ແຈ້ງການຮັບມື ການປ່ອຍນໍ້າຂອງເຂື່ອນໄຟຟ້າເຊລະນອງ1

0
2530

ແຈ້ງການຈາກຫ້ອງວ່າການແຂວງສະຫວັນນະເຂດ ເລື່ອງ: ກະກຽມຮັບມືໄພພິບັດນ້ໍາຖ້ວມ ຈາກການປ່ອຍນໍ້າຂອງເຂື່ອນໄຟຟ້າ ເຊລະນອງ1.

ຫ້ອງວ່າການແຂວງ ສະຫວັນນະເຂດ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຊາບວ່າ:

ບໍລິສັດເຂື່ອນໄຟຟ້າ ເຊລະນອງ1 ມີແຜນຄາດຄະ ນເປີດປະຕູລະບາຍນ້ໍາຂອງເຂື່ອນໄຟຟ້າເຊລະນອງ 1 ເພື່ອບໍລິຫານລະດັບນໍ້າໃນອ່າງເກັບນ້ໍາພາຍໃນເຮືອນ ເລີ່ມແຕ່ເວລາ 00:00ໂມງ ຂອງວັນທີ 13/10/2011 ຫາເວລາ 24:00ໂມງ ຂອງວັນທີ 21/10/2011 ຄາດວ່າປະລິມານນໍ້າໄຫຼເຂົ້າອ່າງສູງສຸດແມ່ນ 8500 m/s, ປະລິມານນໍ້າທີ່ ລະບາຍອອກສູງສຸດແມ່ນ 8500 m/s ແລະ ລະດັບນ້ໍາທ້າຍເຂື່ອນສູງສຸດຈະຢູ່ທີ່ 187 masl.

ສະນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງເມືອງ ແລະ ປະຊາຊົນບັນດາເຜົ່າທີ່ອາໃສຢູ່ແຄມແມ່ນໍ້າ ເຊລະນອງ, ເຊບັງຫຽງ ຈົ່ງມີສະຕິລະມັດລະວັງໄພພິບັດນ້ໍາຖ້ວມ ທີ່ຈະເກີດຂຶ້ນໃນໄລຍະເຂື່ອນໄຟຟ້າເຊລະ ນອງ1 ເປີດປະຕູລະບາຍນ້ໍາ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງໄປໄວ້ປອນສູງ ແລະ ປອດໄຜ ແລະ ຂໍໃຫ້ຕິດຕາມຂ່າວສະພາບພະຍາກອນອາກາດຈາກທາງການຢ່າງຕໍ່ເນື່ອງ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here