ຕົວເລກແຕ່ລະມື້ຍັງສູງ! ເສຍຊີວິດໃໝ່ລຽນຕິດ ມື້ນີ້ +1 ລວມ 53 ກໍລະນີ

0
2691

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 25 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,741ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອພາຍໃນ ມີ 612 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 612 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ຫຼວງພະບາງ 229 ຄົນ

  • ນະຄອນຫຼວງພະບາງ ມີ 12 ບ້ານ , 207 ຄົນ, (ບ້ານຜາໂອ,  ບ້ານໂພສີ, ບ້ານວັງເງີນ ,ບ້ານຄົກມັນ, ບ້ານມ້າ, ບ້ານພອນໄຊ , ບ້ານຄອຍ, ບ້ານປ່ອງຄຳ, ບ້ານປາກປາ, ບ້ານຜານົມ, ບ້ານໂພນສະອາດ )
  • ເມືອງນ້ຳບາກ ມີ 5 ບ້ານ , 10 ຄົນ ( ບ້ານຫ້ວຍເຢັນ , ບ້ານຫົວນາ , ບ້ານຄົກນາງ, ບ້ານບົມ, ບ້ານແສນຫຼວງ)
  •  ເມືອງປາກອູ ມີ 2 ບ້ານ 9 ຄົນ( ບ້ານຖິ່ນຈະເລີນ, ບ້ານຫາດຄໍ້ )
  •  ເມືອງງອຍມີ 2 ບ້ານ 3 ຄົນ (ບ້ານສົບກອງ, ບ້ານພູຫຼວງ)

2.ນະຄອນຫຼວງ 114 ຄົນ: ມາຈາກ 56 ບ້ານ, ໃນ 6 ເມືອງ

  • ເມືອງຈັນທະບູລີ ມີ 08 ບ້ານ ,16 ຄົນ ( ບ້ານ ໜອງປີງ, ໜອງທາເໜືອ, ສີດຳດວນ, ສາຍລົມ, ທົ່ງຕູ່ມ, ຮ່ອງຄ້າ, ສີສະຫວາດ, ດົງປ່າແຫຼບ)
  • ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ (ບ້ານ ສີໄຄທົ່ງ, ນາແຮ່, ຕາດທອງ, ດ່ານຄຳ, ໂພສີ, ຈຳປາ, ໂນນຂີ້ເຫຼັກ, ໜອງປາໃນ, ໜອງດ້ວງເໜືອ, ໂພນສົມບູນ, ໜອງແຕ່ງ, ດົງນາໂຊກ, ຫລັກຫີນ, ບ້ານໃໜ່, ວຽງຄຳ, ຫນອງຫນ້ຽວ ແລະ ປົກຄອງ ມ. ສີໂຄດ)
  •    ເມືອງໄຊເສດຖາ ມີ 13 ບ້ານ , 21 ຄົນ , (ບ້ານຈອມມະນີ, ນາໄຊ, ຫົວຂົວ, ເມືອງນ້ອຍ, ໂພນເຄັງ, ໂນນຫວາຍ, ໂນນສະຫວັນ, ໂພນໄຊ, ໂພນສະອາດ, ວັງຊາຍ, ສະພັງຫມໍ້, ໂນນສະຫວ່າງ, ແສງສະຫວ່າງ)
  •    ເມືອງສີສັດຕະນາກມີ 08 ບ້ານ , 27 ຄົນ,  (ບ້ານໂພນສີນວນ, ທົ່ງກາງ, ໂພນສະຫວ່າງ, ໂພນປ່າເປົ້າ, ຈອມເພັດເຫນືອ, ທ່າພະລານໄຊ, ສະພານທອງເໜືອ, ພະໂພ)
  •    ເມືອງໄຊທານີ ມີ 09 ບ້ານ, 15 ຄົນ , (ບ້ານໄຊສະຫວ່າງ, ອຸດົມຝົນ, ຊ້າງຄູ້, ຕານມີໄຊ, ສີວິໄລ, ຄຳຮຸ່ງ, ສະພັງຄະນົງ, ນາແຄ, ພະຂາວ)
  • ເມືອງຫາດຊາຍຟອງ ມີ 01 ບ້ານ (01 ຄົນ) ບ້ານບໍ່ໂອ.
  • ຍັງສືບຕໍ່ເອົາຂໍ້ມູນ 04 ຄົນ

3.ວຽງຈັນ 98  ຄົນ ຈາກ 5 ເມືອງ.

  • ເມືອງກາສີ, ມີ 09 ບ້ານ, 33 ຄົນ ( ບ້ານວຽງແກ້ວ, ບ້ານພູຄໍາ , ບ້ານນາມົນ , ບ້ານນາແທ່ນ, ບ້ານນາຊູ ,    ບ້ານຜາຕໍ່, ບ້ານໂພນສີດາ, ບ້ານໂພນທ່ຽງ ແລະ ບ້ານໜອງບົວວຽງ )
  •  ເມືອງແກ້ວອຸດົມ, ມີ 05 ບ້ານ, 23 ຄົນ  (    ບ້ານທ່າຊັນ ,ບ້ານພູເຂົາຄໍາ , ບ້ານທ່າລາດ , ບ້ານໂພນຄໍາ , ບ້ານກົກກ້ຽງ.
  •  ເມືອງທຸລະຄົມ, ມີ 02 ບ້ານ, 16 ຄົນ ( ບ້ານນາແພງ ,     ບ້ານຫາດສວນ)
  • ເມືອງວຽງຄໍາ, ມີ 03 ບ້ານ, 12 ຄົນ  (   ບ້ານເມືອງເກົ່າ , ບ້ານໂພນໝີ , ບ້ານໂພນຊ່ອງ )
  •  ເມືອງໂພນໂຮງ, ມີ 03 ບ້ານ, 03 ຄົນ ( ບ້ານແຈ້ງງສະຫວ່າງ , ບ້ານໂພນໄຊ , ບ້ານພູສັນ)
  • ມາຈາກຕ່າງແຂວງ (ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມີ 03 ຄົນ) ຊື່ງ ເປັນຄອບຄົວດຽວກັນ.

