີ 8 ຕຸລາ 2021: ຜູ້ກ່ຽວໄດ້ໄປຟອກໄຂ່ຫຼັງໃນຕອນທ່ຽງ ພາຍຫຼັງຟອກແລ້ວ ໃນເວລາ 16:00 ໂມງ ມີອາການເມື່ອຍ ແລະ ງ້ວງຊືມເວລາ 18:00 ໂມງ ມາກວດຢູ່ໂຮງໝໍມີດຕະພາບ (ຄົນເຈັບບໍ່ໄດ້ສະຕິ) ເວລາ 19:00​ ໂມງ ເກັບຕົວຢ່າງກວດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19 ເວລາ 20:00 ໂມງ ຜູ້ກ່ຽວເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here