ຮອດທ້າຍປີ 2021 ນີ້ ຄາດວ່າຈະບັນລຸການສັກວັກຊິນໄດ້ຄົບໂດສບໍ່ຕ່ຳກວ່າ 70%

0
4165

ນາຍົກລັດຖະມົນຕີ ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການ ປະຈໍາປີ 2022 ເຊິ່ງໃນໄລຍະ 7 ເດືອນຜ່ານມາ ລັດຖະບານໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະ ເຮັດສຸດຄວາມສາມາດແກ້ໄຂບັນຫາ ໂດຍໄດ້ໃຊ້ມາດຕະການເບື້ອງຕົ້ນຈຳນວນໜຶ່ງເປັນຕົ້ນ ໄດ້ພະຍາຍາມສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງໄດ້ລະດົມການປະ ກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນການຊຳລະສະສາງໜີ້ສິນ ຕໍ່ຕ່າງປະເທດ ສຳເລັດຕາມແຜນການ.

ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກຢູ່ໃນສະພາບວິກິດ, ພ້ອມກັນນີ້ ກໍໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ຄາດວ່າໝົດປີ 2021 ຈີດີພີຈະຂະຫຍາຍຕົວໃນລະດັບ 3% (ມະຕິສະພາ 4% ຂຶ້ນໄປ). ສຳລັບດ້ານລາຍຮັບງົບປະມານ ໃນ 10 ເດືອນຜ່ານມາປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ເຊິ່ງເຫັນວ່າຍັງມີຄວາມທ້າທາຍຫລາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫລືອ, ແຕ່ລັດຖະບານຈະພະຍາຍາມ ຊຸກຍູ້ການຈັດເກັບລາຍຮັບ ແລະ ຂຸດຄົ້ນແຫລ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະ ອື່ນໆ ບົນພື້ນຖານນັ້ນ ຈະສາມາດຄາດຄະເນສະເລ່ຍລາຍຮັບ ຈະປະຕິບັດໄດ້ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ. ສຳລັບດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ, ລາຍຈ່າຍສ່ວນໃຫຍ່ ແມ່ນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ພ້ອມກັນນີ້, ຍັງໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.ທ່ານ ພັນຄໍາ ວິພາວັນ ຍັງໃຫ້ຮູ້ຕື່ມວ່າ:

ລັດຖະບານຍັງໄດ້ຈັດຕັ້ງປະຕິບັດແຜນງານທີ່ສຳຄັນຈຳນວນໜຶ່ງໃນການສົ່ງເສີມການຜະລິດ, ການແກ້ໄຂໄພວ່າງງານ, ການພັດທະນາຂົງເຂດວັດທະນະ ທຳ-ສັງຄົມ ລວມທັງປະຕິບັດນະໂຍບາຍໃນການເອົາແຮງງານລາວ ທີ່ກັບຄືນປະເທດຍ້ອນການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໃກ້ຄຽງມີທັງໝົດ 61.497 ຄົນ ຍິງ 28.083 ຄົນ ໃນນີ້ ຜູ້ມີເອກະສານຖືກຕ້ອງ 25.085 ຄົນ. ສຳລັບວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອດວັນທີ 1 ພະຈິກ 2021 ມີຜູ້ຕິດເຊື້ອສະສົມ 40.956 ຄົນ, ປະມານ 0,52% ຂອງພົນລະເມືອງ, ກຳລັງປິ່ນປົວ 7.381 ກໍລະນີ, ປິ່ນປົວຫາຍດີຫລາຍກວ່າ 31.000 ກໍລະນີ ແລະ ເສຍຊີວິດ 67 ກໍລະນີ. ສ່ວນການສັກຢາວັກຊິນໃຫ້ປະຊາຊົນ ເຂັມທີ 1 ໄດ້ 3.306.082 ຄົນ ກວມ 45,06% ແລະ ສັກຄົບໂດສ 2.841.465 ຄົນ ກວມ 38,72%.

ຮອດທ້າຍປີ 2021 ນີ້ ຄາດວ່າຈະບັນລຸການສັກວັກຊິນໄດ້ຄົບໂດສບໍ່ຕ່ຳກວ່າ 70%.

