ຊົມເຊີຍ! ທຸກພາກສ່ວນກ່ຽວຂ້ອງ ເຮັດໃຫ້ຕົວເລກຜູ້ປ່ວຍໂຄວິດ-19 ໜ້ອຍລົງ

0
1174

ຂໍໃຫ້ເປັນສູນໄວໆເດີ້!

ຕາມການລາຍງານຂອງ ຄະນະສະເພາະກິດໂຄວິດ-19 ເມືອງວິລະບູລີ ໃຫ້ຮູ້ວ່າ: ຍ້ອນຄວາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳ ພັກ-ລັດກໍ່ຄືຄະນະສະເພາະກິດ ຂັ້ນຕ່າງໆ ບວກກັບການສຸ່ມເຫື່ອເທແຮງເຂົ້າໃສ່ການປິ່ນປົວຂອງແພດໝໍ ເຮັດໃຫ້ມາຮອດປະຈຸບັນ ຕົວເລກຜູ້ທີ່ຕິດພະຍາດໂຄວິດ-19 ທີ່ຍັງຄ້າງສູນປິ່ນປົວພາຍໃນໂຮງໝໍພາກສະໜາມຂອງແຂວງສະຫວັນນະເຂດ ຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງຍັງເຫຼືອພຽງ 327 ຄົນເທົ່າ ນັ້ນ, ຫວັງວ່າອີກບໍ່ດົນຕົວເລກນີ້ ຈະກາຍເປັນສູນ.ໃນວັນທີ 21 ຕຸລາ 2021 ເວລາ 9:30 ໂມງ ໄດ້ມີພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 45 ກໍລະນີ ທີ່ໄດ້ຮັບການປິ່ນປົວດີຈາກໂຮງໝໍສະໜາມຫຼັກ 9 ມີຈຳນວນ 44 ຄົນ ແລະໂຮງໝໍສະໜາມແພໄໝ 1 ຄົນ.

ເຊິ່ງກ່ອນກັບບ້ານ-ເຮືອນ, ທາງກຸ່ມວຽກຂ່າວສານເພື່ອສຸ ຂະພາບ ແລະສຸຂະສຶກສາ ໄດ້ໃຫ້ ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະຄອບຄົວວ່າ: ພາຍຫຼັງທີ່ກັບ ເມືອບ້ານ-ເຮືອນແລ້ວ ຕ້ອງໄດ້ມີ ການສືບຕໍ່ແຍກປ່ຽວກັກບໍລິເວນ ໂຕເອງຢູ່ສູນກັກບໍລິເວນຂອງ ເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດ ໄວ້ໃຫ້ໃນແຕ່ລະເມືອງ, ບ້ານ ແລະ ສະຖານທີ່ສ່ວນຕົວ ຈາກນີ້ກໍ່ໃຫ້ ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນຢ່າງເຂັ້ມງວດ, ໃຫ້ຮັກ ສາໄລຍະຫ່າງທາງສັງຄົມ, ໃສ່ ຜ້າອັດປາກ ແລະໝັ່ນລ້າງມືໃສ່ ສະບູ ຫຼືເຈວຂ້າເຊື້ອເປັນປະຈໍາຕະ ຫຼອດເຖິງການຕິດຕາມອຸນຫະພູມ ແລະອາການເຈັບເປັນຂອງຕົນ ເອງໃນແຕ່ລະວັນ, ຖ້າມີອາການ ເຈັບເປັນໃດໜຶ່ງແມ່ນໃຫ້ໂທປຶກ ສາແພດ ເພື່ອຂໍຄໍາແນະນໍາໃນການ ປະຕິບັດຕົນ ພ້ອມດຽວກັນນີ້, ພີ່ ນ້ອງຄົນອ້ອມຂ້າງກໍ່ຕ້ອງໃຫ້ກຳ ລັງໃຈ ແລະໃຫ້ໂອກາດຜູ້ຕິດເຊື້ອ ໄດ້ກັບມາໃຊ້ຊີວິດຕາມປົກກະຕິ.ສຳລັບຕົວ ເລກຜູ້ຕິດເຊື້ອພະ ຍາດໂຄວິດ-19 ສະສົມຢູ່ແຂວງ ສະຫວັນນະເຂດ ມາຮອດວັນທີ 21 ຕຸລາ 2021 ມີຈຳນວນທັງໝົດ 7.522 ຄົນ, ປິ່ນປົວດີເເລ້ວສະ ສົມ 7.195 ຄົນ, ຍັງປິ່ນປົວຢູ່ໂຮງ ໝໍສະໜາມ 327 ຄົນ, ເສັຍຊີວິດ ສະສົມ 11 ຄົນ, ຍິງ 2 ຄົນ./.

ຂ່າວ: ສະຫວັນພັດທະນາ

LEAVE A REPLY

Please enter your comment!
Please enter your name here