ກໍານົດຫໍພັກຫຼັງທີ 2 ຂອງໂຮງງານເວນເຈີ ເປັນສູນກັກກັນປິ່ນປົວ

0
3648

ກໍານົດເອົາຫໍພັກຫຼັງທີ 2 ຂອງ ໂຮງງານເວນເຈີ ເປັນສູນກັກກັນປິ່ນປົວ ພາຍຫຼັງກວດພົບຜູ້ຕິດເຊື້ອໂຄວິດ-19

ໃນວັນທີ 8-10 ຕຸລາ 2021 ທີ່ຜ່ານມາ, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ສົມທົບກັບອໍານາດປົກຄອງເມືອງ ໄຊທານີ ແລະ ປກສ ກຸ່ມ ສີວິໄລ ລົງກວດກາປະເມີນ ການລະບາດຂອງພະຍາດໂຄວິດ 19 ໂຮງງານເວນເຈີ ຕັ້ງຢູ່ບ້ານ ສາຍນ້ຳເງິນ ເມືອງໄຊທານີ ນວ ພ້ອມທັງວາງແຜນກໍານົດເອົາຫໍພັກແຮງງານຫຼັງທີ 2 ຂອງໂຮງງານ ເປັນໂຮງໝໍພາກສະໜາມ ເພື່ອປົວປິ່ນແຮງງານກັບທີ່. ຜ່ານການລົງກວດໂຮງງານດັ່ງກ່າວ ມີຜູ້ອອກແຮງງານ ທັງໝົດ 860 ຄົນ, ຍິງ 754 ຄົນ.

ໃນນີ້ ມີຜູ້ອອກແຮງງານ ນອນຢູ່ຫໍພັກ 321 ຄົນ, ມາດ້ວຍຕົນເອງມີ 487 ຄົນ ແລະ ລົດໂຮງງານຮັບສົ່ງ 52 ຄົນ, ຈໍານວນຜູ້ອອກແຮງງານໄດ້ສັກຢາວັກຊິນຄົບ 2 ໂດສ ມີ 840 ຄົນ, 1 ໂດສ ມີ 10 ຄົນ ແລະ ບໍ່ທັນສັກວັກຊິນຈຳນວນ 10 ຄົນ, ສາເຫດ (ຖືພາ).

ໃນໂຮງງານ ມີຫໍພັກ 2 ຫຼັງ, ຫຼັງທີ 1 ມີຜູ້ອອກແຮງງານ ຕິດເຊື້ອ 91 ຄົນ ໄດ້ນໍາສົ່ງຕົວໄປປິ່ນປົວຢູ່ສູນປິ່ນປົ່ວດົງໂດກ, ສູນປິ່ນປົວຫລັກ 27, ສູນປິ່ນປົວລ້ານຊ້າງ, ພາຍຫຼັງມີການແຜ່ລະບາດພະຍາດທາງໂຮງງານກໍໄດ້ປິດຫໍພັກ 1 ຫຼັງ ແລະ ໄດ້ຍ້າຍຜູ້ສຳພັດກໍລະນີ c2, c3, c4 ໄປລວມຕົວກັນຢູ່ຫໍພັກຫຼັງທີ 2; ເຊິ່ງມີຜູ້ອອກແຮງງານ ທັງໝົດ 232 ຄົນ, ຍິງ 230 ຄົນ ແລ້ວສືບຕໍ່ເກັບຕົວຢ່າງ ໃນວັນທີ 23 ກັນຍາ 2021 ຜົນເປັນລົບ ແຕ່ທາງໂຮງງານ ໃຫ້ສືບຕໍ່ກັກກັນຕົວຄົບ 14 ວັນ ແລ້ວກັບມາກວດຫາເຊື້ອຄືນໃໝ່ ຈິ່ງພົບກໍລະນີເປັນບວກ ( ຕິດເຊື້ອ ) ແລະ ມີການລະບາດຢູ່ຫໍພັກຫຼັງທີ 2 ຈໍານວນ 198 ຄົນ, ຍິງ 197 ຄົນ.

ດັ່ງນັ້ນ ຕໍ່ກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນໂຮງງານ ທາງຄະນະສະເພາະກິດ ຈຶ່ງໄດ້ມີມາດຕະການ ແລະ ກໍານົດເອົາຫໍພັກຫຼັງທີ 2 ຂອງໂຮງງານ ເປັນຈຸດກັກກັນ ແລະ ປິ່ນປົວກັບທີ່, ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງຊາວ ນວ ໂດຍສະເພາະຜູ້ອອກແຮງງານ ຫຼື ຜູ້ກຳລັງຕິດເຊື້ອພະຍາດ ໃຫ້ກັກກັນປິ່ນປົວ ຈົ່ງປະຕິບັດຕາມມາດຕະການຂອງຄະນະສະເພາະກິດກໍານົດໄວ້ ເພື່ອເຮັດໃຫ້ການແຜ່ລະບາດພະຍາດ ໃນ ນວ ເວົ້າສະເພາະໃນຂອບເຂດພື້ນທີ່ໂຮງງານ ຢຸດຂາດດ້ວຍດີບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here