4.ຄໍາມ່ວນ 48 ຄົນ

  • ເມືອງທ່າແຂກ, ມີ 09 ບ້ານ, 47 ຄົນ ( ບ້ານດອນມະໄຫຼ, ບ້ານນາຕາດ, ບ້ານສຸກສະຫວັນ, ບ້ານສົມສະໜຸກ, ບ້ານໜອງຜື, ບ້ານນາໜອງແກ້ວ, ບ້ານນາມ່ວງ, ບ້ານມ່ວງສຸມ, ບ້ານໂພນສີທ່າ )
  •    ເມືອງຫີນບູນ, ບ້ານໄຊສົມບູນ ມີ 01 ຄົນ.

5.ບໍ່ແກ້ວ 48 ຄົນ

  • ຈາກເມືອງຫ້ວຍຊາຍ, ມີ 13 ບ້ານ, 48 ຄົນ, ( ບ້ານຫ້ວຍຊາຍໃຕ້, ບ້ານປ່າອ້ອຍ , ບ້ານ ຫ້ວຍຊາຍເໜຶອ, ບ້ານ ປາກຮາວເໜຶອ, ບ້ານ ມົກກະຈົກ, ບ້ານ ອຸດົມ, ບ້ານ ພິບຸນທອງ, ບ້ານຫ້ວຍມອນ, ບ້ານວຽງໃໝ່, ບ້ານໂພນໄຊ ,ບ້ານດອນພ້າວ, ບ້ານນໍ້າມ້າ, ບ້ານໂພນທອງ.

6.ຫຼວງນໍ້ທາ 26 ຄົນ

• ເມືອງນໍ້າທາ, ມີ 19 ບ້ານ, 26 ຄົນ (ບ້ານໄຊສົມບູນ, ບ້ານຂອນ , ບ້ານໂພນໄຊ, ບ້ານຫລວງ, ບ້ານພຽງງາມ , ບ້ານໂພນໄຊສະຫວ່າງ, ບ້ານວຽງຄໍາ, ບ້ານດອນສໍາພັນ,  ບ້ານທົ່ງໄຈ້ເໜຶອ , ບ້ານດອນໄຊ, ບ້ານນໍ້າທຸງ, ບ້ານນາຫ້ອມ, ບ້ານບໍ່ແຕນ, ບ້ານປ່າສັກ, ບ້ານວຽງເງິນ, ບ້ານວຽງໃຕ້, ບ້ານໜອງບົວວຽງ )

7.ໄຊສົມບູນ 18 ຄົນ

  •  ເມືອງອະນຸວົງ, ບ້ານພູຫົວຊ້າງ ມີ 16 ຄົນ
  • ເມືອງທ່າໂທມ, ບ້ານໂພນໂຮມ ມີ 01 ຄົນ
  •  ເມືອງລ້ອງຊານ, ບ້ານນໍ້າຄຸຍ ມີ 01 ຄົນ

8.ບໍລິຄໍາໄຊ 14 ຄົນ

  •    ເມືອງປາກກະດີງ, ມີ 04 ບ້ານ, 09 ຄົນ ( ບ້ານທົ່ງນາມີ ,     ບ້ານນໍ້າສ້າງ , ບ້ານຫ້ວຍໄຮ , ບ້ານໂພນຈະເລີນ.
  • ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ( ບ້ານຫົງໄຊ , ບ້ານສອງຄອນ)

9.ຈໍາປາສັກ 12 ຄົນ

  •  ນະຄອນປາກເຊ, ມີ 05 ບ້ານ, 07 ຄົນ
  • ເມືອງໂພນທອງ ມີ 02 ບ້ານ, 03 ຄົນ
  • ເມືອງບາຈຽງຈະເລີນສຸກ, ບ້ານໄຊສະຫວ່າງ ມີ 02 ຄົນ

10.ສະຫວັນນະເຂດ 3 ຄົນ: ນະຄອນໄກສອນ ມີ 02 ບ້ານ, 03 ຄົນ

11.ສາລະວັນ 2 ຄົນ

  • ເມືອງສະໜ້ວຍ, ບ້ານເທດສະບານ ມີ 01 ຄົນ
  • ເມືອງສາລະວັນ, ບ້ານບືງຂາມ ມີ 01 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ: ທັງ 3 ຈາກ ແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36,248 ຄົນ, ເສຍຊີວິດສະສົມ 53ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 381 ຄົນ, ກໍາລັງປິ່ນປົວ 7,088 ຄົນ.

LEAVE A REPLY

Please enter your comment!
Please enter your name here