ພ້ອມກັນນີ້, ລັດຖະບານຍັງໄດ້ເອົາໃຈໃສ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງເລີ່ມປະຕິບັດຢ່າງຈິງຈັງ ແຕ່ເດືອນ ສິງຫາ 2021 ເປັນຕົ້ນມາ ແລະ ໄດ້ມີຄວາມຄືບໜ້າຫລາຍດ້ານເປັນຕົ້ນ ທຳລາຍແຫລ່ງຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍ ໄດ້ຈຳນວນຫລວງຫລາຍ ສາມາດມ້າງຄະດີໄດ້ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍຶດຢາບ້າໄດ້ 10.158 ກິໂລກຣາມ (101.586.361 ເມັດ) ແລະ ຍັງມີຢາເສບຕິດປະເພດອື່ນໆເຊັ່ນ: ຢາໄອສ, ຝິ່ນ, ເຮໂລອິນອີກຈຳນວນຫລາຍ. ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ:

ຄຽງຄູ່ກັບຈຸດດີ ແລະຜົນງານ ພວກເຮົາຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫລາຍດ້ານ ທີ່ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້ເຊັ່ນ: ການຂະຫຍາຍໂຕຂອງຈີດີພີ ຍັງບໍ່ໄດ້ຕາມຄາດໝາຍ, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ຍັງບໍ່ທັນຕັ້ງໜ້າ, ການສົ່ງເສີມການລົງທຶນຜ່ານປະຕູດຽວ ຍັງບໍ່ສາມາດບຸກທະລຸໄດ້, ອັດຕາມການວ່າງງານເພີ່ມສູງຂຶ້ນ, ການເກັບລາຍຮັບ, ການປະຕິບັດລາຍຈ່າຍ, ອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກ ປ່ຽນ ຍັງບໍ່ທັນດຸນດ່ຽງ ແລະ ໝັ້ນທ່ຽງ. ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າຢູ່ໃນລະດັບດີ ເມື່ອທຽບໃສ່ຫລາຍປະເທດໃນໂລກ ແລະ ພາກພື້ນ, ແຕ່ມາເບິ່ງສະເພາະພາຍໃນປະເທດເຮົາ ແມ່ນຍັງມີລັກສະນະເພີ່ມຂຶ້ນ, ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກມາດຕະການແຜ່ລະບາດຂອງພະຍາດດັ່ງກ່າວ ເຖິງມີຄວາມພະຍາຍາມ ແຕ່ກໍຍັງບໍ່ທັນໄດ້ພຽງພໍ ແລະ ທົ່ວເຖິງ, ການປະສານສົມທົບ ເຊິ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາຕ່າງໆມີຄວາມຊັກຊ້າ ແລະ ອື່ນໆ.

ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງເຫລົ່ານີ້ ແມ່ນມາຈາກຫລາຍສາເຫດ ແຕ່ສາເຫດຕົ້ນຕໍກໍຍັງແມ່ນ ຄວາມຮັບຜິດຊອບການເມືອງຂອງພະນັກງານ ທີ່ໄດ້ຮັບການມອບໝາຍ ຍັງບໍ່ທັນສູງແທ້, ຍັງຄອງເດີມ, ຫັນປ່ຽນຍາກ, ບໍ່ກ້າຄິດກ້າເຮັດ ແລະກ້າຮັບຜິດຊອບ, ເສຍສະຫລະເພື່ອສ່ວນລວມບໍ່ທັນສູງ ແລະ ແບບແຜນວິທີເຮັດວຽກ ຍັງບໍ່ທັນໄດ້ສະດຸ້ງໄວ ແລະ ອື່ນໆ, ແຕ່ລັດຖະບານ ຍັງຈະຕ້ອງໄດ້ຕັ້ງໜ້າປັບປຸງແກ້ໄຂໃນຕໍ່ໄປ.

ຂ່າວ: ມະນີທອນ, ພາບ: ອ່າຍຄຳ, ເກດສະໜາ

LEAVE A REPLY

Please enter your comment!
Please enter your name here